ບັນກາຍ ( ເຂົ້າໜົມປ່ານ )

(VOVWORLD) -ດົນນານມາແລ້ວ, ບັນພະບູລຸດຂອງເຮົາເຄີຍອີງໃສ່ວິທີປຸງແຕ່ງ, ຄຸນລັກສະນະ ຫຼື ຮູບຮ່າງຂອງບັນດາເຂົ້າໜົມປະເພດຕ່າງໆເພື່ອຕັ້ງຊື່ໃຫ້ມັນ. ຕົວຢ່າງຄື ເຂົ້າໜົມເຂົ້າເໝົ້າ ແມ່ນເຮັດມາຈາກເຂົ້າເໝົ້າ, ເຂົ້າໜົມກຸ້ງແມ່ນເຮັດມາຈາກກຸ້ງ, ເຂົ້າໜົມໝາກພ້າວກໍ່ເຮັດມາຈາກໝາກພ້າວ,… ແລະ ເຂົ້າໜົມປ່ານ - ເຊິ່ງແມ່ນຜະລິດຕະພັນພິເສດທີ່ມີຊື່ສຽງຂອງຝູເທາະ ແລະ ກໍ່ແມ່ນເຂົ້າໜົມປະເພດທີ່ເຮັດມາຈາກໃບປ່ານ ແລ້ວກໍ່ຕັ້ງຊື່ເອີ້ນວ່າ ເຂົ້າໜົມປ່ານ.
ບັນກາຍ ( ເຂົ້າໜົມປ່ານ ) - ảnh 1 ບັນກາຍ ( ເຂົ້າໜົມປ່ານ )

ຈາກນະຄອນຫວຽດຈີ່ແຂວງຝູເທາະ, ລຽບໄປຕາມແມ່ນ້ຳ ໂລ ປະມານ 30 ກິໂລແມັດ, ລ້ຽວເຂົ້າທາງເບຕົ່ງ, ຢູ່ສອງຟາກທາງແມ່ນເດີ່ນປູກຕົ້ນປ່ານ, ໄປອີກປະມານ 50 ແມັດແມ່ນຮອດເຮືອນແມ່ເຖົ້າທ້ວນ. ຕອນນີ້ແມ່ນເວລາ 7 ໂມງເຊົ້າຂອງມື້ຕົ້ນລະດູໃບໄມ້ຫຼົ່ນ, ແມ່ເຖົ້າທ້ວນ ພວມລ້າງໃບປ່ານຢູ່, ສ່ວນເອື້ອຍ ງາ ເຊິ່ງແມ່ນລູກໃຜ້ຂອງລາວກໍ່ພວມຮ່ອນເຂົ້າໜຽວຢູ່ເດີ່ນນ້ຳສ້າງຕິດກັບເຮືອນຄົວ ເພື່ອກະກຽມເຮັດເຂົ້າໜົມປ່ານ. ຕົ້ນປ່ານແມ່ນ ຕົ້ນໄມ້ຊະນິດທີ່ຢູ່ໄດ້ດົນ, ອາດຈະສູງຮອດ 1,5 – 2 ແມັດ, ຖືກປູກໄວ້ເພື່ອເອົາໃບມາເຮັດເຂົ້າໜົມ. ເອື້ອຍ ງາ ທັງຮ່ອນເຂົ້າ ທັງແບ່ງປັນເຄັດລັບໃນການເຮັດເຂົ້າໜົມນປ່ານທີ່ມີລົດຊາດແຊບຫວານ ວ່າ:

        ເພື່ອໃຫ້ໄດ້ເຂົ້າໜົມປ່ານທີ່ມີລົດຊາດແຊບນັ້ນ, ຕ້ອງຜ່ານຫຼາຍຂັ້ນຕອນຢ່າງພິຖີພິຖັນ. ກ່ອນອື່ນໝົດຕ້ອງເລືອກເອົາເຂົ້າໜຽວຊະນິດທີ່ແຊບ, ມີເມັດສະເໝີກັນ, ຂາວງາມ, ດີທີ່ສຸດແມ່ນເຂົ້າໜຽວດ້ຽນບຽນ, ຫຼັງຈາກຟັດ-ຮ່ອນເອົາຂີ້ແກບ, ໄຈ້ກາກອອກໝົດແລ້ວ ເອົາໄປໃສ່ຄົກຕຳໃຫ້ເປັນແປ້ງ .

