ລາຍການພິ​ເສດ: ປີມິດຕະພາບ ຫວຽດ​ນາມ-ລາວ 2017

(VOVWORLD) -  ຮຽນບັນດາທ່ານຜູ້ຟັງ, ແຂກຜູ້ທີ່ມີກຽດທີ່ນັບຖື ແລະ ຮັກແພງ ! ຫວຽດນາມ ແລະ ລາວ ແມ່ນສອງປະເທດບ້ານໃກ້ເຮືອນຄຽງຮ່ວມສາຍພູຫລວງ, ຮ່ວມແມ່ນ້ຳຂອງ ພ້ອມທັງມີການພົວພັນຢ່າງໃກ້ຊິດສະໜິດຕິດພັນຖານສະຫາຍອ້າຍນ້ອງ, ໄດ້ຮັບການສ້າງຕັ້ງ ແລະ ເພີ່ມພູນຄູນສ້າງໃນປະຫວັດສາດແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດຊາດມາເປັນໄລຍະນັບພັນປີ. ພິເສດ ພາຍຫລັງ 55 ປີທີ່ສອງປະເທດໄດ້ສ້າງການພົວພັນທາງການທູດ (05/09/1962 – 05/09/2017) ແລະ 40 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວ (18/07/1977 – 18/07/2017). ສາຍພົວພັນທີ່ເປັນມູນເຊື້ອອັນດີງາມນີ້ ໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງໃນທຸກໆຂົງເຂດ: ການເມືອງ, ການປ້ອງການຊາດ ປ້ອງກັນຄວາມສະຫງົບ, ເສດຖະກິດ, ວັດທະນະທຳ, ການສຶກສາ…ແລະ ບັນລຸໄດ້ບັນດາຜົນງານອັນຍິ່ງໃຫຍ່. ເນື່ອງໃນໂອກາດສະເຫຼີມສະຫຼອງ 2 ເຫດການທີ່ສຳຄັນຍິ່ງນີ້, ລາຍການກະຈາຍສຽງພາກພາສາ ລາວ, ລະບົບລາຍການກະຈາຍສຽງພາສາຕ່າງປະເທດຂອງວິທະຍຸກະຈາຍສຽງ ຫວຽດນາມ ຂໍສະເໜີຕໍ່ຜູ້ຟັງລາຍການໂອ້ລົມສົນທະນາ “ນ້ຳໃຈສາມັກຄີມິດຕະພາບ ຫວຽດ - ລາວ” ເພື່ອທົບທວນຄືນຂະບວນວິວັດແຫ່ງການຮ່ວມມືພັດທະນາລະຫວ່າງ 2 ປະເທດໃນຕະຫລອດໄລຍະ 55 ປີທີ່ຜ່ານມາ, ພ້ອມກັບບັນດາເລືຶ່ອງລາວ, ອະນຸສອນທີ່ເປັນໜ້າຈົດຈຳຂອງພະນັກງານນັກຮົບລຸ້ນຕ່າງໆ ທີ່ເຄີຍມີຄວາມຜູກພັນກັບປະເທດ ລາວ ໃນພາລະກິດປົດປ່ອຍຊາດກ່ອນນີ້ ກໍ່ຄືໃນກິດຈະການສ້າງສາ ແລະ ປົກປັກຮັກສາປະເທດຊາດໃນປະຈຸບັນ.

 

ເຂົ້າຮ່ວມການໂອ້ລົມສົນທະນາໃນມື້ນີ້, ພວກຂ້າພະເຈົ້າຂໍຖືເປັນກຽດແນະນຳ:

         ທ່ານ ບຸນເຫຼືອ ແກ້ວມານີ ເລຂາທີສອງ ສະຖານທູດແຫ່ງ ສປປ ລາວ ປະຈຳ ຫວຽດນາມ

-        ທ່ານ ຕ້າມີນເຈົາ, ຮອງປະທານສູນກາງສະມາຄົມມິດຕະພາບ ຫວຽດນາມ - ລາວ

-        ທ່ານ ພົນຕີ ເຈີນທູ້ ອະດີດທະຫານອາສາສະໝັກ ຫວຽດນາມ ຢູ່ ລາວ

ຂໍສະແດງຄວາມນັບຖື ແລະ ຂອບໃຈບັນດາແຂກຜູ້ທີ່ມີກຽດທີ່ໄດ້ສະຫຼະເວລາມາເຂົ້າຮ່ວມລາຍການຂອງພວກຂ້າພະເຈົ້າມື້ນີ້:

ລາຍການພິ​ເສດ:  ປີມິດຕະພາບ ຫວຽດ​ນາມ-ລາວ 2017 - ảnh 1 ພະນັກງານພາກພາສາລາວ ແລະ ແຂກຖືກເຊີນເຂົ້າຮ່ວມລາຍການ

                                          ສຽງເພງ ສາຍໃຈ ຫວຽດນາມ-ລາວ (ຕອນທ້າຍ)

 ສະບາຍດີທ່ານຜູ້ຟັງ ແລະ ບັນນາທິການພາກພາສາລາວ

ນັກຂ່າວ: ທ່ານຜູ້ຟັງທີ່ເຄົາລົບ! ໃນປະຫວັດສາດແຫ່ງການພົວພັນ ຫວຽດນາມ - ລາວ, ໄລຍະຕໍ່ສູ້ປົດປ່ອຍຊາດ ແມ່ນໄລຍະທີ່ການພົວພັນທາງດ້ານການເມືອງ, ການທູດສະຫວ່າງ ຫວຽດນາມ ແລະ ລາວ ມີບັນດາຈຸດທີ່ເປັນເອກະລັກ, ຍາກທີ່ຈະຫາໄດ້ໃນປະຫວັດສາດແຫ່ງຂະບວນການປະຕິວັດໂລກ. ເພື່ອຕໍ່ສູ້ຕ້ານສັດຕູໂຕດຽວ, ສອງປະເທດໄດ້ສ້າງຕັ້ງກຳລັງທະຫານປະສົມຮ່ວມສຳພັນສູ້ຮົບ ຫວຽດ - ລາວ; ນັບແຕ່ຊຸມປີ 1949 ບັນດານັກຮົບທະຫານອາສາສະໝັກ ຫວຽດນາມ ໄດ້ໄປ ລາວ ຮຽງບ່າຮຽງໄລ່ກັບກຳລັງປະກອບອາວຸດ ລາວ ເພື່ອທຳການຕໍ່ສູ້ຕ້ານສັດຕູໂຕດຽວ ສາຍພູຫລວງປະກອບດ້ວຍສາຍພູຫລວງທາງທິດຕາເວັນອອກ - ສາຍພູຫລວງທາງທິດຕາເວັນຕົກ ໄດ້ກາຍເປັນສັນຍາລັກທີ່ມີຊີວິດຊີວາຂອງສາຍພົວພັນຢ່າງກົມກ່ຽວໜຽວແໜ້ນ “ເຂົ້າເມັດຫັກ, ຜັກເສັ້ນດຽວກໍ່ແບ່ງປັນກິນ” ໃນຊຸມເດືອນປີທີ່ເຕັມໄປດ້ວຍຄວາມລຳບາກກາກກຳແຕ່ສະຫງ່າລາສີ, ພ້ອມກັນປະກອບສ່ວນຢ່າງໃຫຍ່ຫລວງ ເພື່ອຊ່ວຍປະຊາຊົນ ແລະ ບັນດາກຳລັງປະກອບອາວຸດຂອງ 2 ປະເທດ ໄດ້ຮັບຈາກໄຊຊະນະນີ້ໄປສູ່ໄຊຊະນະອື່ນ ຊຶ່ງຍອດສູງແມ່ນມະຫາໄຊລະດູບານໃໝ່ວັນທີ 30 ເມສາ ປີ 1975 ຢູ່ ຫວຽດນາມ ແລະ ໄຊຊະນະວັນທີ 2 ທັນວາ ປີ 1975 ຢູ່ ລາວ.

 ນັກຂ່າວ:  ຂໍຮຽນທ່ານ ເຈີນທູ້, ໂດຍໄດ້ຮູ້ວ່າ ທ່ານເຄີຍເປັນນັກຮົບທີ່ໄດ້ຮຽງບ່າຮຽງໄລ່ພ້ອມກັບກອງທັບປະເທດ ລາວ ໃນຊຸມວັນເດືອນປີທີ່ເຕັມໄປດ້ວຍຄວາມລຳບາກກາກກຳນັ້ນ, ຂໍໃຫ້ທ່ານ ແນະນຳໃຫ້ຜູ້ຟັງ ແລະ ແຂກຜູ້ທີ່ມີກຽດສາມາດເຂົ້າໃຈແຈ້ງກ່ວາ ກ່ຽວກັບນ້ຳໃຈຕໍ່ສູ້, ຄວາມເສຍສະຫຼະເລືອດເນື້ອ ແລະ ການສົມທົບກັນຢ່າງແໜ້ນແຟ້ນລະຫວ່າງທະຫານອາສາສະໝັກ ຫວຽດນາມ ແລະ ກອງທັບປະເທດ ລາວ.

ແຂກຖືກເຊີນ: ໂດຍແມ່ນທະຫານອາສາສະໝັກຫວຽດນາມ ຜູ້ໜຶ່ງ, ຍາມໃດກໍ່ຮຽງບ່າຮຽງໄຫຼ່ພ້ອມກັບກອງທັບປະເທດລາວ ຢູ່ບັນດາສະໜາມຮົບ ລາວ. ຂ້າພະເຈົ້າເຫັນວ່າ, ໃນການສູ້ຮົບຍາດເອົາເອກະລາດ, ການສົມທົບກັນລະຫວ່າງກອງທັບຫວຽດນາມ ແລະ ລາວ ແມ່ນມີຄວາມສຳຄັນຍິ່ງ ແລະ ແມ່ນປັດໄຈພາໄປເຖິງໄຊຊະນະ. ການສູ້ຮົບຖືກດຳເນີນຢູ່ຫຼາຍແຫ່ງໃນປະເທດລາວ, ທະຫານອາສາສະໝັກຫວຽດນາມ ແລະ ກອງທັບປະເທດລາວ ໄດ້ມີການສົມທົບກັນຢ່າງແໜ້ນແຟ້ນ. ຂ້າພະເຈົ້າຂໍເລົ່າເລື່ອງກ່ຽວກັບທະຫານອາສາສະໝັກຫວຽດນາມ ທີ່ໄດ້ສົມທົບກັບກອງທັບລາວ ຢູ່ສະໜາມຮົບ ນ້ຳທ່າ ເມື່ອປີ 1962. ນ້ຳທ່າ ແມ່ນແຫ່ງທີ່ພວກສັດຕູເຕົ້າໂຮມກຳລັງເພື່ອແນໃສ່ທຳລາຍເຂດປົດປ່ອຍຂອງປະຊາຊົນລາວ. ແຜນນະໂຍບາຍຂອງພວກເພື່ອນລາວ ແລະ ທະຫານຫວຽດນາມ ແມ່ນເປີດບັ້ນຮົບປົດປ່ອຍນ້ຳທ່າ, ເພື່ອສ້າງເງື່ອນໄຂສະດວກໃຫ້ກຳລັງປະຕິວັດລາວ ແລະ ນຳກຳລັງຂອງລາວ ໃຫ້ຂຶ້ນສູ່ລະດັບສູງໃໝ່. ໃນຄາວນັ້ນ, ຂ້າພະເຈົ້າເປັນຫົວໜ້າໝວດທະຫານໃນກອງພັນທີ 2, ກອງພົນນ້ອຍ 335, ທະຫານເຂດ 2, ໄດ້ສົມທົບກັບກອງພັນປະເທດລາວ ບຸກໂຈມຕີເຂົ້າ ເມືອງສິງ, ຊິ່ງແມ່ນແນວຫຼັງຂອງບັ້ນຮົບ ນ້ຳທ່າ. 2 ກອງພັນໄດ້ກຳນົດເປົ້າໝາຍຕໍ່ສູ້ ແລະ ຍາດໄດ້ໄຊຊະນະ, ຈາກຂອດການສືບຂ່າວກະກຽມສະໜາມຮົບ, ກຳນົດເປົ້າໝາຍສູ້ຮົບ ແລະ ຍາດເອົາໄຊຊະນະ. ການຕໍ່ສູ້ຢູ່ ເມືອງສິງ ແລະ ການສົມທົບກັນລະຫວ່າງທະຫານອາສາສະໝັກຫວຽດນາມ ແລະ ລາວ ໄດ້ຮັບການປະຕິບັດຢ່າງແໜ້ນແຟ້ນ, ຈັດແບ່ງວຽກງານຢ່າງຈະແຈ້ງ ແລະ ພ້ອມກັນສູ້ຮົບ. ເມື່ອເຂົ້າຮ່ວມການສູ້ຮົບ, 2 ຝ່າຍ ພ້ອມກັນຕັດສິນໃຈຕີໄວ, ຮັບໄຊຊະນະໄວ. ໃນເວລາພຽງ 2 ຊົ່ວໂມງ, ພວກເຮົາໄດ້ປົດປ່ອຍເທດສະບານເມືອງສິງ, ຈັບສັດຕູຫຼາຍຄົນເປັນສະເລີຍເສິກ, ຢຶດອາວຸດໄດ້ຫຼາຍປະເພດ ແລະ ມອບໃຫ້ກອງທັບປະເທດລາວ. ຫຼັງຈາກນັ້ນ, ກອງທັບປະເທດລາວ ໄດ້ຕັ້ງຢູ່ ເມືອງສິງ, ປັບປຸງອຳນາດການປົກຄອງ, ກໍ່ສ້າງຮາກຖານ ແລະ ຮັບປະກັນຊີວິດການເປັນຢູ່ໃຫ້ແກ່ປະຊາຊົນ.

 ນັກຂ່າວ:  ຂໍຮຽນທ່ານ ບຸນເຫຼືອ, ເລຂາທີສອງສະຖານທູດແຫ່ງ ສປປ.ລາວ ປະຈຳ ຫວຽດນາມ, ພາຍຫລັງທີ່ສອງຊາດໄດ້ຕີສັດຕູໂຕດຽວໃຫ້ປະລາໄຊ, ປະເທດຊາດໄດ້ຮັບການປົດປ່ອຍຢ່າງສົມບູນ ແລະ ກ້າວເຂົ້າສູ່ໄລຍະໃຫມ່, ໄລຍະສ້າງສາ ແລະ ປົກປັກຮັກສາປະເທດຊາດ. ນ້ຳໃຈສາມັກຄີ, ຜູກພັນກັນຢ່າງສະໜິດແໜ້ນລະຫວ່າງ 2 ປະເທດ ຫວຽດນາມ - ລາວ ໄດ້ຮັບການເສີມຂະຫຍາຍຄືແນວໃດ ແລະ ບັນລຸໄດ້ບັນດາໝາກຜົນທີ່ພົ້ນເດັ່ນຫຍັງແດ່?

