ທາບທາມຄຳເຫັນການເມືອງ ຫວຽດນາມ - ລາວຄັ້ງທີ 2

(VOVWORLD) -ໂດຍປະຕິບັດຂໍ້ຕົກລົງລະຫວ່າງກະຊວງການຕ່າງປະເທດຫວຽດນາມ ແລະ ກະຊວງການຕ່າງປະເທດລາວ, ວັນທີ 31 ພຶດສະພາປີ 2017, ຢູ່ ລາວ, ທ່ານຮອງລັດຖະມົນຕີ ການຕ່າງປະເທດຫວຽດນາມ ດັ້ງດີງກູຍ ແລະ ທ່ານນາງ ຄຳເພົາ ເອີນທະວັນ ຮອງລັດຖະມົນຕີການຕ່າງປະເທດລາວ ເປັນປະທານຮ່ວມກອງປະຊຸມທາບທາມຄຳເຫັນການເມືອງຄັ້ງທີ 2 ລະຫວ່າງສອງກະຊວງ. 
ທາບທາມຄຳເຫັນການເມືອງ ຫວຽດນາມ - ລາວຄັ້ງທີ 2 - ảnh 1

ທີ່ການປະຊຸມ, ສອງຝ່າຍເຫັນດີ ສົມທົບກັນຢ່າງແຫນ້ນແຟ້ນ ເພື່ອແນໃສ່ສືບຕໍ່ເພີ່ມທະວີ ແລະ ປັບປຸງ ການພົວພັນຮ່ວມມືແບບພິເສດ ຫວຽດນາມ - ລາວ ໃນໄລຈະມາເຖິງ, ສົມທົບກັນຈັດຕັ້ງປີສາມັກຄີມິດຕະພາບ ຫວຽດນາມ 2017 ໃຫ້ສຳເລັດຜົນ, ປ່ຽນໃຫມ່ຮູບການໂຄສະນາ ແລະ ສຶກສາ ເພື່ອໃຫ້ປະຊາຊົນທຸກຊັ້ນວັນນະ ພິເສດແມ່ນລຸ້ນຫນຸ່ມຂອງສອງປະເທດ ມີຄວາມເຂົ້າໃຈກ່ຽວກັບຄວາມໝາຍ, ຄວາມສຳຄັນ ແລະ ຄວາມຮັບຜິດຊອບໃນວຽກງານຮັກສາ ແລະ ເສີມຂະຫຍາຍມູນເຊື້ອການພົວພັນແບບພິເສດ ຫວຽດນາມ - ລາວ. ສອງຝ່າຍເຫັນດີສືບຕໍ່ເພີ່ມທະວີການພົວພັນຮ່ວມມືອັນດີງາມລະຫວ່າງສອງກະຊວງການຕ່າງປະເທດ, ກະກຽມຈັດຕັ້ງກອງປະຊຸມທາບທາມຄຳເຫັນປະຈຳປີຄັ້ງທີ 4 ລະຫວ່າງສອງກະຊວງການຕ່າງປະເທດໃນທ້າຍປີ 2017 ຢູ່ ຮ່າໂນ້ຍ. ສອງຝ່າຍກໍ່ເປັນເອກະພາບຈັດຕັ້ງກອງປະຊຸມທາບທາມຄຳເຫັນການເມືອງຄັ້ງທີ 3 ລະຫວ່າງສອງກະຊວງການຕ່າງປະເທດ ຢູ່ ຫວຽດນາມ ໃນປີ 2018. ພາຍຫລັງກອງປະຊຸມ, ສອງຝ່າຍໄດ້ຈັດຕັ້ງການສົນທະນາ ແລກປ່ຽນ ກ່ຽວກັບນະໂຍບາຍການຕ່າງປະເທດຂອງແຕ່ລະປະເທດ ແລະ ບັນດາບັນຫາສາກົນ ແລະພາກພື້ນ ຊື່ງຕ່າງຝ່າຍຕ່າງມີຄວາມສົນໃຈ. ສອງຝ່າຍຢືນຢັນສືບຕໍ່ຮ່ວມມືຢ່າງແຫນ້ນແຟ້ນທີ່ບັນດາເວທີປາໄສພາກພື້ນ ແລະ ສາກົນ ພິເສດ ໃນຂອບເຂດ ອາຊຽນ, ພ້ອມກັນສົມທົບກັບບັນດາປະເທດອື່ນໃນ ອາຊຽນຮັກສາ ບົດບາດ ແລະ ຫລັກໝັ້ນລວມຂອງອາຊຽນ ໃນບັນດາຍຸດທະສາດຢູ່ພາກພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