ເຂົ້າໜົມເສັ້ນ-ຂອງຫວານທີ່ໄດ້ຮັບຄວາມນິຍົມຈາກໄວໜຸ່ມ

ເຂົ້າ​ໜົມ​ເສັ້ນ​ແມ່ນ​ຂອງ​ຫວານ​ທີ່​ເຮັດ​ໃຫ້​ບໍ່​ວ່າ​ຜູ້ໃດ​ກໍ່​ຕິດ​ໃຈ​. ວັດ​ຖຸ​ດິບ ແລະ ວິ​ທີ​ການ​ເຮັດ​ແມ່ນ​ງ່າຍ​ດາຍ ແຕ່​ວ່າ​ເຮັດ​ແນວ​ໃດ​ເພື່ອ​ໃຫ້​ແຊບນັ້ນ​ພັດ​ແມ່ນ​ເລື່ອງ​ທີ່​ຫຍຸ້ງ​ຍາກ​ທີ່​ສຸດ. ດັ່ງ​ນັ້ນ​ໃນ​ປະ​ຈຸ​ບັນ ​​ຢູ່ຕາມແຈ​ຖະ​ໜົນ​ນ້ອຍ​ ​ໃນ​ໃຈ​ກາງ​ຕະຫຼາດ​ມືດ​ຟູ໋ກວກ​ຍັງ​ມີ​ຄົນ​ຂາຍ​ເຂົ້າ​ໜົມ​ເສັ້ນ​ຕາມ​ທາງ​ຍ່າງ​ຢູ່. ຮ້ານ​ຂາຍ​ແຕ່​ລະ​ຮ້ານ​ພັດ​ມີ​ເຄັດ​ລັບ​ສະ​ເພາະ​ເພື່ອ​ດຶງ​ດູດ​ເອົາ​ແຂກ​ມາ​ກິນ.

ເຂົ້າໜົມເສັ້ນ-ຂອງຫວານທີ່ໄດ້ຮັບຄວາມນິຍົມຈາກໄວໜຸ່ມ - ảnh 1

ເຂົ້າ​ໜົມ​ເສັ້ນ-ຂອງ​ຫວານ​ທີ່​ໄດ້​ຮັບ​ຄວາມ​ນິ​ຍົມ​ຈາກ​ໄວ​ໜຸ່ມ

       ສຽງ​ຈ່າວ​ຂາຍ​ເຂົ້າ​ໜົມ​ເສັ້ນ​ດັງ​ອຶກ​ກະ​ທຶກ​ຄຶກ​ໂຄມ​ໄປ​ທົ່ວ​​ຕະຫຼາດ​ຍາມກາງ​ຄືນ​ຟູ໋ກວກ. ໄປ​ຍ່າງ​ເລາະ​ອ້ອມ​ໄດ້​ຮອບ​ໜຶ່ງ, ຂ້າ​ພະ​ເຈົ້າ​ໄດ້​ພົບ​ກັບ ອາວ​ໄບ ເຊິ່ງ​ແມ່ນ​ຄົນ​ທີ່​ຂາຍ​ເຂົ້າ​ໜົມ​ເສັ້ນ​ຢູ່​ຕາມ​ທາງ​ຍ່າງ ແລະ ເປັນ​ທີ່​ລື້ງ​ເຄີຍ​​ກັບ​ປະ​ຊາ​ຊົນ​ໃນ​ເຂດ​ຕະຫຼາດ​ກາງ​ຄືນນີ້​ທີ່​ສຸດ. ອາວ​ໄບ ເຖິງວ່າ​ມີ​ອາ​ຍຸສູງ​ແລ້ວກໍ່​ຕາມ ແຕ່​ເບິ່ງ​ລາວ​ຍັງ​ແຂງ​ແຮງ​ຢູ່. ​ໃນແຕ່​ລະ​ມື້​ອາວ​ໄບ ໄດ້​ຂີ່​ລົດ​ຖີບ​ໄປ​ເຖິງ​ຕະຫຼາດ​ກາງ​ຄືນ​ເພື່ອ​ຂາຍ​ເຂົ້າ​ໜົມ​ເສັ້ນ​ໃຫ້​ແຂກ.