ແຂກຖືກເຊີນ: ເມື່ອຫວນຄືນຄວາມສຳພັນລະຫວ່າງ 2 ປະເທດ ໃນຕະຫຼອດ 55 ປີທີ່ຜ່ານມາ ແລະ 40 ປີແຫ່ງການເຊັນສັນຍາ ມິດຕະພາບ ການຮ່ວມມືລະຫວ່າງ 2 ປະເທດ ລາວ ແລະ ຫວຽດນາມ. ຂ້າພະເຈົ້າມີຄວາມພາກພູມໃຈເມື່ອເຫັນວ່າ: ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ ລາວ - ຫວຽດນາມ ກຳລັງ ແລະ ຈະໄດ້ຮັບການສືບຕໍ່ປັບປຸງ ພັດທະນາຢ່າງກ້ວາງຂວາງ ແທດເໝາະກັບຕົວຈິງ ເຂົ້າໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດໃນການຂະຫຍາຍຕົວຂອງແຕ່ລະປະເທດ. ປະຈຸບັນ ບາດກ້າວເດີນຂອງ 2 ປະເທດພວກເຮົາລ້ວນແຕ່ມີການປະກອບສ່ວນຂອງ 2 ຝ່າຍ, ໃນຄວາມສຳພັນ, ສາມັກຄີພິເສດນັບມື້ນັບໄດ້ຮັບການຜັນຂະຫຍາຍສະໜິດແໜ້ນ ແລະ ແຕກດອກອອກຜົນ, ເນື້ອໃນການຮ່ວມມືນັບມື້ນັບສະໜິດຕິດແທດກັບຕົວຈິງ, ເລິກເຊິ່ງ, ມີປະສິດທິຜົນ ແລະ ເສີມຂະຫຍາຍໃນທຸກໆດ້ານ.

ນັກຂ່າວ:  ທ່ານຜູ້ຟັງທີ່ເຄົາລົບ ແລະ ແຂກຜູ້ທີ່ມີກຽດທີ່ນັບຖື ແລະ ຮັກແພງ, ເພື່ອສາມາດເຂົ້າໃຈແຈ້ງກ່ວາກ່ຽວກັບບັນດາປະກົດການທີ່ມີຊີວິດຊີວາຂອງສາຍພົວພັນສາມັກຄີ ຜູກພັນກັນຢ່າງສະໜູດແໜ້ນລະຫວ່າງ 2 ຊາດ ຫວຽດນາມ - ລາວ ໃນໄລຍະ 55 ປີທີ່ຜ່ານມາ ຂໍເຊີນທ່ານຜູ້ຟັງ ແລະ ແຂກຜູ້ທີ່ມີກຽດ ຮັບຟັງບັນນາທິການຢ້ຽວຮົ່ງ ແລະ ມີງດຶກທົບທວນຄືນບາງຂີດໝາຍທີ່ສຳຄັນໃນຂະບວນວິວັດແຫ່ງການສ້າງຕັ້ງ ແລະ ພັດທະນາສາຍພົວພັນມິດຕະພາບທີ່ບໍລິສຸດຜຸດຜ່ອງ ຫວຽດນາມ - ລາວ.

ບົດຂຽນ: ຂີດໝາຍທີ່ສຳຄັນໃນການພົວພັນລະຫວ່າງຫວຽດນາມ - ລາວ

 (ສຽງດົນຕີ)

ຫວຽດນາມ ແລະ ລາວ ແມ່ນ 2 ປະເທດບ້ານໃກ້ເຮືອນຄຽງ ຖານສະຫາຍອ້າຍນ້ອງພ້ອມກັນຢູ່ໃນແຫຼມ ອິນໂດຈີນ, ມີເສັ້ນສາຍແດນຮ່ວມ, ຮ່ວມແມ່ນ້ຳຂອງ ຮ່ວມສາຍພູຫລວງ. ພັກກອມມູນິດ ຫວຽດນາມ ແລະ ພັກປະຊາຊົນປະຕິວັດ ລາວ ກໍ່ລ້ວນແຕ່ກຳເນີດຈາກພັກກອມມູນິດ ອິນໂດຈີນ ໂດຍທ່ານປະທານ ໂຮ່ຈີມິນ ແລະ ທ່ານປະທານ ໄກສອນ ສ້າງຕັ້ງຂຶ້ນ ແລະ ນຳພາ. ໃນຂະບວນວິວັດແຫ່ງການຕໍ່ສູ້ຕ້ານສັດຕູໂຕດຽວ, ປະຊາຊົນ 2 ປະເທດໄດ້ຮຽງບ່າຮຽງໄລ່ນຳກັນ, ສ້າງບັນດາໜ້າປະຫວັດສາດອັນສະຫງ່າລາສີ ແລະ ພ້ອມກັນສ້າງສາຍພົວພັນສາມັກຄີມິດຕະພາບແບບພິເສດ ຫວຽດນາມ - ລາວ.

- ເດືອນ ກັນຍາ 1962, ຫວຽດນາມ ແລະ ລາວ ໄດ້ສ້າງການພົວພັນທາງການທູດຢ່າງເປັນທາງການ, ອັນໄດ້ເປີດໄລຍະໃໝ່ ໃນປະຫວັດສາດແຫ່ງການພົວພັນລະຫວ່າງ 2 ປະເທດ.

- ເດືອນ ກໍລະກົດ 1977 ສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວ ໄດ້ຮັບການລົງນາມ. ນີ້ແມ່ນພື້ນຖານດ້ານກົດໝາຍຢ່າງໜັກແໜ້ນ ໃຫ້ແກ່ການເພີ່ມທະວີ ແລະ ເປີດກ້ວາງສາຍພົວພັນແບບພິເສດ ຫວຽດນາມ - ລາວ ໃນໄລຍະໃໝ່; ສ້າງພື້ນຖານເພື່ອໃຫ້ 2 ປະເທດຊຸກຍູ້, ລົງນາມໃນຂໍ້ຕົກລົງຮ່ວມມືຫລາຍໆສະບັບໃນໄລຍະຕໍ່ມາ.

- ເດືອນ ມີນາ 1990 ສອງປະເທດ ຫວຽດນາມ - ລາວ ໄດ້ລົງນາມໃນສັນຍາວ່າດ້ວຍລະບຽບການຊາຍແດນ; ດ້ວຍເປົ້າໝາຍສ້າງເສັ້ນຊາຍແດນມິດຕະພາບຍາວນານລະຫວ່າງ 2 ປະເທດ, ປະກອບສ່ວນປ້ອງກັນຄວາມສະຫງົບຢູ່ເຂດຊາຍແດນ, ເພີ່ມທະວີນ້ຳໃຈສາມັກຄີຕໍ່ສູ້ລະຫວ່າງປະຊາຊົນ 2 ປະເທດ ແລະ ສ້າງເງື່ອນໄຂສະດວກໃຫ້ແກ່ປະຊາຊົນດຳລົງຊີວິດຢູ່ລຽບຕາມເສັ້ນຊາຍແດນ.

- ເດືອນ ເມສາ 1994 ສັນຍາຂົນສົ່ງສິນຄ້າຜ່ານແດນລະຫວ່າງ 2 ປະເທດໄດ້ຮັບການລົງນາມ, ແນໃສ່ປັບປຸງ ແລະ ເປີດກ້ວາງການພົວພັນຮ່ວມມືທາງດ້ານເສດຖະກິດການຄ້າໃຫ້ຍິ່ງກ່ວາອີກ, ບົນຫຼັກການສະເໝີພາບຕ່າງຝ່າຍຕ່າງມີຜົນປະໂຫຍດ ແລະ ນ້ຳໃຈສາມັກຄີແບບພິເສດ.

- ເດືອນ ມິຖຸນາ 1995 ສອງປະເທດ ຫວຽດນາມ - ລາວ ໄດ້ລົງນາມໃນສັນຍາຮ່ວມມືທາງດ້ານແຮງງານ ແນໃສ່ຕອບສະໜອງຄວາມຕ້ອງການດ້ານແຮງງານຮັບໃຊ້ແກ່ການພັດທະນາເສດຖະກິດ - ສັງຄົມຂອງແຕ່ລະປະເທດ.

- ເດືອນ ກໍລະກົດ 1998 ສອງປະເທດ ຫວຽດນາມ - ລາວ ໄດ້ລົງນາມໃນບັນດາສັນຍາທີ່ສຳຄັນກ່ຽວກັບການຮ່ວມມືໃນຂົງເຂດພະລັງງານໄຟຟ້າ, ໜູນຊ່ວຍຕຸລາການ, ຕ້ານການຄ້າຂາຍຢາເສບຕິດຢ່າງຜິດກົດໝາຍ.

- ເດືອນ ກໍລະກົດ 2011 ຫວຽດນາມ - ລາວ ໄດ້ລົງນາມໃນສັນຍາສິນເຊື່ອກໍ່ສ້າງເສັ້ນທາງ 18B ແລະ ລະບຽບການນຳໃຊ້ທ່າກ່ຳປັ່ນ ຫວູງອ໋າງ ແນໃສ່ສ້າງເງື່ອນໄຂສະດວກໃຫ້ແກ່ ສປປລາວ ໄດ້ນຳໃຊ້ບັນດາທ່າກ່ຳປັ່ນທະເລຂອງ ຫວຽດນາມ, ພິເສດແມ່ນທ່າກ່ຳປັ່ນ ຫວູງອ໋າງ.

- ເດືອນ ມີນາ 2015 ສັນຍາການຄ້າ ຫວຽດນາມ - ລາວ ໄດ້ຮັບການລົງນາມ (ທົດແທນສັນຍາການຄ້າລະຫວ່າງ 2 ປະເທດປີ 1998) ແນໃສ່ສ້າງກອບກົດໝາຍໃຫ້ແກ່ການພົວພັນດ້ານການຄ້າລະຫວ່າງ 2 ປະເທດ, ສ້າງເງື່ອນໄຂດີທີ່ສຸດໃຫ້ແກ່ການນຳເຂົ້າ ແລະ ສົ່ງອອກສິນຄ້າ ແລະ ການບໍລິການລະຫວ່າງ 2 ປະເທດ.

- ຫລັງຈາກນັ້ນ ຮອດເດືອນມິຖຸນາ 2015, 2 ປະເທດສືບຕໍ່ລົງນາມໃນສັນຍາການຄ້າຊາຍແດນ ເພື່ອສະຫງວນບຸລິມະສິດພິເສດທາງດ້ານທຶນຮອນໃຫ້ແກ່ກັນ ຊຶ່ງບໍ່ເຄີຍນຳໃຊ້ກັບບໍ່ວ່າປະເທດໃດໆໃນໂລກ.

ນອກຈາກນັ້ນ 2 ຝ່າຍຍັງໄດ້ລົງນາມໃນສັນຍາຮ່ວມມືອີກຈຳນວນໜຶ່ງ: ກ່ຽວກັບການທ່ອງທ່ຽວ, ການບິນ, ກົນໄກຮ່ວມກ່ຽວກັບການຮ່ວມມືເສດຖະກິດ, ວັດທະນະທຳ, ວິທະຍາສາດເຕັກນິກ, ກົນໄກຊຳລະ, ກົນໄກກໍ່ສ້າງພະນັກງານ, ກົນໄກຄຸ້ມຄອງການຄ້າ, ທ່ອງທ່ຽວ, ຂໍ້ຕົກລົງກ່ຽວກັບການຮ່ວມມືດ້ານຊ່ຽວຊານ, ຂໍ້ຕົກລົງກ່ຽວກັບການຄຸ້ມຄອງພາສີອາກອນສຳລັບສິນຄ້າ ແລະ ຍານພາຫະນະຜ່ານແດນ ແລະ ສົມທົບກັນຕ້ານການຄ້າຂາຍເຖື່ອນຢູ່ເຂດຊາຍແດນ 2 ປະເທດ, ຂໍ້ຕົກລົງຮ່ວມມືລະຫວ່າງກະຊວງການເງິນ ລາວ ແລະ ກົມໃຫຍ່ພາສີ ຫວຽດນາມ, ແລະ ຂໍ້ຕົກລົງຮ່ວມມືໃນຂົງເຂດອື່ນໆອີກຫລາຍສະບັບ.

ສຽງດົນຕີ

ນັກຂ່າວ: ທ່ານຜູ້ຟັງທີ່ເຄົາລົບ. ໜຶ່ງໃນບັນດາປັດໃຈທີ່ສຳຄັນ ເພື່ອສ້າງສາຍພົວພັນມິດຕະພາບແບບພິເສດ ຫວຽດນາມ - ລາວ, ນັ້ນແມ່ນນ້ຳໃຈສາມັກຄີລະຫວ່າງປະຊາຊົນ 2 ປະເທດ. ໃນຊຸມເດືອນປີແຫ່ງການຕໍ່ສູ້ເພື່ອພາລະກິດເອກະລາດ, ອິດສະຫຼະພາບ ແລະ ສ້າງສາປະເທດຊາດ, ບົນຈິດໃຈ “ຊ່ວຍເພື່ອນແມ່ນຊ່ວຍຕົນເອງ”, ທະຫານອາສາສະໝັກ ຫວຽດນາມ ຍາມໃດກໍ່ສັດຊື່ບໍລິສຸດຮຽງບ່າຮຽງໄລ່ພ້ອມກັບປະຊາຊົນ ລາວ ບັນດາເຜົ່າ ກ້າວຂຶ້ນຢ່າງໝັ້ນຄົງຜ່ານຜ່າສິ່ງທ້າທາຍຄວາມຫຍຸ້ງຍາກນາໆປະການ ປະກອບສ່ວນປັບປຸງ ແລະ ພັດທະນານ້ຳໃຈມິດຕະພາບລະຫວ່າງ 2 ຊາດ ອ້າຍນ້ອງ. ຂໍເຊີນທ່ານຜູ້ຟັງຮັບຟັງແຂກຜູ້ທີ່ມີກຽດເລົ່າຄືນສູ່ຟັງບັນດາເລື່ອງລາວ, ອະນຸສອນທີ່ຍາກທີ່ຈະຫລົງລືມໄດ້ໃນຊຸມວັນເດືອນປີພ້ອມກັບກອງທັບ ແລະ ປະຊາຊົນ ລາວ ທຳການຕໍ່ສູ້ຕ້ານສັດຕູໂຕດຽວ.

   ນັກຂ່າວ: ຂໍຮຽນທ່ານທູ້! ໃນຊຸມວັນເດືອນປີທີ່ໄດ້ຮ່ວມສຸກຮ່ວມທຸກກັບກອງທັບ ແລະ ປະຊຊົນລາວນັ້ນ, ແນ່ນອນວ່າ ທ່ານຄືຈະມີເລື່ອງລາວທີ່ໜ້າຕື້ນຕັນໃຈກ່ຽວກັບອາລົມຈິດ, ຄວາມຜູກພັນກັນຢ່າງສະໜິດສະໜົມລະຫວ່າງບັນດານັກຮົບທະຫານອາສາສະໝັກຫວຽດນາມກັບກອງທັບ ແລະ ປະຊາຊົນລາວ. ຂໍໃຫ້ທ່ານເລົ່າສູ່ຟັງບາງເລື່ອງລາວກ່ຽວກັບຊຸມວັນເດືອນປີທີ່ບໍ່ອາດຫລົງລືມໄດ້ນັ້ນ ໄດ້ບໍ່ ?