        ປີນີ້ແມ່ເຖົ້າ ທ້ວນ ອາຍຸກວ່າ 70 ປີແລ້ວ, ແຕ່ເບິ່ງຄືວ່າຍັງຄ່ອງແຄ້ວ ແລະ ແຂງແຮງຢູ່. ແມ່ເຖົ້າແມ່ນລູກໃຜ້ກົກຂອງຄອບຄົວທີ່ມີມູນເຊື້ອເຮັດເຂົ້າໜົມປ່ານ. ອາຍຸກໍ່ຫຼາຍແລ້ວ ແລະ ກໍ່ເຖິງເວລາທີ່ແມ່ເຖົ້າຕ້ອງຖ່າຍທອດອາຊີບໃຫ້ລູກໃຜ້ຂອງຕົນ ເພື່ອສືບຕໍ່ຮັກສາ ແລະ ເສີມຂະຫຍາຍມູນເຊື້ອຂອງຄອບຄົວ. ເຂົ້າໜົມປ່ານເຮັດມາຈາກວັດຖຸດິບຕົ້ນຕໍ ແມ່ນແປ້ງເຂົ້າໜຽວ ແລະ ໃບປ່ານ. ສະນັ້ນ ຂັ້ນຕອນເຮັດແປ້ງເຂົ້າໜົມແມ່ນສຳຄັນທີ່ສຸດ ແລະ ມີລັກສະນະຕັດສິນ:

        ພາຍຫຼັງລ້າງໃບປ່ານໃຫ້ສະອາດແລ້ວເອົາມາຕົ້ມ, ເມື່ອເຫັນວ່າໃບອ່ອນເປື່ອຍແລ້ວຕັກອອກມາຕຳໃຫ້ແຫຼກ ກໍ່ຈະໄດ້ນ້ຳສີຂຽວດຳ. ຄົນແປ້ງເຂົ້າໜຽວໃສ່ກັບນ້ຳຕານໃຫ້ທົ່ວ, ນ້ຳໃບປ່ານແມ່ນເທົ່າກັບອັດຕາສ່ວນເຂົ້າ 1 ກິໂລກຼາມ ແລະ ນ້ຳຕານ 0,8 ກິໂລກຼາມ, ຫຼັງຈາກ ນັ້ນເອົາທັງໝົດໃສ່ຄົກຕຳໃຫ້ແຫຼກດີ ຈົນຮອດຍາມໃດເຫັນແປ້ງນຸ້ມ, ໜຽວ ແລະ ເປັນສີເຫຼື້ອມແມ່ນໄດ້

        ໃຈເຂົ້າໜົມກໍ່ແມ່ນຂັ້ນຕອນສຳຄັນ, ຕາມເອື້ອຍ ງາ ໃຫ້ຮູ້ວ່າ: ຕ້ອງເຮັດໃຈເຂົ້າໜົມມີລົດຊາດຫວານ, ອ່ອນນຸ້ມ ເພື່ອທົດແທນກັບເປືອກເຂົ້າໜົມຊັ້ນນອກທີ່ມີລົດຊາດຈືດຈາງ. ໃຈເຂົ້າໜົມລວມມີໜາກຖົ່ວຂຽວໜຶ້ງສຸກແລ້ວບົດໃຫ້ແຫຼກ, ນວນໜາກພ້າວຂູດ, ຫົວນ້ຳດ ອກໜາກກ້ຽງໃຫ່ຍ, ນາໍ້ມັນໝູໜ້ອຍໜຶ່ງ, ນາໍ້ຕານໃສ່ໃຫ້ພໍດີ, ແລ້ວເອົາທັງໝົດ ນັ້ນມາຄົນເຂົ້າກັນໃຫ້ທົ່ວເຮັດ ເປັນໃຈ ເຂົ້າໜົມ.

        ຂັ້ນຕອນການຫໍ່ເຂົ້າໜົມກໍ່ລະອຽດພໍສົມຄວນ, ຮຽກຮ້ອງໃຫ້ຜູ້ຫໍ່ຕ້ອງມີ ຄວາມ ຄ່ອງແຄ້ວ ແລະ ມີສີລະປະໃນການຫໍ່. ເອື້ອຍ ງາ ໄດ້ປັ້ນແປ້ງ ທີ່ປະສົມໄວ້ນັ້ນ ເປັນກ້ອນນ້ອຍພໍດີ ແລ້ວເນັ່ນລົງໃຫ້ ເປັນຮູບຈານ ນ້ອຍ ໃຫ້ພໍດີ ກັບອົ້ງມື, ຫຼັງຈາກນັ້ນ ກໍ່ເອົາໃຈເຂົ້າໜົມໃສ່ເຄິ່ງກາງ ແລ້ວບີບປາກມັນເຂົ້າ ໃຫ້ແຈບ ແລະ ເຮັດເປັນ ກ້ອນມົນໆ. ຫຼັງຈາກນັ້ນ ເອື້ອຍເອົາມືເນັ່ນລົງ ໃຫ້ເປັນຮູບສີ່ແຈສາກ, ໂຮຍໝາກງາ ໃສ່ທັງສອງໜ້າ, ສຸດທ້າຍກໍ່ໃຊ້ໃບຕອງຫໍ່ ແລະ ເອົາຕອກມັດໃຫ້ແໜ້ນ:

