ສົ້ມໝູຈືນ - ເຍື່ອງອາຫານທີ່ແຊບນົວໄດ້ຮັບຄວາມນິຍົມບໍລິໂພກຈາກໄວໜຸ່ມ

ສົ້ມ​ໝູຈືນແມ່ນ​ເຍື່ອງ​ອາ​ຫານຫວ່າງ​ທີ່​ໄດ້​ຮັບ​ຄວາມ​ນິ​ຍົມ​ບໍ​ລິ​ໂພກ​ຈາກ​ໄວ​ໜຸ່ມ, ພິ​ເສດ​ແມ່ນ​ພວກ​ນັກ​ຮຽນ, ນັກ​ສຶກ​ສາ. ​ຮອດ​ຕອນ​ແລງ​ຂອງ​ທຸກໆ​ມື້, ​ຢູ່ບັນ​ດາ​ຮ້ານ​ຂາຍ​ອາ​ຫານ​ຫວ່າງ​ຢູ່​ໃກ້​ກັບ​ມະ​ຫາ​ວິ​ທະ​ຍາ​ໄລ​ສັບ​ພະ​ວິ​ຊາ​ຮ່າ​ໂນ້ຍ, ເວລາ​ໃດ​ກໍ​ມີ​ແຂກ​ມາ​ກິນ​ເຕັມ​ຕະຫຼອດ. ໃນ​ນັ້ນ, ມີ​ຮ້ານ “ມຳ​ມຳ” ແມ່ນ​ຮ້ານ​ທີ່​ບັນ​ດາ​ເພື່ອ​ນ​ໜຸ່ມ​ເຄີຍ​ພາ​ກັນ​ມາ​ກິນ​ຢູ່​ຮ້ານ​ຢ່າງຫຼວງຫຼາຍ, ເພາະ​ວ່າ ຢູ່​ຮ້ານນີ້​ມີ​ເຍື່ອງ​ອາ​ຫານ​ສົ້ມ​ໝູຈືນ​ ​ທີ່​ມີ​ຊື່​ສຽງ.  

 

ສົ້ມໝູຈືນ - ເຍື່ອງອາຫານທີ່ແຊບນົວໄດ້ຮັບຄວາມນິຍົມບໍລິໂພກຈາກໄວໜຸ່ມ - ảnh 1
ສົ້ມ​ໝູຈືນແມ່ນ​ເຍື່ອງ​ອາ​ຫານຫວ່າງ​ທີ່​ໄດ້​ຮັບ​ຄວາມ​ນິ​ຍົມ​ບໍ​ລິ​ໂພກ​ຈາກ​ໄວ​ໜຸ່ມ

       ເວ​ລາ 16 ໂມງ​ເຄິ່ງຂອງມື້​ໜຶ່ງ​ຍາມ​ທ້າຍ​ລະ​ດູ​ບານ​ໃໝ່, ພາຍຫຼັງ​ທີ່​ໄດ້​ເລີກ​ຮຽນ, ເຍີດ​ພ້ອມ​ກັບ​ໝູ່ 3 ຄົນອື່ນ​ພາ​ກັນ​ໄປ​ກິນ​ອາ​ຫານ​ຫວ່າງຢູ່ຮ້ານ​ມຳ​ມຳຕັ້ງ​ຢູ່​ເຂດ K9 ໃນ​ບໍ​ລິ​ເວນມະ​ຫາ​ວິ​ທະ​ຍາ​ໄລ​ສັບ​ພະ​ວິ​ຊາ​ຮ່າ​ໂນ້ຍ. ຮ້ານນີ້​ມີ​ເນື້ອ​ທີ່​ປະ​ມານ 50 ຕາ​ແມັດມີ​ໂຕະ​ຕັ່ງ​ປະ​ມານ 20 ຊຸດ. ຮອດ​ຈຸດເວ​ລານີ້, ແຂກ​ໄດ້​ມາ​ກິນ​ເຕັມ​ຢູ່​ຮ້ານ. ສຳ​ລັບ​ອາ​ຫານ​ຫວ່າງ​ຂອງ​ຮ້ານ​ແມ່ນ​ມີຫຼາຍ​ເຍື່ອງ, ແຕ່​ພວກ​ເພື່ອນ​ມັກ​ກິນ​ສົ້ມ​ໝູ​ຈືນ​ທີ່​ສຸດ​ຍ້ອນ​ວ່າ​ອາ​ຫານ​ເຍື່ອງນີ້​ຂອງ​ຮ້ານ​ມຳ​ມຳ​ແຊບ​ທີ່​ສຸດ. ເພື່ອນ​ເຍີດ​ເວົ້າ​ວ່າ : 