ແຂກຖືກເຊີນ: ໃນການເຄື່ອນໄຫວສູ້ຮົບຮ່ວມຂຸມຄອງດຽວ ກັບກອງທັບປະເທດລາວ, ມີເລື່ອງລາວຫຼາຍເລື່ອງເປັນໜ້າຕື້ນຕັນໃຈ ລະຫວ່າງທະຫານອາສາສະໝັກ ຫວຽດນາມ ແລະ ກອງທັບປະເທດລາວ. ໃນນັ້ນກໍ່ມີເລື່ອງລາວກ່ຽວກັບອາລົມຈິດສະຫນິດຕິດພັນລະຫວ່າງທະຫານຫວຽດນາມ ແລະ ປາຊາຊົນລາວ. ຂ້າພະເຈົ້າຮູ້ເລື່ອງລາວກ່ຽວກັບ ແມ່ຕູ້ລາວຄົນໜຶ່ງເປັນລ່ອຍ, ຍ່າງບໍ່ໄດ້, ບໍ່ມີພີ່ນ້ອງເບິ່ງແຍງດູແລເລີຍ. ນັ້ນແມ່ນເລື່ອງລາວຂອງພັນເອກ ໂດ໋ແທງຈີ໋, ຮອງຫົວໜ້າ, ເສນາທິການໃຫຍ່ກອງພັນໃຫຍ່ 174, ກອງພົນ 316, ທະຫານເຂດ 2 ໄດ້ເຂົ້າຮ່ວມການສູ້ຮົບຢູ່ທົ່ງໄຫຫີນ ຊຽງຂວາງ, ປີ 1969, ການສູ້ຮົບພວມໃນໄລຍະດຸເດືອດທີ່ສຸດ. ພາຍຫຼັງທີ່ໄດ້ຢືດຄອງບັນດາຖານທີ່ໝັ້ນ, ສັດຕູໄດ້ເລີ່ມດຳເນີນການກວາດລ້າງໝູ່ບ້ານຕ່າງໆ, ປະຊາຊົນຕ້ອງຍົກຍ້າຍໄປບ່ອນອື່ນ, ມີປະຊາຊົນບາງຄົນໄດ້ລາຍງານຕໍ່ກອງພັນໃຫຍ່ 174, ກອງພົນ 316, ທະຫານເຂດ 2 ກ່ຽວກັບສະພາບການຂອງບັນດາຜູ້ຍົກຍ້າຍທີ່ປະສົບກັບຄວາມຫຍຸ້ງຍາກ ແລະ ອັນຕະລາຍທີ່ສຸດ. ຜູ້ບັນຊາການກອງພັນໃຫຍ່ 174 ໄດ້ສ້າງຕັ້ງ 10 ກອງ, ແຕ່ລະກອງມີທະຫານ 10 ຄົນຖືອາວຸດຕາມໂຕພ້ອມສູ້ຮົບ, ພ້ອມກັບເຂົ້າສານ, ຢຸກຢາເພື່ອໄປຊ່ວຍເຫຼືອປະຊາຊົນ, ປິ່ນປົ່ວໃຫ້ຄົນເຈັບ, ແຈກຢາຍຢຸກຢາໃຫ້ປະຊາຊົນພວມເຈັບເປັນ. ມີກໍລະນີໜຶ່ງທີ່ພິເສດ ນັ້ນແມ່ນແມ່ຕູ້ລາວຄົນໜຶ່ງເປັນລ່ອຍຍ່າງບໍ່ໄດ້ ແລະ ແມ່ຕູ້ນີ້ມີລູກຜູ້ໜຶ່ງໄດ້ເຂົ້າຮ່ວມກອງທັບປະເທດລາວ. ແຕ່ຖືກເສຍສະຫຼະຊີວິດແລ້ວ, ບໍ່ມີພີ່ນ້ອງເບິ່ງແຍງດູແລ, ມີແຕ່ອາໄສການຊ່ວຍເຫຼືອຂອງປະຊາຊົນໃນບ້ານ. ຕໍ່ໜ້າສະພາບການນັ້ນ, ສະຫາຍ ຈີ໋, ຫົວໜ້າຜູ້ບັນຊາການ ກອງທັບໃຫຍ່ 174 ໄດ້ອອກຄຳສັ່ງຈະສົ່ງແມ່ມາດູແລຢູ່ກົມກອງ. ໃນຕະຫຼອດເວລາ 4 ປີ ທີ່ກອງພັນໃຫຍ່ເຄື່ອນໄຫວສູ້ຮົບນັ້ນ, ໄປໃສກອງພັນໃຫຍ່ກໍຫາມແມ່ໄປນຳ. ຮອດທ້າຍປີ 1972, ສຸຂະພາບຂອງແມ່ກໍຄ່ອຍດີຂຶ້ນ ແລະ ສາມາດຍ່າງໄປມາໄດ້ ແລະ ສາມາດຮຽນພາສາຫວຽດນາມໄດ້. ປີ 1973, ເມື່ອສັນຍາ ປາຣີໄດ້ຮັບການລົງນາມນັ້ນ, ທະຫານ ອາເມລິກາ ກັບເມືອປະເທດ, ກອງພັນໃຫຍ່ກໍ່ດຳເນີນການພົບປະກັບອຳນາດການປົກຄອງ ແລະ ມອບສົ່ງແມ່ໃຫ້ອຳນາດການປົກຄອງທ້ອງຖິ່ນ.  ຫຼາຍຄົນໄດ້ເວົ້າວ່າ, ມີພຽງທະຫານອາສາສະໝັກຫວຽດນາມ ຈຶ່ງນັບຖືແມ່ຄືແມ່ຄີງຂອງຕົນ ເພື່ອເບິ່ງແຍງດູແລ, ປິ່ນປົ່ວພະຍາດໃຫ້ແມ່ໃນຕະຫຼອດເວລາ 4 ປີ.

 ນັກຂ່າວ: ຂໍຮຽນທ່ານເຈົາ, ໂດຍຜ່ານໄລຍະເວລາກວ່າ 4 ປີທີ່ປະຕິບັດງານຢູ່ລາວໃນຖານະຕຳແໜ່ງເປັນເອກອັກຄະລັດຖະທູດ, ທ່ານໄດ້ເຄີຍລົງຢ້ຽມຢາມ ແລະ ເຮັດວຽກຢູ່ທ້ອງຖິ່ນຫລາຍແຫ່ງຂອງລາວ ແລະ ໄດ້ພົບປະກັບພໍ່ແມ່ພີ່ນ້ອງຊາວລາວຫລາຍຄົນ. ຂໍທ່ານໃຫ້ຮູ້ວ່າ ສິ່ງໃດທີ່ເຮັດໃຫ້ທ່ານມີຄວາມປະທັບໃຈກວ່າໝູ່ກ່ຽວກັບປະເທດຊາດ ແລະ ປະຊາຊົນລາວບັນດາເຜົ່າ ?

ແຂກຖືກເຊີນ: ໃນຕະຫລອດໄລຍະເກືອບ 4 ປີ ທີ່ຂ້າພະເຈົ້າເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສສ.ຫວຽດນາມ ປະຈຳ ສປປ.ລາວ, ຂ້າພະເຈົ້າໄດ້ໄປທົ່ວທຸກແຂວງ, ນະຄອນຂອງປະເທດ ລາວ, ມີບັນດາແຂວງທີ່ຂ້າພະເຈົ້າໄດ້ໄປຢ້ຽມຢາມກ່ວາ 10 ຄັ້ງ. ຜ່ານການຢ້ຽມຢາມ ແລະ ເຮັດວຽກຄັ້ງຕ່າງໆ ນັ້ນ ໄດ້ເປັນອະນຸສອນຫລາຍຢ່າງທີ່ໜ້າຈົດຈຳກ່ຽວກັບການພົວພັນ ຫວຽດນາມ - ລາວ, ພວກຂ້າພະເຈົ້າມີຄວາມຕື້ນຕັນໃຈຕໍ່ອາລົມຈິດຂອງປະຊາຊົນ ລາວ ບັນດາເຜົ່າ ທີ່ສະຫງວນໃຫ້ພວກຂ້າພະເຈົ້າ. ອະນຸສອນນັ້ນ ແມ່ນບັນດາອະນຸສອນ ຊຶ່ງຂ້າພະເຈົ້າຄິດວ່າ ມັນແມ່ນບັນດາພະຍານຫຼັກຖານປະຫວັດສາດທີ່ອຸດົມສົມບຸນ ເພື່ອສະແດງໃຫ້ເຫັນສາຍພົວພັນ ຫວຽດນາມ - ລາວ ແມ່ນພິເສດ ແລະ ຫາຍາກ. ຍົກຕົວຢ່າງຄື ເລື່ອງລາວ, ເມື່ອຂ້າພະເຈົ້າລົງໄປປະຕິບັດງານຢູ່ແຂວງ ເຊກອງ, ພວກຂ້າພະເຈົ້າໄດ້ຮັບຟັງເລື່ອງລາວທີ່ເປັນໜ້າຕື້ນຕັນໃຈ, ໃນຊຸມປີທຳການຕໍ່ຕ້ານ, ບັນດາກົມກອງຂອງທະຫານອາສາສະໝັກ ຫວຽດນາມ ໄດ້ຕັ້ງທັບຢູ່ ເຊກອງ, ມີທະຫານ ຫວຽດນາມ ຄົນໜຶ່ງຖືກເຈັບໜັກ, ຖືກໄຂ້ຍຸງ ແລະ ຍາກທີ່ຜ່ານຜ່າອາການຮຸນແຮງໄດ້. ໃນຄາວລຳບາກກາກກຳນັ້ນ, ມີແມ່ຍິງລາວຜູ້ໜຶ່ງຫາກໍ່ເກີດລູກ, ໄດ້ເອົານ້ຳນົມຂອງຕົນເພື່ອກູ້ຊ່ວຍຊີວິດອ້າຍທະຫານ ຫວຽດນາມ ຄົນນັ້ນ ແລະ ພາຍຫລັງເຊົາເຈັບ ອ້າຍທະຫານຄົນນັ້ນ ສືບຕໍ່ເຂົ້າຮ່ວມການສູ້ຮົບ. ຜ່ານບັນດາເລື່ອງລາວລະອຽດ ພວກເຮົາເຫັນວ່າ ການພົວພັນລະຫວ່າງ ຫວຽດນາມ - ລາວ ສະໜິດຕິດພັນກັນຄືແນວໃດ, 2 ຝ່າຍໄດ້ຊ່ວຍເຫຼືອກັນ ແລະ ຮຽງບ່າຮຽງໄລ່ກັນຄືແນວໃດ, ພ້ອມກັນເສຍສະຫຼະເລືອດເນື້ອຂອງຕົນ, ໃນນັ້ນ ຫວຽດນາມ ໄດ້ຊ່ວຍ ລາວ ຫລາຍຢ່າງ, ແຕ່ປະຊາຊົນ ລາວ ກໍ່ຖືກເສຍສະຫຼະບົນເສັ້ນທາງສາຍພູຫລວງ ຍ້ອນ ອາເມລິກາຖີ້ມລະເບີດທຳລາຍ ເພື່ອໃຫ້ພວກເຮົາມີເສັ້ນທາງສາຍພູຫລວງທາງທິດຕາເວັນຕົກ, ອັນໄດ້ພາໄປເຖິງໄຊຊະນະປີ 1975.

 ນັກຂ່າວ: ໃນປະຫວັດສາດແຫ່ງການພົວພັນລະຫວ່າງຫວຽດນາມ-ລາວ, ທະຫານອາສາສະໝັກຫວຽດນາມມີບົດບາດສຳຄັນໃນພາລະກິດປົດປ່ອຍຊາດ, ເຂົາເຈົ້າແມ່ນບັນດາຜູ້ທີ່ໄດ້ຍອມເສຍສະຫຼະເລືອດເນື້ອຂອງຕົນເພື່ອພ້ອມກັບກອງທັບປະເທດລາວນຳມາເຊິ່ງເອກະລາດ, ເສລີພາບໃຫ້ແກ່ປະເທດລາວ. ເຖິງວ່າໃນວັນນີ້, ມີທະຫານຫວຽດນາມຫລາຍຄົນໄດ້ເສຍສະຫຼະຊີວິດແລ້ວກໍຕາມ, ແຕ່ຮູບພາບກ່ຽວກັບເພື່ອນຮ່ວມກົມກອງ ແລະ ຄວາມຊົງຈຳກ່ຽວກັບຊຸມວັນເດືອນປີແຫ່ງການຕໍ່ສູ້ດ້ວຍຄວາມລຳບາກກາກກຳຢູ່ດິນແດນລາວ ຍາກທີ່ຈະຈືດຈາງໃນຄວາມຊົງຈຳຂອງບັນດາທະຫານອາສາສະໝັກເມື່ອກ່ອນນີ້. ຂໍເຊີນທ່ານຜູ້ຟັງ ແລະ ແຂກຜູ້ທີ່ມີກຽດຕິດຕາມຮັບຟັງບົດສາລະຄະດີຂອງບັນນາທິການ ຢ້ຽວຮົ່ງ ໂດຍ ຫງວຽນຮ່ວາຍສະເຫນີ.

           ບົດ: ຄວາມຊົງຈຳຂອງບັນດາທະຫານອາສາສະໝັກຫວຽດນາມຍາກທີ່ຫຼົງລືມໄດ້

          ສຽງເປີດປະຕູ, ສຽງສະບາຍດີ

ຕ້ອນຮັບຂ້າພະເຈົ້າດ້ວຍຮອຍຍິ້ມຂອງຄົນໃຈດີ, ນຸ່ງຊຸດໂສ້ງເສື້ອເກົ່າໆທີ່ຕາຍສີແລ້ວ, ລຸງ ຫງວຽນວັນຫຍາ, ອາດີດເປັນອ້າຍຄູ ແລະ ນັກຮົບກໍ່ຍັງແຂງແຮງຢູ່, ເຖິງວ່າອາຍຸໄດ້ 70 ກ່ວາປີແລ້ວກໍ່ຕາມ. ລຸງໄດ້້ເຫຍັ້ນນ້ຳຊາໃສ່ຈອກ ເຊີນຂ້າພະເຈົ້າດື່ມ ແລະ ເລີ່ມເລົ່າເລື່ອງໃຫ້ຂ້າພະເຈົ້າຟັງ.

