ເຂົ້າໜົມໝາກຖົ່ວຂຽວ-ເຍື່ອງອາຫານທີ່ເປັນຢາເຢັນ

ນ້ຳ​ຫວານ​ແມ່ນ​ເຍື່ອງ​ອາ​ຫານ​ທີ່​ໄດ້​ຮັບ​ຄວາມນິ​ຍົມ​ທີ່​ສຸດ​ຢູ່​ຫວຽດ​ນາມ. ເມື່ອ​ເວົ້າ​ເຖິງ​ນ້ຳ​ຫວານທຸກ​ຄົນ​ກໍ່​ຄິດ​ໄດ້​ທັນ​ທີ​ບັນ​ດາ​ເຍື່ອງ​ອາ​ຫານ​ຄື: ນ້ຳ​ຫວານ​ໝາກ​ຖົ່ວ​ດຳ, ​ຖົ່ວ​ຂຽວ….. ແຕ່​ວ່າມີຂອງ​ຫວານ​ຊະ​ນິດ​ໜຶ່ງ​ພັດ​ມີ​ລົດ​ຊາດ ແລະ ວິ​ທີ​ປຸງ​ແຕ່ງ​ແຕກ​ຕ່າງ​ກັນ​ກັບ​ປະ​ເພດ​ນ້ຳ​ຫວານ​ທີ່​ກ່າວ​ມາ​ຂ້າງ​ເທິງ ນັ້ນ​ແມ່ນ​ເຂົ້າ​ໝົມ​ໝາກ​ຖົ່ວ​ຂຽວ. 

 

