ໄມຕີຈິດມິດຕະພາບຫວຽດນາມ-ລາວຢູ່ເຂດດິນແດນປະເທດກຳປູເຈຍ

ໄມຕີຈິດມິດຕະພາບຫວຽດນາມ-ລາວຢູ່ເຂດດິນແດນປະເທດກຳປູເຈຍ - ảnh 1
ໄມຕີຈິດມິດຕະພາບຫວຽດນາມ-ລາວຢູ່ເຂດດິນແດນປະເທດກຳປູເຈຍ
(ພາບ: vietnamplus.vn)

(vovworld) - ວັນ​ທີ 25/03, ຢູ່​ນະ​ຄອນ​ຫຼວງ​ພະ​ນົມ​ເປັນ, ສະ​ຖານ​ທູດ​ຫວຽດ​ນາມ ປະ​ຈຳ​ລາ​ຊະ​ອາ​ນາ​ຈັກ​ກຳ​ປູ​ເຈຍ ໄດ້​ຈັດ​ງານ​ພົບ​ປະ​ແລກ​ປ່ຽນ​ກິ​ລາ​ມິດ​ຕະ​ພາບ​ລ​ະ​ຫວ່າງ​ສະ​ຖ​ານ​ທູດ​ຫວຽດ​ນາມ ແລະ ສະ​ຖານ​ທູດ​ລາວ. ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ແທດ​ຈິງ, ເພີ່ອ​ແນ​ໃສ່​ມຸ່ງ​ໄປ​ເຖິງ​ພິ​ທີ​ສະ​ເຫຼີມ​ສະ​ຫຼອງ 55 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ ແລະ 40 ປີ​ແຫ່ງວັນ​ເຊັນ​ສົນ​ທິ​ສັນ​ຍາ​ມິດ​ຕະ​ພາບ ແລະ ຮ່ວມ​ມື​ລະ​ຫວ່າງ 2 ປະ​ເທດ. ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ໄຂ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນາມ ປະ​ຈຳ​ກ​ຳ​ປູ​ເຈຍ ແທກ​ຢື ຢືນ​ຢັນ​ວ່າ, ການ​ສົມ​ທົບ​ກັນ​ຈັດ​ຕັ້ງ​ບັນ​ດາ​ການ​ເຄື່ອນ​ໄຫວ​ສະ​ເຫຼີມ​ສະ​ຫຼອງ​ໃຫຍ່​ໃນ​ປີ 2017 ໃຫ້​ເປັນ​ຢ່າງ​ດີ, ໃນ​ນັ້ນ​ບັນ​ດາ​​ສະ​ຖານ​ທູດ​ຫວຽດ​ນາມ ແລະ ລາວ ປະ​ຈຳ​ປະ​ເທດ​ກຳ​ປ​ູ​ເຈຍ ເວົ້າ​ສະ​ເພາະ ແລະ ບັນ​ດາ​ປະ​ເທດ​ເວົ້າ​ລວມ ຈະ​ເຮັດ​ໃຫ້​ປະ​ຊາ​ຊົນ 2 ປະ​ເທດ, ພິ​ເສດ​ແມ່ນ​ລຸ້ນ​ໜຸ່ມ​ມີ​ຄວາມ​ຮັບ​ຮູ້​ກ່ຽວ​ກັບ​ຄວາມ​ໝາຍ, ​ໄມ​ຕີ​ຈິດ ແລະ ການ​ພົວ​ພັນ​ສາ​ມັກ​ຄີ​ແບບ​ພິ​ເສດ​ລະ​ຫວ່າງ​ຫວຽດ​ນາມ - ລາວ ອ້າຍ​ນ້ອງ ຢ່າງ​ເລິກ​ເຊິ່ງກວ່າ​ອີກ. ພາຍ​ຫຼັງ​ພິ​ທີ​ໄຂ, ບັນ​ດາ​ພະ​ນັກ​ງານ, ພາ​ລະ​ກອນ​ສະ​ຖານ​ທູດ, ບັນ​ດາ​ອົງ​ການ​ຢູ່​ຂ້າງ​ສະ​ຖານ​ທູດ, ວິ​ສາ​ຫະ​ກິດ, ນັກ​ສຶກ​ສາ 2 ປະ​ເທດ… ໄດ້​ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ​ມິດ​ຕະ​ພາບ​ປິ່ງ​ປ່ອງ, ດອກ​ປີກໄກ່ ແລະ ພົບ​ປະ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ, ສີ​ລະ​ປະ​ໃນ​ບັນ​ຍາ​ກາດ​ມ່ວນ​ຊື່ນ, ເຕັມ​ໄປ​​ດ້ວຍ​ຄວາມ​ສາ​ມັ​ກ​ຄີ​ນ້ຳ​ໄມ​ຕີ​ຈິດ​​ມິດ​ຕະ​ພາບ.


ຂ່າວ/ບົດ​ອື່ນ