       ສຽງຢາດນ້ຳຊາ, ເຊີນກິນນ້ຳ

ຈັບຈອກຊາ, ດື່ມຄຳໜຶ່ງ, ນັກຮົບເກົ່າຢູ່ສະໜາມຮົບ ພາກກາງລາວ ໄດ້ເຕື້ອງເຖິງບັນດາອະນຸສອນໃນເມື່ອກ່ອນ, ບັນດາອະນຸສອນຄືດັ່ງໄດ້ຝັງເລິກໃນຄວາມຈົງຈຳຕະຫຼອດໄປ. ກາງປີ 1972, ຈາກອ້າຍຄູ ສອນວິຊາປະຫວັດສາດຢູ່ໂຮງຮຽນມັດທະຍົມຕອນປາຍ ເຕີນຈ໋າວ (ເທດສະບານ ຕວຽນກວາງ ໃນເມື່ອກ່ອນ), ອ້າຍບ່າວ ຫງວຽນວັນຫຍາ, ອາຍຸ 28 ປີໄດ້ເຂົ້າຖັນແຖວທະຫານ. ລາວໄດ້ເຂົ້າຮ່ວມການຝຶກແອບໃຫ້ທະຫານໃໝ່ເປັນເວລາ 3 ເດືອນ, ຫຼັງຈາກນັ້ນ ກົມກອງຂອງລາວໄດ້ເລີ່ມເຄື່ອນທັບ. ພາຍຫຼັງ 30 ວັນ ແລະ ຄືນ ແຫ່ງການເຄື່ອນທັບທີ່ປະສົບກັບຄວາມຫຍຸ້ງຍາກລຳບາກຫຼາຍຢ່າງ, ກອງພັນນ້ອຍທະຫານໃໝ່ 66 ກໍ່ໄດ້ໄປເຖິງສະຖານທີ່ຕັ້ງທັບຢູ່ທົ່ງໄຫຫີນ - ຊຽງຂວາງ. ຫງວຽນວັນຫຍາ ພ້ອມກັບເພື່ອນຮ່ວມກົມກອງຂອງຕົນມີຄວາມພາກພູມໃຈເມື່ອໄດ້ຮັບໜ້າທີ່ໃຫມ່ - ນັກຮົບຂັບລົດຖັງ:

          “ຄາວນັ້ນ, ພວກຂ້າພະເຈົ້າດຳເນີນການສູ້ຮົບໃນໄລຍະສົງຄາມຢ່າງດຸເດືອດທີ່ສຸດ ເພື່ອຕ້ານຄືນພວກກອງປຸ້ນປະຕິການ ວາງປາວ. ຕອນທ່ຽງວັນທີ  14 ກັນຍາ 1973, ໃນເວລາພຽງ 5 ນາທີເທົ່ານັ້ນ ມີເພື່ອນຮ່ວມກົມກອງ ຂອງຂ້າພະເຈົ້າ 36 ຄົນ ໄດ້ເສຍສະຫຼະຊີວິດພາຍຫຼັງບັ້ນຖິ້ມລະເບີດຂອງເຮືອບິນ ອາເມລິກາ. ຫຼັງຈາກນັ້ນ, ພວກຂ້າພະເຈົ້າພ້ອມກັບປະຊາຊົນ, ທະຫານລາວ ໄດ້ຈັດຕັ້ງພິທີໄຫວ້ອາໄລ. ປະຊາຊົນລາວ ໄດ້ຊ່ວຍພວກຂ້າພະເຈົ້າຝັງສົບບັນດາເພື່ອນຮ່ວມກົມກອງທີ່ຫາກໍ່ເສຍສະຫຼະຊີວິດ, ຫຼັງຈາກນັ້ນ ເຂົາເຈົ້າໄດ້ຖະຫວາຍດ້ວຍດອກໄມ້ ຫາກບໍ່ມີພວງມາລາຄືປະຈຸບັນ. ບັນດາຮູບພາບເຫລົ່ານັ້ນ ໄດ້ຝັງເລິກໃນໃຈຂອງຂ້າພະເຈົ້າ”

          ຮອດທ້າຍປີ 1973, ອ້າຍທະຫານ ຫງວຽນວັນຫຍາ ຖືກຮັບບາດເຈັບ ດັ່ງນັ້ນຕ້ອງສົ່ງໄປແນວຫຼັງ. ເມື່ອສົງຄາມສິ້ນສຸດລົງ, ອ້າຍໄດ້ເຮັດວຽກຢູ່ສະຖາບັນປະຫວັດສາດການທະຫານ ຫວຽດນາມ ແລະ ທ້າຍປີ 1996, ນັກຮົບເກົ່າຜູ້ນັ້ນ ມີໂອກາດໄປລາວ, ປະຕິບັດໜ້າທີ່ເປັນນັກຊ່ຽວຊານດ້ານການທະຫານໃຫ້ແກ່ກະຊວງປ້ອງກັນປະເທດລາວ ກ່ຽວກັບສິລະປະການທະຫານ. ໃນຊ່ວງເວລານັ້ນ, ລຸງໄດ້ໄປຫຼາຍແຫ່ງ ແລະ ພິເສດແມ່ນໄດ້ກັບຄືນຢ້ຽມຢາມສະໜາມຮົບເກົ່າ, ບ່ອນທີ່ມີອະນຸສອນຫຼາຍຢ່າງ:

          “ເມື່ອອ້າຍເອື້ອຍນ້ອງທະຫານສະແດງສິລະປະ, ພໍ່ແມ່ພີ່ນ້ອງຊາວລາວ ໄດ້ພາກັນມາຊົມເປັນຈຳນວນຫຼວງຫຼາຍ ແລະ ຊົມເຊີຍຢ່າງສຸດໃຈ ເຮັດໃຫ້ພວກຂ້າພະເຈົ້າມີຄວາມຕື້ນຕັນໃຈຫຼາຍ. ພາຍຫຼັງການສະແດງນັ້ນ, ມີແມ່ຍິງຜູ້ໜຶ່ງ ໄດ້ເວົ້າວ່າ “ແມ່ເຊີນພວກລູກມາກິນເຂົ້າກັບ ປາແດກແດ່”, ແຕ່ແມ່ ອາຍຸ 42 ປີ, ສ່ວນຂ້າພະເຈົ້າອາຍຸ 45 ປີ. ນັ້ນແມ່ນບັນດານ້ຳໃຈທີ່ບໍລິສຸດຜຸດຜ່ອງ, ຍາມໃດເຂົາເຈົ້າກໍ່ຄິດວ່າ ທະຫານ ຫວຽດນາມ ຄືດັ່ງລູກຫຼານໃນຄອບຄົວຂອງຕົນ, ຄອບຄົວມີຫຍັງກໍ່ເຊີນມາກິນດ້ວຍຄວາມຈິງໃຈ.”

ສຽງດົນຕີໃນການສະແດງສິລະປະຂອງບັນດາອະດີດທະຫານ ອາສາສະໝັກ ຫວຽດນາມ ຢູ່ລາວ

          ກໍ່ມີອາຍຸເທົ່າກັນກັບລຸງຫຍາ, ລຸງ ຮ່າດິ່ງລວານ, ອະດີດທະຫານພິເສດຂອງທະຫານເຂດ ໄຕບັກ, ເຄີຍເຂົ້າຮ່ວມການສູ້ຮົບຢູ່ສະໜາມຮົບພາກເໜືອ, ພາກກາງລາວ ເປັນເວລາ 12 ປີ. ປະຈຸບັນ, ເຖິງວ່າຜົມງອກເກືອບທັງໝົດແລ້ວກໍ່ຕາມແຕ່ສຽງເວົ້າຂອງນັກຮົບເກົ່າອາຍຸກ່ວາ 70 ປີຍັງແຂງແຮງຢູ່. ແວວຕາຂອງເພີ່ນໃສແຈ້ງເມື່ອເລົ່າຄືນກ່ຽວກັບໄລຍະເວລາເຂົ້າຮ່ວມການສູ້ຮົບເພື່ອບຸກໂຈມຕີພວກກອງປຸ້ນ ໂຕງເຊີ ໃນທ້າຍປີ 1965, ຕົ້ນປີ 1966:

          “ການສູ້ຮົບນັ້ນໄດ້ປະຕິບັດຢູ່ຈອມພູສູງ 1.500 ແມັດ. ເງື່ອນໄຂການສູ້ຮົບໄດ້ປະສົບກັບຄວາມຫຍຸ້ງຍາກຫຼາຍ, ເມື່ອທະຫານຂອງພວກເຮົາໄປລາດຕະເວນສອບແນມຕ້ອງມີທະຫານ ລາວ ໄປນຳຈຶ່ງສາມາດປະຕິບັດສຳເລັດໄດ້. ເຖິງວ່າປະສົບກັບຄວາມຫຍຸ້ງຍາກທຸກໆດ້ານແຕ່ຍາມໃດກໍ່ແບ່ງປັນກິນ, ນັ້ນແມ່ນບັນດານ້ຳໃຈອົບອຸ່ນທີ່ສຸດ. ມີຄັ້ງໜຶ່ງ, ຂ້າພະເຈົ້າ ແລະ ທະຫານລາວ ໄດ້ແບກຫາບເພື່ອນຮ່ວມກົມກອງຂອງຕົນ ແຕ່ຕ້ອງເສຍເວລາ 4 ວັນຈຶ່ງໄປຮອດບ້ານທີ່ໃກ້ສຸດ ເພື່ອປິ່ນປົວຢ່າງທັນການໃຫ້ເພື່ອນຮ່ວມກົມກອງ. ຖ້າວ່າ, 2 ຝ່າຍບໍ່ຊ່ວຍເຫຼືອກັນໃນທຸກສະພາບການ ຈະເຮັດແນວໃດຍາດເອົາໄຊຊະນະໄດ້, ເຮັດແນວໃດຈະມີສັນຕິພາບຄືໃນທຸກວັນນີ້ໄດ້”

          ພາຍຫຼັງປົດປ່ອຍ, ລຸງລວານ ໄດ້ເຮັດວຽກຢູ່ກອງບັນຊາການທະຫານພິເສດຮອດປີ 2006 ໄດ້ພັກກິນເບ້ຍບຳນານ ແຕ່ດ້ວຍຄວາມສຸດຈິດສຸດໃຈ ແລະ ນ້ຳໃຈຮັກແພງຕໍ່ປະເທດລ້ານຊ້າງ, ລຸງໄດ້ພ້ອມກັບເພື່ອນຮ່ວມກົມກອງຍັງສືບຕໍ່ເຂົ້າຮ່ວມບັນດາການເຄື່ອນໄຫວ ເພື່ອປະກອບສ່ວນເພີ່ມພູນຄູນສ້າງນ້ຳໃຈສາມັກຄີ ຫວຽດນາມ -ລາວ.

          “ຂ້າພະເຈົ້າກໍ່ເຄີຍສະແດງສິລະປະຢູ່ລາວ ເພື່ອຮັບໃຊ້ປະຊາຊົນຢູ່ທີ່ນີ້. ກ່ອນນີ້ 2, 3 ປີ, ຂ້າພະເຈົ້າໄດ້ໄປຢ້ຽມຢາມສະໜາມຮົບເກົ່າຢູ່ຊຽງຂວາງ, ຖຳ້ຫີນ - ເຊິ່ງແມ່ນບ່ອນທີ່ກອງບັນຊາການທະຫານຕັ້ງທັບໃນເມື່ອກ່ອນ. ເມື່ອໄປຮອດແຫ່ງນີ້, ພວກຂ້າພະເຈົ້າໄດ້ຮັບການຕ້ອນຮັບຢ່າງສຸດຈິດສຸດໃຈຂອງປະຊາຊົນລາວ ບັນດາເຜົ່າ. ພວກຂ້າພະເຈົ້າຮູ້ສຶກວ່າຄືດັ່ງໄດ້ກັບເມືອບ້ານ, ພໍ່ແມ່ປະຊາຊົນໄດ້ເອີ້ນພວກຂ້າພະເຈົ້າວ່າ “ທະຫານ ຫວຽດ”.”

ສຽງເພງ ສາຍພູຫຼວງຕາເວັນອອກ, ສາຍພູຫຼວງຕາເວັນຕົກ

          ປະຈຸບັນ, ບັນດານັກຮົບເກົ່າທີ່ໄດ້ກັບເມືອຈາກສະໜາມຮົບທາງພາກເໜືອ, ພາກກາງລາວ ຍັງຈັດເວລາເພື່ອໄດ້ເຕົ້າໂຮມກັນປີລະເທື່ອ. ເຂົາເຈົ້າໄດ້ພ້ອມກັນຊົມບັນດາຮູບຖ່າຍເກົ່າ ແລະ ເລົ່າໃຫ້ກັນຟັງບັນດາເລື່ອງລາວໄລຍະສົງຄາມ. ເຖິງວ່າ, ບາງຄົນມີໜ້າຢູ່ໃນຮູບໄດ້ເຖິງແກ່ມໍລະນະກຳແລ້ວກໍ່ຕາມ ແຕ່ບັນດາອະນຸສອນຈະຍັງຍືນຍົງຄົງຕົວກັບການເວລາຕະຫຼອດໄປ.

ສຽງເພງ ສາຍພູຫຼວງຕາເວັນອອກ, ສາຍພູຫຼວງຕາເວັນຕົກ(ຕອນທ້າຍ)

  ນັກຂ່າວ: ການພົວພັນຮ່ວມມື ລະຫວ່າງ ຫວຽດນາມ ລາວ ບໍ່ພຽງແຕ່ສະຫນິດຕິດພັນໃນແນວຮົບຕໍ່ສູ້ປົດປ່ອຍຊາດເທົ່ານັ້ນ, ຫາກໃນກິດຈະການປ່ຽນແປງໃຫມ່ ແລະ ສ້າງສາປະເທດສາດ, ສອງຝ່າຍຍາມໃດກໍ່ມີຄວາມເອົາໃຈໃສ່, ຫນູນຊ່ວຍເຊິ່ງກັນ ແລະກັນ ໃນທຸກຂົງເຂດ ເພື່ອບັນລຸໝາກຜົນຫລາຍຢ່າງທີ່ໃຫຍ່ຫລວງ  ແລະ ມີຄວາມໝາຍປະຫວັດສາດອີກດ້ວຍ.

 ນັກຂ່າວ: ຂໍຮຽນທ່ານ ບຸນເຫລືອ,  ໝາກຜົນການຮ່ວມມືລະຫວ່າງຫວຽດນາມ ແລະ ລາວ, ລາວ - ຫວຽດນາມ ໃນ 55 ປີຜ່ານມາໄດ້ນຳມາເຊິ່ງຜົນປະໂຫຍດໃດແດ່ໃຫ້ແກ່ແຕ່ລະປະເທດ.