ເຂົ້າໜົມໝາກຖົ່ວຂຽວ-ເຍື່ອງອາຫານທີ່ເປັນຢາເຢັນ - ảnh 1

ເຂົ້າ​ໜົມ​ໝາກ​ຖົ່ວ​ຂຽວ-ເຍື່ອງ​ອາ​ຫານ​ທີ່​ເປັນ​ຢາ​ເຢັນ

ດຍນອນ​ໃນ​ຄຸ້ມ​ເລ​ເລີ້ຍ, ແຂວງ​ຮ່າ​ນາມ ຮ້ານ​ນ້ຳ​ຫວານ​ຂອງ ນາງ ​ຫງວຽນ​ທິຢຸງ ໄດ້​ເປັນ​ທີ່​ຮູ້​ຈັກ​ຂອງຫຼາຍ​ຄົນ​ດ້ວຍ​ບັນ​ດາເຍື່ອງ​ອາ​ຫານ​ນ້ຳ​ຫວານ​ທີ່​​ໄດ້​​ປຸງ​ແຕ່ງ​ມາ​ແຕ່​ດົນ​ນານຂອງ​ຫວຽດ​ນາມ. ແຕ່​ເຖິງ​ຢ່າງ​ໃດ​ກໍ່​ຕາມ, ຂອງ​ຫວານ​ທີ່​ແຊບ ແລະ ມີ​ຊື່​ສຽງ​ຂອງ​ຮ້ານ​ແມ່ນ​ເຂົ້າ​ໝົມ​ໝາກ​ຖົ່ວ​ຂຽວ. ​ນາງ​ຢຸງ​ ເປີດ​ຮ້ານ​ແຕ່​ເວ​ລາ 8 ໂມງ​ເຊົ້າ ຮອດ 5 ໂມງ​ແລງ, ບັນ​ດາຊຸມມື້​ທີ່​ມີ​ແດດ​ອອກ  ຮ້ານ​ຂອງ​ນາງ​ຢຸງກໍ່​ເຕັມ​ໄປ​ດ້ວຍ​ແຂກ​ທີ່​ມາ​ກິນ​ນ້ຳ​ຫວານ​ ທ່ຽວ​ເຂົ້າ-ທຽ່ວ​ອອກ​ຢູ່ບໍ່​ເຊົາ. ​ແຂກ​ທີ່​ມາ​ຮ້ານ​ນາງ​ຢຸງສ່ວນຫຼາຍ​​ແມ່ນ​ຈະ​ຊື້​ໃສ່​ຖົງ​ກັບ​ເມືອ​ກິນ​ຢູ່​ບ້ານ, ເພາະ​ວ່າ​ຮ້​ານ​ຂອງ​ນາງ​ມີ​ເນື້ອ​ທີ່​ພຽງ​ແຕ່ 15,2 ​ຕາແມັດ​ເທົ່າ​ນັ້ນ​ ບໍ່​ມີ​ບ່ອນ​ນັ່ງຫຼາຍ. ຢູ່​ໃນ​ຮ້ານນາງ​ໄດ້​ຈັດ​ໂຕະ​ໃສ່ 2 ໜ່ວຍ​ພ້ອມ​ກັບ​ຕັ່ງ​ຢາງ​ຈຳ​ນວນ​ໜຶ່ງ​ ເພື່ອ​ຮັບ​ໃຊ້​ໃຫ້​ແຂກ​ໄດ້ຮັບ​ປະ​ທານ​ຢູ່​ກັບ​ຮ້ານ. ຢູ່​ນອກ​ຮ້ານ​ແມ່ນ​ໄດ້​ຈັດ​ຕູ້​ແກ້ວ​ສອງ​ຊັ້ນ​ໃສ່, ຊັ້ນ​ລຸ່ມ​ແມ່ນ​ໃຊ້​ເປັນ​ບ່ອນ​ວາງ​ຖ້ວຍ​ແກ້ວ​ທີ່​ບັນ​ຈຸ​ປະ​ເພດ​ວັດ​ສະ​ດຸ​ທີ່​ໄດ້​ຮັບ​ການ​ປຸງ​ແຕ່ງ​ສຳ​ເລັດ​ແລ້ວ ​​ປະ​ມານ​ສິບ​ປາຍ​ຖ້ວຍຄື: ໝາກ​ຖົ່ວ​ຂຽວ, ໝາກ​ຖົ່ວ​ດຳ, ເຜືອກ,…….ສ່ວນ​ຕູ້​ຊັ້ນ​ເທິງ​ແມ່ນ​ເປັນ​ບ່ອນ​ເອົາ​ໄວ້ໃສ່​ເຂົ້າ​ໝົມ​ໝາກ​ຖົ່ວ​ຂຽວ ແລະ ໝາກ​ງາ. ແຕ່​ລະ​ມື້​ຮ້ານ​ຂາຍ​ນ້ຳ​ຫວານ​ຂອງ​ນາງ​ຢຸງ​ ຂາຍ​ເຂົ້າ​ໜົມ​ໝາກ​ຖົ່ວ​ຂຽວ​ໄດ້​ເກືອບ​ໜຶ່ງ​ຮ້ອຍ​ຈານ.

“ເພື່ອ​ໃຫ້​ໄດ້​ເຂົ້າ​ໜົມ​ທີ່​ມີ​ລົດ​ຊາດ​ແຊບ, ຫວານ​ຫອມນັ້ນ, ​ຕ້ອງ​ເລືອກ​ເອົາໝາກ​ຖົ່ວ​ຂຽວ​​ທີ່​ມີ​ສີ​ຂຽວ​ອ່ອນໃນ​ເຫຼືອງ​,, ໝາກ​ຖົ່ວ​ຂຽວ​ຊະ​ນິດນີ້​ເມື່ອ​​ເວ​ລາປຸງ​ແຕ່ງ​​ມັນຈະ​ຜົງ​ ແລະ ແຊບດີ. ສ່ວນ​ນ້ຳ​ຕານ​ແມ່ນ​ຕ້ອງ​ເລືອກ​ເອົາ​ຊະ​ນິດ​ທີ່​ບໍ່​ມີ​ສີ​ເຂັ້ມ​ເກີນ​ໄປ, ຖ້າ​ບໍ່​ດັ່ງ​ນັ້ນ​ຈະ​ເຮັດ​ໃຫ້​ຈານ​ເຂົ້າ​ໜົມ​ໝົດ​ຄວາມ​​ສວຍງາມ, ໝາກ​ງາກໍ່​ຕ້ອງ​ແມ່ນ​ຊະ​ນິດ​ທີ່​ຂາວ ແລະ ແຫ້ງ​ດີ.”