    “ ຮອດ​ຍາມ​ແລງ, ເວ​ລາ​ເລີກ​ຮຽນ ແມ່ນ​ຊ່ວງ​ເວ​ລາຮູ້​ສຶກ​ຢາກກິນສົ້ມ​ໝູ​ຈືນທີ່​ສຸດ, ເວ​ລານີ້​ທັງ​ຫິວ ແລະ ທັງ​ຢາກ​ນັ່ງໂອ້​ລົມ​ກັບ​ໝູ່​ເພື່ອນ, ດັ່ງ​ນັ້ນ​ພວກ​ນ້ອງ​​ຈຶ່ງພາ​ກັນ​ໄປ​ກິນ​ສົ້ມ​ໝູ​ຈືນ​ຢູ່​ຮ້ານນີ້. ຮ້ານນີ້, ຂອງ​ກິນ​ທັງ​ແຊບ ແລະ ທັງ​ຖືກກວ່າ​ເມື່ອ​ທຽບ​ໃສ່​ຮ້ານ​ອື່ນໆ​, ດັ່ງ​ນັ້ນ, ແຂກ​ເຄີຍມາ​ກິນເຕັມ. ລາ​ຄາ​ສົ້ມ​ໝູຈືນຢູ່​ຮ້ານນີ້​ແມ່ນ 5.000 ດົງ​ຕໍ່​ຫໍ່, ແລະ ​ສົ້ມ​ໝູຂອງ​ຮ້ານກໍ​ໃຫຍ່ກວ່າ​ເມື່ອ​ທຽບ​ໃສ່​ຮ້ານ​ອື່ນໆ, ພ້ອມ​ທັງ​ມີ​ດອງ​ໝາກ​ຮຸ່ງ​ກິນນຳ​ອີກ ​ກໍ​ຍິ່ງ​ແຊບ”

    ນາງ​ຖຸຍ ເຈົ້າ​ຂອງ​ຮ້ານ​ມຳ​ມຳ, ປີນີ້​ລາວ​ມີ​ອາ​ຍຸ 40 ປີ ແລ້ວ, ກ່ອນນີ້ ລາວ​ເຄີຍ​ເຮັດຈືນ​ສົ້ມ​ໝູເພື່ອ​ຂາຍ​ສົ່ງ, ແຕ່​ໃນ 5-6 ປີ​ມານີ້, ເມື່ອ​ຄອບ​ຄົວ​ລາວ​ສາ​ມາດ​ຊື້​ເຮືອນ​ໄດ້​, ກໍ​ເປີດຮ້ານ​ມຳ​ມຳນີ້​ເລີຍ. ສຳ​ລັບເຍື່ອງ​ອາ​ຫານຈືນ​ສົ້ມ​ໝູຂອງຮ້ານ​ແມ່ນ​ຂາຍ​ດີ​ທີ່​ສຸດ. ນາງ​ຖຸຍ ເຈົ້າ​ຂອງ​ຮ້ານ​ມຳ​ມຳ ໃຫ້​ຮູ້​ວ່າ :