ແຂກຖືກເຊີນ: ສາຍພົວພັນທີ່ເປັນມູນເຊື້ອ ຫວຽດນາມ - ລາວ, ລາວ -  ຫວຽດນາມ ມາເຖິງປະຈຸບັນ ການພົວພັນດັ່ງກ່າວນີ້ໄດ້ຂະຫຍາຍຕົວເຂົ້າສູ່ລວງເລິກ ແລະ ມີຄຸນນະພາບໃໝ່. ການປ່ຽນແປງລະຫວ່າງ 2 ປະເທດມີທ່າອ່ຽງເພີ່ມຂຶ້ນຫຼາຍ ມີສະພາບອັນໃໝ່ໂດຍສະເພາະດ້ານການເມືອງ, ຄວາມໝັ້ນຄົງ, ເສດຖະກິດ, ການຄ້າ, ການລົງທຶນລະຫວ່າງ 2 ປະເທດ ກໍ່ຄືການພົວພັນຮ່ວມມື 2 ຝ່າຍໃນເວທີ ສາກົນ ແລະ ພາກພື້ນນັບມື້ນັບແໜ້ນແຟ້ນ.

 ນັກຂ່າວ: ຕາມທ່ານແລ້ວ, ບັນດາຜົນງານທີ່ບັນລຸໄດ້ໃນການພົວພັນຮ່ວມມືລະຫວ່າງສອງປະເທດ ຫວຽດນາມ ແລະ ລາວ ແມ່ນໄດ້ສົມກັບສາຍພົວພັນແບບພິເສດ ແລະ ການຮ່ວມມືຮອບດ້ານຫວຽດນາມ ແລະ ລາວ ຫລືບໍ່?

 ແຂກຖືກເຊີນ: ໃນລະຫວ່າງວັນທີ 7 – 8 ກຸມພາ 2017, 2 ປະເທດໄດ້ຈັດກອງປະຊຸມຄະນະກຳມາທິການຮ່ວມມືທະວີບພາຄີລະຫວ່າງ ລັດຖະບານ ລາວ ແລະ ລັດຖະບານ ຫວຽດນາມ ຄັ້ງທີ 39 ຢູ່ນະຄອນຫຼວງຮ່າໂນ້ຍ ພາຍໃຕ້ການເປັນປະທານຮ່ວມຂອງ 2 ນາຍົກລັດຖະມົນຕີ ລາວ ແລະ ຫວຽດນາມ. ກອງປະຊຸມຄັ້ງນີ້ ເປັນໂອກາດເພື່ອໃຫ້ 2 ປະເທດໄດ້ປັບປຸງ, ເພີ່ມທະວີສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ. ນຳກົນໄກໃໝ່ໃນການຈັດທຳຊຸກຍູ້ ການພົວພັນຮ່ວມມືໃນຕໍ່ໜ້າ. 2 ຝ່າຍໄດ້ຜັນຂະຫຍາຍຢ່າງມີປະສິດທິຜົນບັນດາຂໍ້ຕົກລົງລະຫວ່າງບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນ, ພິເສດແມ່ນການຮ່ວມມືທາງດ້ານການເມືອງ, ການຕ່າງປະເທດ, ປ້ອງກັນຊາດປ້ອງກັນຄວາມສະຫງົບ, ເສດຖະກິດ, ວັດທະນະທຳສັງຄົມ, ການພົບປະແລກປ່ຽນປະຊາຊົນ 2 ຊາດນັບມື້ນັບກ້າວເຂົ້າສູ່ລວງເລິກ ແລະ ກ້ວາງຂວາງ ແຕ່ເຖິງຢ່າງໃດກໍ່ຕາມ, ມູນຄ່າການຄ້າ 2 ຝ່າຍຍັງບໍ່ບັນລຸຕາມການຄາດຄະເນກັນໄວ້ ແລະ ສົມຄູ່ກັບຄວາມສາມັກຄີແບບພິເສດລະຫວ່າງ 2 ຝ່າຍ.

ນັກຂ່າວ: ໃນບັນດາຜົນງານກ່ຽວກັບການພົວພັນຮ່ວມມື ຫວຽດນາມ ແລະລາວ, ມີຂົງເຂດຫນຶ່ງຊື່ງສອງຝ່າຍມີຄວາມເອົາໃຈໃສ່ ແລະ ຍູ້ແຮງໃນຊຸມປີມໍ່ໆມານີ້ ນັ້ນແມ່ນຂົງເຂດການລົງທຶນ. ເຖິງວ່າ ວິກິດການເສດຖະກິດ ທົ່ວໂລກໄດ້ສົ່ງຜົນສະທ້ອນເຖິງຫວຽດນາມ ຫລາຍພໍສົມຄວນກໍຕາມ, ແຕ່ບັນດາວິສາຫະກິດຫວຽດນາມ ຍັງຄົງສືບຕໍ່ເປີດກວ້າງການລົງທຶນເຂົ້າ. ຂໍຮຽນທ່ານ ບຸນເຫລືອ. ບັນດາໂຄງການລົງທຶນຂອງຫວຽດນາມ ຢູ່ ລາວ ໄດ້ສົ່ງຜົນກະທົບຄືແນວໃດເຖິງຊີວິດ, ສັງຄົມລາວ? ພິເສດແມ່ນປະຊາຊົນຢູ່ເຂດມີໂຄງການລົງທຶນ. 

 ແຂກຖືກເຊີນ: ປະຈຸບັນ, ຫວຽດນາມ ແມ່ນປະເທດຢືນອັນດັບ 3 ຂອງບັນດາປະເທດລົງທຶນຢູ່ລາວ, ຕາມຕົວເລກສະຖິຕິຂອງກະຊວງແຜນການ ແລະ ການລົງທຶນ, ຮອດປີ 2017, ຫວຽດນາມ ມີ 408 ໂຄງການລົງທຶນ, ມີທຶນຈົດທະບຽນເກືອບ 5 ຕື້ USD. ໃນນັ້ນມີ 15 ໂຄງການກໍ່ສ້າງເຂື່ອນໄຟຟ້ານ້ຳຕົກຍອດມູນຄ່າປະມານ 1,4 ຕື້ USD, ລົງທຶນບໍ່ແຮ່ມີ 57 ໂຄງການ ແລະ 18 ໂຄງການປູກຢາງພາລາ ແລະ ປູກຕົ້ນໄມ້ອຸດສາຫະກຳຢູ່ລາວ. ການລົງທຶນຂອງ ຫວຽດນາມ ຢູ່ລາວ ນັບມື້ນັບເພີ່ມຂຶ້ນ ແລະ ປະກອບສ່ວນສຳຄັນເຂົ້າໃນການພັດທະນາເສດຖະກິດ, ສັງຄົມຂອງບັນດາທ້ອງຖິ່ນ, ສ້າງວຽກເຮັດງານທຳຊ່ວຍຍົກສູງສີມືແຮງງານ, ເຮັດໃຫ້ປະຊາຊົນມີລາຍຮັບເພີ່ມຂຶ້ນ ຮ່ວມນີ້ຍັງສ້າງພື້ນຖານໂຄງລ່າງສ້າງຊັບພະຍາກອນມະນຸດໃຫ້ແກ່ລາວ.

ສຽງເພງ ດອກຈຳປາ

ນັກຂ່າວ: ຍ້ອນມີບັນດານະໂຍບາຍບຸລິມະສິດຢ່າງເໝາະສົມຂອງທັງສອງຝ່າຍ ສະນັ້ນ ການພົວພັນດ້ານການຄ້າ ແລະ ການລົງທຶນ ຫວຽດນາມ - ລາວ ບັນລຸການເຕີບໂຕຢ່າງວ່ອງໄວໃນຊຸມປີມໍ່ໆມານີ້. ປີ 2016 ວົງເງິນການຄ້າສອງສົ້ນ ຫວຽດນາມ - ລາວ ບັນລຸ 801 ລ້ານ  USD, ໃນນັ້ນ ການນຳເຂົ້າສິນຄ້າຂອງຫວຽດນາມຈາກ ລາວ ບັນລຸ 342 ລ້ານ  USD ລວມມີບັນດາປະເພດສິນຄ້າຄື: ໄມ້ ແລະ ຜະລິດຕະພັນໄມ້, ຟຸ່ນເຄມີ, ແຮ່ທາດ ແລະ ໂລຫະ. ວົງເງິນສົ່ງອອກສິນຄ້າຫວຽດນາມ ໄປຍັງລາວ ບັນລຸ 459 ລ້ານ USD ລວມມີ: ເຫລັກກ້າທຸກປະເພດ, ນ້ຳມັນ, ພາຫະນະຂົນສົ່ງ, ເຄື່ອງອາໄລ່. Clanke ແລະ ຊີມັງ. ພິເສດ ວົງເງິນການຄ້າຊາຍແດນ ຫວຽດນາມ - ລາວ ເພີ່ມຂຶ້ນສູງ. ເພື່ອມີຄວາມເຂົ້າໃຈແຈ້ງກ່ຽວກັບບັນຫານີ້, ເຊີນທ່ານຜູ້ຟັງ ແລະ ແຂກຜູ້ທີ່ມີກຽດ ຮັບຟັງບົດຂຽນຂອງບັນນາທິການ ມີງດຶກ.

  ບົດ: ການພົວພັນດ້ານການຄ້າຊາຍແດນຫວຽດນາມ - ລາວ

(ເພງດອກຈຳປາ)

       ຍ້ອນມີບັນດານະໂຍບາຍບຸລິມະສິດຢ່າງເໝາະສົມຂອງທັງ 2 ຝ່າຍ, ສະນັ້ນ, ການພົວພັນດ້ານການຄ້າ ແລະ ການລົງທຶນຫວຽດນາມ - ລາວ ບັນລຸການເຕີບໂຕຢ່າງວ່ອງໄວໃນຊຸມປີມໍ່ໆມານີ້. ປີ 2016, ວົງເງິນການຄ້າ 2 ສົ້ນຫວຽດນາມ - ລາວ ບັນລຸ 801 ລ້ານ USD, ໃນນັ້ນ, ການນຳເຂົ້າສິນຄ້າຂອງຫວຽດນາມ ຈາກລາວ ບັນລຸ 324 ລ້ານ USD, ລວມມີບັນດາປະເພດສິນຄ້າຄື: ໄມ້ ແລະ ຜະລິດຕະພັນໄມ້, ຟຸ່ນເຄມີ, ແຮ່ທາດ ແລະ ໂລຫະ. ວົງເງິນສົ່ງອອກສິນຄ້າຫວຽດນາມ ສົ່ງໄປຍັງລາວ ບັນລຸ 459 ລ້ານ USD ລວມມີ, ເຫຼັກກ້າທຸກປະເພດ, ນ້ຳມັນ, ພາຫະນະຂົນສົ່ງ, ເຄື່ອງອາໄລ່… ພິເສດ, ວົງເງິນການຄ້າຊາຍແດນຫວຽດນາມ - ລາວ ໄດ້ຮັບການເພີ່ມຂຶ້ນສູງ.

ສຽງເພງດອກຈຳປາ

ປະຈຸບັນ, ໃນທົ່ວເສັ້ນຊາຍແດນຫວຽດນາມ - ລາວ, ດ້ວຍຄວາມຍາວ 2.340 ກມ, ໄປຜ່ານ 10 ແຂວງຂອງຫວຽດນາມ ແລະ 10 ແຂວງຂອງລາວ, 2 ຝ່າຍກໍ່ສ້າງໄດ້ 8 ຄູ່ດ່ານຊາຍແດນສາກົນ ແລະ ສ້າງຕັ້ງບັນດາເຂດເສດຖະກິດດ່ານຊາຍແດນ, ເພື່ອແນໃສ່ສ້າງເງື່ອນໄຂສະດວກໃຫ້ແກ່ການພັດທະນາດ້ານການຄ້າ, ການບໍລິການຂອງບັນດາແຂວງຢູ່ເຂດຊາຍແດນລະຫວ່າງ 2 ປະເທດ. ຖ້າຫາກປີ 2008, ວົງເງິນການຄ້າ 2 ສົ້ນຫວຽດນາມ - ລາວ ບັນລຸພຽງ 422 ລ້ານ USD ເທົ່ານັ້ນ, ແຕ່ຮອດປີ 2016 ຕົວເລກນີ້ໄດ້ເພີ່ມຂຶ້ນເກືອບ 50%. ຄາດວ່າ, ປີ 2017, ວົງເງິນຂາອອກຂາເຂົ້າລະຫວ່າງ 2 ປະເທດຈະບັນລຸລະດັບເຕີບໂຕກວ່າ 10%. ເມື່ອຕີລາຄາກ່ຽວກັບສະພາບການຮ່ວມມືຢູ່ເຂດຊາຍແດນຫວຽດນາມ - ລາວ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ, ເນັ້ນໜັກວ່າ.

          ໃນໄລຍະຜ່ານມາ, ມີຫຼາຍໂຄງການລົງທຶນໃຫຍ່ໄດ້ຮັບການຜັນຂະຫຍາຍຢູ່ທົ່ວເສັ້ນຊາຍແດນ, ພື້ນຖານໂຄງລ່າງຂອງບັນດາແຂວງຢູ່ເຂດຊາຍແດນຂອງ 2 ປະເທດໄດ້ຮັບການປັບປຸງ ແລະ ເພີ່ມທະວີ, ລະດັບຄວາມຮູ້ຂອງປະຊາຊົນ ແລະ ຊີວິດການເປັນຢູ່ຂອງປະຊາຊົນກໍ່ໄດ້ຮັບການປັບປຸງ. ແຕ່ເຖິງຢ່າງໃດກໍ່ຕາມ, ຍ້ອນແຫຼ່ງກຳລັງຍັງຈຳກັດຢູ່ໃນການຮ່ວມມືພັດທະນາເຂດຊາຍແດນ ຍັງບໍ່ທັນສົມກັບຄວາມສາມາດບົ່ຊ້ອນ ແລະ ການພົວພັນມິດຕະພາບ, ຄວາມສາມັກຄີແບພິເສດລະຫວ່າງ 2 ປະເທດເທື່ອ. ໂດຍປະຕິບັດຂໍ້ຕົກລົງຂອງການນຳຂັ້ສູງ 2 ປະເທດ ເພື່ອເສັ້ຊາຍແດນແຫ່ງສັນຕິພາບ, ສະຖຽນລະພາບ, ມິດຕະພາບ, ຮ່ວມມື ແລະ ພ້ອມກັນພັດທະນາ. ໃນໄລຍະຈະມາເຖິງ, ລັດຖະບານ 2 ປະເທດຈະສືບຕໍ່ສ້າງເງື່ອນໄຂສະດວກ, ຊຸກຍູ້ບັນດາທ້ອງຖິ່ນທີ່ມີເສັ້ນຊາຍແດນຮ່ວມ ເພີ່ມທະການຮ່ວມມ, ພັດທະນາເສດຖະກິດ - ສັງຄົມ, ຍົກສູງຊີວິດການເປັນຢູ່ຂອງປະຊາຊົນຢູ່ເຂດຊາຍແດນ.

