ຮູຕ໋ຽວໃສ່ປາເມິກ ກັບ ລູກຊີ້ນ

ກໍ່​ຄ້າຍ​ຄື​ກັນ​ກັບ​​ເຍື່ອງ​ອາ​ຫານເຝີ​ທີ່​ຢູ່​ທາງ​ພາກ​ເໜືອ, ຮູ​ຕ໋ຽວແມ່ນ​ເຍື່ອງ​ອາ​ຫານ​ທີ່​ແຜ່​ຂະ​ຫຍາຍຫຼາຍ​ຢູ່​ທາງ​ພາກ​ໃຕ້​ຂອງ​ຫວຽດ​ນາມ ແລະ ໄດ້​ຮັບ​ການ​ປຸ​ງ​ແຕ່ງ​ເປັນຫຼາຍ​ປະ​ເພດ​ຄື: ຮູ​ຕ໋ຽວ​ນາມ​ວາງ, ຮູ​ຕ໋ຽວ​ຊາ​ແດັກ, ຮູ​ຕ໋ຽວ​ມີ​ທໍ,….ດ້ວຍ​ລົດ​ຊາ​ດ​ທີ່​ແຊບ​ນົວ, ມີ​ກິ່ນ​ຫອມ, ເຂັ້ມ​ຂຸ້ນ, ຮູ​ຕ໋ຽວ​ໄດ້​ດຶງ​ດູດ​ຄວາມ​ສົນ​ໃຈ​ຈາກ​ແຂກ​ທັງ​ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດຫຼາຍ​ທີ່​ສຸດ.

 

ຮູຕ໋ຽວໃສ່ປາເມິກ ກັບ ລູກຊີ້ນ - ảnh 1
ຮູຕ໋ຽວໃສ່ປາເມິກ ກັບ ລູກຊີ້ນ

        ເວ​ລາ 9 ໂມງ​ເຊົ້າ​, ໃຕ້​ແສງ​ແດດ​ຮ້ອນ​ອົບ​ເອົ້າ​ຢູ່​ໄຊ​ງ່ອນ, ຮັ່ງ​ໄດ້​ພາ​ສ່ຽວ​ຂອງ​ຕົນ​ ທີ່ມາຈາກ​ຮ່າ​ໂນ້ຍ ​ຊຶ່ງ​ແມ່ນ​ເພື່ອນ​ຮ່ວມ​ຫ້ອງ​ດຽວ​ກັນຢູ່​ມະ​ຫາ​ວິ​ທະ​ຍາ​ໄລ ​ໄປ​ກິນ​ຮູ​ຕ໋ຽວ-ເຍື່ອງ​ອາ​ຫານ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ພາກ​ໃຕ້, ບໍ່​ວ່າ​ແຂກ​ຜູ້​ໃດ​ມາ​ຢ້ຽມ​ຢາມ​ເຂດ​ດິນ​ແດນນີ້ກໍ່​ບໍ່​​ອາດຂາດ​ໄດ້.​

        ຮັ່ງ ແລະ ເພື່ອນ​ຂອງ​ລາວ​ໄດ້​ເຂົ້າ​ໄປ​ຮ້ານ “ຮູ​ຕ໋ຽວ​ໃສ່​ປາ​ເມິກ ​ກັບ ລູກ​ຊີ້ນ-ອາ​ຫານ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ດິນ​ແດນ​ພາກ​ໃຕ້” ທີ່​ມີ​ຊື່​ສຽງ​ໃນ​​ຖະ​ນົນຫງວຽນ​ຮົ່ງ​ດ່າວ, ເມືອງ​ເຕິນ​ບິ່ງ-ນະ​ຄອນ​ໂຮ່​ຈີ​ມິນ. ເຊິ່ງ​ແມ່ນ​ຮ້ານ​ທີ່​ມີ​ຊື່​ສຽງ​ດ້ວຍ​ປ້າຍ​ໃຫຍ່, ສີ​ແດງ, ຍາວ​ເກືອບ 3 ແມັດຕິດ​ຢູ່​ທາງນອກ​ຊັ້ນ3ຂອງ​ຮ້ານ. ຍ້ອນ​ມີ​ປ້າຍ​ອັນ​ໃຫຍ່​ໂຕນັ້ນ ຮ້ານ​ຈຶ່ງ​ດຶງ​ດູດ​ຄວາມ​ສົນ​ໃຈ​ຈາກ​ຜູ້​ຄົນ​ໄປ​ມາ​ໃນ​ຄຸ້ມ​ຖະ​ໜົນ​ນີ້​ໄດ້ຫຼາຍ​ຄົນ. ຮັ່ງ ​ແລະ ເພື່ອນ​ຂອງ​ລາວກໍ່ ຟ້າວ​ໄປ​ເລືອກ​ນັ່ງ​ໂຕະ​ບ່ອນ​ທີ່​ສາ​ມາດ​ເບິ່ງ​ເຫັນ​ທັດ​ສະ​ນະ​ຍະ​ພາບ​ຖະ​ໜົນ​ຫົນ​ທາງ​ຜ່ານ​ແກ້ວ​ແວ່ນ​ໃສ​ນັ້ນ.

