ເຍື່ອງອາຫານຊີ້ນສົ້ມ ແທງເຊີນໃນແຂວງຟູ້ເຖາະ

ດ້ວຍ​ລົດ​ນົວ​ຂອງ​ຊີ້ນ, ກອບ​ຂອງ​ໜັງ​ໝູ, ລົດ​ຝາດ​ຂອງ​ໃບ​ໝາກເດື່ອ, ໃບ​ໝາກ ​ສີ​ດາ, ລົດ​ເຜັດ​ຂອງນ້ຳຊ໋ອດ​ໝາກ​ເຜັດ, ເຍື່ອງ​ອາ​ຫານ​ຊີ້ນ​ສົ້ມ ແທງ​ເຊີນ ໄດ້​ເຮັດ​ໃຫ້​ຜູ້​ບໍ​ລິ​ໂພກ​ຍາກ​ທີ່​ຈະຫຼົງ​ລືມ​ໄດ້. 

ເຍື່ອງອາຫານຊີ້ນສົ້ມ ແທງເຊີນໃນແຂວງຟູ້ເຖາະ - ảnh 1

ເຍື່ອງ​ອາ​ຫານ​ຊີ້ນ​ສົ້ມ ແທງ​ເຊີນໃນ​ແຂວງ​ຟູ້​ເຖາະ

       ເວ​ລາ 9 ໂມງ​ເຊົ້າ, ຂ້າ​ພະ​ເຈົ້າ​ໄດ້​ມີ​ໜ້າ​ຢູ່​ບ້ານ​ຂອງ​ລຸງ ເຈີນ​ວັນ​ງ້າຍ ຫ່າງ​ຈາກ​ໃຈ​ກາງ​ເທດ​ສະ​ບານ​ເມືອງ ແທງ​ເຊີນ ແຂວງ​ຟູ້​ເຖາະ​ປະ​ມານ 10 ກວ່າ​ກິ​ໂລ​ແມັດ. ໃນ​ເວ​ລານີ້, ລຸງ​ງ້າຍ​ພວມ​ລ້າງ​​ໄມ້​ເຮ້ຍແຕ່​ລະ​ປ້ອງ​ຢູ່​ຂ້າງ​ນ້ຳ​ສ້າງ​ຕິດ​ກັບ​ເຮືອນ​ຄົວ, ສ່ວນ​ນາງ​ຮ​ວາ ລູກ​ໄພ້​ຂອງ​ລຸງ​ງ້າຍ​ຫາ​ກໍ​ມາ​ແຕ່​ຕະຫຼາດ ກໍ​ຂ້ຽວ​ລ້າງ​ຊີ້ນ​ໝູ​ໃຫ້​ສະ​ອາດ​ເພື່ອ​ກຽມ​ປຸງ​ແຕ່ງ ເຍື່ອງ​ອາ​ຫານ​ຊີ້ນ​ສົ້ມ​ທີ່​ເຄີຍ​ເຮັດ​ມາ​ແຕ່​ດົນ​ນານ​ແລ້ວ. ນາງ​ຮ​ວາ ທັງ​ລ້າງ​ຊີ້ນ ທັງ​ເວົ້າວ່າ : 

    “ ເພື່ອ​ເຮັດ​ຊີ້ນ​ສົ້ມຕາມ​ມາ​ດ​ຕະ​ຖານ, ທີ 1 ແມ່ນ​ຕ້ອງ​ເລືອກ​ເອົາ​ຊີ້ນ​ໝູ​ຊະ​ນິດ​ຖືກ​ລ້ຽງ​ແບບ​ປ່ອຍ​ຕາມທຳ​ມະ​ຊາດ, ຖ້າ​ຫາກ​ເປັນ​ໝູ​ລ້ຽງ ກໍຕ້ອງລ້ຽງ​ດ້ວຍ​ມັນ, ສາ​ລີ ຫຼືຮຳ​ຈຶ່ງ​ຈະ​ໄດ້​ຊີ້ນ​ທີ່​ແຊບ​ນົວ ແລະ ແໜ້ນ​ດີ. ທີ 2 ຕ້ອງ​ເລືອກ​ເອົາ​ຊີ້ນ​ໝູ​ສ່ວນກົ້ນ, ຊີ້ນ​ສັນ ແລະ ຕ້ອງ​ແມ່ນ​ຊີ້ນ​ສົດໆ​ເລີຍ”