        “ສະ​ເລ່ຍ​ແລ້ວ​ໃນ​ແຕ່​ລະ​ມື້ ຂ້າ​ພະ​ເຈົ້າ​ຂາຍ​​ເຂົ້າ​ໜົມ​ເສັ້ນໄດ້​ປະ​ມານ 50-60 ອັນ. ຂາຍ​ໄດ້​ໜ້ອຍຫຼືຫຼາຍ​ແມ່ນ​ຂຶ້ນ​ກັບ​ລະ​ດູ, ຕາມ​ປົກ​ກະ​ຕິ​ແລ້ວ​ໃນ​ລະ​ດູ​ທ່ອງ​ທ່ຽວ​ນັບ​ແຕ່​ເດືອນ 5-10 ຈະ​ຂາຍ​ໄດ້ຫຼາຍ​ກ່​ວາ. ຕອນ​ເຊົ້າ​ບໍ່​ມີ​ໃຜ​ກິນ​ຂອງ​ຫວານ​ປະ​ເພດນີ້ ສະ​ນັ້ນ​ຂ້າ​ພະ​ເຈົ້າ​ຈຶ່ງ​ຂາຍ​ແຕ່​ຕອນ​ແລງ​ຈົນ​ຮອດ​ກາງ​ຄືນ. ແຕ່​ລະ​ອັນ​ຂາຍ​ດ້ວຍ 20.000 ດົ່ງ ແລະ ໄດ້​ກຳ​ໄລ​ອັນ​ໜຶ່ງ​ແມ່ນ 4.000-5.000 ດົ່ງ

        ນັບ​ແຕ່ 3-4 ປີ​ມານີ້, ເມື່ອ​ຮອດ​ເວ​ລາ 6 ໂມງ​ແລງ ອາວ​ໄບ ໄດ້ຂີ່​ລົດ​ຖີບ​ເກົ່າ​​ໄປ​ຂາຍ​ເຂົ້າ​ໜົມ​ເສັ້ນ​ຢູ່​ຕະຫຼາດ, ທາງຫຼັງ​ຕາງ​ຕູ້​ແກ້ວ​ເປັນ​ຮູບ​ສີ່​ແຈ​ສາກ​ມີ​ສອງ​ຖ້ານ ຍາວ​ 50 ຊັງ​ຕີ​ແມັດ, ກວ້າງ 30 ຊັງ​ຕີ​ແມັດ​ເພື່ອ​ບັນ​ຈຸ​ວັດ​ຖຸ​ດິບ​ຕ່າງໆ. ຍາມ​ໃດ ອາວກໍ່​ເຮັດອະ​ນາ​ໄມ​ຕູ້​ແກ້ວ​ໃຫ້​ສະ​ອາດ​​ເບິ່ງຄືວ່າ​ຍັງ​ໃໝ່​ຢູ່​ຕະຫຼອດ. ທາງ​ໜ້າ​ຂອງ​ຕູ້​ແກ້ວ​ໄດ້​ຕິດ​ເຈ້ຍ A4 ໃສ່​ດ້ວຍ​ແຖວ​ຕົວ​ໜັງ​ສື​ທີ່​ວ່າ  “ ເຂົ້າ​ໜົມ​ເສັ້ນ-ຫອມ​ຫວານ​​ພິ​ເສດ ”. ຕູ້​ຖ້ານ​ເທິງ​ແມ່ນ​ບັນ​ຈຸ​ໝາກ​ພ້າວ​ສົດ​ທີ່​ຂູດ​ເປັນ​ເສັ້ນ​ບາງໆ, ນົມ​ຂຸ້ນ, ນ້ຳ​ຕານ, ໝາກ​ຖົ່ວ​ດິນ​ຂົ້ວ​, ​ເຂົ້າ​ຂຽບ. ຖ້ານ​ລຸ່ມ​ແມ່ນ​ບັນ​ຈຸ ​ບັນ​ດາກະ​ປຸກ​ເ​ຂົ້າ​ໜົມ​ແມັກ​ຍາ ( ເຊິ່ງ​ແມ່ນ​ເຂົ້າ​ໜົມ​ທີ່​ເຮັດ​ມາ​ຈາກ​​ໜໍ່​ເຂົ້າ​) ແລະ ແປ້ງ. ຢູ່​ກະ​ຕ່າ​ລົດ​ຖີບ​ແມ່ນ​ບັນ​ຈຸ ຕຸກ​ນ້ຳ​ດຶ່ມ 2-3 ຕຸກ, ແພ​ຈ້ອງ ແລະ ເສື້ອ​ກັນ​ຝົນ​ຕື່ມ​ອີກ ເພື່ອ​ປົກ​ຕູ້​ແກ້ວ ແລະ ນຸ່ງ​ເມື່ອ​ຍາມຝົນຕົກ.