        ປະ​ຈຸ​ບັນ ຖ້ວຍ​ຮູ​ຕ໋ຽວ​ໃສ່​ປາ​ເມິກ ແລະ ລູກ​ຊີ້ນ​ຮ້ອນໆທີ່ພວມ​ອອກ​ອາຍ ແລະ ມີ​ກິ່ນ​ຫອມໄປ​ທົ່ວ​ຫ້ອງນັ້ນ​ໄດ້​ວາງ​ຢູ່​ຕໍ່​ໜ້າ​ຂອງ​ຮັ່ງ ແລະ ເພື່ອນ​ຂອງ​ລາວ​ແລ້ວ.

        “​ເມື່ອ​ຂ້າ​ພະ​ເຈົ້າ​ຮັບ​ປະ​ທານ​ຮູ​ຕ໋ຽວ​ຢູ່​ທີ່ນີ້, ຂ້າ​ພະ​ເຈົ້າ​ຮູ້ສຶກວ່າ​ມີ​ລົດ​ຊາດ​ນົວໆ, ເຂັ້ມ​ຂຸ້ນ​ຂອງນ້ຳ​ຮູ​ຕ໋ຽວ, ພິ​ເສດ​ແມ່ນ​ມີ​ກິ່ນ​ຫອມ​ຈາກ​​ອາ​ຫານ​ທະ​ເລ, ເສັ້ນ​ຮູ​ຕ໋ຽວກໍ່​ໜຽວ​ນຸ້ມ, ກອບ. ພິ​ເສດ​ແມ່ນ​ມັນ​ມີ​ລົດ​ຊາດ​ທີ່ບໍ່​ຄື​ກັນ​ກັບ​ລົດ​ຊາດ​ຂອງ​ຮູ​ຕ໋ຽວ​ທີ່​ຂ້າ​ພະ​ເຈົ້າ​ເຄີຍ​ໄດ້ຮັບ​ປະ​ທານ​ຜ່ານ​ມາ ບໍ່​ວ່າ​ແຕ່​ຢູ່​ແຫ່ງ​ໃດ. ເມື່ອ​ເວ​ລາ​ວ່າງ ຂ້າ​ພະ​ເຈົ້າ​ພ້ອມ​ກັບ​ໝູ່​ເພື່ອນ​ມັກ​ມາ​ກິນ​ຢູ່​ຮ້ານນີ້ ບາງ​ເທື່ອ​ອາ​ທິດ​ໜຶ່ງກໍ່ 3-4 ເທື່ອ.”:

        “ນີ້​ເປັນ​ຄັ້ງ​ທຳ​ອິດ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ຮັບ​ປະ​ທານ​ເຍື່ອງ​ອາ​ຫານ ຮູ​ຕ໋ຽວ​ໃສ່​ປາ​ເມິກ ແລະ ລູກ​ຊີ້ນ​ຢູ່​ທີ່ນີ້, ຕົນ​ເອງ​ຮູ້​ສຶກວ່າ​ນ້ຳ​ຮູ​ຕ໋ຽວ​ນົວໆ, ມີ​ກິ່ນ​ຫອມ​ຂອງ​ລູກ​ຊີ້ນ​ ແລະ ປາ​ເມິກ, ກິ່ນ​ຫອມ​ຂອງ​ຜັກ​ຫອມ​ຊະ​ນິດຕ່າງໆ ໄດ້​ສ້າງ​ເປັນ​ເຍື່ອງ​ອາ​ຫານ​ທີ່​ມີ​ຄວາມ​ກົມ​ກຽວ ແລະ ເປັນ​ເອ​ກະ​ລັກ​ສະ​ເພາະ. ເທື່ອ​ໜ້າ​ຖ້າ​ມີ​ໂອ​ກາດ​ ແນ່ນອນ​ວ່າ​ຕົນ​ເອງ​ຕ້ອງ​ມາ​ກິນ​ຮູ​ຕ໋ຽວ​ຢູ່​ຮ້ານນີ້​ອີກ.”

