ບຸນປີໃໝ່ປະເພນີຂອງກຳປູເຈຍ, ລາວ, ມຽນມາ, ໄທ ປີ 2017

ບຸນປີໃໝ່ປະເພນີຂອງກຳປູເຈຍ, ລາວ, ມຽນມາ, ໄທ ປີ 2017 - ảnh 1
ລາຍ​ການ​ສະ​ແດງ​ສິ​ລະ​ປະ​ໃນ​ບຸນ​ປີ​ໃໝ່​ລາວ

(vovworld)- ຕອນ​ເຊົ້າ​ວັນ​ທີ 12/4, ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ມິດ​ຕະ​ພາບ, ຫໍ​ວັດ​ທະ​ນະ​ທຳ​ຊາວ​ໜຸ່ມ, ຄະ​ນະ​ບໍ​ລິ​ຫານ​ງານ​ສະ​ມາ​ຄົມ​ພຸດ​ທະ​ສາ​ສະ​ໜາ​ຫວຽດ​ນາມ​ນະ​ຄອນ​ໂຮ່​ຈິ​ມິນ ໄດ້​ຈັດບຸນ​ປີ​ໃໝ່​ປະ​ເພ​ນີຂອງ​ກຳ​ປູ​ເຈຍ, ລາວ, ມຽນ​ມາ, ໄທ ປີ 2017. ບຸນ​ປີ​ໃໝ່​ໄດ້​​ວາດ​ພາບເຖິງ​ບາງ​ຮີດຄອງປະ​ເພນີ​​ໃນ​ບຸນປີ​ໃໝ່ Chol Chnam Thmay ຂອງ​ປະຊາຊົນ ກຳປູ​ເຈຍ, ບຸນປີ​ໃໝ່​ຂອງ​ລາວ, Thing Yang ຂອງ ມຽນມາ ​ແລະ ບຸນ​ສົງ ກຣານ​ ຂອງ​ໄທ ດ້ວຍ​ພິທີບາສີສຸຂວັນອັນເປັນປະເພນີ, ບັນດາ​ບົດ​ເພງ, ວາດ​ຟ້ອນ​ທີ່​ເຂັ້ມ​ຄົ້ນ​ໄປ​ດ້ວຍ​ຄວາມ​ເປັນ​ເອກະລັກ​ສະ​ເພາະ. ທ່ານ​ຮ່ວ​າງ​ຫງອກ​ຮຸ່ງ ຮອງ​ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ​ຫວຽດ​ນາມ-ລາວ​ນະ​ຄອນ​ໂຮ່​ຈິ​ມິນ ໃຫ້​ຮູ້​ວ່າ :

    “ ບັນ​ດາ​ການ​ເຄື່ອນ​ໄຫວນີ້ ໄດ້​ເຮັດ​ໃຫ້​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ຂອງ 4 ປະ​ເທດນີ້ ນັບ​ມື້​ນັບ​ດີ​ງາມກວ່າເກົ່າ. ພິ​ເສດ ສຳ​ລັບ​ລາວ, ໄທ, ກຳ​ປູ​ເຈຍ ແມ່ນ 3 ປະ​ເທດ​ຢູ່​ໃກ້​ຄຽງ, ນ້ຳ​ໃຈ​ສາ​ມັກ​ຄີມິດ​ຕະ​ພາບ​ຈະ​ນັບ​ມື້ນັບ​ສະ​ໜິດ​ສະ​ໜົມ​ກ່​ວາ ”

ຕອບກັບ

ຂ່າວ/ບົດ​ອື່ນ