ເຍື່ອງອາຫານປີ້ງໄກ່ໂອບດິນດາກ

ລົດ​ຫວານ​ຂອງ​ໄກ່, ລົດ​ຫອມ​ຂອງ​ໃບ​ບົວ, ໃບ​ໝາກ​ນາວ, ແກ່ນດອກ​ບົວ​ພ້ອມ​ກັບ​ລົດ​ເຄັມຂອງ​ເກືອ, ລົດ​ເຜັດ​ຂອງ​ໝາກ​ພີກ​ໄທ…​ປະ​ສານ​ກັບ​ລົດ​ຫອມ​ຂອງເຟືອງ​ເມື່ອ​ປີ້ງ… ນັ້ນ​ກໍ​ແມ່ນ​ຄວາມ​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງເຍື່ອງ​ອາ​ຫານປີ້ງ​ໄກ່ໂອບ​ດິນ​ດາກ.

ເຍື່ອງອາຫານປີ້ງໄກ່ໂອບດິນດາກ - ảnh 1
ເຍື່ອງອາຫານປີ້ງໄກ່ໂອບດິນດາກ

     ພວກ​ຂ້າ​ພະ​ເຈົ້າ​ໄດ້​ມີ​ໂອ​ກາດ​ແວ່​ຢາມ​ພັດ​ທະ​ຄານ ເວືອນ​ຫວາຍ ທີ່​ເມືອງ​ຫາຍ​ອານ, ນະ​ຄອນ​ຫາຍ​ຟ່ອງ. ເສັ້ນ​ທາງ​ພາ​ໄປ​ເຖິງ ພັດ​ທະ​ຄານ ເວືອນ​ຫວາຍມີ​ລວງ​ກ້​ວາງ​ປະ​ມານ 3 ແມັດຖືກກໍ່​ສ້າງ​ດ້ວຍ​ເບ​ຕົງ. ລຽບ​ຕາມ 2 ຟາກ​ທາງ​ແມ່ນ​ແຖວ​ຕົ້ນ​ໝາກ​ລີ້​ນຈີທີ່​ປົກ​ຄຸມ​ຄວາມ​ເຢັນ​ໄປ​ທົ່ວ​ສາຍ​ທາງ. ພັດ​ທະ​ຄານ ເວືອນ​ຫວາຍຖືກ​ປຸກ​ສ້າງ​ໃນຢູ່ກາງເຂດ​ສວນ​ຕົ້ນ​​ໝາກລີ້ນ​ຈີມີ​ເນື້ອ​ທີ່​ປະ​ມານ 200 ຕາ​ແມັດ. ອ້າຍ​ຮ່​ວາງ​ມິນ​ຢູ່​ເມືອງ​ເລ​ເຈີນ, ຫາຍ​ຟ່ອງ​ພ້ອມ​ດ້ວຍ​ຄອບ​ຄົວ​ມາ​ຮັບ​ປະ​ທານເຍື່ອງ​ອາ​ຫານປີ້ງ​ໄກ່ໂອບ​ດິນ​ດາກໃຫ້​ຮູ້​ວ່າ : 

    “ເຍື່ອງ​ອາ​ຫານປີ້ງ​ໄກ່ໂອບ​ດິນ​ດາກນີ້ ມີ​ຄວາມ​ແຕກ​ຕ່າງ​ກັບ ເຍື່ອງ​ອາ​ຫານ​ໄກ່​​ປະ​ເພດອື່ນໆ​ເຊັ່ນ: ຕົ້ມ​ໄກ່, ໜຶ້ງ​ໄກ່…ສຳ​ລັບ ເຍື່ອງ​ອາ​ຫານປີ້ງ​ໄກ່ໂອບ​ດິນ​ດາກ, ຂ້າ​ພະ​ເຈົ້າ​ຄິດ​ວ່າ​ວິ​ທີ​ປຸງ​ແຕ່ງ​ຈະ​ສັບ​ສົນ​ກວ່າ. ເມື່ອ​ກິນ​ອາ​ຫານ​ເຍື່ອງນີ້, ຂ້າ​ພະ​ເຈົ້າ​ຮູ້​ສຶກ​ມີ​ລົດ​ຫອມ​ຂອງ​ຢາ​ສະ​ໝຸນ​ໄພ, ແກ່ນດອກ​ບົວ, ແຊບຫຼາຍ. ສຳ​ລັບ​ເດັກ​ນ້ອຍ ແລະ ຜູ້​ໃຫຍ່ ແມ່ນ​ສາ​ມາດ​ບຳ​ລຸງ​ສຸ​ຂະ​ພາບ​ດີ​ທີ່​ສຸດ ”