   “ ຮ້ານ​ຂ້າ​ພະ​ເຈົ້າ​ເປີດ​ປະ​ຕູ​ຮັບ​ໃຊ້​ແຂກ​ມາ​ກິນ​ທຸກໆ​ມື້​, ເວັ້ນ​ເສຍ​ແຕ່​ວັນ​ບຸນ. ມື້​ໄດ້​ຂາຍ​ດີກວ່າ​ໝູ່​ແມ່ນ​ສາ​ມາດ​ຂາຍຈືນ​ສົ້ມ​ໝູໄດ້​ປະ​ມານ 2000 ຫໍ່, ມື້​ໜ້ອຍ​ສຸດ​ກໍ​ໄດ້ 1 ພັນ​ກ່​ວາ​ຫໍ່. ກ່ອນ​ໜ້ານີ້, ຮ້ານ​ຂອງ​ຂ້ອຍ​ຂາຍ​ສະ​ເພາະ​ແຕ່ຈືນ​ສົ້ມ​ໝູ​ເທົ່າ​ນັ້ນ, ແຕ່​ຍ້ອນ​ຄວາມ​ຕ້ອງ​ການ​ບໍ​ລິ​ໂພກ​ຂອງ​ລູກ​ຄ້າ, ດັ່ງ​ນັ້ນ​ຂ້າ​ພະ​ເຈົ້າ​ເຮັດ​ອາ​ຫານຫວ່າງ​ຕື່ມອີກ​ບາງ​ເຍື່ອງ​ເຊັ່ນ: ເຂົ້າ​ໜົມ​ໝາກ​ແປບ, ເຂົ້າ​ໜົມ​ໄສ້​ເຄັມຈືນ… ”

    ຈືນ​ສົ້ມ​ໝູແມ່ນ​ໝາຍ​ເຖິງການ​ນຳ​ເອົາ​ສົ້ມ​ໝູ​ໄປ​ຈືນ ຊຶ່ງ​ໄດ້​ຮັບ​ຄວາມ​ນິ​ຍົມ​ບໍ​ລິ​ໂພກ​ຈາກ​ຊາວ​ຫວຽດ​ນາມຫຼາຍ​ຄົນ. ນາງ​ຖຸຍ​ແບ່ງ​ປັນ​ກ່ຽວ​ກັບ​ວັດ​ຖຸ​ດິບ​ເພື່ອ​ເຮັດ​ສົ້ມ​ໝູ​ວ່າ : 

    “ ວັດ​ຖຸ​ດິບ​ຕົ້ນ​ຕໍ​ເພື່ອ​ເຮັດສົ້ມ​ໝູ ລວມ​ມີ: ຊີ້ນ​ໝູ​ບົດ, ໜັງ​ໝູ, ແປ້ງ​ມັນ, ເກືອ, ແປ້ງ​ນົວ, ໝາກ​ພີກໄທ…ສຳ​ລັບ​ວິ​ທີ​ປຸງ​ແຕ່ງ​ແມ່ນ​ງາຍ​ດາຍ, ພຽງ​ແຕ່​ປະ​ສົມ​ບັນ​ດາ​ວັດ​ຖຸ​ດິບ​ເຂົ້າ​ນຳ​ກັນ​ຕາມ​ອັດ​ຕາ​ທີ່​ເໝາະ​ສົ​ມ. ສະ​ເພາະ​ຮ້ານ​ຂ້າ​ພະ​ເຈົ້າ​ແມ່ນ​ປະ​ສົ​ມ​ບັນ​ດາວັດ​ຖຸ​ດິບຕາມ​ອັດ​ຕາ 3/1 ໝາຍ​ເຖິງ​ຊີ້ນ​ໝູ​ບົດ​ 3ໂລປະ​ສົ​ມ​ກັບ​ໜັງ​ໝູ 1 ໂລ​ພ້ອມ​ກັບ​ເກືອ, ແປ້ງ​ນົວ, ໝາກ​ພີກໄທເລກ​ໜ້ອຍ. ສົ້ມ​ໝູ​ຈະ​ແຊບຫຼືບໍ່​ນັ້ນ​ແມ່ນ​ຕ້ອງ​ຂຶ້ນ​ກັບ​ວັດ​ຖຸ​ດິບ. ເມື່ອ​ຫໍ່​ສົ້ມ​ໝູ​ແລ້ວ, ກໍ​ຕ້ອງ​ເອົາ​ໄວ້​ໃນ​ຕູ້​ເຢັນ​ປະ​ມານ 2-3 ຊົ່ວ​ໂມງເພື່ອ​ໃຫ້ສົ້ມ​ໝູ​ອ່ອນ, ເມຶ່ອ​ກິນ ມັນ​ບໍ່​ແຂງ”

