ຕົ້ມເຄັມປາໂຄກ - ເຍື່ອງອາຫານພິເສດຂອງແຂວງຮ່ານາມ

ສຳ​ລັບ​ຊາວ​ຫວຽດ​ນາມ​ແລ້ວ, ຕົ້ມ​ເຄັມ​ປາ​ໂຄກ​ແມ່ນ​ເຍື່ອງ​ອາ​ຫານ​ປະ​ຈຳ​ວັນ​ມີ​ຢູ່​ທຸກ​ແຫ່ງ​ຫົນ​ໃນ​ປະ​ເທດ​ຫວຽດ​ນາມ. ແຕ່​ຢູ່​ໝູ່​ບ້ານ ດ້າຍ​ຮ່​ວາງ, ເມືອງຫຼີ​ເຍີນ, ແຂວງ​ຮ່າ​ນາມ, ອາ​ຫານ​ເຍື່ອງນີ້​ໄດ້​ກາຍ​ເປັນ​ເຄື່ອງ​ໝາຍ​ການ​ຄ້າ​ທີ່​ມີ​ຊື່​ສຽງ. ຊາວ​ບ້ານ​ດ້າຍ​ຮ່​ວາງ​ຖື​ວ່າ : ຕົ້ມ​ເຄັມ​ປາ​ໂຄກຢູ່​ບ້ານ​ຕົນ ແມ່ນ​ແຊບກວ່າ​ໝູ່ເມື່ອ​ທຽບ​ໃສ່​ແຫ່ງ​ອື່ນໆ.

ຕົ້ມເຄັມປາໂຄກ - ເຍື່ອງອາຫານພິເສດຂອງແຂວງຮ່ານາມ - ảnh 1
ຕົ້ມເຄັມປາໂຄກ - ເຍື່ອງອາຫານພິເສດຂອງແຂວງຮ່ານາມ

     ພາຍຫຼັງ​ຂີ່​ລົດ​ຈັກ​ປະ​ມານ 50 ນາ​ທີ, ຈາກ​ນະ​ຄອນ​ຝູຫຼີ, ແລ່ນ​ລຽບ​ຕາມ​ຝັ່ງ​ແມ່​ນ້ຳ​ເຈົາ​ຢາງ, ກໍ​ຈະ​ຮອດໝູ່​ບ້ານ ດ້າຍ​ຮ່​ວາງ. ໂດຍ​ຍ່າງ​ຕາມ​ເສັ້ນ​ທາງ​ຖືກກໍ່​ສ້າງ​ດ້ວຍ​ເບ​ຕົງ​ພາ​ໄປ​ເຖິງ​ເຮືອນ​ຂອງ​ລຸງ ເຈີນ​ບ້າ​​ລ້ວນ, ເວ​ລານີ້​ແມ່ນ​ປະ​ມານ 14 ໂມງ. ຈາກ​ຫົວ​ທາງ​ຮ່ອມ, ພວກ​ຂ້າ​ພະ​ເຈົ້າ​ກໍ​ໄດ້​ຍິນ​ສຽງ​ລົມ​ກັນ​ຢ່າງ​ເນື່ອງ​ນັນ​ຢູ່​ສະ​ລ້ຽງ​ປາ​ທາງຫຼັງ​ເຮືອນ. ເວ​ລານີ້, ລຸງ​ລ້ວນ​ພ້ອມ​ກັບ​ພີ່​ນ້ອງ​ອີກ 3 ຄົນ​ພວມ​ດຶງມອງ​​ຫາປາໂຄກ​ດຳ​ໃນ​ສະ​ກວ້າງປະ​ມານ​ຮ້ອຍ​ຕາ​ແມັດ​ເພື່ອ​ກະ​ກຽມປຸງ​ແຕ່ງ​ເຍື່ອງ​ອາ​ຫານຕົ້ມ​ເຄັມ​ປາ​ໂຄກ. ລຸງ ເຈີນ​ບ້າ​ລ້ວນໃຫ້​ຮູ້​ວ່າ : 

