ເຂົ້າໜົມໝາກຖົ່ວຂຽວຫາຍເຢືອງ

ເມື່ອ​ເວົ້າ​ເຖິງ​​ນະ​ຄອນ​ຫາຍ​ເຢືອງ, ຜູ້​ຄົນ​ທັງຫຼາຍ​ຕ່າງ​ກໍ​ເລີຍຄຳ​ນຶງ​ເຖິງ​ເຂົ້າ​ໜົມ​ຖົ່ວ​ຂຽວ, ແປ້ງ​ຖົ່ວ​ຂຽວ, ປັນ​ກາຍ ​ດ້ວຍ​ເຄື່ອງ​ໝາຍ​ສິນ​ຄ້າຫຼາຍ​ຢ່າງ​ເຊັ່ນ:    ຮ່​ວາ​ອານ, ຮົ່ງວ່າງ, ຢາ​ບາວ…. ເຂົ້າ​ໜົມ​ຖົ່ວ​ຂຽວຫາຍ​ເຢືອງ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ເຍື່ອງ​ອາ​ຫານ​ພິ​ເສດ​ໄດ້​ຮັບ​ຄວາມ​ນິ​ຍົມ​ບໍ​ລິ​ໂພກ​ຈາກຫຼາຍ​ຄົນ ແລະ ສຳ​ລັບ​ວິ​ທີ​ປຸງ​ແຕ່ງ​ກໍ​ບໍ່​ຍາກ​ປານ​ໃດ. ບັນ​ດາ​ວັດ​ຖຸ​ດິບ​ເພື່ອ​ເຮັດເຂົ້າ​ໜົມ​ຖົ່ວ​ຂຽວແມ່ນ​ຫາ​ໄດ້​ຢ່າງ​ງ່າຍ​ດາຍ​ເພື່ອສາ​ມາດ​ເຮັດ​ ເຂົ້າ​ໜົມ​ຖົ່ວ​ຂຽວຢູ່​ເຮືອນຂອງ​ຕົນ​ໄດ້.

 

ເຂົ້າໜົມໝາກຖົ່ວຂຽວຫາຍເຢືອງ  - ảnh 1
ເຂົ້າໜົມໝາກຖົ່ວຂຽວ

         ນະ​ຄອນ​ຫາຍ​ເຢືອງ​ຫ​່າງ​ຈາກ​ຮ່າ​ໂນ້ຍ​ໄປ​ທາງ​ທິດຕາ​ເວັນ​ອອກປະ​ມານ 60 ກິ​ໂລ​ແມັດ. ຮາກ​ຖານ​ຜະ​ລິດເຂົ້າ​ໜົມ​ຖົ່ວ​ຂຽວຂອງ​ບໍ​ລິ​ສັດຣົ່ງ​ວ່າງ ຕັ້ງ​ຢູ່​ແຄມ​ທາງຫຼວງ​ເລກ 5 ຮ່າ​ໂນ​້ຍ-ຫາຍ​ຟ່ອງ, ມີ​ເນື້ອ​ທີ່ກ້​ວາງ​ປະ​ມານ 300 ຕາ​ແມັດ. ພໍ​ແຕ່​ມາ​ຮອດ​ປະ​ຕູ​ໂຂງ​ຂອງ​ຮາກ​ຖານ​ຜະ​ລິດ, ກິ່ນ​ຫອມຂອງ​ແປ້ງຖົ່ວ​ຂຽວໄດ້​ເຮັດ​ໃຫ້​ຜູ້​ຄົນ​ທັງຫຼາຍ​ມີ​ຄວາມ​ປະ​ທັບ​ໃຈ. ຢູ່​ທາງ​ໃນ​ຂອງ​ຮາກ​ຖານ​ມີ​ຊຸດ​ໂຕະ​ຕັ່ງສະ​ແຕນ​ເລດກວ່າ 20 ຊຸດ, ຢູ່​ເທິງ​ໂຕະ​ແຕ່​ລະ​ໜ່ວຍກໍ່​​ເຕັມ​ໄປ​ດ້ວຍແປ້ງ​ຖົ່ວ​ຂຽວ​ປະ​ມານ 10 ກິ​ໂລ​ກາມ. ຮາກ​ຖານ​ປຸງ​ແຕ່ງ​ຖືກ​ຈັດ​​ເເບ່ງ​ເປັນ 4 ເຂ​ດ, ຢູ່​ເບື້ອງ​ຂວາ​ມື ມີ​ກຳ​ມະ​ກອນ 2-3 ຄົນ​ພວມ​ຕົ້ມ​ຖົ່ວ​ຂຽວ; ຢູ່​ເຂດ​ເຄິ່ງ​ກາງ​ແມ່ນ​ເຂດ​ຈືນ​ເອົາ​ນ້ຳ​ມັນ, ຢູ່​ຄຽງ​ຂ້າງ​ແມ່ນ​ເຂດ​ຕິດ​ຕັ້ງ​​ເຄື່ອງ​ແຍກ​ເປືອກ​ໝາກ​ຖົ່ວ. ສຸດ​ທ້າຍ​ແມ່ນ​ເຂດ​ມີ​ເນື້ອ​ທີ່ກ້ວາງກວ່າ​ໝູ່​ແມ່ນ​ບ່ອນ​ຕິດ​ຕັ້ງຈັກປະ​ສົມ 3 ເຄື່ອງ. ນີ້​ກໍ​ແມ່ນ​ຂັ້ນ​ຕອນ​ສຸດ​ທ້າຍ​ເພື່ອ​ຜະ​ລິດ​ອອກ​ແປ້ງ​ຖົ່ວ​ຂຽວ. ລຸງ​ດິງວັນ​ດາດ,​ເຈົ້າ​ຂອງ ຮາກ​ຖານ​ຜະ​ລິດ, ຜູ້​ທີ່ໄດ້ປະ​ກອບ​ອາ​ຊ​ີບ​ເຮັດເຂົ້າ​ໜົມ​ຖົ່ວ​ຂຽວມາ​ເປັນ​ເວ​​ລາກວ່າ 40 ປີ ໃຫ້​ຮູ້​ວ່າ : 