        ທີ່​ທ່ານ​ຟັງ​ຜ່າ​ນໄປ​ແມ່ນ​ສຽງ​ເອີ້ນ​ຊື້​ເຂົ້າ​ໜົມ​ເສັ້ນ​ ແມ່ນ​ເອື້ອຍ ຮ່າ ຊາວ​ຮ່າ​ໂນ້ຍ​ເປັນ​ຄັ້ງ​ທຳ​ອິດ​ທີ່​ມາ​ຢ້ຽມ​ຢາມ​ຟູ໋ກວກ. ເອື້ອຍ​ຮ່າ​ເວົ້າ​ວ່າ ເອື້ອຍຕິດ​ອົກ​ຕິດ​ໃຈ​ເຂົ້າ​ໜົມ​ເສັ້ນ​ ດັ່ງ​ນັ້ນ​ຈຶ່ງ​ຕັດ​ສິນ​ໃຈ​ຊື້​ເຂົ້າ​ໜົມ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ຟູ໋ກວກນີ້. ທັງ​ໂອ້​ລົມ​ກັບ​ເອື້ອຍ​ຮ່າ, ອາວ​ໄບ​ທັງ​ເຮັດ​ເຂົ້າ​ໜົມໄປ​ພ້ອມ. ອາວ​ໄບ​ເປີດ​ຝາ​ຕູ້​ແກ້ວ​ອອກ​ແລ້ວ​ເຮັດ​ເປັນ​ໂຕະ​ນ້ອຍ​ໜຶ່ງ, ດຶງ​ເອົາ​ແມັກ​ຍາ​ສີ​ຂຽວ​ກ້ອນ​ນ້ອຍ​ໜຶ່ງ, ອາວ​ໄບ​ເອົາ​ສົ້ນ​ຂອງ​ຕ່ອນ​ເຂົ້າ​ໜົມ​ນັ້ນ​ຕິດ​ໃສ່​ກັນ​ໃຫ້​ເປັນ​ວົງ​ມົນ, ມ​ວ້ນເຂົ້າ ແລະ ເກືອກ​ໃສ່​ກັບ​ແປ້ງ. ເຮັດ​ຄື​ແນວນັ້ນ​ຢ່າງ​ຕໍ່​ເນື່ອງ​ປະ​ມານ 15 – 20 ເທື່ອ, ແມັກ​ຍາ​ທີ່​ຢູ່​ໃນ​ມື​ຂອງ​ອາວ​ໄບ​ຄ່ອຍໆ​ກາຍ​​ເປັນ​ເສັ້ນ​ທີ່​ມີ​ສີ​ຂຽວ​ສວຍ​ງາມ​ທີ່​ສຸດ. ອາວ​ເອົາ​ເຂົ້າ​ໜົມ​ນັ້ນ​ວາງ​ໃສ່​ເທິງໃບ​ເຟີ, ​ເອົາ​ໝາກ​ພ້າວ, ນົມ​ຂຸ້ນ, ໝາກ​ຖົ່ວ​ດິນ​ໂຮຍ​ໃສ່​​ຕື່ມຕາມລຳ​ດັບ, ເອົາ​​ເຂົ້າ​ຂຽບ​ມາ​ປົກ​ເທິງ​ອີກ​ຊັ້ນ​ໜຶ່ງ, ເອົາ​ເຈ້ຍ​ຂາວ​ຫໍ່ ແລ້ວ​ອາວ​ໄບ​ກໍ່​ຍື່ນ​ໃຫ້​ເອື້ອຍ​ຮ່າ​ໃນ​ທັນ​ທີ. ເອື້ອຍ​ຮ່າ​ທັງ​ກິນ​ເຂົ້າ​ໜົມ​ທັງ​ແບ່ງ​ປັນ​ວ່າ :

