ນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບປະທານສະພາແຫ່ງຊາດລາວ

ນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບປະທານສະພາແຫ່ງຊາດລາວ - ảnh 1
(ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ
ຕ້ອນຮັບປະທານສະພາແຫ່ງຊາດລາວ)

(vovworld) - ​ຕອນ​ເຊົ້າ​ວັ​ນທີ 15/04, ຢູ່​ຮ່າ​ໂນ້ຍ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ໄດ້​ໃຫ້​ການ​ຕ້ອນ​ຮັບ​ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ລາວ ປາ​ນີ ຢາ​ທໍ່​ຕູ ເນື່ອງ​ໃນ​ໂອ​ກາດ​ມາ​ຫວຽດ​ນາມ ເຂົ້າ​ຮ່ວມ​ພິ​ທີ​ສະ​ເຫຼີມ​ສະ​ຫຼອງ 60 ປີ​ແຫ່ງວັນ​ສ້າງ​ຕັ້ງ​ທະ​ນາ​ຄານ​ລົງ​ທຶນ ແລະ ພັດ​ທະ​ນາ​ຫວຽດ​ນາມ (BIDV). ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ຢືນ​ຢັນຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ວ່າ, ຍາມ​ໃດພັກ, ລັດ ແລະ ປະ​ຊາ​ຊົນ​ຫວຽດ​ນາມ ​ກໍ​ຖື​ເປັນ​ສຳ​ຄັນ ແລະ ສຸດ​ຈິດ​ສຸດ​ໃຈເພື່ອເພີ່ມ​ພູນ​ຄຸນ​ສ້າງ​ໃຫ້​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສະ​ມັກ​ຄີ​ແບບ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ​ຫວຽດ​ນາມ - ລາວ. ໃນ​ນັ້ນ​ມີ​ເລື່ອງ​ຫວຽດ​ນາມ ຊ່ວຍ​ລາວ ມີ​ເສັ້ນ​ທາງ​ໄປ​ຍັງ​ທະ​ເລ ແລະ ຊ່ວຍກໍ່​ສ້າງ​ຫໍ​ສະ​ພາ​ແຫ່ງ​ຊາດ. ຄາດ​ວ່າ, ໃນ​ເດືອນ 07 ຈະ​ມາ​ເຖິງ, ກິດ​ຈະ​ກຳ​ຫໍ​ສະ​ພາ​ແຫ່ງ​ຊາດ​ຂອງ​ລາວ, ​ເຊິ່ງ​ເປັນຂອງ​ຂວັນ​ຂອງ​ພັກ, ລັດ ແລະ ປະ​ຊາ​ຊົນ​ຫວຽດ​ນາມ ມອບ​ໃຫ້​ພັກ, ລັດ ແລະ ປະ​ຊາ​ຊົນ​ລາວ ຈະ​ເລີ່ມ​ລົງ​ມືກໍ່​ສ້າງ. ເນື່ອງ​ໃນ​ໂອ​ກາດນີ້, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ສະ​ເໜີ​ໃຫ້​ທະ​ນາ​ຄານ​ແຫ່ງ​ລັດ​ຫວຽດ​ນາມ ຊີ້​ນຳ​ໃຫ້ທະ​ນາ​ຄານ BIDV ແລະ ບັນ​ດາ​ທະ​ນາ​ຄານ​ອື່ນໆ​ພ້ອມ​ກັນ​ຮ່ວມ​ມື​ກັບ​ລາວ ເພື່​ອ​ເປີດ​ບັນ​ດາ​ຊ່ອງ​ສິນ​ເຊື່ອ​ໃຫ້​ບັນ​ດາ​ໂຄງ​ການ​ຮ່ວມ​ມື​ລົງ​ທຶນ​ລະ​ຫວ່າງ 2 ປະ​ເທດ.

        ສ່ວນ​ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່​ງ​ຊາດ​ລາວ ປາ​ນີ ຢາ​ທໍ່​ຕູ ໄດ້​​ສະ​ແດງ​ຄວາມຂ​ອບ​ໃຈ​​ຕໍ່ການ​ຊ່ວຍ​ເຫຼືອ​ຢ່າງ​ມີ​ປະ​ສິດ​ທິ​ຜົນ ແລະ ຈິງ​ໃຈ​ຂອງ​ຫວຽດ​ນາມ ສຳ​ລັບ​ລາວ ໃນ​ໄລ​ຍ​ະ​ຜ່ານ​ມາ, ໃນ​ນັ້ນ​ມີ​ເລື່ອງ ລາວ​ ໄດ້​ນຳ​ໃຊ້​ທ່າ​ກ່ຳ​ປັນ ​ຫວູ້ງອ໋າງ, ເຊິ່ງ​ເປັນ​ເສັ້ນ​ທາງ​ຍຸດ​ທະ​ສາດ​ອອກ​ສູ່​ທະ​ເລ​ໃກ້​ສຸດ. ສະ​ພາ​ແຫ່ງ​ຊາດ​ລາວ ຕີ​ລາ​ຄາ​ສູງ​ການ​ຮ່ວມ​ມື​ລະ​ຫວ່າງ​ລັດ​ຖະ​ບານ 2 ປະ​ເທດ ໃນ​ການ​ຊຸກ​ຍູ້​ການ​ພົວ​ພັນ​ລະ​ຫວ່າງ 2 ປະ​ເທດ​ໃ​ຫ້​ຂຶ້ນ​ສູ່​ລະ​ດັບ​ສູງ​ໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