        ຮ້ານ​ຮູ​ຕ໋ຽວກວ້າງ​ປະ​ມານ 20 ​ຕາ​ແມັດ, ທາງ​ໜ້າ​ຂອງ​ຮ້ານ​ທັງ​ສາມ​ຊັ້ນ​ລ້ວນ​ແຕ່​ໃສ່​ແກ້ວ ເພື່ອ​ຮັບ​ແສງ​ແດດ​ໃນ​ຍາມ​ເຊົ້າ​ຂອງມື້​ໃໝ່. ແຕ່​ລະ​ຊັ້ນ​ຈັດ​ວາງ​ໂຕະ​ຕັ່ງ​ໃສ່​ປະ​ມານ 5-6 ຊຸດ. ເຖິງວ່າມີ​​ເນື້ອ​ທີ່​ໜ້ອຍ​ຄື​ແນວນັ້ນ​​ກໍ​ຕາມ ແຕ່​ຮ້ານກໍ່​ສາ​ມາດ​ຮັບ​ໃຊ້​ແຂກ​ທີ່​ມາ​ກິນ​ໃນ​ເວ​ລາ​​ດຽວ​ກັນ ແຕ່ 30 – 40 ​ຄົນ​ໄດ້. ເມື່ອ​ຖືກ​ຖາ​ມ​ວ່າ ເປັນ​ຫຍັງ​ຈຶ່ງ​ຕັ້ງ​ຊື່​ຮ້ານ​ວ່າ “ຮູ​ຕ໋ຽວ​ ປາ​ເມິກ ລູກ​ຊີ້ນ-ເອ​ກະ​ລັກ​ສະ​ເພາະ​ພາກ​ໃຕ້ ” ອ້າຍ ຫງວຽນ​ວັນ​ເກື່ອງ ເຈົ້າ​ຂອງ​ຮ້ານ​ໃຫ້​ຮູ້​ວ່າ :

        “ຄອບ​ຄົວ​ຂອງ​ຂ້າ​ພະ​ເຈົ້າ​ແມ່ນ​ຢູ່​ເບ໋ນ​ແຈ, ມີ​ມູນ​ເຊື້ອ​ເຮັດ ຮູ​ຕ໋ຽວໃສ່ປາ​ເມິກ​ກັບ​ລູກ​ຊີ້ນ​ມາຫຼາຍ​ລຸ້ນ​ຄົນ​ແລ້ວ. ຂ້າ​ພະ​ເຈົ້າ​ໄປ​ນະ​ຄອນ​ເປີດ​ຮ້ານ ເພື່ອ​ສືບ​ຕໍ່​ຮັກ​ສາ ແລະ ເສີມ​ຂະ​ຫຍາຍ​ອາ​ຊີບ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ຄອບ​ຄົວ. ເພື່ອ​ໃຫ້​ໄດ້​ຖ້ວຍ​ຮູ​ຕ໋ຽວ​ທີ່​ແຊບ​ນົວ​ນັ້ນ​ຕ້ອງ​ໄດ້​ຜ່ານ​ຂັ້ນ​ຕອນ​ຢ່າງ​ລະ​ອຽດ, ສຳ​ຄັນ​ແມ່ນ​ເຮັດ​ໃຫ້​ເຍື່ອງ​ອາ​ຫານ ຕົ້ນ​ຕໍ​ແລ້ວ​ແມ່ນ​ນ້ຳ​ຂອງ​ຮູ​ຕ໋ຽວ​ຕ້ອງ​ມີ​ລົດ​ຊາດ​ເຂັ້ມ​ຂຸ້ນ, ແຊບ​ນົວ. ເພາະ​ສະ​ນັ້ນ, ໝໍ້​ນ້ຳ​ຮູ​ຕ໋ຽວ ປາ​ເມິກ ລູກ​ຊີ້ນ​ຕ້ອງ​ຕົ້ມ​ຂ້ຽວ​ຈາກ​ກະ​ດູກ​ແຂ່ງ ເອົາ​ຫົວ​ຜັກ​ກາດ​ຂາວ, ຜັກ​ທຽມ ແລະ ຫົວ​ຜັກ​ບົ່ວ​ຈຽວ​ໃສ່​ໜ້ອຍ​ໜຶ່ງ​ເພື່ອ​ໃຫ້​ມີ​ກິ່ນ​ຫອມ. ເພື່ອ​ຮັກ​ສາ​ລົດ​ຊາດ​​ຂ​ອງ​ນ້ຳໄວ້​ໄດ້​ຄື​ເກົ່າ ບໍ່​ໃຫ້​ມັນ​ເຄັມ​ເມື່ອ​ຂ້ຽວ​ແລ້ວ ພຽງ​ແຕ່​ຮັກ​ສາ​ລະ​ດັບ​ຄວາມ​ຮ້​ອນຂອງ​ເຕົາ​ໄຟ​ໄວ້ ​ຈົນ​ຮອດ​ຍາມ​ໃດ​ເມື່ອ​ມີ​ແຂກ​ມາ​ກິນ​ຈຶ່ງ​ຕົ້ມໃຫ້​ຟົດ ແລະ ປຸງ​ແຕ່ງ.”