        “ຂຶ້ຶ້ນ​ຊື່​ວ່າ​ແມ່ນ​ເຂົ້າ​ໜົມ, ແຕ່​ຂ້າ​ພະ​ເຈົ້າ​ເຫັນ​ວ່າ​ເຂົ້າ​ໜົມ​ເສັ້ນ​ພັດ​ຄ້າຍ​ຄື​ກັນ​ກັບ​ເຂົ້າ​ໜົມ​ທົ່ວ​ໄປ​ກວ່າ ​ເພາະ​ວ່າບໍ່​ພຽງ​ແຕ່​ຍ້ອນ​ຮູບ​ຮ່າງ​ຂອງ​ມັນ​​ເທົ່າ​ນັ້ນ ຫາກ​ຍັງ​ເນື່ອງ​ຈາກ​ພາກ​ສ່ວນ​ປະ​ກອບ ແລະ ບັນ​ດາ​ບາດ​ກ້າວ​ໃນ​ການ​ເຮັດ​ອີກ​ດ້ວຍ. ເມື່ອ​ກິນ, ລົດ​ຊາດ​ຫວານ​​ມັນຂອງ​ເຂົ້າ​ໜົມ ແລະ​ ໝາກ​ພ້າວ ພັດ​ມີ​ລົດ​ຊາດ​ແປກ​ໆຂອງ​ແປ້ງ​ຕ​ື່ມ​ອີກ​ໜ້ອຍ​ໜຶ່ງ, ທັງ​ໝົດ​ເຫຼົ່າ​ນັ້ນ​ໄດ້​ປະ​ສົມ​ກົມ​ກຽວ​ເຂົ້າ​ກັນ​ສ້າງ​ເປັນ​ລົດ​ຊາດ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ທີ່​ສຸດ

        ເຖິງ​ຢ່າງ​ໃດ​ກໍ່​ຕາມ, ບໍ່​ແມ່ນ​ວ່າ​ເຂົ້າ​ໜົມ​ເສັ້ນ​ໃດ​ກໍ່​ແຊບ ແລະ ມີ​ລົດ​ຊາດ​ພິ​ເສດ​ສະ​ເພາະ​ຄ້າຍ​ຄື​ຂອງ​ອາວ​ໄບ. ຕາມ​ອາວ​ໄບ​ແລ້ວ, ເຄັດ​ລັບ​ທີ່​ງ່າຍ​ດາຍ​ຕົ້ນ​ຕໍແມ່ນ​ຂຶ້ນ​ກັບ​ຄວາມ​ຮັກ​ມັກ​ອາ​ຊີບ ແລະ ມີ​ຄວາມ​ປາ​ຖະ​ໜາ​ຢາກ​ໃຫ້​ລູກ​ຄ້າ​ມີ​ຄວາມ​ເພິ່ງ​ພໍ​ໃຈ:

        “ ເມື່ອ​ຫາກໍ່​ເລີ່ມ​ຂາຍ​ເຂົ້າ​ໜົມ​ເສັ້ນ​ ທຳ​ອິດຂ້າ​ພະ​ເຈົ້າ​ຊື້​ແມັກ​ຍາ​ທີ່​ຂາຍ​ທົ່ວ​ໄປຕາມ​ຮ້ານ​ຄ້າ, ແຕ່​ວ່າ​ມາ​ໃນ​ປະ​ຈຸ​ບັນ​ແຂກບໍ່​ມັກ​ກິນ​ແມັກ​ຍາ​ຊະ​ນິດນັ້ນ​ອີກ​ແ​ລ້ວ ສະ​ນັ້ນ​ຂ້າ​ພະ​ເຈົ້າ​ຈຶ່ງ​ໄດ້​ເຮັດ​ແມັກ​ຍາ​ເອງ. ເພື່ອ​​ເຮັດໃຫ້​ແມັກ​ຍາ​ມີ​ສີ​ຂຽວ​ງາມ​ຕາ ແລະ ເຂົ້າ​ໜົມ​ມີ​​ລົດ​ຊາດ​ແຊບ, ມີ​ກິ່ນ​ຫອມ​ກວ່າ, ຂ້າ​ພະ​ເຈົ້າ​ໄດ້​ປັ່ນ​ເອົາ​ນ້ຳ​ໃບ​ໝາກ​ນັດ​ຈຽວ​ພ້ອມ​ກັນ​ກັບ​ແມັກ​ຍາ. ຂັ້ນ​ຕອນນີ້​ຕ້ອງ​ມີ​ຄວາມ​ຄ່ອງ​ແຄ້ວ, ຈຽວ​ໃຫ້​ສະ​ໝ່ຳ​ສະ​ເໝີ, ຖ້າບໍ່​ດັ່ງ​ນັ້ນ​ແມັກ​ຍາ​ຈະ​ແຂງ ຫຼື ແຫຼວ​ເກີນ​ໄປ, ຊ້ຳ​ບໍ່​ໜຳ​ເຮັດ​ໃຫ້​ເສຍ​ລົດ​ຊາດ​ຂອງ​ແມັກ​ຍາ, ກິນ​ຈະ​ບໍ່​ແຊບ.