          ເພື່ອຍູ້ແຮງການພົວພັນດ້ານການຄ້າຫວຽດນາມ - ລາວ, ໃນໄລຍະຈະມາເຖິງ 2 ຝ່າຍຈະຫັນລະບຽບການຄຸ້ມຄອງເຂດຊາຍແດນໃຫ້ເປັນງ່າຍດາຍ ເພື່ອແນໃສ່ສ້າງເງື່ອນໄຂສະດວກໃຫ້ແກ່ການສົ່ງເສີມດ້ານການຄ້າ. ພິເສດແມ່ນຊຸກຍູ້ບັນດາພາກສ່ວນເສດຖະກິດເຂົ້າຮ່ວມການພັດທະນາການຄ້າຊາຍແດນ ແລະ ສ້າງຕະຫຼາດຊາຍແດນ, ໂດຍສະເພາະແມ່ນຕະຫຼາດຢູ່ເຂດຊາຍແດນ ເຊິ່ງນອນໃນແຜນການສັງລວມພັດທະນາເຄືອຂ່າຍຕະຫຼາດເຂດຊາຍແດນຫວຽດນາມ - ລາວ 2020. ທ່ານ ຮ່າວັນແກງ, ກຳມະການສະມາຄົມໃຫຍ່ຊາວຫວຽດນາມ ອາໄສຢູ່ລາວ ແລະ ກໍ່ແມ່ນນັກທຸລະກິດທີ່ພວມດຳລົງຊີວິດຢູ່ແຂວງຊຽງຂວາງ, ໄດ້ແບ່ງປັນວ່າ.

          ນັບແຕ່ກ່ອນມາຮອດປະຈຸບັນ, ຂ້າພະເຈົ້າເຄີຍຊື້ຂາຍບັນດາປະເພດສິນຄ້າຂອງຫວຽດນາມ ຢູ່ລາວ, ຂ້າພະເຈົ້າມານະພະຍາຍາມເຮັດແນວໃດເພື່ອນຳສິນຄ້າຂອງຫວຽດນາມ ເຂົ້າຕະຫຼາດລາວ ຍິ່ງຫຼາຍເທົ່າໃດກໍ່ຍິ່ງດີເທົ່ານັ້ນ. ກ່ອນນີ້, ຊາວລາວ ນິຍົມສິນຄ້າປະເພດຕ່າງໆຂອງໄທ, ໃນຊຸມປີມໍ່ໆມານີ້, ວກຂ້າພະເຈົ້າມີຄວາມສົນໃຈເຖິງສິນຄ້າຂອງຫວຽດນາມ ທີມີຄຸນນະພາບູງ, ຕົວຢ່າງຄື: ກະແຈ ຍ່ຫໍ້ ຫວຽດຕຽບ ຫຼື ຢູ່ບັນດາແຂວງທາງພາກເໜືອຂອງລາວ ອາກາດໜາວຈັດ, ພວກຂ້າພະເຈົ້າໄດ້ນຳສິນຄ້າເປັນໝໍ້ນ້ຳອຸ່ນຍີ່ໍ້ ariston ຜະລິດຢູ່ຫວຽດນາມ ມາເພື່ອາຍ, ນອກນັ້ນຍັງສິຄ້າຫຼາຍປະເພດຂອງຫວຽດນາມ ເຊິ່ງຊາວລາວ ນິຍົມຊົມໃຊ້.

          ໃນໄລຍະຜ່ານມາ, 2 ປະເທດກໍໄດ້ເອົາໃຈໃສ່ເຖິງການປັບປຸງທາງຄົມມະນາຄົມຂົນສົ່ງ, ສ້າງເງື່ອນໄຂສະດວກໃຫ້ແກ່ກັນໃນການພັດທະນາດ້ານການຄ້າ ແລະ ການຮ່ວມມືລົງທຶນ. ຫວຽດນາມ ແລະ ລາວ ໄດ້ພ້ອມກັນປະຕິບັດກົນໄກປະຕູດຽວຢູ່ດ່ານຊາຍແດນບາງແຫ່ງ, ຍົກເວັ້ນພາສີນຳເຂົ້າ, ສົ່ງອອກເພື່ອສ້າງເງື່ອນໄຂສະດວກໃຫ້ແກ່ການສົ່ງອອກສິນຄ້າຢູ່ບັນດາເມືອງທີ່ມີເສັ້ນຊາຍແດນຮ່ວມຄື: ການໃຫ້ບຸລິມະສິດພິເສດແກ່ບັນດາສິນຄ້າກະເສດໂດຍປະຊາຊົນປະຈຳຖິ່ນຜະລິດ, ວິສາຫະກິດຢູ່ບໍລິເວນບັນດາແຂວງທີ່ມີເສັ້ນຊາຍແດນຮ່ວມລະຫວ່າງ 2 ປະເທດ, ນັກລົງທຶນຫວຽດນາມ ຜະລິດທີ່ຍັງບໍ່ທັນໄດ້ຮັບການປຸງແຕ່ງ ຈະໄດ້ຍົກເວັ້ນພາສີນຳເຂົ້າ ແລະ ພາສີມູນຄ່າເພີ່ມ, ບໍ່ຈຳກັດໂຄຕາ (quota). ຫວຽດນາມ ກໍສະຫງວນໃຫ້ລາວ ພາສີ 0% ໃຫ້ແກ່ບັນດາຜະລິດຕະພັນກະເສດທີ່ມີຕົ້ນກຳເນີດຈາກລາວ. ທ່ານນາງ ຄຳແພງ ສິມມະສອນ, ທູດການຄ້າ, ສະຖານທູດລາວ ປະຈຳຫວຽດນາມ, ໃຫ້ຮູ້ວ່າ.

ອີງຕາມຈຸດພິເສດຂອງບັນດາແຂວທີ່ມີເສັ້ນຊາຍແດນຕິດຈອດກັນລະຫວ່າງ 2 ເບື້ອງລາວ ແລະ ຫວຽດນາມ, ເຊິ່ງເປັນເຂດຫ່າງໄກ່ຊອຫຼິກ, ຫ່າງໄກ່ຈາກຕົວເມືອງ, ຊີວິດການເປັນູ່ປະສົບກັບຄວາມຫຍຸ້ງຍາກ, ຍັງດຳລົງຊີວິດແບບດັ້ງເດີມ, ຖະໜົນຫົນທາງກໍ່ປະສົບກັບຄວາມຫຍຸ້ງຍາກ, ມີບາງເສັ້ນທັງຍັງແມ່ນເສັ້ນທາງເກົ່າແກ່ ຍັງບໍ່ທັນໄດ້ຮັບການພັດທະນາເທື່ອ. ແຕ່ເຖິງຢ່າງໃດກໍ່ຕາມ, ເມື່ອພັກ ແລະ ລັດຖະບານ 2 ປະເທດມີຄວາມເອົາໃຈໃສ່ ເຮັດໃຫ້ປະຊາຊົນຢູ່ເຂດຊາຍແດນນັ້ນ ກໍ່ໄດ້ໄປມາຊື້ຂາຍຢ່າງສະດວກກວ່າ, ເມື່ອມີການຊື້ການຂາຍ ກໍຊ່ວຍໃຫ້ຊີວິດການເປັນຢູ່ນັ້ນດີຂຶ້. ມາຮອດປະຈຸບັນອາດສາມາດເວົ້າໄດ້ວ່າ, ລັດຖະບານທັງ 2 ປະເທດ ໄດ້ເອື້ອອຳນວຍຄວາມສະດວກທີ່ສຸດ ໃຫ້ແກ່ການຄ້າຂາຍຂອງປະຊາຊົນທັງ 2 ປະເທດ.

ສຽງເພງດອກຈຳປາ

  ໃນໄລຍະຈະມາເຖິງ, 2 ປະເທດຈະສົມທົບກັນຄົ້ນຄວ້າ, ສ້າງແຜນການສັງລວມກ່ຽວກັບການພັດທະນາການຄ້າຢູ່ເຂດຊາຍແດນຮ່ວມລະຫວ່າງ 2 ປະເທດຫວຽດນາມ - ລາວ ໄລຍະເຖິງປີ 2025, ວິໄສທັດຮອດປີ 2035. ພິເສດ, 2 ຝ່າຍຈະຄົ້ນຄວ້າສະເໜີຕໍ່ລັດຖະບານ ແຕ່ລະປະເທດກ່ຽວກັບຄວາມສາມາດສ້າງຕັ້ງ, ກໍຄືພ້ອມກັນໜູນຊ່ວຍການລົງທຶນ, ຍົກລະດັບບັນດາຄູ່ດ່ານຊາຍແດນ, ເຂດຮ່ວມມືເສດຖະກິດຢູ່ລຽບຕາມເສັ້ນຊາຍແດນຫວຽດນາມ - ລາວ. ພ້ອມກັນນັ້ນ, ສ້າງບັນດາລາຍການ, ແຜນການພັດທະນາດ້ານການຄ້າເຂດຊາຍແດນເພື່ອໂຄສະນາ, ດຶງດູດແຫຼ່ງການເງິນຂອງບັນດາປະເທດໃນພາກພື້ນ ແລະ ສາກົນ ເພື່ອແນໃສ່ລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ, ຍົກສູງຊີວິດການເປັນຢູ່ຂອງປະຊາຊົນທີ່ດຳລົງຊີວິດຢູ່ເຂດຊາຍແດນຂອງ 2 ປະເທດ.

ສຽງເພງດອກຈຳປາ (ຕອນທ້າຍ)

ນັກຂ່າວ: ນອກຈາກບັນດາຜົນງານບັນລຸໄດ້ໃນການພົວພັນຮ່ວມມືເສດຖະກິດ, ການພົວພັນຮ່ວມມືໃນບັນດາຂົງເຂດອື່ນຄື: ການເມືອງ, ການຕ່າງປະເທດ, ການປ້ອງກັນຊາດປ້ອງກັນຄວາມສະຫງົບ, ວັດທະນະທຳ, ການສຶກສາ, ບຳລຸງສ້າງ, ການຕ່າງປະເທດປະຊາຊົນ.. ນັບມື້ນັບໄດ້ຮັບການຍູ້ແຮງ, ໃນນັ້ນ ການສຶກສາບຳລຸງສ້າງ ໄດ້ ແລະ ພວມແມ່ນຂົງເຂດໄດ້ຮັບການບຸລິມະສິດຈາກສອງຝ່າຍ ແລະ ນັບມື້ນັບໄດ້ຮັບການຍົກສູງຂຶ້ນນັບທັງດ້ານ ຈຳນວນ ແລະ ຄຸນນະພາບ. ຂໍຮຽນທ່ານ ບຸນເຫລືອ, ຂໍທ່ານໃຫ້ຮູ້ລະອຽດກ່ຽວກັບບັນດານີ້ໄດ້ບໍ່ໍ່.

ແຂກຖືກເຊີນ: ປະຈຸບັນ, ຈຳນວນນັກຮຽນນັກສຶກສາທີ່ກຳລັງສຶກສາຢູ່ ຫວຽດນາມ ຫຼາຍກ່ວາ 14.200 ຄົນ, ທຳການສຶກສາໃນ 84 ສະຖາບັນ, ໃນນີ້, ພາກກາງມີ 23 ສະຖາບັນ, ພາກໃຕ້ມີ 35 ສະຖາບັນ ແລະ ພາກເໜືອມີ 36 ສະຖາບັນການສຶກສາ.

ນັກຂ່າວ:  ນີ້ແມ່ນຄຳເຫັນຂອງພະນັກງານການທູດລາວ, ສ່ວນຄຳເຫັນຂອງບັນດາຄູອາຈານທີ່ໄດ້ສະຫນິດຕິດພັນກັບນັກສຶກສາລາວ ແລະ ບັນດານັກສຶກສາຫວຽດນາມ ແລະ ລາວເຄີຍຮ່ຳຮຽນຢູ່ ລາວ ແລະ ຫວຽດນາມ ຄືແນວໃດ, ເຊີນທ່ານຜູ້ຟັງ ແລະ ແຂກຜູ້ທີ່ມີກຽດ ຮັບຟັງບົດສາລະຄະດີ ຂອງ ບັນນາທິການເຈີນຕວນ ໂດຍ ມີງດຶກ ສະເຫນີ.

ບົດສາລະຄະດີ: ການຮ່ວມມືດ້ານການສຶກສາ ຫວຽດນາມ - ລາວ

ໜຶ່ງໃນບັນດາທ່າແຮງການຮ່ວມມືລະຫວ່າງ ຫວຽດນາມ ແລະ ລາວ ແມ່ນການສຶກສາ - ບຳລຸງສ້າງໃຫ້ແກ່ລຸ້ນໜຸ່ມ. ປີ 2017 ລັດຖະບານ ຫວຽດນາມ ສະຫງວນທຶນການສຶກສາໃຫ້ພະນັກງານ, ນັກຮຽນລາວ ໄປຮ່ຳຮຽນຢູ່ ຫວຽດນາມ ກ່ວາ 1.000 ທຶນ; ລັດຖະບານ ລາວ ສະຫງວນທຶນການສຶກສາໃຫ້ພະນັກງານ, ນັກຮຽນ ຫວຽດນາມ ໄປຮ່ຳຮຽນຢູ່ ລາວ 60 ທຶນຕາມຫຼັກສູດປະລິນຍາຕີ, ປະລິນຍາໂທ ແລະ ຝຶກອົບຮົບໄລຍະສັ້ນ.

ການຮ່ວມມືໃນຂົງເຂດການສຶກສາ - ບຳລຸງສ້າງ ແລະ ພັດທະນາແຫຼ່ງຊັບພະຍາກອນມະນຸດ ສືບຕໍ່ໄດ້ຮັບບຸລິມະສິດ ແລະ ເປີດກ້ວາງດ້ວຍຫລາຍຮູບການ, ໄດ້ຮັບການປະຕິບັດແຕ່ຂັ້ນສູນກາງລົງຮອດບັນດາກະຊວງ, ຂະແໜງການ, ອົງການຈັດຕັ້ງ, ວິສາຫະກິດ 2 ປະເທດ. ໃນ 5 ປີມານີ້, ຈຳ ນວນນັກສຶກສາລາວ ພວມຮ່ຳຮຽນຢູ່ ຫວຽດນາມ ປະມານ 14.000 ພັນຄົນ (ໃນນັ້ນມີເກືອບ 4700 ຄົນໃຊ້ທຶນຕົນເອງ, ສ່ວນຍັງເຫຼືອແມ່ນໃນແຜນສັນຍາຮ່ວມມືລະຫວ່າງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ແລະ ອົງການຈັດຕັ້ງສາກົນຕ່າງໆ). ໃນຂະນະນັ້ນ, ຈຳນວນນັກສຶກສາ ຫວຽດນາມ ພວມຮ່ຳຮຽນຢູ່ລາວ ແມ່ນມີໜ້ອຍແຕ່ປີ 2012 – 2017 ຍອດຈຳນວນນັກສຶກສາ ຫວຽດນາມ ຮ່ຳຮຽນຢູ່ ລາວ ແມ່ນ 349 ຄົນ (ໃນນັ້ນມີ 264 ຄົນໃນແຜນສັນຍາ, ສ່ວນຍັງເຫຼືອແມ່ນໃຊ້ທຶນຕົນເອງ). ເລື່ອງຄັດເລືອກນັກສຶກສາສຳລັບສົກຮຽນໃໝ່ 2 ຂະແໜງການສຶກສາ 2 ປະເທດພວມສົມທົບກັນຜັນຂະຫຍາຍ.