        ຮູ​ຕ໋ຽວ​ແຕ່​ລະ​ຖ້ວຍ​ຖືກ​ແຕ່ງ​ໃຫ້​ເຫັນ​ກັບ​ຕາ: ປາ​ເມິກ, ກຸ້ງ​ແຫ້ງ, ລູກ​ຊີ້ນ, ຢໍ​ປາ, ໄຂ່​ນົກ​ກະ​ທາ, ຜັກ​ເກິ່ນ, ຜັກ​ຕັງ​ໂອ​ຖືກ​ຈັດ​ຢ່າງ​ລະ​ອຽດ, ຕາມ​ຂັ້ນ​ຕອນ​ແລ້ວໆ​ເອົາ​ຜັກ​ບົ່ວ​ໃບ​ທີ່​ຊອຍ​ໄວ້​ໃສ່. ທາງ​ຂ້າງ​ຖ້ວຍ​ຮູ​ຕ໋ຽວ​ຍາມ​ໃດ​ກໍ່​ແມ່ນ​ຖວ້ຍ​ເກືອ, ໝາກ​ເຜັດ ແລະ ໝາກ​ນາວ​ພ້ອມ​ກັບ​ຈານ​ຜັກ​ດິບ​ກິນ​ພ້ອມ. ບໍ່​ພຽງ​ແຕ່​ເອົາ​ໃຈ​ໃສ່​ເປັນ​ພິ​ເສດກ່ຽວ​ກັບ​ວີ​ທີ​ການ​ປຸງ​ແຕ່ງ​ຈັດ​ວາງ​ໃສ່​ຖ້ວຍ​ເທົ່າ​ນັ້ນ ຫາກ ​ອ້າຍ ເກື່ອງ  ຍາມ​ໃດ​ກໍ່​ວາງ​ເປົ້າ​ໝາຍ​ສູງ​ໃຫ້​ຕົນ​ເອງ​ກ່ຽວ​ກັບ​ລົດ​ຊາດ​ຂອງ​ຮູ​ຕ໋ຽວ​ແຕ່​ລະ​ຖ້ວຍ ໂດຍ​ຜ່ານ​ວັດ​ຖຸ​ດິບ​ແຕ່​ລະ​ປະ​ເພດ​ອີກ​ດ້ວຍ.