     ພາຍຫຼັງ​ທີ່​ໄດ້​ຮັບ​ໃຊ້​ຄອບ​ຄົວ​ອ້າຍ​ມິນ​ແລ້​ວ, ອ້າຍ​ຟຸ່ງວັນ​ເດ ພໍ່​ຄົວ​ຂອງພັດ​ທະ​ຄານ ເວືອນ​ຫວາຍ ໄດ້​ພາ​ຂ້າ​ພະ​ເຈົ້າ​ໄປ​ເຂດ​ປຸງ​ແຕ່ງ​ອາ​ຫານ​ຢູ່​ທາງຫຼັງ​ພັດ​ທະ​ນາ ແລະ ຕັ້ງ​ຢູ່​ແຄມ​ແມ່​ນ້ຳ. ຢູ່ນີ້​ມີ​ໂຕະ​ຍາວ 2 ໜ່ວຍ  ແລະ ຢູ່​ເທິງ​ໂຕະ ແມ່ນເຕັມ​ໄປ​ດ້ວຍ​ວັດ​ຖຸ​ດິບຫຼາຍ​ຢ່າງ​ເຊັ່ນ: ໄກ່ທີ່​ໄດ້​ຄົວ​ແລ້ວ, ເຄື່ອງ​ຫອມ, ໃບ​ບົວ, ດິນ​ດາກ…ຢູ່​ຂ້າງ​ເຂດ​ປຸງ​ແຕ່ງ​ແມ່ນ​ສວນ​ລ້ຽງ​ໄກ່​ເຖິງ​ນັບ​ຮ້ອຍ​ໂຕ. ອ້າຍ​ເດ​ເອົາ​ຜ້າ​ເຊັດ​ໄກ່​ທີ່​ໄດ້​ຄົວ​ແລ້ວໃຫ້​ແຫ້ງ, ຫຼັງ​ຈາກນັ້ນ, ລາວ​ກໍ​ເລີ່ມ​ແນະ​ນຳ​ໃຫ້​ຂ້າ​ພະ​ເຈົ້າ​ກ່ຽວ​ກັ​ບ​ວິ​ທີ​ປຸງ​ແຕ່ງເຍື່ອງ​ອາ​ຫານປີ້ງ​ໄກ່ໂອບ​ດິນ​ດາກ : 

   “ ພາຍຫຼັງ​ໄດ້​ທີ່​ຄົວ​ໄກ່​ສຳ​ເລັດ​ແລ້ວ, ພວກ​ເຮົາເອົາ​ເກືອ, ຂີງ​ມາ​ຮຸກ​ຖູ​ໃສ່​ໜັງ​ໄກ່, ແລ້ວ​ກໍ​ຕ້ອງ​ລ້າງ​ອີກ​ຄັ້ງ​ໜຶ່ງ​ໃຫ້​ສະ​ອ​າດ. ກ່ອນ​ທີ່​ຈະ​ປຸງ​ແຕ່ງ, ພວກ​ເຮົາ​ຄວນ​ເອົາ​ຜ້າເຊັດໄກ່​ໃຫ້​ແຫ້ງ, ຫຼັງ​ຈາກນັ້ນ, ​ເອົາ​ແກ່ນດອກ​ບົວ, ສະ​ຫມຸນ​ໄພ, ໃບ​ໝາກ​ນາວ​ພ້ອມ​ກັບ​ນ້ຳ​ປາ, ໝາກ​ພີກ​ໄທ, ແປ້ງ​ນົວ, ນ້ຳ​ມັນ​ພືດປະ​ສົມ​ເຂົ້າ​ກັນ, ແລ້ວກໍ​ຍັດ​ໃສ່​ທ້ອງ​ໄກ່, ແລ້ວ​ກໍ​ຕ້ອງ​ຫຍິບ​ໃຫ້​ແຈບ ”