    “ ປາ​ໂຄກ​ດຳ ເມື່ອ​ປຸງ​ແຕ່ງ​​ເປັນ​ເຍື່ອງ​ອາ​ຫານ​ຕ່າງໆກໍ​ຈະ​ເຮັດ​ໃຫ້​ມີ​ລົດ​ຊາດ​ພິ​ເສດ ແລະ ມີ​ບັນ​ດາທາດ​ບຳ​ລຸງ​ຕໍ່​ສຸ​ຂະ​ພາບ. ສຳ​ລັບ​ປາ​ໂຄກ​ດຳ, ກໍ​ແມ່ນ​ປາ​ຊະ​ນິດ​ທີ່​ແຊບກວ່າ​ໝູ່​ເມື່ອ​ທຽບ​ໃສ່​ປາ​ນ້ຳ​ຈືດທຸກ​ຊະ​ນິດ​ທີ່ໃຊ້ເພື່ອປຸງ​ແຕ່ງ​ເຍື່ອງ​ອາ​ຫານ​ຕົ້ມ​ເຄັມ. ເມື່ອ​ຕົ້ມ​ເຄັມປາ, ຖ້າຮູ້​ຈັກ​ວິ​ທີ​ປະ​ສົມ​ກັບ​ເຄື່ອງ​ປຸງ, ກໍ​ຈະ​ເຮັດ​ໃຫ້​ອາ​ຫານ​ເຍື່ອງນີ້​​ແຊບ ແລະ ມີ​ລົດ​ຊາດຫອມ​ພິ​ເສດ​ ”

            ລຸງ​ລ້ວນ​ພວມ​ຊອຍຫົວ​ຂ່າເປັນ​ປ່ຽງ​ບາງໆ​ເພື່ອ​ເອົາຮອງ​ໃສ່​ພື້ນ​ໝໍ້​ດິນ​​ເພື່ອ​ບໍ່ໃຫ້ປາ​ໄໝ້ ແລະ ຕິດ​​ໝໍ້. ລຸງ​ລ້ວນ​ເອົາ​ປາ​ທີ່​ໄດ້​ຕັດ​ເປັນ 4 ຕ່ອນ (ບໍ່​ເອົາ​ຫົວ ແລະ ຫາງ​ຂອງ​ມັນ)​ໃສ່​ໝໍ້​ດິນ​. ລຸງ​ລ້ວນ​ສືບ​ຕໍ່ເອົາ​ຫົວ​ຂ່າ ແລະ ຂີງ​ທີ່​ໄດ້​ຕຳ​ໃຫ້​ມຸ່ນ, ແລ້ວ​ໂຮຍ​ໃສ່​​ຕ່ອນປາ ເພື່ອ​ເຮັດໃຫ້​ໃນ​ເວ​ລາຕົ້ມເຄັມ, ເຄື່ອງ​ປຸງ​ຈະ​ຊຶມ​ເຂົ້າ​ເນື້ອ​ປາ. ຕໍ່​ຈາກນັ້ນ, ກໍ​ເອົາ​ໝໍ້ຕົ້ມເຄັມປາໄປ​ໃຫ້ປ້າ​ຮ່​ວານ ຊຶ່ງ​ແມ່ນຜູ້ເປັນ​ເມຍ​ຂອງລຸງ​ລ້ວນ​ ເພື່ອເອົາ​ຫົວ​ຜັກ​ບົ່ວ, ໝາກ​ເຜັດ, ນ້ຳ​ປາໃສ່​ຕື່ມ​ອີກ. ສຳ​ຄັນ​ກວ່າ​ໝູ່​ແມ່ນ​ຕ້ອງ​ເອົາ​ນ້ຳ​ດອງ​ປູ​ໃສ່​ຕື່ມ ເພາະ​ມັນ​ຈະ​ເຮັດ​ໃຫ້​ເພີ່ມ​ລົດ​ຫວານ​ແບບ​ທຳ​ມະ​ຊາດ​ໃຫ້​ເຍື່ອງ​ອາ​ຫານຕົ້ມເຄັມ​ປາ​ຕື່ມ​ອີກ. ປ້າ​ຮ່​ວານ​ເປີດ​ເຜີຍ​ວ່າ :

    “ ເມື່ອຕົ້ມເຄັມ​ປາ ແມ່ນ​ແຊ​ບ​ກ່​ວາ​ເມື່ອ​ທຽບ​ໃສ່​ໝໍ້​ໂລ​ຫະ. ສຳ​ລັບໝໍ້​ດິນ​ເຜົານັ້ນ, ແມ່ນ​ຕ້ອງ​ຊື້​ມາ​ຈາກ​ແຂວງ​ເງະ​ອ່ານ ຈຶ່ງ​ສາ​ມາດ​ຮັບ​ປະ​ກັນ​ຄວາມ​ທົນ​ທານ​ໃນ​ຕະຫຼອດ​ເວ​ລາຕົ້ມເຄັມ. ພາຍຫຼັງ​ທີ່​ເອົາ​ປາ​ໃສ່​ໝໍ້​ແລ້ວ, ຈຶ່ງ​ເອົາ​ເຄື່ອງ​ປຸງ​ໃສ່ຕາມຫຼັງ​ ”