        “​ຮູ​ຕ໋ຽວ​ຢູ່​ທີ່ນີ້ ພວກ​ຂ້າ​ພະ​ເຈົ້າ​ໄດ້​​ສັ່ງ​ຊື້ເສັ້ນຮູ​ຕ໋ຽວມາ​ແຕ່​ເບ໋ນ​ແຈ​ໂດຍ​ກົງ​,​ເສັ້ນ​ນຸ້ມ​ໜຽວ​ດີ ແຊບ ແລະ​ ​ເຮັດ​ມາ​ຈາກ​ແປ້ງ​ເຂົ້າ. ປາ​ເມິກ​ສົດ​ເມື່ອ​ຊື້​ມາ​ແລ້ວກໍ່​ລ້າງ​ໃຫ້​ສະ​ອາດ, ຕັດ​ເປັນ​ຕ່ອນ​ປະ​ມານ 3 ຊັງ​ຕີ​ແມັດ, ລວກ​ນ້ຳ​ຮ້ອນ​ປະ​ມານ 1-2 ນາ​ທີ. ລູກ​ຊີ້ນ​ແມ່ນ​ເອົາ​ຊີ້ນ​ສາມ​ຊັ້ນ​ມາ​ບົດ​ແລ​້ວ​ເຮັດ​ເປັນ​ລູກ​ໃຫຍ່​ສ່ຳ​ໝາກ​ບີ. ”

        ເມື່ອ​ເວ​ລາ​ຮັບ​ປະ​ທານ​ພຽງ​ແຕ່​ບີບ​ໝາກ​ນາວ​ໃສ່​​ຕື່ມປ່ຽງ ​ໜຶ່ງ, ເອົາ​ໝາກ​ເຜັດ​ໃສ່​ຕື່ມ​ໜ້ອຍ​ໜຶ່ງ ເພື່ອ​ໃຫ້​ເຍື່ອງ​ອາ​ຫານນີ້​ມີ​ສີ​ສັນ​ສວຍ​ງາມ ແລະ ລົດ​ຊາດ​ແປກໆ. ບັນ​ດາ​ເສັ້ນ​ຮູ​ຕ໋ຽວ​ໜຽວ ນຸ້ມ ກອບ, ຊົດ​ນ້ຳ​ໃສ່​ແຕ່​ລະ​ບ່ວງ​ຈະ​ຮູ້​ສຶກ​ໄດ້​ຄວາມ​ລະ​ອຽດ​ອ່ອນ, ລົດ​ຊາດ​ທີ່​ເຂັ້ມ​ຂຸ້ນ ແຊບ​ນົວ ພ້ອມ​ກັບ​ກິ່ນ​ຫອມ​​​ເຄື່ອງ​ທະ​ເ​ລ​ຂອງ​ເຍື່ອງ​ອາ​ຫານ​ຮູ​ຕ໋ຽວ​ທີ່​ຈັບ​ອົກ​ຈັບ​ໃຈ​ນີ້.

                                                                  --------------------

ຖ້າ​ພວກ​ເພື່ອນ​ຢາກ​​ທົດ​ລອງ​ຊີມ​ເຍື່ອງ​ອາ​ຫານນີ້​ ໂດຍບໍ່​ຕ້ອງ​ເສຍ​ເວ​ລາ​ໄປ​ຮອດ​ໄຊ​ງ່ອນ ພວກ​ເພື່ອນ​ສາ​ມາດ​ເຮັດ​ຕາມ​ຂັ້ນ​ຕອນ​ດັ່ງ​ລຸ່ມນີ້ :

1 ວັດ​ຖຸ​ດິບ​ຄວນ​ກະ​ກຽມ​ສຳ​ລັບ​ກິນ 4 ຄົນ.

        - ກະ​ດູກ​ຂາ        2 ກິ​ໂລກຼາມ

        - ເສັ້ນຮູ​ຕ໋ຽວ        1 ກິ​ໂລກຼາມ

        - ຊີ້ນ​ໝູ             200 ກຼາມ

        - ກຸ້ງ​ສົດ            400 ກຼາມ

        - ປາ​ເມິກ​ສົດ      200 ກຼາມ

        - ໄຂ່​ນົກ​ກະ​ທາ    7 ໜ່ວຍ

        - ຊີ້ນ​ບົດ            200 ກຼາມ

        - ກຸ້ງ​ແຫ້ງ, ປາ​ເມິກ​ແຫ້ງ

        - ໝາກ​ຖົ່ວ​ງອກ, ນ້ຳ​ສະ​ອິ້ວ​ຂາວ

        - ຜັກ​ອີ່​ຄູ້

        - ຜັກ​ສະ​ລັດ, ຜັກ​ເກິ່ນ, ຜັກ​ຕັງ​ໂອ, ຜັກ​ບົ່ວ​ໃບ, ຫົວ​ຜັກ​ທຽມ​ຜັກ​ບົ່ວ​ຈຽວ.