ເມື່ອ​​ຕາມ​ນາງ​ຢຸງ​ເຂົ້າ​ໄປ​ໃນ​ເຮືອນ​ຄົວທີ່​ມີ​ເນື້ອ​ທີ່​ກ້​ວາງ​ປະ​ມານ 4,2 ແມັດນັ້ນ, ​ຢູ່ທາງຫຼັງ​ຂອງ​ຮ້ານ ​ນາງ​ຢຸງ​ໄດ້​ມ່າ​ໝາກ​ຖົ່ວ​ຂຽວ​ສອງ​ສາມຊາມ, ແຕ່​ລະ​ຊາມ​ບັນ​ຈຸ​ປະ​ມານ 5 ກິ​ໂລ​ກຼາມ, ແລະ ​ຢູ່ແຈ​​​ເບື້ອງນັ້ນ​ແມ່ນ​ບ່ອນ​ປຸງ​ແຕ່ງ​​ມີ​ໝໍ້​ຕົ້ມ​ໝາກ​ຖົ່ວ 2 ໜ່ວຍ​ກຳ​ລັງ​ຄ້າງ​ຢູ່​ເທິງ​ເຕົາ​ໄຟ.

“ໝາກ​ຖົ່ວ​ຂຽວ​ຖ້າ​ຢາກ​ໃຫ້​​ໄດ້ໄວ​ແມ່ນ​ພວກ​ເຮົາ​ສາ​ມາດ​ມ່າ​ໃສ່​ນ້ຳ​ອຸ່ນກໍ່​ໄດ້ ຖ້າບໍ່​ຕ້ອງ​ການ​ໄວ​ແມ່ນ​ມ່າ​ໃສ່​​ນ້ຳເຢັນ​ທຳ​ມະ​ດາປະ​ມານ 3-4 ຊົ່ວ​ໂມງ ເປືອກນອກ​ຂອງ​ໝາກ​ຖົ່ວ​ກໍ່​ຈະອອກ. ຫຼັງ​ຈາກນັ້ນ​ກໍ່ຖອກ​ໝາກ​ຖົ່ວ​ໃສ່​ກະ​ຕ່າ​ປະ​ໄວ້​ປະ​ມານ ຊາວ​ນາ​ທີ ເພື່ອ​ໃຫ້​ນ້ຳ​ແຫ້ງ​​ເສຍ​ກ່ອນ ແລ້ວ​ຈຶ່ງ​ນຳ​ເອົາ​ໝາກ​ຖົ່ວ​ນັ້ນ​ໄປ​ໃສ່​ຮວດ​ແລ້ວກໍ່​ໜຶ້ງ ”

“ເພື່ອ​ໃຫ້​ໄດ້​ໝໍ້​ໜຶ້ງ​ໝາກ​ຖົ່ວ​ທີ່​ຜົງ ແລະ ຫອມນັ້ນ ຄວນ​ໃສ່​ໃຈ​ເມື່ອ​ເວ​ລາ​ໜຶ້ງ ຕ້ອງ​ຮັກ​ສາ​ລະ​ດັບ​ໄຟ​ໃຫ້​ສະ​ໝ່ຳ​ສະ​ເໝີ, ບໍ່​ຄວນ​ເຮັດ​ໄຟ​ແຮງ ແລະ ຄ່ອຍ​ເກີນ​ໄປ ຈຶ່ງ​ຈະ​ເຮັດ​ໃຫ້​ໝາກ​ຖົ່ວ​ຜົງ​ສະ​ໝ່ຳ​ສະເໝີ​ກັນ, ເມື່ອ​ເວ​ລາ​ຮັບ​ປະ​ທານ​ຈຶ່ງ​ຮູ້​ສຶກ​ນຽນ​, ນຸ້ມ. ພາຍຫຼັງ​ທີ່​ຕຳ​ໝາກ​ຖົ່ວ​ແຫຼກ​ແລ້ວ​ ກໍ່ເອົາ​ມາ​ປັ້ນ​ໃຫ້​ເປັນ​ແຕ່​ລະ​ປັ້ນ, ໃຊ້​ມີດ​ປາດ​ອອກ​ເປັນ​ປ່ຽງ​ບາງ. ໝາກ​ງາ​ນຳ​ເອົາ​ໄປ​ຂົ້ວ​ເຮັດ​ໄຟ​ອ່ອນ​ຈົນ​ຮອດ​ເວ​ລາ​​ທີ່ມີ​ກິ່ນ​ຫອມ ແລະ ມີ​ສີ​ເຫຼືອງ​ສົດ​ໃສ​ອອກ​ມາ​ຈຶ່ງ​ໄດ້. ”

