ເຂົ້າໜົມຟູເທ

ເຂົ້າ​ໜົມ​ຟູ​ເທ ໝາຍ​ເຖິງ ເຂົ້າໜົມ​ຜົວ​ເມຍ ຊຶ່ງ​ແມ່ນ​ເຂົ້າ​ໜົມ​ຊະ​ນິດ​ໜຶ່ງ​ໄດ້​ຮັບ​ຖື​ວ່າ​ເປັນ​ສັນ​ຍາ​ລັກ​ໃຫ້​ແກ່​ຄວາມ​ສັດ​ຊື່​ບໍ​ລິ​ສຸດ​ລະ​ຫວ່າງ​ຜົວ ແລະ ເມຍ. ເຂົ້າ​ໜົມ​ມີ​ສີ​ເຫຼື​ອງໃສ​ທີ່​ງາມ​ຕາ, ສາ​ມາດ​ເຫັນ​ໄສ້​ຂອງ​ເຂົ້າ​ໜົມ.

 

ເຂົ້າໜົມຟູເທ - ảnh 1
ເຂົ້າ​ໜົມ​ຟູ​ເທ​

     ຈາກ​ໃຈ​ກາງ​ນະ​ຄອນຫຼວງ​ຮ່າ​ໂນ້ຍ, ຂີ່​ລົດ​ຈັກ​ປະ​ມານ 20 ນາ​ທີ ກໍ​ຈະ​ຮອດ ໝູ່​ບ້ານ​ດິງ​ບາງ, ເທດ​ສະ​ບານ​ຕື​ເຊີນ, ​ແຂວງ​ບັກ​ນິງ. ຕາມ​ເສັ້ນ​ທາງຖືກກໍ່​ສ້າງ​ດ້​ວຍ​ເບ​ຕົງ​ເຂົ້າ​ໝູ່​ບ້ານ, ພວກ​ຂ້າ​ພະ​ເຈົ້າ​ໄດ້​ມີ​ໜ້າ​ຢູ່​ເຮືອນ​ລຸງ​ມິນ ແລະ ປ້າ​ທູ. ຄອບ​ຄົວ​ລຸງປ້າ​ໄດ້​ເຮັດເຂົ້າ​ໜົມ​ຟູ​ເທຜ່ານ 4 ລຸ່ນ​ຄົນ​ແລ້ວ. ເມື່ອ​ກ້າວ​ເຂົ້າ​ເຮືອນ​ຂອງ​ປ້າ​ລຸງ, ພວກ​ຂ້າ​ພະ​ເຈົ້າ​ຮູ້​ສຶກ​ໄດ້​ເຖິງ​ກິນ​ຫອມ​ຂອງ ເຂົ້າ​ໜົມ​ຟູ​ເທ​ກຸ້ມ​ໄປ​ທົ່ວ​ບໍ​ລິ​ເວນ ເຮືອນ. ລຸງ​ມິນ​ເປີ​ດ​ເຜີຍ​ວ່າ : 

    “ເຂົ້າ​ໜົມ​ຟູ​ເທລວມ​ມີ​ວັດ​ຖຸ​ດິບ​ຕ່າງໆ​ເຊັ່ນ: ໝາກ​ຖົ່ວ​ຂຽວ, ນວນໝາກ​ພ້າວ(ຖືກ​ຊອຍ​ເປັນ​ເສັ້ນ​ນ້ອຍ), ນ້ຳ​ຕານ​ຊຶ່ງ​ຖືກ​ປະ​ສົ​ມ​ເຂົ້າ​ກັນ, ຫຼັງ​ຈາກນັ້ນ ກໍ​ປັ້ນ​ເປັນ​ແຕ່​ລະ​ປັ້ນ​ຊ່ຳ 2 ຝາ​ມືກົບເຂົ້າ​ກັນ. ຊັ້ນ​ນອກ​ຂອງເຂົ້າ​ໜົມ​ຖືກ​ເຮັດ​ດ້ວຍ​ແປ້ງ​ເຂົ້າ​ໜຽວ, ໝາກ​ຫຸ່ງບໍ່​ທັນ​ສຸກ​ ແລະ ນ້ຳ​ຕານ. ເພື່ອ​ຢາກ​ໃຫ້ ເຂົ້າ​ໜົມ​​ມີ​ສີ​ເຫຼືອງ ກໍ​ຕ້ອງ​​ນຳເອົາ​ໝາກ​ແຢງໄປ​ຕົ້ມ​ເອົາ​ນ້ຳ, ແລ້ວ​ປະ​ສົມ​ກັບ​ແປ້ງ​ເຂົ້າ​ໜຽວ, ນ້ຳ​ຕານ​ທີ່​ໄດ້​ປະ​ສົມ​ເຂົ້າ​ກັນ​ມາ​ແລ້ວ.  ”