​ການ​ເຮັດ​ເຂົ້າ​ໜົມເສັ້ນ​ໃຫ້​ແຊບນັ້ນ​ແມ່ນ​ປະ​ກອບ​ດ້ວຍຫຼາຍ​ປັດ​ໃຈ, ແຕ່​ວ່າ​ເຂົ້າ​ໜົມ​ເສັ້ນ​ປະ​ເພດນີ້​​​ແມ່ນຕ້ອງ​ເໝາະ​ສົມ​ກັບ​ໝາກ​ພ້າວ, ແມັກ​ຍາ​ຫອມ​ຫວານ, ໝາກ​ຖົ່ວ​ດິນ​ຜົງ, ເຂົ້າ​ໂຂບ​ກອບ, ເວົ້າ​ລວມ​ແລ້ວ​ແມ່ນ​ປະ​ສົມຫຼາຍ​ລົດ​ຊາດ​ເຂົ້າ​ກັນ​ຈຶ່ງ​ແຊບ”

        ເຖິງວ່າ​ວັດ​ຖຸ​ດິບ​ຕົ້ນ​ຕໍ​ແມ່ນ​​​ເຮັດດ້ວຍນ້ຳ​ຕານກໍ່​ຕາມ ​ແຕ່ວ່າ​ເຂົ້າ​ໜົມ​ເສັ້ນກໍ່​​ບໍ່​ໄດ້​ຫວານ​ຈົນແຂ້ນ​ຄໍ​. ​ພວກເພື່ອນພຽງ​ແຕ່​ກັດ​ຄຳ​ນ້ອຍໆ​, ກໍ່​ຈະ​ຮູ້​ສຶກ​ໄດ້​ຍິນ​ສຽງ​​​ໃບ​ເຟີກອບ​ແຕກ​ຫັກ, ຄວາມ​ນຸ້ມ, ​ຫວານ​, ໜຽວໆ​ໜ້ອຍ​ໜຶ່ງ​​ຂອງແມັກ​ຍາ​ພ້ອມ​ກັບ​ຄວາມ​ມັນ ແລະ ກິ່ນ​ຫອມ​ຂອງ​ໝາກ​ພ້າວ ເພີ່ມ​ຄວາມ​ຜົງ​ຂອງ​ໝາກ​ຖົ່ວ​ດິນ​ເຂົ້າ​ໄປ​ຕື່ມ ເຮັດ​ໃຫ້ຜູ້​ບໍ​ລິ​ໂພກ​ຍິ່ງ​ຕິດ​ໃຈ.

        ຖ້າ​ຫາກ​ບັນ​ດາ​ໝູ່​ເພື່ອນ​ຢາກ​ທົດ​ລອງກິນຂອງ​ຫວານ​ປະ​ເພດນີ້​ເຊິ່ງບໍ່​ຕ້ອງ​ໄປ​ໄກ ອາດ​ຈະ​ເຮັດ​ຕາມ​ສູດ​ດັ່ງ​ລຸ່ມນີ້​:

1.   ຄວນ​ກະ​ກຽມ​ວັດ​ຖຸ​ດິບ​ກິນ​ໄດ້ 4 ຄົນ

- ນ້ຳ​ຕານ ( ແມັກ​ຍາ )             500 ກຼາມ

- ນ້ຳ​ດຶ່ມ                               150 ມິນ​ລີ​ລິດ

- ໝາກ​ຖົ່ວ​ດິນ​                       100 ກຼາມ

- ແປ້ງ                                 200 ກຼາມ

- ເຂົ້າ​ຂຽບ                                    1 ຖົງ

- ໝາກ​ນາວ                          1 ໜ່ວຍ

2. ວິ​ທີ​ເຮັດ

    ບາດ​ກ້າວ 1: ຂົ້ວ​ໝາກ​ຖົ່ວ​ດິນ​ໃຫ້​ກອບ ປະ​ໃຫ້​ເຢັນ​ແລ້ວ​ເອົາ​ກາບ​ທາງນອກ​ອອກ.