       ພາຍຫຼັງ​ທີ່​ ​ໄດ້​ລ້າງ​ຊີ້ນໃຫ້​ສະ​ອາດ​ແລ້ວ, ລຸງ​ງ້າຍກໍ​ເອົາຊີ້ນ​ມາ​ຊອຍ​ເປັນ​ຕ່ອນ​ບາງໆ ຍາວ​ປະ​ມານ 3 cm ເທົ່າ​ນັ້ນ. ຍ້ອນ​ແມ່ນ​ໝູ​ຖືກ​ລ້ຽງ​ແບບ​ປ່ອຍ​ຕາມ​ທຳ​ມະ​ຊາດ, ດັ່ງ​ນັ້ນ​ມັນ​ແຊບ​ທີ່ສຸດ.

    ໃນເຮືອນ​ຄົວ​ ກ້​ວາງ​ປະ​ມານ 20 ຕາ​ແມັດ, ພື້ນ​ຖືກ​ປູ​ດ້ວຍ​ກາ​ໂຣ​ສີ​ແດງ, ຝາ​ກໍ​ຖືກ​ຕິດ​ກາ​ໂຣ​ສູງ 1 ແມັດ ເປັນ​ໜ້າ​ສະ​ອາດ​ງາມ​ຕາ, ເຫັນ ລຸງ​ງ້າຍ ພວ​ມເອົາ​ຊີ້ນ​ໝ​ູ​ໃສ່​ຊາມ, ແລ້ວ​ກໍ​ເອົາ​ເກືອ, ແປ້ງ​ນົວ ແລະ ນ້ຳ​ປາໃສ່​ເພື່ອ​ເອືອບ​ປະ​ມານ 30 ນາ​ທີ່.                                      

    ອ້າຍ​ລອງ, ຜົວ​ຂອງ​ນາງ​ຮ​ວາ​ພວມ​ນັ່ງ​ຂົ້ວ​ສາ​ລີ. ລາວ​ຕ້ອງ​ເຮັດ​ໄຟ​ພໍ​ດີ​ເພື່ອ​ຂົ້ວ​ສາ​ລີ​ໃຫ້​ສະ​ເໝີ.

        “ ສຳ​ລັບ​ການ​ປຸງ​ແຕ່ງຊີ້ນ​ສົ້ມ, ສາ​ລີ​ຂົ້ວ​ກໍ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ວັດ​ຖຸ​ດິບ​ທີ່​ສຳ​ຄັນ ແລະ ຂາດບໍ່​ໄດ້. ເພື່ອ​ມີ​ສາ​ລີ​ຂົ້ວ​ທີ່​ມີ​ລົດ​ຫອມ ແລະ ນົວ​ນັ້ນ, ຕ້ອງນຳເອົາສາ​ລີ​ເປັນ​ຮວງ​ໄປຢ້າງ​​ຄ່າປະ​ມານ​ແຕ່ 1 ຫາ 2 ເດືອນ, ຫຼັງ​ຈາກນັ້ນ ກໍ​ແກະເອົາ​ສາ​ລີ​ອອກ​ຈາກ​ຮວງ, ແລ້ວ​ນຳ​ໄປ​ຂົ້ວ​ຈົນ​ສຸກ​ເຫຼືອງ, ຕໍ່​ຈາກນັ້ນ​ກໍ​ນຳ​ໄປ​ຕຳ​ໃຫ້​ແຫຼກ ”

        ອ້າຍ​ລອງ​ໄດ້​ຕຳ​ສາ​ລີ​ຈົນເປັນ​ແປ້ງ, ແລ້ວ​​ເອົາ​ມາຄົນ​​ໃສ່ກັບ​ຊີ້ນ​ຢ່າງ​ສະ​ໝ່ຳ​ສະ​ເໝີ. ຂັ້ນ​ຕອນນີ້ ແມ່ນ​ຕ້ອງ​ການ​ມີ​ຄວາມ​ຄ່ອງ​ແຄ້ວ ແລະ ບົດ​ຮຽນ​ຂອງ​ຜູ້​ປຸງ​ແຕ່ງ, ເຮັດ​ແນວ​ໃດ​ເພື່ອ​ໃຫ້​ເຄື່ອງ​ເທດ, ເກືອ, ແປ້ງ​ນົວ ແລະ ແປ້ງສາ​ລີ​ຊຶມເລິກ​ເຂົ້າ​ຊີ້ນ​ຢ່າງ​ສະ​ໝ່ຳ​ສະ​ເໝີ.

