ນະຄອນໂຮ່ຈິມີນແລະແຂວງຊຽງຂວາງເພີ່ມທະວີການຮ່ວມມືໃນຂົງເຂດຫໍສະໝຸດ,ຫໍພິພິດທະພັນ

ນະຄອນໂຮ່ຈິມີນແລະແຂວງຊຽງຂວາງເພີ່ມທະວີການຮ່ວມມືໃນຂົງເຂດຫໍສະໝຸດ,ຫໍພິພິດທະພັນ - ảnh 1
ພະ​ແນກວັດ​ທະ​ນະ​ທຳ​ກິ​ລາ​ນະ​ຄອນ​ໂຮ່​ຈິ​ມີນ​ລົງ​ນາມ​ໃນບົດ​ບັນ​ທຶກ​ຊ່ວຍ​ຈຳ​ການ​ຮ່ວມ​ມື​ກັບ​ພະ​ແນກ​ຖະ​ແຫລງ​ຂ່າວ ແລະ ທ່ອງ​ທ່ຽວ
 ແຂ​ວງ ຊ​ຽງ​ຂວາງ
ພາບ:TTXVN

(vovworld)- ກ່າວ​ຄຳ​ເຫັນ​ທີ່​ການ​ເຈ​ລະ​ຈາ​ລະ​ຫວ່າງ​ການ​ນຳ​ນະ​ຄອນ​ໂຮ່​ຈິ​ມີນ ແລະ ແຂວງ​ຊຽງ​ຂວາງ ດຳ​ເນີນ​ໃນ​ຕອນ​ບ່າຍ​ວັນ​ທີ 28/3 ຢູ່ ນະ​ຄອນ ໂຮ່​ຈິ​ມີນ, ທ່ານ ຫງວຽນ​ແທງ​ຟອງ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ ໂຮ່​ຈິ​ມີນ ສະ​ເຫ​ນີ: ນະ​ຄອນ​ໂຮ່​ຈິ​ມີນ ແລະ ແຂວງ ຊຽງ​ຂວາງ ຄວນ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ຄະ​ນະ, ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ບັນ​ດາ​ພະ​ແນກ, ຄະ​ນະ, ຂະ​ແຫນງ​ການ, ວິ​ສາ​ຫະ​ກິດ​ສອງ​ທ້ອງ​ຖິ່ນ ຍູ້​ແຮງ​ການ​ຮ່ວມ​ມື​ລົງ​ທຶນ​ກ່ຽວ​ກັບ​ການກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ, ກະ​ສິ​ກຳ, ການ​ທ່ອງ​ທ່ຽວ, ການ​ຄ້າ.. ນະ​ຄອນ​ໂຮ່​ຈິ​ມີນ ພ້ອມ​ແລ້ວ​ທີ່​ຈະ​ຫ​ນູນ​ຊ່ວຍ, ແບ່ງ​ປັນ​ບົດ​ຮຽນ​ໃນ​ການສ້າງ​ຮູບ​ແບບ​ລ້ຽງ​ສັດ​ມີ​ຄຸນ​ນະ​ພາບ​ສູງ, ໃຫ້​ຄຳ​ປຶກ​ສາ​ຫນ​ູນ​ຊ່ວຍ​ວິ​ສາ​ຫະ​ກິດ​ຂຸດ​ຄົ້ນ​ກະ​ສິ​ກຳ​ເໝາະ​ສົມ​ກັບ​ສະ​ພາບ​ຕົວ​ຈິງ​ຂອງ ຊຽງ​ຂວາງ. ທີ່​ການ​ເຈ​ລະ​ຈາ, ການ​ນຳ​ນະ​ຄອນ​ໂຮ່​ຈິ​ມີນ ແລະ ແຂວງ ຊ​ຽງ​ຂວາງ ເຫັນ​ດີ ໃນ​ໄລ​ຍະ​ຈະ​ມາ​ເຖິງ, ຈະ​ສືບ​ຕໍ່​ເພີ່​ມ​ທະ​ວີກ​ານ​ພົວ​ພັນ​ມິດ​ຕະ​ພາບ​ການ​ຮ່ວມ​ມື, ໃນ​ນັ້ນ ຕັ້ງ​ຫ​ນ້າ​ແລກ​ປ່ຽນ​ຄະ​ນະ​ປະ​ຕິ​ບັດ​ງານ, ເພື່ອ​ແນ​ໃສ່​ປະ​ກອບ​ສ່ວນ​ເພີ່ມ​ພູນ​ຄູນ​ສ້າງ​ການ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ​ນະ​ຄອນ​ໂຮ່​ຈິ​ມີນ ແລະ ແຂວງ ຊຽງ​ຂວາງ ເວົ້າ​ສະ​ເພາະ ແລະ ສອງ​ປະ​ເທດ​ເວົ້າ​ລວມ ນັບ​ມື້​ນັບ​ແຫ​ນ້ນ​ແຟ້ນ​ຍິ່ງໆ​ຂຶ້ນ.




ຕອບກັບ

ຂ່າວ/ບົດ​ອື່ນ