        ເຂົ້າໜົມປ່ານແມ່ນໃຊ້ໃບຕອງແຫ້ງຫໍ່, ຫຼັງຈາກຕັດໃບຕອງມາແລ້ວ ເອົາໄປຕາກ ໃຫ້ແຫ້ງ, ລ້າງໃຫ້ສະອາດ ປະໄວ້ໃຫ້ສະເດັດນາໍ້ ຫຼື ເອົາໄປຂາງໄຟ ແລ້ວຈຶ່ງເອົາມາຫໍ່, ເຮັດຄືແນວນັ້ນ ເຂົ້າໜົມຈຶ່ງງາມ ເບິ່ງແລ້ວເປັນຕາໜ້າແຊບ

        ເຂົ້າໜົມທີ່ຫໍ່ແລ້ວ, ເອື້ອຍ ງາ ໄດ້ຈັດລຽງໃສ່ໝໍ້ຊຶງແລ້ວເອົາໄປໜຶ້ງ, ໃສ່ນ້ຳຫຼາຍໆ,ເຮັດໄຟແຮງໆ.

        ສະເລ່ຍແລ້ວໜຶ້ງເຂົ້າໜົມປ່ານໝໍ້ໜຶ່ງ ແມ່ນໃຊ້ເວລາແຕ່ 60 ຫາ 80 ນາທີ. ເມື່ອເຂົ້າໜົມສຸກແລ້ວເອົາອອກປະໄວ້ໃຫ້ເຢັນ ແລະ ປະໃຫ້ສະເດັດອາຍທີ່ລະເຫີຍເປັນນ້ຳ. ເຂົ້າໜົມແຊບ ຕ້ອງແມ່ນເຂົ້າໜົມທີ່ກິນເຂົ້າໄປແລ້ວ ຮູ້ສຶກໄດ້ເຖິງຄວາມອ່ອນນຸ້ມ, ໜຽວ, ມີກິ່ນອມ. ເຂົ້າໜົມປ່ານແມ່ນຈັດຢູ່ໃນປະເພດອາຫານທີ່ເປັນຂອງຫວານ ເອົາໄວ້ກິນພາຍຫຼັງກິນເຂົ້າແລ້ວ.

        ຄວາມປະທັບໃຈທຳອິດເມື່ອເຫັນເຂົ້າໜົມປ່ານ ນັ້ນແມ່ນມີຮູບຮ່າງເປັນຮູບສີ່ແຈສາກນ້ອຍໆງາມໆ. ຄ່ອຍແກະເປືອກອອກເທື່ອລະຊັ້ນ, ກໍ່ຈະເຫັນເຂົ້າໜົມເປັນສີດຳໆຂອງນ້ຳໃບປ່ານ, ມີຈຸດໝາກງາສີເຫຼືອງໆ ເບິ່ງແລ້ວສວຍງາມດີ. ຊີມເບິ່ງຄຳໜຶ່ງກໍ່ຮູ້ສຶກວ່າ ມີລົດຊາດຫວານ, ຜົງ, ຫອມມັນຂອງໃຈ ແລະ ອ່ອນນຸ້ມ, ເປັນສີເຢັນໆຂອງເປືອກເຂົ້າໜົມຊັ້ນນອກ. ມີກິ່ນຫອມເປັນເອກະລັກສະເພາະຂອງໃບຕອງແຫ້ງ ທັງໝົດເຫຼົ່ານັ້ນໄດ້ສ້າງເປັນລົດຊາດທີ່ເຂັ້ມຂຸ້ນຂອງເຂດບ້ານນາຫວຽດນາມ. ເຖິງວ່າລຽບງ່າຍ ແຕ່ເຂົ້າໜົມປ່ານກໍ່ໄດ້ນຳມາເຊິ່ງຮູບພາບຂອງເຂດບ້ານນາທີ່ເຕັມໄປດ້ວຍຄວາມອົບອຸ່ນ.

