ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກພົບປະກັບການນຳພັກ,ລັດລາວ

(vovworld) - ​​​ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ ສ​ປ​ປ ລາວ ຢ່າງ​ເປັນ​ທາງ​ການ, ຕອນ​ບ່າຍ​ວັນ​ທີ 26/4, ພາຍຫຼັງ​ການ​ພົບ​ປະເຈ​ລະ​ຈາ​ລະ​ຫວ່າງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ລາວ ທອງ​ລຸນ ສີ​ສຸ​ລິດ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ໄດ້​ເຂົ້າ​ຢ້ຽມ​ຂ່ຳ​ນັບ​ທ່ານ​ເລ​ຂາ​ທິ​ການ​ໃຫ​ຍ່, ປະ​ທານ​ປະ​ເທດ ລາວ ບຸນ​ຍັງ ວໍ​ລະ​ຈິດ, ພົບ​ປະ​ກັບ​ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ປາ​ນີ ຢາ​ທ​ໍ່​ຕູ້, ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ທິ​ການ ແລະ ຮອງ​ປະ​ທານ​ປະ​ເທດ​ ພັນ​ຄຳ ວິ​ພາ​ວັນ, ຕ້ອນ​ຮັບ​ທ່ານ​ປະ​ທານ​ສູນ​ກາງ​ສະ​ມາ​ຄົມ​ມິດ​ຕະ​ພາບ ລາວ - ຫວຽດ​ນາມ ວິ​ໄລ​ວອງ ບຸດ​ດາ​ຄຳ.

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກພົບປະກັບການນຳພັກ,ລັດລາວ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸ​ກ ແລະ ​ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ລາວ ປາ​ນີ ຢາ​ທໍ່​ຕູ້ 


        ເມື່ອ​ເຂົ້າ​ຢ້ຽມ​ຂ່ຳ​ນັບ ທ່ານ​ເລ​ຂາ​ທິ​ການ​ໃຫ​ຍ່, ປະ​ທານ​ປະ​ເທດ ລາວ ບຸນ​ຍັງ ວໍ​ລະ​ຈິດ, ທ່ານ​ນາ​ຍົກ​ລັດ​ຖະ​ມົ​ນ​ຕີ ຫງວຽນ​ຊວນ​ຟຸກ ຢັ້ງ​ຢືນ​ວ່າ ພັກ, ລັດ, ລັດ​ຖະ​ບານ ແລະ ປະ​ຊາ​ຊົນ ຫວຽດ​ນາມ ຍາມ​ໃດ​ກໍ່​ຖື​ເປັນ​ສຳ​ຄັນ ແລະ ​ໃຫ້ບຸ​ລິ​ມະ​ສິດ​ສູງ​ສູດ​ແກ່​ການ​ປັບ​ປຸງ ແລະ ເພີ່ມ​ທະ​ວີ​ການ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມ​ູນ​ເຊື້ອ, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ ຫວຽດ​ນາມ - ລາວ. ສ່ວນ ທ່ານ​ເລ​ຂາ​ທິ​ການ​ໃຫ​ຍ່, ປະ​ທານ​ປະ​ເທດ ລາວ ບຸນ​ຍັງ ວໍ​ລະ​ຈິດ ຕີ​ລາ​ຄາ​ສູງ​ໝາກ​ຜົນ​ແຫ່ງ​ການ​ເຈ​ລະ​ຈາ​ລ​ະ​ຫວ່າງນາ​ຍົກ​ລັດ​ຖະ​ມົນ​ຕີ 2 ທ່ານ, ສະ​ເໜີ​ໃຫ້​ນາ​ຍົກ​ລັດ​ຖະ​ມົນ​ຕີ 2 ປະ​ເທດຊີ້​ນຳ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ​ກ່ຽວ​ຂ້ອງ​ຂອງ 2 ປະ​ເທດ​ຜັນ​ຂະ​ຫຍາຍ​ປະ​ຕິ​ບັດ​ບັນ​ດາ​ຂໍ້​ຕົກ​ລົງ​ຂັ້ນ​ສູງ​, ບັນ​ດາ​ໝາກ​ຜົນ​ທີ່​ບັ​ນ​ລຸ​ໄດ້​ທີ່ກອງ​ປະ​ຊຸມ​ຄັ້ງ​ທີ 39 ຄະ​ນະ​ກຳ​ມະ​ການ​ຮ່ວມ​ມື​ທະ​ວີ​ພາ​ຄີ​ລະ​ຫວ່າງ​ລັດ​ຖະ​ບານ​ ຫວຽດ​ນາມ - ​ແລະ ລັດ​ຖະ​ບານ ລາວ ຢ່າງ​ມີ​ປະ​ສິດ​ທິ​ຜົນ.

        ທີ່​ການ​ພົບ​ປະ​ກັບ​ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ລາວ ປາ​ນີ ຢາ​ທໍ່​ຕູ້ ແລະ ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ທິ​ການ, ຮອງ​ປະ​ທານ​ປະ​ເທດ ລາວ ທ່ານ ພັນ​ຄຳ ວິ​ພ​າ​ວັນ, ​ໄດ້​ເນັ້ນ​ໜັກ​​ວ່າການ​ຢ້ຽມ​ຢາມ​​ລາວ ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ຈະ​ປະ​ກອບ​ສ່ວນ​ສຳ​ຄັນ ໃນ​ການ​ປັບ​ປຸງ​ ແລະ ພັດ​ທະ​ນາ​ການ​ພົວ​ພັນ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ 2 ປະ​ເທດ​ຢ່າງບໍ່​ຢຸດຢັ້ງ, ພິ​ເສດ, ໃນ​ສະ​ພາບ​ການ​ທີ່ ພັກ, ລັດ, ລັດ​ຖະ​ບານ ແລະ ​ປະ​ຊາ​ຊົນ 2 ປະ​ເທດ ​ພວມຕ້ອນ​ຮັບ​ປີ​ສາ​ມັກ​ຄີ​ມິດ​ຕະ​ພາບ ຫວຽດ​ນາມ - ລາວ 2017.

        ແລະ​ກໍ່​ໃນ​ຕອນ​ບ່າຍ​ວັນ​ທີ 26/4, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ໄດ້​ຕ້ອນ​ຮັບ​ຄະ​ນະ​ຜູ້​ແທນ​ສະ​ມາ​ຄົມ​ມິດ​ຕະ​ພາບ ລາວ - ຫວຽດ​ນາມ ໂດຍ​ທ່ານ ວິ​ໄລ​ວອງ ບຸດ​ດາ​ຄຳ, ກຳ​ມະ​ການ​ສູນ​ກາງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ, ປະ​ທານ​ສະ​ມາ​ຄົມ​ນຳ​ໜ້າ. ທີ່​ການ​ຕ້ອນ​ຮັບ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ປາດ​ຖະ​ໜາ​ວ່າ ສະ​ມາ​ຄົມ​ສືບ​ຕໍ່​ມາ​ນະ​ພະ​ຍາ​ຍາມ, ມີ​ການ​ເຄື່ອນ​ໄຫວ​ທີ່​ອຸ​ດົມ​ສົມ​ບູນຫຼາຍ​ຢ່າງ, ປະ​ກອບ​ສ່ວນ​ຊຸກ​ຍູ້​ການ​ພົວ​ພັນ​ລະ​ຫວ່າງ 2 ປະ​ເທດ.


ຕອບກັບ

ຂ່າວ/ບົດ​ອື່ນ