ສິ້ນສຸດລາຍການສົ່ງນັກສຶກສາລາວລົງຕົວຈິງຢູ່ເຮືອນຂອງຊາວຫວຽດນາມ

(vovworld) - ​​​ຕອນ​ຄ່ຳ​ວັນ​ທີ 21/03, ຢູ່​ຕາ​ແສງ ​​ທໍ້​ໂລກ, ເມືອງ ຟຸ໋ກ​ທ​ໍ້, ຮ່າ​ໂນ້ຍ ໄດ້​ຈັດ​ພິ​ທີ​ສະ​ຫຼຸບ​ລາຍ​ການ “ສົ່ງ​ນັກ​ສຶກ​ສາ​ລາວ ພວມ​ຮ່ຳ​ຮຽນ​ຢູ່​ໂຮງ​ຮຽນ T78 ​ລົງ​​ຕົວ​ຈິງ​ຢູ່​ເຮືອນ​ຂອງ​​ຊາວ​ຫວຽດ​ນາມ” (homestay) ສົກ​ຮຽນ 2016 – 2017. ເຂົ້າ​ຮ່ວມ​ພິ​ທີ​ສະ​ຫຼຸບມ​ີ​ທ່ານ ອ​ຳ​ພາ​ວັນ ກວ້າງ​ມະ​ນີ​ວັນ, ​ທີ່​ປຶກ​ສາ​ດ້ານ​ວັດ​ທະ​ນະ​ທຳ - ການ​ສຶກ​ສາ, ສະ​ຖານ​ທູດ​ລາວ ປະ​ຈຳ​ຫວຽດ​ນາມ; ທ່ານ​ນາງ ຫງວຽນ​ທິ​ລານ​ແອງ, ຮອງ​ເລ​ຂາ​ທິ​ການ​ໃຫຍ່, ທັງ​ເປັນ​ຮອງ​ຫົວ​ໜ້າ​ຫ້ອງ​ການ​ສະ​ມາ​ຄົມ​ມິດ​ຕະ​ພາບ​ຫວຽດ​ນາມ - ລາວ ນະ​ຄອນ​ຮ່າ​ໂນ້ຍ; ທ່ານ ຫງວຽນ​ຕ່​ວານ​ເຫງັ້ຍ, ຫົວ​ໜ້າ​ອຳ​ນວຍ​ການ​ໂຮງ​ຮຽນ T78, ພ້ອມ​ກັບ​​ຄະ​ນະ​ອຳ​ນວຍ​ການ​ໂຮງ​ຮຽນ, ບັນ​ດາ​ຄອບ​ຄົວ​ຕ້ອນ​ຮັບ​ນັກ​ສຶກ​ສາ​ລາວ ແລະ ບັນ​ດາ​ນັກ​ສຶກ​ສາ. 

ສິ້ນສຸດລາຍການສົ່ງນັກສຶກສາລາວລົງຕົວຈິງຢູ່ເຮືອນຂອງຊາວຫວຽດນາມ - ảnh 1
(ທ່ານ ເລ​ຟຸ໋​ທັ໋ງ, ຮອງ​ຫົວ​ໜ້າ​ອຳ​ນວຍ​ການ​ໂຮງ​ຮຽນ T78 ກ່າວ​ຄຳ​ເຫັນ​ທີ່​ພິ​ທີ)

ທີ່​ພິ​ທີ, ທ່ານ ເລ​​ຟ​ຸ໋​ທັ໋ງ, ຮອງ​ຫົວ​ໜ້າ​ອຳ​ນວຍ​ການ​ໂຮງ​ຮຽນ T78, ຫົວ​ໜ້າ​ຄະ​ນະ​ຈັດ​ຕັ້ງ​ແຜ​ນ​ຮ່າງ homestay ໃຫ້​ຮູ້​ວ່າ: ລາຍ​ການ homestay ສົກ​ຮຽນ 2016 – 2017 ໄດ້​ຮັບ​ການ​ຜັນ​ຂະ​ຫາຍ​ດ້ວຍ​ຂອບ​ຂະ​ໜາດ​ໃຫຍ່, ດ້ວຍ​ຈ​ຳ​ນວນ​ນັກ​ຮຽນ​ເຂົ້າ​ຮ່ວມ​ແມ່ນ 80 ຄົນ, ​ພັກອາ​ໄສ​ຢູ່ກັບ 40 ຄອບ​ຄົວ​ໃນ​ບ້ານ ເບື໋ອມ ແລະ ບ້ານ ໂຫ​ທົນ ໄດ້​ຮັບ​ໝາກ​ຜົນ​ຢ່າງດີ​ງາມ.