        ຖ້າພວກເພື່ອນຢາກເຮັດເຂົ້າໜົມປ່ານຄວນກະກຽມວັດຖຸດິບດັ່ງນີ້:

·      ແປ້ງເຂົ້າໜຽວ 500 ກຼາມ

·      ນ້ຳໃບປ່ານ     400 ມິນລີລິດ

·      ໜາກຖົ່ວຂຽວ  350 ກຼາມ

·      ນ້ຳຕານຊາຍ   500 ກຼາມ

·      ນວນໝາກພ້າວແຫ້ງຂູດແລ້ວ     100 ກຼາມ

·      ໝາກງາຂົ້ວ    20 ກຼາມ

·      ນ້ຳຫົວດອກໝາກກ້ຽງໃຫຍ່ 20 ມິນລີລິດ

·      ນ້ຳມັນໝູ, ໃບຕອງແຫ້ງ, ເຊືອກມັດ, ໝໍ້ຊຶງ

ວິທີການເຮັດ:

ຂັ້ນຕອນທີ1:     ເຮັດແປ້ງເຂົ້າໜົມກ່ອນ: ເອົາແປ້ງເຂົ້າໜຽວ, ແປ້ງມັນຕົ້ນ ແລະ ນ້ຳໃບປ່ານທີ່ປັ່ນສຳເລັດແລ້ວນັ້ນມາຄົນໃສ່ກັນໃຫ້ສະເໝີ, ຫຼັງຈາກນັ້ນເອົານ້ຳຕານປະມານ 150 ກຼາມ, ນ້ຳມັນໝູໃສ່ຕື່ມ ສືບຕໍ່ຄົນໃຫ້ສະເໝີກັນແລ້ວເອົາມາຕຳຈົນເຫັນວ່າແປ້ງນວນດີ, ອ່ອນນຸ້ມ ແລະ ເປັນສີເຫຼື້ອມສະໝ່ຳສະເໝີ.

ຂັ້ນຕອນທີ2: ເຮັດໃຈເຂົ້າໜົມ: ໝາກຖົ່ວຂຽວພາຍຫຼັງໜຶ້ງສຸກ ແລະ ບົດແຫຼກແລ້ວນັ້ນ ເອົາມາຄົນໃສ່ກັບນ້ຳມັນໝູ, ນວນໝາກພ້າວຂູດ, ຫົວນ້ຳດອກໝາກກ້ຽງໃຫຍ່ໃຫ້ໃຫ້ສະເໝີກັນ, ເອົານ້ຳຕານ, ນ້ຳມັນໝູໃສ່ຕື່ມອີກເລັກນ້ອຍ. ຫຼັງຈາກນັ້ນກໍ່ປັ້ນເປັນກ້ອນນ້ອຍພໍດີ.

ຂັ້ນຕອນທີ3: ປັ້ນແປ້ງເຂົ້າໜົມ: ບິດເອົາແປ້ງເຂົ້າໜົມໜ້ອຍໜຶ່ງມາແຜ່ໃສ່ອົ້ງມື, ເອົາໃຈເຂົ້າໜົມໃສ່ເຄິ່ງກາງ, ບີບແປ້ງເຂົ້າກັນຄືນໃຫ້ຫຸ້ມເອົາໃຈເຂົ້າໜົມ. ຖ້າມັກເຂົ້າໜົມເປັນຮູບໃດກໍ່ເຮັດເປັນຮູບນັ້ນ, ນອກຈາກນັ້ນ ກໍ່ສາມາດໃຊ້ແບບອີກດ້ວຍ. ພາຍຫຼັງປັ້ນແລ້ວກໍ່ເອົາມາກີ້ງໃສ່ກັບໝາກງາ.

ຂັ້ນຕອນທີ4: ຫໍ່ເຂົ້າໜົມ: ເອົາໃບຕອງສອງປ່ຽງມາຮອງໃສ່ໄຂ່ວກັນ, ເອົາເຂົ້າໜົມໃສ່, ເຮັດເປັນຮູບຮ່າງໃສ່ເຄິ່ງກາງ ແລະ ຫໍ່ເຂົ້າຄືນ, ເອົາເຊືອກມັດໃຫ້ແໜ້ນ.

ຂັ້ນຕອນທີ5: ໜຶ້ງເຂົ້າໜົມ: ຈັດລຽງເຂົ້າໜົມທີ່ຫໍ່ແລ້ວນັ້ນໃສ່ໝໍ້ໜຶ້ງ, ໃສ່ນ້ຳຫຼາຍໆ ເຮັດໄຟແຮງໆ. ເພື່ອໃຫ້ເຂົ້າໜົມສຸກສະເໝີກັນນັ້ນ ຄວນຈັດລຽງຊັບຫວ່າງກັນ ແລະ ໜຶ້ງໃນເວລາປະມານ 60 ຫາ 80 ນາທີ.

ຕອບກັບ

ຂ່າວ/ບົດ​ອື່ນ