     ວັດ​ຖຸ​ດິບ ພາຍຫຼັງ​ທີ່​ໄດ້​ປະ​ສົມ​ເຂົ້າ​ກັນ, ຈະ​ຖືກ​ປັ້ນ​ເປັນ​ກ້ອນ​ໃຫຍ່​ຊຳ​ນິ້ວ​ມືຍາວ​ປະ​ມານ 10 cm . ແລ້ວ​ຖືກ​ຫໍ່​ດ້ວຍ​ນີ​ລົງ ແລະ ເອົາ​ໄວ້​ຕູ້​ເຢັນ​. ຫຼັງ​ຈາກນັ້ນ 2-3 ຊົ່ວ​ໂມງ, ມັນ​ຈະ​ໄນ​ ແລະ ໃຫຍ່​ຂຶ້ນ​ນ້ອຍ​ໜຶ່ງ. ເມື່ອ​ແຂກ​ມາ​ສັ່ງ​ກິນສົ້ມ​ໝູ, ນາງ​ຖຸຍ​ກໍ​ເອົາສົ້ມ​ໝູ​ເກືອກ​ໃສ່​ຜ່ານ​ແປ້ງເລັກ​ນ້ອຍ, ຫຼັງ​ຈາກນັ້ນ​ນ​ຳ​ໄປ​ຈືນປະ​ມານ 2-3 ນາ​ທີ່, ເມື່ອ​ເຫັນ ສົ້ມ​ໝູ​ມີສີ ແລະ ຟູ​ຂຶ້ນ, ນາງ​ຖຸ້ຍ​ກໍ​ຂ້ຽວ​ຕັກ​ຂຶ້ນ. ນາງ​ຖຸຍເວົ້າ​ວ່າ :

   “ສົ້ມ​ໝູ​ຈືນ​ມີ​ຄວາມ​ພິ​ເສດ​ຢູ່​ບ່ອນ​ວ່າ ເມື່ອ​ແຂກ​ມາ​ສັ່ງ​ກິນ, ຈຶ່ງ​ນຳສົ້ມ​ໝູ​ໄປ​ຈືນ. ກໍ​ຍ້ອນ​ວ່າ​ເຍື່ອງ​ອາ​ຫານນີ້​ແມ່ນ​ສາ​ມາດ​ປຸງ​ແຕ່ງ​ໄດ້​ໄວ, ດັ່ງ​ນັ້ນ​ພາຍຫຼັງ​ທີ່​ແຂກ​ມາ​ສັ່ງ​ກິນ, ກໍ​ຕ້ອງ​ລໍ​ຖ້າພຽງ​ປະ​ມານ 10 ນາ​ທີ່​ເທົ່າ​ນັ້ນ ຈະໄດ້​ກິນ​ສົ້ມ​ໝູຈືນແລ້ວ ”

     ເມື່ອ​ກິນສົ້ມ​ໝູ​ຈືນ ​ກໍຕ້ອງ​ຈ້ຳ​ກັບ​ຊ໋ອດ​ໝາກ​ເຜັດ ແລະ ກິນ​ກັບ​ດອງ​ໝາກ​ຮຸ່ງ​ຈຶ່ງ​ແຊບ.          ທ່ານ​ຜູ້​ຟັງ​ທີ່​ເຄົາ​ລົບ! ຖ້າ​ຫາກ​ພວ​ກ​ເພື່ອນ​ຢາກ​ເຮັດ​ສົ້ມ​ໝູ​ຈືນໃຫ້​ຄອບ​ຄົວ​ກິນ, ພວກ​ເພື່ອນ​ຕ້ອງ​ກະ​ກຽມ​ວັດ​ຖຸ​ດິບ​ດັ່ງ​ນີ້:

-       ຊີ້ນ​ໝູບົດ ​: 300 ກ​ຣາມ

 - ໜັງ​​ຫມູ ​: 100 ກ​ຣາມ

-       ເຂົ້າ​ຂົ້ວ: ​ 10 ກ​ຣາມ ພ້ອມ​ກັບເກືອ, ແປ້ງ​ນົວ, ຫົວຜັກ​ທຽມ 4 ຫົວ

ສຳ​ລັບ​ວິ​ທີ​ປຸງ​ແຕ່ງ, ພວກ​ເຮົາ​ໄດ້​ສະ​ເໜີ​ມາ​ຂ້າງ​ເທິ່ງ. ຫວັງ​ວ່າ​ພວກ​ເພື່ອນ​ຈະ​ເຮັດ​ກິນ​ແຊບ.

ຕອບກັບ

ຂ່າວ/ບົດ​ອື່ນ