          ດ້ວຍຄວາມຮັບຜິດຊອບບຳລຸງພາສາ ຫວຽດ ໃຫ້ບັນດານັກສຶກສາ ລາວ ກ່ອນທີ່ກ້າວເຂົ້າຮຽນຫຼັກສູດປະລິນຍາຕີ, ປະລິນຍາໂທ, ອາຈານ ຫງວຽນກົງເກືອງ ຮອງຫົວໜ້າຫ້ອງການຄຸ້ມຄອງນັກຮຽນ - ນັກສຶກສາ, ໂຮງຮຽນມິດຕະພາບ T80 ໃຫ້ຮູ້ວ່າ:

          ແຕ່ລະປີ, ໂຮງຮຽນພວກຂ້າພະເຈົ້າຮັບນັກສຶກສາລາວມາກຽມພາສາຫວຽດປະມານ 300 ກ່ວາຄົນ, ພວກນ້ອງມາຈາກຫລາຍຂົງເຂດການຮ່ວມມື ຄື: ໃນແຜນສັນຍາ, ການຮ່ວມມືລະຫວ່າງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ. ພາຍຫລັງໜຶ່ງປີກຽມພາສາ, ພວກນ້ອງສາມາດຟັງ, ເວົ້າ, ອ່ານ, ຂຽນພາສາຫວຽດໄດ້ດີ. ນອກນັ້ນ, ພວກຂ້າພະເຈົ້າຍັງໃຫ້ຄຳປຶກສາໃຫ້ພວກນ້ອງເລືອກເຟັ້ນໂຮງຮຽນທີ່ເໝາະສົມກັບຄວາມສາມາດຂອງພວກນ້ອງ. ມີນັກສຶກສາ ລາວ ຫລາຍຄົນມັກຮຽນມະຫາວິທະຍາໄລເສດຖະສາດ, ຊັບພະວິຊາ, ການກໍ່ສ້າງ ແຕ່ກໍ່ຍັງມີຫລາຍຄົນພັດເລືອກຮຽນມະຫາວິທະຍາໄລກະສິກຳ, ຊົນລະປະທານ…ພວກຂ້າພະເຈົ້າ ຍາມໃດກໍ່ປະຕິບັດບັນດາສິ່ງດີທີ່ສຸດ ເພື່ອຊ່ວຍໃຫ້ພວກນ້ອງມີບາດກ້າວພື້ນຖານກ່ອນທີ່ຈະເລືອກເຟັ້ນໂຮງຮຽນ.

          ວຽກງານກໍ່ສ້າງ, ແບ່ງປັນບົດຮຽນ, ບຳລຸງຄວາມຮູ້, ໜູນຊ່ວຍຍົກສູງຄວາມສາມາດ ແລະ ດ້ານວິຊາສະເພາະໃຫ້ແກ່ເພື່ອນ ລາວ, ບໍ່ພຽງແຕ່ໄດ້ຮັບການປະຕິບັດຢູ່ຂັ້ນປະລິນຍາຕີເທົ່ານັ້ນ ຫາກຍັງໄດ້ປະຕິບັດຢູ່ຂັ້ນວິຊາການ, ຊ່ຽວຊານອີກດ້ວຍ. ທ່ານ ສົມຊາຍ ແສນລິດທີ ພະນັກງານ ຄະນະກຳມະການຮ່ວມມື ລາວ - ຫວຽດນາມ ໃຫ້ຮູ້ວ່າ:

          ຂ້າພະເຈົ້າເຄີຍຮຽນການຄ້າຕ່າງປະເທດ, ເມື່ອກັບຄືນປະເທດ ຂ້າພະເຈົ້າໄດ້ຮັບບັນຈຸເຂົ້າເຮັດວຽກຢູ່ຄະນະກຳມະການຮ່ວມມື ລາວ - ຫວຽດນາມ. ຍ້ອນວ່າ ຂ້າພະເຈົ້າຮູ້ພາສາ ຫວຽດ ແລະ ເຄີຍຮຽນຢູ່ ຫວຽດນາມ. ປະຈຸບັນ, ໂດຍວຽກງານນັບມື້ນັບພັດທະນາ, ມີການປ່ຽນແປງໃນແຕ່ລະມື້. ດັ່ງນັ້ນ, ຂັ້ນເທິງຈຶ່ງໄດ້ສົ່ງມາຝຶກອົບຮົມກ່ຽວກັບຄວາມຮູ້ຕື່ມອີກ, ຍົກສູງຄວາມສາມາດດ້ານວິຊາການ ເພື່ອຮັບໃຊ້ໃຫ້ແກ່ວຽກງານ.

          ບໍ່ພຽງແຕ່ມີທ່ານ ສົມຊາຍ ແສນລິດທີ ເມື່ອຮຽນຈົບກັບຄືນປະເທດໄດ້ເສີມຂະຫຍາຍກຳລັງຄວາມສາມາດຂອງຕົນເທົ່ານັ້ນ ຫາກຍັງມີນັກສຶກສາ ລາວ ຫລາຍຄົນກໍ່ປະສົບຜົນສຳເລັດໃນວຽກງານອີກດ້ວຍ. ນອກຈາກຂັ້ນວິຊາການ, ຂັ້ນຊ່ຽວຊານ ກໍ່ມີ ນັກສຶກສາລາວ ຫລາຍຄົນ ໄດ້ກາຍເປັນການນຳຫຼັກແຫຼ່ງຄື: ລັດຖະມົນຕີ, ຮອງລັດຖະມົນຕີ, ຜູ້ອຳນວຍການ…ແລະ ອີກທັງ ທ່ານຈູມມະລີ ໄຊຍະສອນ ອະດີດເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ. ລາວ ກໍ່ເປັນນັກສຶກສາລາວ ທີ່ຮ່ຳຮຽນຢູ່ ຫວຽດນາມ.

          ສ່ວນຝ່າຍ ຫວຽດນາມ, ບັນດານັກສຶກສາ ພາຍຫລັງຮຽນຈົບຢູ່ ລາວກັບເມືອປະເທດ ກໍ່ປະກອບສ່ວນບໍ່ໜ້ອຍເຂົ້າໃນການເພີ່ມທະວີສາຍພົວພັນການຮ່ວມມືລະຫວ່າງ 2 ປະເທດ. ເພື່ອນ ຮ່ວາງວັນເຈືອງ ນັກສຶກສາ ຫວຽດນາມຮຽນຢູ່ ລາວ ສົກຮຽນ 2008 – 2014, ປະຈຸບັນເປັນບັນນາທິການ - ນັກແປພາສາຂອງໜັງສືພິມ (ກວນໂດຍເຍີນເຢີນ) ສຽງຂອງກອງທັບປະຊາຊົນຫວຽດນາມ ແບ່ງປັນວ່າ:

          “ສຳລັບຂ້າພະເຈົ້າແລ້ວ ພາສາລາວແມ່ນສຳຄັນທີ່ສຸດ, ຍ້ອນວ່າ ຫວຽດນາມ ແລະ ລາວ ແມ່ນ 2 ປະເທດທີ່ມີສາຍພົວພັນມິດຕະພາບການຮ່ວມມືແບບພິເສດ. ໃນຊຸມປີມໍ່ໆມານີ້, ຄົນຮູ້ພາສາລາວບໍ່ມີຫລາຍ ແຕ່ຄວາມຕ້ອງການນັບມື້ນັບເພີ່ມຂຶ້ນ, ດັ່ງນັ້ນ ຂ້າພະເຈົ້າຈຶ່ງໄປຮ່ຳຮຽນຢູ່ ລາວ. ຂ້າພະເຂົ້າເລືອກເຟັ້ນຮຽນຄະນະພາສາສາດ ເພື່ອຢາກຊອກຮູ້ກ່ຽວກັບພາສາ ແລະ ວັດທະນະທຳ ລາວ. ປະຈຸບັນ, ວຽກງານຂອງຂ້າພະເຈົ້າຕົ້ນຕໍແມ່ນແປພາສາລາວ ຫຼື ໄປປະຕິບັດງານຢູ່ ລາວ.

          ຕ່າງກັນກັບເພື່ອນເຈື່ອງ, ທ້າວ ຫງວຽນເທ໋ດຶກ ພາຍຫລັງຮຽນຈົບມະຫາວິທະຍາໄລແຫ່ງຊາດ ລາວ, ຂະແໜງວິຊາກໍ່ສ້າງ ກໍ່ໄດ້ຕັດສິນເຮັດວຽກຢູ່ລາວ.

          “ໃນຕະຫລອດໄລຍະ 5 ປີທີ່ຮ່ຳຮຽນ, ບັນດາຄູອາຈານກໍ່ມີຄວາມເອົາໃຈໃສ່ເຖິງບັນດານັກສຶກສາ ຫວຽດນາມ, ປະຊາຊົນ ລາວ ກໍ່ສະໜິດສະໜົມ ແລະ ເປັນທີ່ຮັກແພງຫລາຍ ພາຍຫລັງຮຽນຈົບ, ຂ້າພະເຈົ້າໄດ້ຮຽນຮູ້ຫລາຍຢ່າງທີ່ມີປະໂຫຍດແກ່ຕົນເອງ. ກ່ອນອື່ນໝົດ, ພາສາລາວຂອງຂ້າພະເຈົ້າເກັ່ງ, ກຳແໜ້ນວິຊາການ ດັ່ງນັ້ນ ຂ້າພະເຈົ້າໄດ້ເຂົ້າເຮັດວຽກນຳບໍລິສັດຂອງ ລາວ ເລີຍ.”

          ການຮ່ວມມືດ້ານການສຶກສາ, ບຳລຸງສ້າງ ໄດ້ ແລະ ພວມແມ່ນຂົງເຂດ ຊຶ່ງ 2 ປະເທດໃຫ້ບຸລິມະສິດ ແລະ ຍົກສູງນັບທັງຈຳນວນ ແລະ ຄຸນນະພາບ. ປະຈຸບັນ 2 ຝ່າຍພວມສົມທົບກັນກຳນົດທິດທາງ ແລະ ມາດຕະການຍົກສູງຄຸນນະພາບການຮ່ວມມືໄລຍະ 2016 – 2020 ຢ່າງມີປະສິດທິຜົນ; ເປີດກ້ວາງ ແລະ ຍູ້ແຮງຂະບວນການຮຽນພາສາ ຫວຽດນາມ, ພາສາລາວຢູ່ບັນດາໂຮງຮຽນ ແລະ ກະຊວງ, ຂະແໜງການຕ່າງໆຂອງ ລາວ ແລະ ຫວຽດນາມ.

  ນັກຂ່າວ: ບໍ່ພຽງແຕ່ເບິ່ງແຍງ, ສຶກສາບຳລຸງສ້າງໃຫ້ລຸ້ນຫນຸ່ມ, ຊື່ງເປັນບັນດາເຈົ້າຂອງ ຂອງສອງປະເທດ ຫວຽດນາມ ແລະ ລາວ ໃນອະນາຄົດ ເທົ່ານັ້ນ ຫາກການໂຄສະນາ ກ່ຽວກັບການພົວພັນທີ່ເປັນມູນເຊື້ອລະຫວ່າງສອງປະເທດ ແລະ ຊຸກຍູ້ການພົວພັນແລກປ່ຽນປະຊາຊົນລະຫວ່າງບັນດາທ້ອງຖິ່ນກໍ່ພວມໄດ້ຮັບຄວາມເອົາໃຈໃສ່ເປັນພິເສດ, ໃນນັ້ນ ສະມາຄົມມິດຕະພາບ ຫວຽດນາມ ແລະລາວ ແມ່ນອົງການສວມບົດບາດສຳຄັນທີ່ສຸດ.

ຂໍຮຽນທ່ານ ເຈົາ, ໂດຍແມ່ນຂົວຕໍ່ທີ່ໝັ້ນຄົງໃນການເພີ່ມພູນຄູນສ້າງໃຫ້ແກ່ສາຍພົວພັນສະຫນິດແຫນ້ນ, ບໍລິສຸດຜຸດຜ່ອງ, ນ້ຳໃຈມິດຕະພາບ ແລະ ການຮ່ວມມື ລະຫວ່າງຫວຽດນາມ ແລະລາວ, ຂໍໃຫ້ທ່ານແນະນຳໃຫ້ ຜູ້ຟັງ ແລະ ແຂກຜູ້ທີ່ກຽດຮູ້ ກ່ຽວກັບບັນດາການເຄື່ອນໄຫວພົ້ນເດັ່ນຂອງສະມາຄົມມິດຕະພາບ ຫວຽດນາມ ແລະ ລາວໃນໄລຍະຜ່ານມາ.

ແຂກຖືກເຊີນ: ສະມາຄົມມິດຕະພາບ ຫວຽດນາມ - ລາວ ແມ່ນອົງການທີ່ເຕົ້າໂຮມບັນດາສະມາຊິກເປັນຈຳນວນຫລວງຫລາຍ, ມີສະມາຊິກຈາກຂັ້ນສູນກາງລົງຮອດຂັ້ນຮາກຖານນັບພັນຄົນ, ມາຮອດປະຈຸບັນ, ນອກຈາກຂັ້ນສູນກາງສະມາຄົມມິດຕະພາບ ຫວຽດນາມ - ລາວ ແລ້ວ, ຍັງມີສະມາຄົມມິດຕະພາບ ຫວຽດນາມ - ລາວ ຢູ່ເກືອນ 40 ແຂວງ, ນະຄອນຂອງ ຫວຽດນາມ, ໃນນັ້ນ ມີທຸກແຂວງ, ນະຄອນທີ່ມີເສັ້ນຊາຍແດນຮ່ວມກັບປະເທດ ລາວ. ໃນໄລຍະຜ່ານມາ ສະມາຄົມມິດຕະພາບ ຫວຽດນາມ - ລາວ ໄດ້ປະຕິບັດວຽກງານໂຄສະນາ, ສຶກສາອົບຮົມມູນເຊື້ອມິດຕະພາບ ແລະ ການພົວພັນແບບພິເສດລະຫວ່າງ ຫວຽດນາມ - ລາວ ສຳລັບປະຊາຊົນທຸກຊັ້ນວັນນະ ແລະ ພິເສດແມ່ນລຸ້ນໜຸ່ມເປັນຢ່າງດີ. ລະອຽດ, ເນື່ອງໃນໂອກາດສະເຫຼີມສະຫຼອງວັນບຸນໃຫຍ່ຂອງ 2 ປະເທດ, ສະມາຄົມສົມທົບເປັນປະຈຳກັບຝ່າຍ ລາວ ຈັດຕັ້ງບັນດາການເສັງຊອກຮູ້ກ່ຽວກັບປະເທດ ລາວ, ກໍ່ຄືການພົວພັນແບບພິເສດ ຫວຽດນາມ - ລາວ, ຈັດຕັ້ງບັນດາການເຄື່ອນໄຫວທີ່ມີຄວາມໝາຍສຶກສາອົບຮົມມູນເຊື້ອການພົວພັນ 2 ປະເທດຄື: ເດີນຕາມຮອຍຕີນຂອງປະທານ ໄກສອນ ພົມວິຫານ, ປະທານ ສຸພານຸວົງ, ເດີນຕາມຮອຍຕີນຂອງປະທານ ໂຮ່ຈີມິນ ແລະ ບັນດາການເສັງດັ່ງກ່າວ ໄດ້ດຶງດູດການເຂົ້າຮ່ວມນັບພັນຄົນ. ນອກນັ້ນ ຍັງມີບັນດາການຢ້ຽມຢາມກັບຄືນສະຖານທີ່ປະຫວັດສາດ ເຊິ່ງມີການເຂົ້າຮ່ວມເປັນຈຳນວນຫລວງຫລາຍຈາກພະນັກງານ ກໍ່ຄືປະຊາຊົນທຸກຊັ້ນວັນນະຂອງ ລາວ ກໍ່ຄື ຫວຽດນາມ, ພ້ອມກັບບັນດາການເສັງປະພັນເພງ, ກະວີ, ຈຳໜ່າຍປື້ມບັນທຶກຫວນຄືນຫລັງກ່ຽວກັບການພົວພັນ ຫວຽດນາມ - ລາວ.