      ປ້າ​ຮ່​ວານ​ຟ້າວ​ນຳ​ເອົາໝໍ້​​ຕົ້ມ​ເຄັມ​ປາເຂົ້າ​ໃນ​ເຮືອນ​ຄົວ​​ທີ່ມີ​ເນື້ອ​ທີ່ປະ​ມານ 10 ຕາ​ແມັດ. ໃນ​ເຮືອນ​ຄົວ​ມີ​ຂ່ຽງ​ຍາວ​ເຮັດ​ດ້ວຍ​ເຫຼັກ 3 ອັນ, ແຕ່​ລະ​ອັນ ກໍ​ສາ​ມາດ​ວາງ​ໝໍ້ຕົ້ມເຄັມໄດ້​ປະ​ມານ 10 ໝໍ້. ລຸງ​ລ້ວນ​ໃຫ້​ຮູ້​ກ່ຽວ​ກັບ​ວິ​ທີ​​ດັງໄຟ​ເມື​່ອ​ຕົ້ມ​ເຄັມ​ປາວ່າ : 

           “ ຂອດ​ທີ່​ສຳ​ຄັນ​ກ​່​ວາ​ໝູ່ ແມ່ນ​ຕ້ອງ​ຮັກ​ສາ​ຄວາມ​ຮ້ອນ​ຂອງ​ເຕົາ​ໄຟ​ໄດ້, ຕ້ອງເຮັດ​ໄຟ​ອ່ອນໆ​ເພື່ອ​ໃຫ້​ນ້ຳ​ໃນ​ໝໍ້ຕົ້ມເຄັມປາ​ຄ່ອຍ​ຟົດ​ຕະຫຼອດ, ຖ້າບ​ໍ່​ດັ່ງ​ນັ້ນ, ຈະ​ເຮັດ​ໃຫ້​ນ້ຳ​ໃນ​ໝໍ້​ແຫ້ງ​ໄວ. ຖ້າ​​ຢາກຕົ້ມເຄັມປາ​ໃຫ້​ແຊ​ບນັ້ນ, ກໍ​ຕ້ອງ​ໃຊ້​ເວ​ລາ​ປະ​ມານ 14-16 ຊົ່ວ​ໂມງ. ດ້ວຍ​ບົດ​ຮຽນ​ໃນ​ການຕົ້ມເຄັມປາ​ຂອງ​ຄອບ​ຄົວ​​ແລ້ວ, ຖ້າ​ໄດ້​ຟັງ​ສຽ​ງ​ນ້ຳ​ຟົດ ກໍ​ອາດ​ຈະ​ຮູ້​ວ່າຮອດ​ເວ​ລາ​ໃດ​ນ້ຳ​ໃນ​ໝໍ້ຈະ​ແຫ້ງ ແລະ ຖ້າ​ໄດ້ດົມ​ກິ່ນ ກໍ​ຈະ​ຮູ້​ໂລດ​ວ່າ​ປາ​ຈະ​ເຄັມຫຼືຈາງ  ”

      ໃນ​ເມື່ອ​ຕົ້ມ​ເຄັມ​ປາ​​ໃກ້ຈະ​ສຳ​ເລັດ​ນັ້ນ, ປ້າ​ຮ່​ວານ​ກໍ​ເອົາ​ນ້ຳ​ໝາກ​ນາວ​ຕື່ມ​ໃສ່​ 1 ບ່ວງກາ​ເຟເພື່ອ​ດັບກິ່ນ​ຄາວ, ທັງ​ເປັນ​ການ​ສ້າງ​ລົດ​ຊາດ​ພິ​ເສດ​ໃຫ້​ອາ​ຫານ​ເຍື່ອງນີ້.

     ແຕ່​ລະ​ມື້, ຄອບ​ຄົວລຸງ​ລ້ວນໄດ້​ຂາຍຕົ້ມ​ເຄັມ​ປາ​ອອກ​ສູ່​ຕະຫຼາດ​ໄດ້​ແຕ່ 300-400 ໝໍ້, ດ້ວຍ​ລາ​ຄາແຕ່ 4 ແສນ​ຫາ 1 ລ້ານກວ່າ​ດົງ. ໝໍ້ຕົ້ມ​ເຄັມ​ປາເມື່ອ​ປຸງ​ແຕ່ງ​ສຳ​ເລັດ​ແລ້ວ ຈະມີກິ່ນຫອມຫວນ, ເນື້ອປາແໜ້ນ, ຫວານ ແລະ ຫອມກິ່ນ​ຫົວຂ່າ.       