ຂັ້ນ​ຕອນ​​ຝ່ານ້ຳ ແລະ ນ້ຳ​ຕານກໍ່​ສຳ​ຄັນ​ທີ່​ສຸດ. ຕາມ​ສູດ​ທີ່​ແມ່, ​ປ້າ​ໄດ້​ຖ່າຍ​ຖອດ​ໃຫ້ນັ້ນ, ຕາມ​ທຳ​ມະ​ດາ​ແລ້ວ ໝາກ​ຖົ່ວ​ຂຽວ 1 ກິ​ໂລກຼາມ ຈະ​ປະ​ສົມ​ກັບ​ນ້ຳ​ເຄິ່ງ​ລິດ ແລະ ນ້ຳ​ຕານ 7-8 ຂີດ. ຖ້າ​ຢາກ​ໃຫ້​ນ້ຳ​ຕານ​ຊຶມ​ເຂົ້າ​ໝາກ​ຖົ່ວ​ຢ່າງ​ສະ​ໝ່ຳ​ສະ​ເໝີ ແມ່ນ​ຕ້ອງ​ເອົາ​ນ້ຳ​ຕານ​ໃສ່​ກັບ​ນ້ຳ​ແລ້ວ​ເອົາ​ໄປ​ຕົ້ມ​ກ່ອນ, ເອົາ​ເກືອ​ໃສ່​ໜ້ອຍ​ໜຶ່ງ ຫຼັງ​ຈາກນັ້ນ​ຈຶ່ງ​ເອົາ​ມາ​ຖອກ​ໃສ່​ໝາກ​ຖົ່ວ​ ໃນ​ໝໍ້.

“ໝໍ້​ຕົ້ມ​ໝາກ​ຖົ່ວ​ທີ່ເຮັດ​ໄຟ​ອ່ອນໆ​​ຕົ້ມພ້ອມ​ກັບ​ນ້ຳ​ຕານ, ເອົາ​ນ້ຳ​ມັນ​​ດອກໝາກ​ກ້ຽງ​ໃຫຍ່​ໃສ່​ໜ້ອຍ​ໜຶ່ງ​ຄົນ​ໃຫ້​ທົ່ວ ເມື່ອ​​ປະ​ສົມ​ກັບ​ໝາກ​ຖົ່ວ​ຂຽ​ວ​ ແລະ ນ້ຳ​ຕານຈົນ​ໃຫ້​ມັນ​ເຍີ່ຍ​ອອກ, ນຸ້ມ ບໍ່​ຕິດ​ໄມ້​ທູ່​ຈຶ່ງ​ໄດ້”

ເມື່ອ​ຕົ້ມ​ໝາກ​ຖົ່ວ​ໄດ້​ປະ​ມານ 1 ຊົ່ວ​ໂມງ, ນາງ​ຢຸງ ກໍ່​ຕັກ​ເຍື່ອງ​ອາ​ຫານ​ນັ້ນ​ໃສ່​ຈານ ແລ້ວ​ໃຊ້​ບ່ວງ​ແຫ້ງ​ເນັ່ນ​ໃສ່​ເບົ​າໆ ເພື່ອ​ໃຫ້​ເຂົ້າ​ໜົມ​ນັ້ນ​ແຫຼກ​ສະ​ໝ່ຳ​ສະ​ເໝີ​ກັນ ແລ້ວກໍ່​ໂຮຍ​ໝາກ​ງາ​ໃສ່​​ປົກໜ້າ ​ເປັນ​ອັນ​ວ່າ​ເຍື່ອງ​ອາ​ຫານ​ຂອງ​ຫວານ​ເຂົ້າ​ໜົມ​ໝາກ​ຖົ່ວ​ຂຽວ​ສຳ​ເລັດ.