ນັກຂ່າວ: ຂໍຮຽນທ່ານ ບຸນເຫລືອ: ໃນສະພາບການໂລກ ແລະ ພາກພື້ນ ມີການຜັນແປຫລາຍຢ່າງທີ່ສັບສົນ, ທັງມີກາລະໂອກາດ ແລະ ສິ່ງທ້າທາຍ, ທ່ານຕີລາຄາຄືແນວໃດກ່ຽວກັບການພົວພັນລະຫວ່າງສອງປະເທດໃນປະຈຸບັນ.

ແຂກຖືກເຊີນ: ເຖິງວ່າສະພາບການໃນພາກພື້ນ, ໂລກມີການຜັນແປຢ່າງໄວວາ, ສັບສົນ, ຍາກທີ່ສາມາດຄາດເດົ່າໄດ້ ແຕ່ສາຍພົວພັນທີ່ເປັນມູນເຊື້ອ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ 2 ພັກ, 2 ລັດ ແລະ ປະຊາຊົນ 2 ຊາດ ລາວ - ຫວຽດນາມ ຍັງໝັ້ນຄົງຂະໜົນແກ່ນ ແລະ ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ. ເພື່ອຮັກສາສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ 2 ພັກ, 2 ລັດ ແລະ ປະຊາຊົນ 2 ຊາດ ລາວ - ຫວຽດນາມ ໃຫ້ນັບມື້ນັບໄດ້ເສີມຂະຫຍາຍທັງທາງກ້ວາງ ແລະ ທາງເລິກ, ທັງນັ້ນຈະສືບຕໍ່ຮ່ວມມືໃນການສຶກສາອົບຮົມຄົນລຸ້ນໜຸ່ມ, ເຍົາວະຊົນ ແລະ ປະຊາຊົນຂອງທັງ 2 ປະເທດໃຫ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງຕໍ່ສາຍພົວພັນພິເສດທີ່ຫາຍາກລະຫວ່າງ 2 ລາວ - ຫວຽດນາມ, ໂດຍສະເພາະໃຫ້ເຫັນໄດ້ການເສຍສະຫຼະອັນໃຫຍ່ຫຼວງຂອງການນຳລຸ້ນກ່ອນໃນການເສີມຂະຫຍາຍສາຍພົວພັນແບບພິເສດ, ບໍລິສຸດຜຸດຜ່ອງລະຫວ່າງ 2 ປະເທດເພື່ອພ້ອມກັນປົກປັກຮັກສາ ແລະ ເສີມຂະຫຍາຍແຕກດອກອອກຜົນສູງຂຶ້ນເລື້ອຍໆ.

ນັກຂ່າວ: ຂໍຮຽນທ່ານທູ້, ຊື່ງແມ່ນຜູ້ເຫັນປະຈັກຕາສອງໄລຍະຕໍ່ສູ້ປົດປ່ອຍຊາດ ແລະ ສ້າງສາປະເທດຊາດ ແລະ ມີຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບສາຍພົວພັນສາມັກຄີແບບພິເສດຫວຽດນາມ - ລາວ. ທ່ານມີຄວາມຫວັງແນວໃດ ແລະ ມີຄຳຝາກຝັງຫຍັງແດ່ສຳລັບຄົນລຸ້ນຫນຸ່ມ, ຊື່ງແມ່ນບັນດາເຈົ້າຂອງຂອງສອງປະເທດໃນອະນາຄົດ.

ແຂກຖືກເຊີນ: ເພື່ອຮັກສາ ແລະ ພັດທະນາການພົວພັນຫວຽດນາມ - ລາວ, ຕາມຂ້າພະເຈົ້າແລ້ວ, ຄວນເພີ່ມທະວີວຽກງານໂຄສະນາເຜີຍແຜ່ໃຫ້ແກ່ປະຊາຊົນ, ພິເສດແມ່ນລຸ້ນໜຸ່ມ ເພື່ອໃຫ້ເຂົາເຈົ້າຮັບຮູ້ຢ່າງເລິກເຊິ່ງກ່ຽວກັບການພົວພັນ ຫວຽດນາມ - ລາວ, ລາວ - ຫວຽດນາມ, ເດັດດຽ່ວທັບມ້າງກົນອຸບາຍ ເສກສັນປັ້ນແຕ່ງຂອງສັດຕູ ທ້ວງທຳລາຍຄວາມສາມັກຄີແບບພິເສດລະຫວ່າງ ສອງຊາດ. ພວກເຮົາຕ້ອງປະຕິບັດຢ່າງເດັດດຽວກວ່າອີກ, ບໍ່ຜ່ອນສັ້ນຜ່ອນຍາວຕໍ່ບັນດາຖ້ອຍທຳນອງຂອງສັດຕູ, ປົກປັກຮັກສາຜົນງານແຫ່ງການປະຕິວັດຂອງສອງຊາດຢ່າງເດັດຂາດ. ບັນຫາທີສອງແມ່ນ ຕ້ອງເພີ່ມທະວີການພົວພັນແລກປ່ຽນປະຊາຊົນ ແລະ ສົມທົບກັນລະຫວ່າງທຸກໆຂັ້ນ ແລະ ພິເສດແມ່ນບັນດາແຂວງເຂດຊາຍແດນ, ພົວພັນແລກປ່ຽນນຳກັນເພື່ອນຳມາເຊິ່ງປະສິດທິຜົນແທດຈິງ. ທີ່ສາມ, ສະເໜີໃຫ້ເພີ່ມທະວີການເຄື່ອນໄຫວຂອງສະມາຄົມມິດຕະພາບທຸກຂັ້ນ, ຍົກສູງວຽກງານເປັນເສນາທິການຂອງສະມາຄົມທຸກຂັ້ນກັບອຳນາດການປົກຄອງ, ຄະນະພັກ, ອຳນາດການປົກຄອງທ້ອງຖິ່ນ ເພື່ອໃຫ້ພວກເຮົາປະຕິບັດບັນດາວຽກງານນີ້ຢ່າງມີປະສິດທິຜົນກວ່າອີກ.

ນັກຂ່າວ: ສ່ວນທ່ານເຈົາມີຄຳເຫັນຫຍັງແດ່ກ່ຽວກັບບັນຫານີ້

ແຂກຖືກເຊີນ: ຂ້າພະເຈົ້າຄິດວ່າ: ສາຍພົວພັນແບບພິເສດ ຫວຽດນາມ - ລາວ ໄດ້ຮັບການຢັ້ງຢືນຈາກການນຳຂອງ 2 ພັກ, 2 ລັດແມ່ນຊັບສົມບັດອັນລ້ຳຄ່າຂອງທັງ 2 ຊາດ ແລະ ເລື່ອງຮັກສາ  ເພີ່ມພູນຄູນສ້າງສາຍພົວພັນນີ້ ໃຫ້ບັນດາລຸ້ນຄົນໃນອະນາຄົດຈະໝັ້ນຄົງຂະໜົງແກ່ນຈົນຊົ່ວກາລະນານ ນັ້ນແມ່ນຄວາມປາດຖະໜາຂອງຄົນລຸ້ນກ່ອນໆ. ຕາມຂ້າພະເຈົ້າແລ້ວ, ເພື່ອປະຕິບັດວຽກງານນີ້ ມັນຕ້ອງເລີ່ມຈາກຄວາມຮັບຮູ້, ຕ້ອງເຮັດແນວໃດ ໃຫ້ປະຊາຊົນ 2 ປະເທດພວກເຮົາຮັບຮູ້ຢ່າງເລິກເຊິ່ງ, ເຂົ້າໃຈບົດບາດ, ຄວາມໝາຍສຳຄັນພິເສດຂອງການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ຫວຽດນາມ - ລາວ. ເມື່ອມີຄວາມຮັບຮູ້ຢ່າງຖືກຕ້ອງແລ້ວ ພວກເຮົາຈະດຳເນີນຢ່າງຂ້ຽວຂາດ, ລະອຽດ ແລະ ມີປະສິດທິຜົນ, ດັ່ງນັ້ນ ຂ້າພະເຈົ້າຄິດວ່າ ນີ້ແມ່ນບັນຫາສຳຄັນທີ່ສຸດ, ຖ້າຫາກຢາກຮັກສາ ແລະ ພັດທະນາສາຍພົວພັນ ຫວຽດນາມ - ລາວ. ທີ່ສອງອີກ ແມ່ນໃນສະພາວະສະພາບການໂລກພວມຜັນແປ່ຢ່າງສັບສົນ ດັ່ງນັ້ນ ສາຍພົວພັນ ຫວຽດນາມ - ລາວ ພວກເຮົາຕ້ອງເຮັດແນວໃດ ມີບັນດາການປ່ຽນແປງໃໝ່ ແລະ ພວກເຮົາຕ້ອງເຮັດແນວໃດເພື່ອມີບັນດາຮູບການເໝາະສົມ, ຮ່ວມມືແນວໃດໃຫ້ນັບມື້ນັບແໜ້ນແຟ້ນກ່ວາ, ນຳມາເຊິ່ງປະສິດທິຜົນແທດຈິງກ່ວາ ເພື່ອຊຸກຍູ້ສາຍພົວພັນນີ້ ຂຶ້ນສູ່ລະດັບສູງໃໝ່, ຂ້າພະເຈົ້າຄິດວ່າ ການສົມທົບກັນລະຫວ່າງ 2 ພັກ, 2 ລັດ ແລະ ປະຊາຊົນ 2 ປະເທດໃນສະພາບການປະຈຸບັນ ພັດຍິ່ງຮັດແໜ້ນກ່ວາອີກ. ສຳລັບບັນດາເພື່ອນໜຸ່ມ, ພວກຂ້າພະເຈົ້າຫວັງວ່າ ລຸ້ນໜຸ່ມ 2 ປະເທດຕ້ອງເອົາໃຈໃສ່ຫລາຍກ່ວາອີກ, ຄົ້ນຄວ້າຊອກຮູ້ຫລາຍກ່ວາອີກ ເພື່ອເຂົ້າໃຈໄດ້ຄວາມແທ້ຈິງ ແລະ ເລິກເຊິ່ງກ່ຽວກັບການພົວພັນແບບພິເສດ ຫວຽດນາມ - ລາວ, ເມື່ອເຂົ້າໃຈແລ້ວ ຕ້ອງຮັບຮູ້ໄດ້ຄວາມຮັບຜິດຊອບຂອງຕົນ ແມ່ນຕ້ອງປະກອບສ່ວນ ແລະ ເພີ່ມພູນຄູນສ້າງໃຫ້ສາຍພົວພັນ ຫວຽດນາມ - ລາວ, ເພື່ອພັດທະນາໃຫ້ດີຍິ່ງໆຂຶ້ນ ເພາະນີ້ ແມ່ນປັດໄຈຮັບປະກັນພາລະກິດສ້າງສາປະເທດ ລາວ ກໍ່ຄືປະເທດ ຫວຽດນາມ ໃຫ້ສຳເລັດຜົນ.

 ສຽງເພງ: ຮ່າໂນ້ຍ ວຽງຈັນ

ທ່ານຜູ້ຟັງທີ່ເຄົາລົບ. 40 ປີພາຍຫລັງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວ, 55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ລາວ, ການພົວພັນສາມັກຄີແບບພິເສດ, ນ້ຳໃຈມິດຕະພາບ ບໍລິສຸດຜຸດຜ່ອງ ແລະ ການຮ່ວມມືຮອບດ້ານລະຫວ່າງສອງຊາດຫວຽດນາມ ແລະ ລາວ ບັນລຸໄດ້ຜົນງານອັນໃຫຍ່ຫລວງຫລາຍຢ່າງ. ໂດຍສືບທອດມູນເຊື້ອອັນດີງາມນັ້ນ, ສອງປະເທດ ຫວຽດນາມ ແລະລາວ ຕັດສິນໃຈເພີ່ມພູນຄູນສ້າງໃຫ້ຄວາມສາມັກຄີແບບພິເສດ, ການພົວພັນມິດຕະພາບບໍລິສຸດຜຸດຜ່ອງ ສະຫນິດຕິດພັນ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ ຫວຽດນາມ ແລະລາວ ຄືດັ່ງຄຳກາບກອນຂອງປະທານໄກສອນ ພົມວິຫານເຄີຍເວົ້າວ່າ: “ເຖິງວ່າພູຈະຖືກເຊາະເຈື່ອນ, ແມ່ນ້ຳລຳເຊຈະບົກແຫ້ງ, ແຕ່ສາຍພົວພັນມິດຕະພາບ ລາວ - ຫວຽດນາມ ຈະໝັ້ນຄົງຂະໜົງແກ່ນຊົ່ວກາລະນານ”, ປະກອບສ່ວນຕັ້ງຫນ້າເຂົ້າໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ ຢູ່ ແຕ່ລະປະເທດ ກໍຄືເຂົ້າໃນສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຢູ່ພາກພື້ນ ແລະ ໃນໂລກ.

          ທ່ານຜູ້ຟັງທີ່ເຄົາລົບ! ລາຍການໂອ້ລົມສົນທະນາ : “40 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວ, 55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ລາວ, ຂອງພວກເຮົາມາຮອດນີ້ ສິ້ນສຸດລົງພຽງເທົ່ານີ້. ຂໍຂອບໃຈນຳບັນດາແຂກຖືກເຊີນ ທີ່ໄດ້ເຂົ້າຮ່ວມລາຍການ, ຂໍຂອບໃຈຜູ້ຟັງທຸກໆທ່ານທີ່ໄດ້ສະຫລະເວລາຕິດຕາມຮັບຟັງ. ພົບກັນໃໝ່ໃນລາຍການໜ້າ. ສະບາຍດີ./.

 

          

ຕອບກັບ

ຂ່າວ/ບົດ​ອື່ນ