ເລຂາທິການໃຫຍ່ຫງວຽນຟູ໋ຈ້ອງ ຕ້ອນຮັບເຈົ້າຄອງນະຄອນຫຼວງ ວຽງຈັນ, ປະເທດລາວ

ເລຂາທິການໃຫຍ່ຫງວຽນຟູ໋ຈ້ອງ ຕ້ອນຮັບເຈົ້າຄອງນະຄອນຫຼວງ ວຽງຈັນ, ປະເທດລາວ	 - ảnh 1
ທ່ານ ສິນ​ລະ​ວົງ ຄຸ​ດ​ໄພ​ທູນ, ເລ​ຂາ​ຄະ​ນະ​ພັກ​, ເຈົ້າ​ຄອງ​ນະ​ຄອນຫຼວງ ວຽງ​ຈັນ ແລະ ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ໋​ຈ້ອງ

(vovworld) – ​ ​​ທີ່​ການ​ຕ້ອນ​ຮັບທ່ານ ສິນ​ລະ​ວົງ ຄຸ​ດ​ໄພ​ທູນ, ເລ​ຂາ​ຄະ​ນະ​ພັກ​, ເຈົ້າ​ຄອງ​ນະ​ຄອນຫຼວງ ວຽງ​ຈັນ ​ໃນ​ຕອນ​ບ່າຍ​ວັນ​ທີ 27/3, ທີ່​ສຳ​ນັກ​ງານ​ສູນ​ກາງ​ພັກ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ ກອມ​ມູ​ນິດ ຫວຽດ​ນາມ ຫງວຽນ​ຟູ໋​ຈ້ອງ ໄດ້​ຕີ​ລາ​ຄາ​ສູງ ຄວາມ​ໝາຍ​ຂອງ​ການ​ຢ້ຽມ​ຢາມ ຖືກ​​ດຳ​ເນີນໃນ​ປີສະ​ເຫຼີມ​ສະຫຼອງ 55 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ, 40 ປີ​ແຫ່ງວັນ​ເຊັນ​ສົນ​ທິ​ສັນ​ຍາມ​ິດ​ຕະ​ພາບ ແລະ ການ​ຮ່ວມ​ມື ຫວຽດ​ນາມ - ລາວ; ເນັ້​ນ​ໜັກ​​ເຖິງຄວາມ​ສຳ​ຄັນ​ຂອງ​ການ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້​ອ, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ ຫວຽດ​ນາມ - ລາວ ສຳ​ລັບ 2 ພັກ, 2 ​ລັດ ແລະ ປະ​ຊາ​ຊົນ 2 ປະ​ເທດ; ​ຂອບ​ໃຈ​ການ​ຊ່ວຍ​ເຫຼືອ​ອັນ​ໃຫຍ່ຫຼວງ, ບ​ໍ​ລິ​ສຸດ​ຜຸດ​ຜ່ອງ​ເປັນ​ທຳເຊິ່ງ ພັກ, ລັດ ແລະ ປະ​ຊາ​ຊົນ​ລາວ​ຍາມ​ໃດ​ກໍ່​ສະ​ຫງວນ​ໃຫ້​ປະ​ຊາ​ຊົນ ຫວຽດ​ນາມ. ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ຕີ​ລາ​ຄາ​ສູງ​ໝາກ​ຜົນ​ຂອງ​ການ​ເຮັດ​ວຽກ​ລະ​ຫວ່າງ​ຄະ​ນະ​ຜູ້​ແທນ​​ຂອງນະ​ຄອນຫຼວງ 2 ປະ​ເທດ ກໍ່​ຄື​ໝາກ​ຜົນ​ຂອງ​ການ​ຮ່ວມ​ມື​ລະ​ຫວ່າງ​ນະ​ຄອນຫຼວງ 2 ປະ​ເທດ​ໃນ​ໄລ​ຍະ​ຜ່ານ​ມາ.

        ແລະ​ກໍ່​ໃນ​ຕອນ​ຄ່ຳ​ວັນ​ທີ 27/3, ຢູ່​​ຫໍ​ປະ​ຊຸມ​ສາ​ກົນ, ທ່ານ ດິງ​ລາ​ທັງ, ເລ​ຂາ​ຄະ​ນະ​ພັກ​ນະ​ຄອນ ໂຮ່​ຈີ​ິ​ມິນ ໄດ້​ຕ້ອນ​ຮັບທ່ານ ສິນ​ລະ​ວົງ ຄຸ​ດ​ໄພ​ທູນ, ເລ​ຂາ​ຄະ​ນະ​ພັກ​, ເຈົ້າ​ຄອງ​ນະ​ຄອນຫຼວງ ວຽງ​ຈັນ ພວມ​ຢ້ຽມ​ຢາມ ແລ​ະ ເຮັດ​ວຽກ​ຢູ່ ຫວຽດ​ນາມ. ທີ່​ການ​ຕ້ອນ​ຮັບ, ທ່ານ ດິງ​ລາ​ທັງ ເນັ້ນ​ໜັກ​ວ່າ​: ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ​ນະ​ຄອນ ໂຮ່​ຈີ​ມິນ​ ແລະ ນະ​ຄອນຫຼວງ ວຽງ​ຈັນ ແມ່ນ​ຮູບ​ແບບ​ເພື່ອ​ໃຫ້​ບັນ​ດາ​ທ້ອງ​ຖິ່ນ 2 ປະ​ເທດ​ຮ່ຳ​ຮຽນ​ເອົາ. ທ່ານ ດິງ​ລາ​ທັງ ຖື​ວ່າ: ໃນ​ປີ 2017, 2 ປະ​ເທດ​ສະ​ເຫຼີມ​ສະຫຼອງ 55 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ (5/9/1962 – 5/9/2017), 40 ປີ​ແຫ່ງວັນ​ເຊັນ​ສົນ​ທິ​ສັນ​ຍາ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື ຫວຽດ​ນ​າມ - ລາວ (18/7/1977 – 18/7/2017), 2 ທ້ອງ​ຖິ່ນ​ຕ້ອງ​ຍູ້​ແຮງ​ການ​ແລກ​ປ່ຽນ​ບັນ​ດາ​ການ​ເຄື່ອນ​ໄຫວ​ຂັ້ນ​ສູງ, ຈັດ​ຕັ້ງ​ການ​ເຄື່ອນ​ໄຫວຫຼາຍ​ຢ່າງ​ທີ່​ມີ​ຄວາມ​ໝາຍ. ສ່ວນ​ທ່ານ ສິນ​ລະ​ວົງ ຄຸ​ດ​ໄພ​ທູນ ຫວັງ​ວ່າ 2 ຝ່າຍ​ຈະ​ແລກ​ປ່ຽນ​ບົດ​ຮຽນ​ກ່ຽວ​ກັບ​ຂົງ​ເຂດ​ເກັບ​​ອາ​ກອນ ແລະ ວຽກ​ງານ​ພາ​ສີ.


ຂ່າວ/ບົດ​ອື່ນ