2 ວິ​ທີ​ເຮັດ :

        ຂັ້ນ​ຕອນ​ທີ1: ລ້າງ​ກະ​ດູກ​ໃຫ້​ສະ​ອາດ​ແລ້ວກໍ່​ເອົາ​ໄປ​ຕົ້ມ. ເສັ້ນ​ຮູ​ຕ໋ຽວ​ເອົາ​ມາ​ລວກ​ນ້ຳ​ຮ້ອນ​ປະ​ໄວ້. ຊີ້ນ​ໝູ​ໄຂ່​ນົກ​ຕົ້ມ​ໃຫ້​ສຸກ.

        ຂັ້ນ​ຕອນ​ທີ​2: ​ຂ້ຽວ​ນ້ຳ​ຕົ້ມ​ກະ​ດູກ, ຈີ່​ຜັກ​ບົ່ວ​ຫົວ​ໃຫຍ່​ໃສ່ 3 ຫົວ ກະ​ນ້ຳ​ໃຫ້​ພໍ​ດີ, ​ໄດ້ປະ​ມານ 20 ນາ​ທີ​ແລ້ວກໍ່​ເອົາ​ເກືອ​ໃສ່  ​ແລ້ວກໍ່​ເອົາ​ກຸ້ງ ແລະ ປາ​ເມິກ​ແຫ້ງ​ໃສ່.

        ຂັ້ນ​ຕອນ​ທີ3: ຫົວ​ຜັກ​ທຽມ ແລະ ຫົວ​ຜັກ​ບົ່ວ​ແຫ້ງ ປອກ​ເປືອກ​ອອກ​ລ້າງ​ນ້ຳ​ໃຫ້​ສະ​ອາດ ເອົາ​ມາ​ຊອຍ​ເປັນ​ຕ​ອ່ນ​ນ້ອຍ ແລ້ວກໍ່​ເອົາ​ໄປ​ຈຽວ​ໃສ່​ນ້ຳ​ມັນ​ໃຫ້​ມີ​ສີ​ເຫຼືອງ ແລ້ວກໍ່​ຕັ​ກ​ອອກ​ໃສ່​ຖ້ວຍ​ໄວ້. ໃຊ້​ໝໍ້​​ທີ່​ຈຽວ​ຜັກ​ບົ່ວ​ຜັກ​ທຽມຂົ້ວ​ຊີ້ນ​ໃຫ້​ສຸກ ​ເຮັດ​ເປັນ​ກ້ອນ​ນ້ອຍ ແລ້ວ​ເອົາ​ມາ​ຖອກ​ໃສ່ໝໍ້​ນ້ຳ​ຮູ​ຕ໋ຽວ.

        ຂັ້ນ​ຕອນ​ທີ4: ປາ​ເມິກ​ສົດ​ລ້າງ​ໃຫ້​ສະ​ອາດ​ ຕັດ​ເປັນ​ຕ່ອນ​ພໍ​ດີ​ກິນ. ຕົ້ມ​ນ້ຳ​ໃຫ້​ຟົດ ລວກ 1-2 ນາ​ທີ ສຸກ​ແລ້ວກໍ່​ເອົາ​ໄປ​ຈັດ​ຢອງ​ເທິງ​ເສັ້ນຮູ​ຕ໋ຽວ.

        ຂັ້ນ​ຕອນ​ທີ5: ໂຮຍ​ຜັກ​ບົ່ວ​ຜັກ​ຫອມ, ກະ​ທຽມ​ຈຽວ, ແປ້ງ​ນົວ​ໃສ່ ສຸດ​ທ້າຍ​ແມ່ນ​ຕັກ​ນ້ຳ​ໃສ່​ເປັນ​ອັນ​ວ່າ​ຮັບ​ປະ​ທານ​ໄດ້​ເລີຍ.

ຕອບກັບ

ຂ່າວ/ບົດ​ອື່ນ