      ເພື່ອ​ເຮັດຊັ້ນ​ນອກ​ເຂົ້າ​ໜົມ​ໄດ້ 4 ກິ​ໂລກ​ຮາມນັ້ນ, ປ້າ​ທູ​ພ້ອມ​ດ້ວຍ​ລູກ​ຊາຍ​ຕ້ອງ​ຕື່ນນອນ​ແຕ່ 5 ໂມງ​ເຊົ້າ​ເພື່ອ​ໄປ​ຕະຫຼາດ​ຊື້ນວນ​ໝາກ​ພ້າວ, ໝາກ​ຫຸ່ງ, ໃບ​ຕອງ​ກ້ວຍ. ວັດ​ຖຸ​ດິບ​ແຕ່​ລະ​ຢ່າງນັ້ນ, ປ້າ​ເຄີຍ​ຊື້​ປະ​ມານ 10 ຫາ 20 ກິ​ໂລກ​ຣາມ ກໍ​ພໍ​ເຮັດເຂົ້າ​ໜົມ​​ໃນ 2 ວັນ.

          ຊັ້ນ​ນອກ​ຂອງເຂົ້າ​ໜົມຟູ​ເທ ປະ​ກອບ​ດ້ວຍ​ໝາກ​ຫຸ່ງ​ໂດຍ​​ຊອຍ​ເປັນ​ເສັ້ນ​ນ້ອຍໆ​ ແລະ ຖືກ​ໝ່າ​ໃນ​ນ້ຳ​ຫີນ​ສົ້ມ​ປະ​ທານ 10 ນາ​ທີ, ແລ້ວ​ຕັກ​ຂຶ້ນ, ປະ​ໃຫ້​ແຫ້ງ. ຫຼັງ​ຈາກນັ້ນ, ເອົາ​ນ້ຳ​ໝາກ​ແຢງຊິດ​ໃສ່​ໝາກ​ຫຸ່ງ, ແລ້ວ​ຄົນ​ໃຫ້​ສະ​ໝ່ຳ​ສະ​ເໝີ​ເພື່ອ​​ເປັນ​ສີ​ເຫຼືອງ. ຕໍ່​ຈາກນັ້ນ ປະ​ສົມ​ກັບ​ແປ້ງ​ເຂົ້າ​ໜຽວ​ທີ່​ໄດ້​ຖືກອົບແຫ້ງ​ແລ້ວ. ປ້າ​ທູ ໃຫ້​ຮູ້​ວ່າ : 

    “ ເຂົ້າ​ໜຽວ​ເພື່ອ​ເຮັດ​ແປ້ງ ຕ້ອງ​ແມ່ນ​ເຂົ້າ​ໜຽວ​ຊະ​ນິດ​ຫອມ​ເມັດ​ໃຫຍ່. ເພື່ອ​ໃຫ້​ແປ້ງ​ເຂົ້າ​ໜຽວ​ແຊ​ບນັ້ນ,  ກ່ອນ​ອື່ນ ຕ້ອງ​​ລ້າງເຊິ​ເຂົ້າ​ໃຫ້​ສະ​ອາດ, ແລ້ວ​ປະ​ໃຫ້​ແຫ້ງ ແລະ ນຳ​ໄປ​ຕ່ຳ​ດ້ວຍ​ຄົກ​, ຕໍ່​ຈາກນັ້ນ​ນຳ​ໄປ​ອົບ​ໃຫ້​ແຫ້ງ ແລະ ປະ​ໄວ້​ປະ​ມານ 15 ວັນ​ຈຶ່ງ​ນຳ​ມາ​ເຮັດ​ເຂົ້າ​ໜົມ,  ຖ້າ​ຫາກບໍ່​ປະ​ໄວ້​ດົນນັ້ນ, ​ຊັ້ນ​ນອກ​ຂອງ​ເຂົ້າ​ໜົມຈະ​ຖືກເປື່ອຍ​ໄປ. ຕ້ອງ​ເຮັດ​ເຂົ້າ​ໜົມ​ດ້ວຍເຂົ້າ​ໜຽວ​ຊະ​ນິດ​ຫອມ​ເມັດ​ໃຫຍ່ຍາມ​ເກັບ​ກ່ຽວ​ໃນ​ເດືອນ 10 ຈຶ່ງ​ແຊບ, ຖ້າ​ເຮັ​ດ​ດ້ວຍ​ເຂົ້​າ​ໜຽວ​ຊະ​ນິດ​ອື່ນ, ຊັ້ນ​ນອກ​ຂອງ​ເຂົ້າ​ໜົມຈະ​ບໍ່​ໜຽວ  ”