ສູດ​ເຮັດ​ເຂົ້າ​ໜົມ​ໝາກ​ຖົ່ວ​ຂຽວ​ມີ​ດັ່ງ​ນີ້:

        ວັດ​ສະ​ດຸ:

- ໝາກ​ຖົ່ວ​ຂຽວ   1 ກິ​ໂລກຼາມ

- ນ້ຳ​ຕານ          1 ກິ​ໂລກຼາມ

- ໝາກ​ງາ​ຂາວ​ຂົ້ວ       100 ກຼາມ

- ນ້ຳ​ອຸ່ນ

- ນ້ຳ​ມັນ​ດອກ​ໝາກ​ກ້ຽງ​ໃຫຍ່​ໜ້ອຍ​ໜຶ່ງ

        ວິ​ທີ​ປຸງ​ແຕ່ງ:

ເລືອກ​ເອົາ​ໝາກ​ຖົ່ວ​ຂຽວ​ເມັດ​ນ້ອຍ​ໃນ​ເຫຼືອງ​ໄປ​ບົດ​ໃຫ້​ແຕກ​ເຄິ່ງ. ຫຼັງ​ຈາກນັ້ນ​ຈຶ່ງ​ເອົາ​ໄປ​ມ່າ​ນ້ຳ​ເຄິ່ງມື້, ເອົາ​ເປືອກ​ອອກ, ໂຮຍ​ເກືອ​ໃສ່​ໜ້ອຍ​ໜຶ່ງ​ປະ​ໃຫ້​ນ້ຳ​ແຫ້ງ​ແລ້ວ​ຈຶ່ງ​ນຳ​ເອົາ​ໄປ​ໜຶ້ງ.

ໝາກ​ຖົ່ວ​ເມື່ອ​ໜຶ້ງ​ສຸກ​ແລ້ວ​ນຳ​ເອົາ​ໄປ​ຕຳ​​ໃ​ຫ້​ແຫຼກ, ປັ້ນ​ໃຫ້​ເປັນ​ແຕ່​ລະ​ປັ້ນ, ແລ້ວ​ໃຊ້​ມີດ​ປາດ​ເປັນ​ປ່ຽງ​ບາງ​ໃຫ້​ໝາກ​ຖົ່ວ​ເຍີ່ຍ​ອອກ ແລະ ລຽບ.

ເອົາ​ນ້ຳ​ຕານ​ຂາວ​ປົນ​ໃສ່​ນ້ຳ​ອຸ່ນ​ແລ້ວ​ຄົນ​ໃຫ້​ນ້ຳ​ຕານ​ລະ​ລາຍ, ຄົນ​ສະ​ໝ່ຳ​ສະ​ເໝີ​ກັບ​ໝາກ​ຖົ່ວ ແລ້ວກໍ່​ນຳ​ໄປ​ຕົ້ມ​ເຮັດ​ໄຟ​ອ່ອນໆ ຄົນ​ໃຫ້​ເຂົ້າ​ກັນ, ເມື່ອ​ໃກ້​ຈະ​ສຳ​ເລັດ​ແລ້ວ​ ເອົາ​ນ້ຳ​ມັນ​ດອກ​ໝາກ​ກ້ຽງ​ໃຫຍ່​ໃສ່​ໜ້ອຍ​ໜຶ່ງ ຫຼື ວາ​ນີ​ລາ ເພື່ອ​ໃຫ້​ມີ​ກິ່ນ​ຫອມ.​

ເມືຶ່ອ​ຕັກ​ເຂົ້າ​ໜົມ​ອອກ​ໃສ່​ຈານ, ເອົາ​ໝາກ​ງາ​ຂາວ​ທີ່​ຂົ້ວ​ແລ້ວ​ໂຮຍ​ປົກ​ໜ້າແລ້ວ​ປະ​ໄວ້​ໃຫ້​ເຢັນ ຈຶ່ງ​ຕັດ​ເປັນ​ປ່ຽງ ແລະ ກໍ່ຮັບ​ປະ​ທານ​ໄດ້​ເລີຍ. ຫວັງ​ວ່າ​ພວກ​ເພື່ອນ​ຈະ​ເຮັດ​ກິນ​ແຊບ.

ຕອບກັບ

ຂ່າວ/ບົດ​ອື່ນ