     ຢູ່​ຂ້າງ​ໂຕະ ອີ​ນ໋ອກ ວາງ​ຕິດ​ກັບ​ຝາ​ເຮືອນ​ຄົວ, ນາງ​ຮ​ວາ​ໄດ້​ເອົາ​ຜ້າ​ເຊັດ​ໄມ້​ເຮ້ຍ​ແຕ່​ລະ​ປ້ອງ, ແລ້ວ​ກໍ​ເອົາ​ໃບ​ໝາກ​ສີ​ດາ​ປະ​ມານ 3-4 ໃບ​ຮອງ​ໃສ່​ພື້ນ​ປ້ອງ​ໄມ້​ເຮ້ຍ. ສ່ວນ​ລຸງ​ງ້າຍ ກໍ​ຄີບ​ເອົາຊີ້ນທີ່​ໄດ້​ເອືອບ​ກັບ​ແປ້ງ​ສາ​ລີນັ້ນ​ປະ​ມານ​ຢຸບໜຶ່ງ, ​ໃສ່​ປ້ອງໄມ້ເຮ້ຍ. ລຸງ​ງ້າຍ ເປີດ​ເຜີຍ​ວ່າ : 

    “ ໄມ້​ເຮ້ຍ​ເມື່ອ​ຕັດ​ເອົາ​ມາ​ຈາກ​ໂນນ, ຕ້ອງ​ປະ​ໃຫ້​ແຫ້ງ, ແລ້ວ​ຕັດ​ເອົາ​ຂໍ້​ເບື້ອງ​ໜຶ່ງອອກໂດຍ​ໃຫ້​ມີ​ຄວາມ​ຍາວ​ປະ​ມານ 30 cm, ຫຼັງ​ຈາກນັ້ນ​ລ້າງ​ໃຫ້​ສະ​ອາດ ແລະ ນຳ​ໄປ​ຕາກ​ໃຫ້​ແຫ້ງ. ຕາມ​ບົດ​ຮຽນ​ຂອງ​ຂ້າ​ພະ​ເຈົ້າແລ້ວ, ຄວນ​ເລືອກ​ເອົາ​ໄມ້​ເຮ້ຍບໍ່​ແກ່ຫຼືບໍ່​ອ່ອນ​ເກີນ​ໄປ ”

      ນາງ​ຮ​ວາ​ໄດ້​ເອົາ​ໃບ​ຕອງ​ກ້ວຍ​ອັດ​ປາກ​ປ້ອງ​ໄມ້​ເຮ້ຍ​ໃຫ້​ແໜ້ນ, ແລ້ວ​ນຳ​ໄປ​ຢ້າງ​ຄ່າ​ປະ​ມານ 3-4 ມື້ ກໍ​ອາດ​ຈະ​ກິນ​ໄດ້. ຊີ້ນ​ສົ້ມ ເຄີຍ​ກິນ​ກັບ​ໃບ​ເດື່ອ, ໃບ​ສີ​ດາ…. ເມື່ອ​ກິນ​ແລ້ວ ກໍ​ຮູ້​ສຶກ​ມີ​ລົດ​ນົວ​ຂອງ​ຊີ້ນ, ລົດ​ກອບ​ຂອງ​ໜັງ​ໝູ ປະ​ສານ​ກັບ​ລົດສົ້ມ​ຂອງ​ແປ້ງ​ສາ​ລີ, ລົດ​ຝາດ​ຂອງ​ໃບ​ໝາກ​ເດື່ອ​ພ້ອມ​ກັບ​ລົດ​ເຜັດ​ຂອງ​ນ້ຳ​ຊ໋ອດ​ໝາກ​ເຜັດ.

ຕອບກັບ

ຂ່າວ/ບົດ​ອື່ນ