         ທ່ານ​ຜູ້​ຟັງ​ທີ່​ເຄົາ​ລົບ! ຖ້າ​ຫາກ​ພວ​ກ​ເພື່ອນ​ຢາກ​ເຮັດຕົ້ມ​ເຄັມ​ປາ​ໃຫ້​ຄອບ​ຄົວ​ກິນ, ພວກ​ເພື່ອນ​ຕ້ອງ​ກະ​ກຽມ​ວັດ​ຖຸ​ດິບ​ດັ່ງ​ນີ້:

-       ປາ​ໂຄກ​ດຳ​:​ໂຕ 1 (ປະ​ມານ 3 kg ຂຶ້ນ​ໄປ)

-       ຫົວ​ຂ່າ, ຂີງ, ຫົວ​ຜັກ​ຫອມ​ບົວ​ແຫ້ງ, ໝາກ​ພີກ​ໄທ, ເກືອ, ແປ້ງ​ນົວ

-       ນ້ຳຕານ​ໄໝ້, ນ້ຳ​ກະ​ທິ​ໝາກ​ພ້າວ

-       ໝາກ​ນາວ, ໝາກ​ເຜັດ​ດິບ

-       ວິ​ທີ​ປຸງ​ແຕ່ງ :

     ທຳ​ອິດ​ຕ້ອງ​​​ຄົວປາ, ​ເຊາ​ະ​ເກັດ, ​ເອົາ​ໄສ້​ອອກ ແລະ ລ້າງໃຫ້​ສະ​ອາດ, ຕັດ​ເອົາແຕ່​ໂຕ, ບໍ່​ເອົາ​ຫົວ ແລະ ຫາງ​ຂອງ​ປາ, ແລ້ວ​ກໍ​ເອົາ​ມີດ​ຄ່ອຍ​ແລ່​ສອງ​ສາມ​ບາດ, ຫຼັງ​ຈາກນັ້ນ​ເອືອບ​ກັບ​ເກືອ, ແປ້ງນົວ.

     ສຳ​ລັບໝໍ້​ດິນ​ເຜົາ​ນັ້ນ, ກ່ອນ​ທີ່​ຈະ​ໃຊ້​ເພື່ອຕົ້ມ​ເຄັມ​ປາ, ກໍ​ຕ້ອງ​ຕົ້ມ​ໝໍ້​ໃຫ້​ສະ​ອາດ​ເສຍ​ກ່ອນ, ແລ້ວ​ຊອຍຫົວ​ຂ່າເປັນ​ປ່ຽງບາງໆ​ເພື່ອ​ເອົາຮອງ​ໃສ່​ກົ້ນ​ໝໍ້​ດິນ​ເຜົາ​ເພື່ອ​ບໍ່ໃຫ້ປາ​ຖືກ​ໄໝ້ ແລະ ຕິດ​​ໝໍ້. ແລ້ວ​ກໍ​ເອົາ​ເນື້ອ​ປາ​ໃສ່​. ຕໍ່​ຈາກນັ້ນ ກໍ​ໂຮຍຫົວ​ຂ່າ ແລະ ຂີງທີ່​ໄດ້​ຕຳ​ໃຫ້​ມຸ່ນໃສ່​ເທິ່ງ. ຫຼັງ​ຈາກນັ້ນ, ກໍ​ເອົາ​ນ້ຳ​ປາ 1 ບ່ວງ​ກາ​ເຟ, ເກືອ 2 ບ່ວງ​ກາ​ເຟ​ພ້ອມ​ກັບ​ແປ້ງ​ນົວ, ນ້ຳ​ໝາກ​ນາວ, ນ້ຳ​ກະ​ທິ ແລະ ​ນ້ຳນ້ຳ​ຕານ​ໄໝ້​ໃສ່ເພື່ອໃຫ້​ມີ​ສີ​ງາມ. ຕໍ່​ຈາກນັ້ນ ກໍ​ເຕີມ​ນ້ຳ​ໃສ່ ແລະ ເຮັດ​ໄຟ​ອ່ອນໆ. ຕ້ອງ​ຕົ້ມ​ເຄັມປາໃນ​ເວ​ລາ​ປະ​ມານ 16 ຊົ່ວ​ໂມງ ຈົນ​ກວ່າ​ເນື້ອ​ປາ​ອ່ອນ​ນຸ່ມ. ສຸດ​ທ້າຍ​ກໍ​ເອົາ​ຜັກ​ຫອມ​ບົ່ວ, ໝາກ​ເຜັດ, ນ້ຳ​ໝາກ​ນາວ ແລະ ໝາກ​ພີກ​ໄທ​ໃສ່​ຕື່ມ​ເພື່ອເພີ່ມກິ່ນ​ຫອມ.  ຫວັງ​ວ່າ​ພວກ​ເພື່ອນ​ຈະ​ເຮັດ​ກິນ​ແຊບ.

ຕອບກັບ

ຂ່າວ/ບົດ​ອື່ນ