    “ ທຳ​ອິດ​ແມ່ນ​ຕ້ອງ​ເລືອກ​ເອົາ​ໝາກຖົ່ວ​ຂຽວ​​ທີ່​ມີ​ເມັດ​ເຕັມ ແລະ ສະ​ໝ່ຳ​ສະ​ເໝີ. ເປືອກ​​ຍັງ​ເປັນສີ​ຂຽວ, ເມັດ​ ​ຕ້ອງ​​ເປັນ​ສີເຫຼືອງ. ຕ້ອງ​ລ້າງ 3 ເທື່ອ, ແລ້ວ​​ຈຶ່ງນຳ​ໄປ​ຕົ້ມ​, ຫຼັງ​ຈາກນັ້ນ​ກໍ​ຕັກ​ຂຶ້ນ ແລະ ປະ​ໃຫ້​ແຫ້ງ, ແລ້ວ​ນ​ຳ​ເອົາໄປ​ຂົ້ວ ”

    ​ລຸງ​ດາດ​ໄດ້​ພາ​ພວກ​ຂ້າ​ພະ​ເຈົ້າ​ໄປ​ເຂດ​ຂົ້ວ​ໝາກຖົ່ວ​. ລຸງ​ໃຫ້​ຮູ້​ວ່າ : ເພື່ອເຮັດ ເຂົ້າ​ໜົມ​ໝາກ​ຖົ່ວ​ຂຽວໃຫ້​ແຊບນັ້ນ, ບໍ່​ພຽງ​ແຕ່​ຕ້ອງ​ເລືອກ​ເອົາ​ວັດ​ຖຸ​ດິບ​ແນວ​ດີ​ເທົ່າ​ນັ້ນ, ບັນ​ດາ​ຂັ້ນ​ຕອນ​ຄື​ຂົ້ວ, ສີ​ ຕະຫຼອດ​ຮອດ​ຂັ້ນ​ຕອນຟັດ ແລະ ຮ່ອນ​ເພື່ອກຳຈັດ​ຊັ້ນ​ເປືອກ​ທາງນອກອອກໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່. ສຳ​ຄັນ​ທີ່​ສຸດ​ແມ່ນ​ເມື່ອ​ເວ​ລາ​ຂົ້ວກໍໍ່​ຕ້ອງ​ເຮັດ​ໄຟ​ອ່ອນໆ​ເພື່ອ​ໃຫ້ແກ່ນ​ໝາກ​ຖົ່ວສຸກ​ເຫຼືອງ ແຕ່ບໍ່​ໃຫ້​ໄ​ໝ້. ລຸງ​ດິງວັນ​ດາດເປີດ​ເຜີຍ​ວ່າ : 