     ສຳ​ລັບ​ໝາກ​ຖົ່ວ​ຂຽວນັ້ນ, ກໍ​ຕ້ອງ​ໝ່າ​ເສຍ​ກ່ອນ, ແລ້ວ​ກໍ​ຕ້ອງ​ນຳ​ໄປ​​ລ້າງເຊິ​ໃຫ້​ສະ​ອາດ ແລະ ແຍກ​ເອົາ​ເປືອກ​ຖົ່ວ​ຂຽວ​ປະ​ຖິ້ມ, ຫຼັງ​ຈາກນັ້ນ​ນຳ​ໄປ​ໜຶ້ງ​ປະ​ມານ 20 ນາ​ທີ, ແລ້ວ​ນຳ​ໄປ​ຕຳ​ໃຫ້​ແຫຼກ​ເພື່ອ​ປະ​ສົມ​ກັບ​ບັນ​ດາ​ວັດ​ຖຸ​ດິບ​ເຮັດ​ໄສ້​ເຂົ້າ​ໜົມ. ປ້າ​ທູ​ເປີດ​ເຜີຍ​ວ່າ : ເຮັດ​ໄສ້​ເຂົ້າ​ໜົມ ກໍ​ມີ​ວິ​ທີ​ເຮັດ​ລະ​ອຽດ ຕາມ​ອັດ​ຕາ​ສ່ວນ​ສະ​ເພາະ​ຂອງ​ມັນ​ເຊັ່ນ: ແປ້ງ​ເຂົ້າ​ໜຽວ 1 ກິ​ໂລກ​ຣາມ ປະ​ສົມ​ກັບ​ໝາກ​ຖົ່ວ​ຂຽວ​ເຄິ່ງກິ​ໂລກ​ຣາມ, ໝາກ​ຫຸ່ງ ເຄິ່ງກິ​ໂລກ​ຣາມ ແລະ ນ້ຳ​ຕານ 1/3 ກິ​ໂລກ​ຣາມ. ລຸງ​ມິນ ເວົ້າ​ວ່າ :

   “ ໃຊ້​ມື​​ຄັ້ນ​ແປ້ງ​ເຂົ້າ​ໜຽວ 2-3 ເ​ທຶ່ອ​ເພື່ອ​ໃຫ້​ຊັ້ນ​ນອກ​ຂອງ​ເຂົ້າ​ໜົມ​ມີ​ຄວາມ​ໜຽວ, ແລ້ວ​ກໍ​ປັ້ນ​ແປ້ງ​ເປັນ​ແຜ່ນ​ບາງ ເພື່ອ​ເອົາ​ໄສ້​ໃສ່​ເຄິ່ງ​ກາງ ຫຼັງ​ຈາກນັ້ນ​ກໍ​ຫຸ້ມ​ເອົາ​ໄສ້​ຢ່າງ​ສະ​ໝ່ຳ​ສະ​ເໝີ, ແລ້ວ​ກໍ​ສືບ​ຕໍ່​ປັ້ນ​ເຂົ້າ​ໜົມເປັນສີ່​ລຽມ. ສຸດ​ທ້າຍ​ກໍ​ຕ້ອງ​ຫໍ່​ເຂົ້າ​ໜົມ​ດ້ວຍ​ໃບ​ຕອງ​ກ້ວຍ. ເອົາ​ເຊືອກ​ມັດ, ແລ້ວ​ກໍ​ນຳ​ໄປ​ໜຶ້ງ​ປະ​ມານ 30 ນາ​ທີ ຈຶ່ງ​ສຳ​ເລັດ ”

        ຖ້າ​ຫາກ​ພວ​ກ​ເພື່ອນ​ຢາກ​ເຮັດ​ ເຂົ້າ​ໜົມ​ຟູ​ເທ, ພວກ​ເພື່ອນ​ຕ້ອງ​ກະ​ກຽມ​ວັດ​ຖຸ​ດິບ​ດັ່ງ​ນີ້:

-       ເຂົ້າ​ໜຽວ​ຫອມ​ເມັດ​ໃຫຍ່​: 500 ກ​ຣາມ

-       ນ້ຳ​ຕານ : 500 ກ​ຣາມ

-       ໝາກ​ຖົ່ວ​ຂຽວ: 200 ກ​ຣາມ

-       ນວນ​ໝາກ​ພ້າວ: 100 ກ​ຣາມ

-       ໝາກ​ຫຸ່ງ (ຖືກ​ຊອຍ​ເປັນ​ເສັ້ນ​ນ້ອຍ) : 50 ກ​ຣາມ ພ້ອມ​ກັບ​ໝາກ​ແຢງ 1 ໜ໋ວຍ ແລະ ຫີນ​ສົ້ມ, ນ້ຳ​ມັນ​ເລກ​ໜ້ອຍ.