        “ບັນ​ດາ​ນັກ​ສຶກ​ສາ​ລາວ ເມື່ອ​ດຳ​ລົງ​ຊີ​ວິດ​ພ້ອມ​ກັບ​ພໍ່​ແມ່​ປະ​ຊາ​ຊົນ​ນັ້ນ, ນ້ຳ​ໃຈ​​ຄວາມ​ຮັກ​ແພງລະ​ຫວ່າງ​ນັກ​ສຶກ​ສາ ແລະ ພໍ່​ແມ່​ປະ​ຊາ​ຊົນ​ເລິກ​ເຊິ່ງກວ່າ​ອີກ, ບັນ​ດາ​ພວກ​ນ້ອງກໍ່​ຮັກ​ຫອ​ມ​ບັນ​ດາ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ເຊິ່ງ​ຕົນ​ເອງ​ດຳ​​ເນີນ​ຊີ​ວິດ ແລະ ພວກ​ນ້ອງກໍ່​ຖືນັ້ນ​ເປັນ​ຄອບ​ຄົວ​ທີ່ 2 ຂອງ​ຕົນ, ​ບັນ​ດາ​ຄອບ​ຄົ​ວນັ້ນ​ກໍ່​ເບິ່ງ​ແຍງ​ດູ​ແລ, ຊ່ວຍ​ເຫຼືອພວກ​ນ້ອງ​​ໃນ​ການ​ຮ່ຳ​ຮຽນ ແລະ ດຳ​ລົງ​ຊີ​ວິດ. ນີ້​ແມ່ນ​ໝາກ​ຜົນ​ທີ່​ໜ້າ​ປະ​ທັບ​ໃຈ ແລະ ມ​ີ​ຄວາມ​ໝາຍ​ອັນ​ໃຫຍ​່​ຫຼວງ​ໃນ​ການ​ສ້າງ​ສາ ແລະ ​ເພີ່ມ​ພ​ູນ​ຄຸນ​ສ້າງນ້ຳ​ໃຈ​ມິ​ດ​ຕະ​ພາບ​​​ລະ​ຫວ່າງຫວຽດ​ນາມ - ລາວ”


ສິ້ນສຸດລາຍການສົ່ງນັກສຶກສາລາວລົງຕົວຈິງຢູ່ເຮືອນຂອງຊາວຫວຽດນາມ - ảnh 2
(ທ່ານ​ນາງ ຫງວຽນ​ທິ​ລານ​ແອງ, ​ຮອງ​ຫົວ​ໜ້າ​ຫ້ອງ​ການ​
ສະ​ມາ​ຄົມ​ມິດ​ຕະ​ພາບ​ຫວຽດ​ນາມ - ລາວ ນະ​ຄອນ​ຮ່າ​ໂນ້ຍ ມອບໃບ​ຍ້ອງ​ຍໍ)

ເມື່ອ​ຕີ​ລາ​ຄາ​ກ່ຽວ​ກັບ​ຮູບ​ແບບ​ການ​ເຄື່ອນ​ໄຫວ homestay, ທ່ານ​ນາງ ຫງວຽນ​ທິ​ລານ​ແອງ, ຮອງ​ເລ​ຂາ​ທິ​ການ​ໃຫຍ່, ທັງ​ເປັນ​ຮອງ​ຫົວ​ໜ້າ​ຫ້ອງ​ການ​ສະ​ມາ​ຄົມ​ມິດ​ຕະ​ພາບ​ຫວຽດ​ນາມ - ລາວ ນະ​ຄອນ​ຮ່າ​ໂນ້ຍ, ໃຫ​້​ຮູ້​ວ່າ.

        “ຮູບ​ແບບ​ການ​ເຄື່ອນ​ໄຫວ homestay ແມ່ນ​ຈຸດ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ສະ​ມາ​ຄົມ​ມິດ​ຕະ​ພາບ​ຫວຽດ​ນາມ - ລາວ ນະ​ຄອນ​ຮ່າ​ໂນ​້ຍ. ຮູບ​ແບບ homestay ໄດ້​ຮັບ​ການ​ຕີ​ລາ​ຄາ​ສູງ​ຈາກ​ສູນ​ກາງ ແລະ ພວກ​ຂ້າ​ພະ​ເຈົ້າ​ກໍ່​ສະ​ໜັບ​ສະ​ໜູນ​ການ​ມີ​ຫົວ​ຄິດ​ປະ​ດິດ​ສ້າງ​ຂອງ​ໂຮງ​ຮຽ​ນ T78. ປະ​ຊາ​ຊົນ​ຢູ່​ທີ່ນີ້​ຕ້ອນ​ຮັບ​ນັກ​ສຶກ​ສາ​ລາວ ​ມາ​ດຳ​ລົງ​ຊີ​ວິດ​ຢູ່​ຮ່ວມ​ກັບຄອບ​ຄົວຢ່າງ​ສຸດ​ຈ​ິດ​ສຸດ​ໃຈ. ນີ້​ແມ່ນ​ກາ​ນ​ເຄື່ອນ​ໄຫວ​ເພື່ອ​ຍູ້​ແຮງ​ການ​ພົວ​ພັນກັບ​ປະ​ຊາ​ຊົນຕ່າງ​ປະ​ເທດ ຖືກ​ຕາມ​ການ​ຊີ້​ນຳ​ນຳ​ພາ​ຂອງ​ພັກ ແລະ ລັດ”.


ສິ້ນສຸດລາຍການສົ່ງນັກສຶກສາລາວລົງຕົວຈິງຢູ່ເຮືອນຂອງຊາວຫວຽດນາມ - ảnh 3

ເນື່ອງ​ໃນ​ໂອ​ກາດນີ້, ທາງ​ໂຮງ​ຮຽນ, ສະ​ຖານ​ທູດ​ລາວ ປະ​ຈຳ​ຫວຽດ​ນາມ, ສະ​ມາ​ຄົມ​ມິດ​ຕະ​ພາບ​ຫວຽດ​ນາມ - ລາວ ນະ​ຄອນ​ຮ່າ​ໂນ້ຍ ກໍ​ໄດ້​ມອບ​ໃບ​ຍ້ອງ​ຍໍ​ໃຫ້​ບັນ​ດາ​ຄູ​ອາ​ຈານ ແລະ ຄອບ​ຄົວ​ ທີ່​ໄດ້​ເຂົ້າ​ຮ່ວມ​ລາຍ​ການ ເພື່ອ​ຮັບ​ຮູ້​ບັນ​ດາ​ການ​ປະ​ກອບ​ສ່ວນ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ​ຫວຽດ​ນາມ - ລາວ.

ຕອບກັບ

ຂ່າວ/ບົດ​ອື່ນ