    “  ​ເມື່ອ​ຂົ້ວ​ຖົ່ວ​ຂຽວ ແມ່ນຕ້ອງ​ຂົ້ວ​ໃຫ້​ສຸກ​ເຫຼືອງ​ສະ​ໝ່ຳ​ສະ​ເໝີ, ຫຼັງ​ຈາກນັ້ນ ກໍ​ນຳ​ໄປ​ບົດ​ໃຫ້​ແຫຼກ”

      ຖົ່ວ​ຂຽວ​ເມື່ອ​ຂົ້​ວ​ແລ້ວ ກໍ​ນຳ​ໄປ​ບົດ. ໃນ​ເວ​ລາ​ບົດ​ກໍ​ໃສ່​ນ້ຳ​ຕານ ແລະ ນ້ຳ​ມັນ​ຕື່ມອີກ. ຖົ່ວ​ຂຽວ​ເມື່ອ​ຖືກ​ບົດ​ເປັນ​ແປ້ງ​ແລ້ວ, ກໍ​​ເອົາ​ມາ​ຖອກ​ໃສ່​ພາ​ສະ​ແຕນ​ເລດ. ແລະ ມາ​ຮອດນີ້ ແມ່ນ​ຂັ້ນ​ຕອນ​ຫຸ້ມ​ຫໍ່. ຢູ່​ນີ້, ໂຕະ​ແຕ່ລະໜ່ວຍ​ມີ​ກຳ​ມະ​ກອນ 3 ຄົນ​ເຮັດ​ວຽກ​ງານ​ເອົາແປ້ງ​ຖົ່ວ​ຂຽວ​ໃສ່​ເບົ້າ​. ເບົ້າ​ເຂົ້າ​ໜົມ​ແຕ່​ລະ​ອັນ ໃຫຍ່​ຊ່ຳ​ກັບ​ໄມ້​ຂີດ​ໄຟ 2 ກັບ ແລ​ະ ຖືກ​ແບ​່ງ​ເປັນ 10 ກາ​ໂລ. ເມື່ອ​ເຮັດ​ເຂົ້າ​ໜົມ​ ​ແລ້ວໆ ກໍ​ຖືກ​ສົ່ງ​ໄປ​ຍັງ​ໂຕະ​ຫຸ້ມ​ຫໍ່. ລຸງ​ດິງວັນ​ດາດ ໃຫ້​ຮຸ້​ຕື່ມ​ອີກວ່າ :

    “ ​ເຂົ້າ​ໜົມ​ໃນ​ເມື່ອ​ກ່ອນ​ແມ່ນບໍ່​ໄດ້​ຫໍ່​ດ້ວຍ​ເຈ້ຍ​ເງິນ ສະ​ນັ້ນ​ຈຶ່ງ​​ຮັກ​ສາໄດ້​ປະ​ມານ 15 ວັນ​ເທົ່າ​ນັ້ນ. ແຕ່​ປະ​ຈຸ​ບັນ​ເຂົ້າ​ໜົມ​ຖືກ​ຫໍ່​ດ້ວຍເຈ້ຍ​ເງິນ, ​ຈຶ່ງສາ​ມາດ​ຮັກ​ສາໄດ້​ດົນ​ກວ​່າ ຊຶ່ງ​ມັນ​ກໍ​ຂຶ້ນ​ກັບ​ເຂົ້າ​ໜົມ​ແຕ່​ລະ​ຊະ​ນິດ. ​ກຳ​ນົດ​ເວ​ລາ​ບໍ​ລິ​ໂພກ​ແມ່ນ​ປະ​ມານກວ່າ 2 ເດືອນ ”

     ເຂົ້າ​ໜົມ​ຖົ່ວ​ຂຽວແມ່ນ​ເຂົ້າ​ໜົມ​ຊະ​ນິດ​ໜຶ່ງ​ທີ່​ສາ​ມາດ​ປຸງ​ແຕ່ງ​ໄດ້​ຢ່າງ​ງ່າຍ​ດາຍ, ມັນ​ເປັນ​ເຍື່ອງອາ​ຫານທີ່​ລຽບ​ງ່າຍ ແຕ່​ພັດ​ຊ້ອນ​ແຝງ​ລົດ​ຊາດ​ພິ​ເສດ​ຂອງ​ເຂດ​ບ້ານ​ນາ​ພາກ​ເໜືອ​ຫວຽດ​ນາມ. ຖ​້າ​ຫາກ​ໄດ້​ຊີມເຂົ້າ​ໜົມ​ຖົ່ວ​ຂຽວ​ຢູ່​ຫາຍ​ເຢືອງແລ້ວ, ແນ່ນອນ​ວ່າ​​ຍາກ​ຈະ​ເຮັດ​ໃຫ້ພວກ​ເພື່ອນຫຼົງ​ລືມ​ລົດ​ຊາດ​ພິ​ເສດນີ້​ໄດ້.