ວິ​ທີ​ເຮັດ​ໄສ້ເຂົ້າ​ໜົມ​ຟູ​ເທ:

  ກ່ອນ​ອື່ນ ຕ້ອງ​ເຊິ​ເຂົ້າ​ໃຫ້​ສະ​ອາດ, ແລ້ວ​ປະ​ໃຫ້​ແຫ້ງ ແລະ ນຳ​ໄປ​ຕຳ​ດ້ວຍ​ຄົກ​, ຕໍ່​ຈາກນັ້ນ​ນຳ​ໄປ​ອົບ​ແຫ້ງ ແລະ ປະ​ໄວ້​ປະ​ມານ 15 ວັນ​ຈຶ່ງ​ນຳ​ມາ​ເຮັດ​ເຂົ້າ​ໜົມ,  ຖ້າ​ຫາກບໍ່​ປະ​ໄວ້​ດົນນັ້ນ, ​ຊັ້ນ​ນອກ​ຂອງ​ເຂົ້າ​ໜົມຈະ​ຖືກເປື່ອຍ​ໄປ.

ສຳ​ລັບ​ໝາກ​ຖົ່ວ​ຂຽວນັ້ນ, ກໍ​ຕ້ອງ​ໝ່າ​ເສຍກ່ອນ, ແລ້ວ​ກໍ​ຕ້ອງ​ນຳ​ໄປ​ລ້າງເຊິ​ໃຫ້​ສະ​ອາດ ແລະ ແຍກ​ເອົາ​ເປືອກ​ຖົ່ວ​ຂຽວ​ປະ​ຖິ້ມ, ຫຼັງ​ຈາກນັ້ນ​ນຳ​ໄປ​ໜຶ້ງ​ປະ​ມານ 20 ນາ​ທີ, ແລ້ວ​ນຳ​ໄປ​ຕຳ​ໃຫ້​ແຫຼກ​ເພື່ອ​ປະ​ສົມ​ກັບ​ບັນ​ດາ​ວັດ​ຖຸ​ດິບ​ເຮັດ​ໄສ້​ເຂົ້າ​ໜົມ  

ວິ​ທີ​ເຮັດ​ຊັ້ນ​ນອກ​ຂອງເຂົ້າ​ໜົມ​ຟູ​ເທ:

ຊັ້ນ​ນອກ​ຂອງເຂົ້າ​ໜົມ​ຖືກ​ເຮັດ​ດ້ວຍ​ແປ້ງ​ເຂົ້າ​ໜຽວ, ໝາກ​ຫຸ່ງບໍ່​ທັນ​ສຸກ​ ແລະ ນ້ຳ​ຕານ. ເພື່ອ​ຢາກ​ໃຫ້ ເຂົ້າ​ໜົມ​​ມີ​ສີ​ເຫຼືອງ ກໍ​ຕ້ອງ​​ນຳເອົາ​ໝາກ​ແຢງໄປ​ຕົ້ມ​ເອົາ​ນ້ຳ, ແລ້ວ​ປະ​ສົມ​ກັບ​ແປ້ງ​ເຂົ້າ​ໜຽວ, ນ້ຳ​ຕານ​ທີ່​ໄດ້​ປະ​ສົມ​ເຂົ້າ​ກັນ​ມາ​ແລ້ວ.

    ເມື່ອ​ມີ​ໄສ້ ແລະ ແປ້ງ​ປະ​ສົມ​ເພື່ອເຮັດ​ຊັ້ນ​ນອກເຂົ້າ​ໜົມ​ແລ້ວ, ພວກ​ເພື່ອນ​ຕ້ອງ​ເອົາ​ແປ້ງ​ຫຸ້ມ​ເອົາ​ໄສ້ ແລະ ປັ້ນ​​ເຂົ້າ​ໜົມ​ເປັນ 4 ລຽມ, ແລ້ວ​ກໍຕ້ອງ​ຫໍ່​ເຂົ້າ​ໜົມ​ດ້ວຍ​ໃບ​ຕອງ​ກ້ວຍ. ເອົາ​ເຊືອກ​ມັດ, ແລ້ວ​ກໍ​ນຳ​ໄປ​ໜຶ້ງ​ປະ​ມານ 30 ນາ​ທີ ຈຶ່ງ​ສຳ​ເລັດ. ຫວັງ​ວ່າ​ພວກ​ເພື່ອນ​ຈະ​ເຮັດ​ກິນ​ແຊບ.

ຕອບກັບ

ຂ່າວ/ບົດ​ອື່ນ