    ບາດ​ກ້າວ 2: ນວນ​ໝາກ​ພ້າວ​ລ້າງ​ໃຫ້​ສະ​ອາດ​ແລ້ວ​ຂູດ​ເປັນ​ເສັ້ນ​ບາງ

    ບາດ​ກ້າວ 3: ເອົາ​ນ້ຳ​ຕານ ແລະ ນ້ຳ​ດຶ່ມ​ທີ່​ກະ​ກຽມ​ໄວ້​ນັ້ນ​ໃສ່​ໝໍ້​ຍົກ​ຂຶ້ນ​ຄ້າງ​ໃສ່​ເຕົາ​ໄຟ​ເຮັດ​ໄຟ​ອ່ອນໆ, ໃຊ້​ໄມ້​ທູ່​ຄົນ​ໃຫ້​ສະ​​ໝ່ຳ​ສະເໝີ, ຄົນ​ຈົນ​ໃຫ້​ນ້ຳ​ຕານ​ໜຽວ ແລ້ວ​ປົງ​ໝໍ້​ລົງ​ປະ​ໃຫ້​ເຢັນ. ເມື່ອ​ປົງ​ໝໍ້​ລົງ​ແລ້ວ​ພວກ​ເຮົາ​ຢອດ​ນ້ຳ​ໝາກ​ນາວ​ໃສ່​ໜ້ອຍ​ໜຶ່ງ​ເພື່ອບໍ່​ໃຫ້​ນ້ຳ​ຕານ​ແຂງ ແລະ ເຂົ້າ​ໜົມ​ຈະ​ນຸ້ມນວນກວ່າ.

    ບາດ​ກ້າວ 4: ​ທາ​ນ້ຳ​ມັນ​ໃສ່​ພາ​ທາດ​ທີ່​ສະ​ອາດ ຫຼັງ​ຈາກນັ້ນ​ຖອກ​ນ້ຳ​ຕານ​ຢູ່​ໝໍ້​ລົງໃສ່. ໃຊ້​ມື​ດຶງ​​ນ້ຳ​ຕານໃຫ້​ເປັນ​ເສັ້ນ​ຍາວ​​ທົບ​ເຂົ້າ​ກັນ ແລ້ວ​ເອົາ​ທາ​ໃສ່​ແປ້ງ​ເພື່ອບໍ່​ໃຫ້​ຕິດ​ກັນ. ​ດຶງ​ແນວນັ້ນ​ໄປ​ຕະຫຼອດ​ຈົນ​ໃຫ້​ເປັນ​ເສັ້ນ.

        ບາດ​ກ້າວ 5: ເອົາ​ເສັ້ນ​ນ້ຳ​ຕານ​ສ່ວນ​ໃດ​ໜຶ່ງ​ໃຫ້​ເໝາະ​ສົມ​ກັບ​ລົດ​ຊາດ​ຂອງ​ແຕ່​ລະ​ຄົນ ວາງ​ໃສ່​ເທິງ​​ເຂົ້າ​ຂຽບ, ຫຼັງ​ຈາກນັ້ນ​ເອົາ​ໝາກ​ພ້າວ, ໝາກ​ຖົ່ວ​ດິນ​ທີ່​ກຽມ​ໄວ້​ນັ້ນ​ໂຮຍ​ໃສ່ ​​ແລະ ສຸດ​ທ້າຍ​ແມ່ນ​ເອົາ​ເຂົ້າ​ຂຽບ​ປົກ​ໃສ່​ອີກ​ຊັ້ນ​ໜຶ່ງ ເປັນ​ອັນ​ວ່າ​ເຂົ້າ​ໜົມ​ເສັ້ນ​ສຳ​ເລັດ ແລະ ກຽມພ້ອມ​ຮັບ​ປະ​ທານ​ໄດ້​ເລີຍ.ຫວັງ​ວ່າ​ພວກ​ທ່ານ​ຈະ​ເຮັດ​ກິນ​ແຊບ.

ຕອບກັບ

ຂ່າວ/ບົດ​ອື່ນ