                                                            ----------------------------------

 

      ທ່ານ​ຜູ້​ຟັງ​ທີ່​ເຄົາ​ລົບ !

  ເພື່ອ​ເຮັດເຂົ້າ​ໜົມ​ໝາກ​ຖົ່ວ​ຂຽວ ພວກ​ເພື່ອນ​ກະ​ກຽ​ມ​ວັດ​ຖຸ​ດິບ​ດັ່ງນີ້ :

-       ​​ຖົ່ວ​ຂຽວ​ທີ່​ໄດ້​ກຳ​ຈັດ​ເປືອກ ​:  500g.

-       ນ້ຳ​ບໍ​ລິ​ສຸດ

-       ເກືອ

-       ນ້ຳ​ມັນ

-       ນ້ຳ​ຕານ 100 g

-       ເບົ້າ​ເຮັ​ດ​ເຂ​ົ້າ​ໜົມ

 ບັນ​ດາ​ຂັ້ນ​ຕອນ​ປຸ່ງ​ແຕ່ງ:

    ທຳ​ອິດ, ພວກ​ເຮົາ​ຕ້ອງ​ໝ່າ​ຖົ່ວ​ຂຽວ​ດ້ວຍ​ນ້ຳ​ອຸ່ນ​ປະ​ມານ 2-4 ຊ​ົ່ວ​ໂມງ, ແລ້ວ​ກໍ​ນຳ​ໄປ​ຕົ້ມ​ໃຫ້​ສຸກ ແລະ ໃສ່​ເກືອຕື່ມ​ອີກ​ເ​ລັກ​​ຫນ້ອຍ. ຕໍ່​ຈາກນັ້ນ​ຕ້ອງ​ບົດ​ດ້ວຍ​ເຄື່ອງ​ບົດ. ເມື່ອ​ບົດ​ແລ້ວ​ເອົາ​ໃສ່​ໝໍ້. ໃສ່​ນ້ຳ​ມັນ​ຕື່ມ​ອີກ​ເ​ລັກ​ຫນ້ອຍ ແລ້ວ​ກໍ​ນຳ​​ໝໍ້ຄ້າງ​ຂຶ້ນເຕົາ​ໄຟ, ​ຄົນ​ໃຫ້​ສະ​ໝ່ຳ​ສະ​ເໝີ​ເພື່ອ​ນ້ຳ​​ມັນ​ຊຶມ​ເຂົ້າ​ກັບແປ້ງ​ຖົ່ວ​ຂຽວ, ຫຼັງ​ຈາກນັ້ນ ກໍ​ໃສ່ນ້​ຳ​ຕານ ແລ​ະ ເກືອ​ເລັກ​ໜ້ອຍຕື່ມ​ອີກ.

    ສຸດ​ທ້າຍ ຕ້ອງ​ແບ່ງ​ແປ້ງ​ເປັນ​ບັນ​ດາສ່ວນ​ນ້ອຍ​ທີ່ສະເໝີ​ກັນ ແລະ ປັ້ນ​ເປັນ​ກ້ອນ​ນ້ອຍ. ຕໍ່​ຈາກນັ້ນ​ຕ້ອງ​ທາ​ນ້ຳ​ມັນ​ໃສ່​ເບົ້າ​ເຂົ້າ​ໜົມ​ເປັນ​ຊັ້ນ​ບາງໆ, ແລ້ວ​ກໍ​ເອົາ​ແປ້ງ​​ແຕ່​ລະ​ກ້ອນໃສ່​ເບົ້າ, ໃຊ້​ເຄື່ອງ​ມື​ອັດແປ້ງຖົ່ວ​ຂຽວ​ໃຫ້ແໜ້ນ.  ຫວັງ​ວ່າ​ພວກ​ເພື່ອນ​ຈະ​ເຮັດກິນ​ແຊບ.

ຕອບກັບ

ຂ່າວ/ບົດ​ອື່ນ