     ອ້າຍ​ເດ​ໃຫ້​ຮູ້​ວ່າ ໄກ່​ທີ່​ພັດ​ທະ​ຄານ​ປຸງ​ແຕ່ງນັ້ນ ແມ່ນ​ໄກ່​ຖືກ​ລ້ຽງ​ໃນ​ສວນ, ມີ​ນ້ຳ​ໜັກ​ປະ​ມານກວ່າ 1 ກີ​ໂລຣາມ ເພາະ​ໃນເວ​ລາ​ໄກ່​ມີ​ນ້ຳ​ໜັກຊ່ຳ​ນີ້ ແມ່ນ​ແຊບ​ທີ່​ສຸດ. ອ້າຍ​ເດ​ເອົາ​ໃບ​ບົວ​ຫຸ້ມ​ໄກ່ເປັນ 2 ຊັ້ນ, ແລ້ວ​ເອົາ​ເຈ້ຍ​​ອາ​ລູ​ມີ​ນຽມ​​ຫຸ້ມ​ທາງນອກ, ຫຼັງ​ຈາກນັ້ນ​ກໍ​ນຳ​ໄປ​ໂອບດ້ວຍ​ດິນ​ດາກທີ່​ມີ​ຄວາມ​ໜາ​ປະ​ມານ 5 cm ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ໄກ່​ມີ​ກິ່ນຂິວຈາກ​ຄວັນເມື່ອ​ປີ້ງ. ພາຍຫຼັງ​ໂອບ​ດິນ​ດາກ​ແລ້ວໆ, ກໍ​ນຳ​ໄປ​ປີ້ງ. ອ້າຍ​ເດ​ເປີດ​ເຜີຍ​ວ່າ : 

    “ ເມື່ອ​ປີ້ງ​ໄກ່, ພວກ​ເຮົາຕ້ອງ​ເຝົ້າ​ຕະຫຼອດ​ເວ​ລາ ແລະ ຕ້ອງ​ຄວບ​ຄຸມ​ຄວາມ​ຮ້ອນ, ບໍ່​ຄວນ​ເຮັດ​ໄຟ​ແຮງ​ເກີນ​ໄປ. ທຳ​ອິດ​ພວກ​ເຮົາ​ໃຊ້​ຖ່ານ​ໄຟ​ເພື່ອ​ປີ້ງ​ແບບ​ເຜີນໆ ໃຫ້​ດິນຄ່ອຍ​ແຫ້ງ, ຫຼັງ​ຈາກນັ້ນ​ກໍ​ນຳ​ໄປ​ໝົກ​ໃ​ສ່​ຖ່ານ​ ແລະ ເຟືອງ​ເປັນ​ເວ​ລາ​ແຕ່ 1-2 ຊົ່ວ​ໂມງ​ຢ່າງ​ຕໍ່​ເນື່ອງ ແລະ ຕ້ອງ​ຮັກ​ສາ​ຄວາມ​ຮ້ອນ​​ພໍ​ດີຂອງ​ຖ່ານໄຟໃນ​ຕະຫຼອດ​ເວ​ລາປີ້ງ​ໄກ່. ເມື່ອ​ສັງ​ເກດ​ເຫັນ​ດິນຊັ້ນນອກ​ຖືກ​​ແຕກແຫງນັ້ນ, ກໍ​ພໍ​ດີ​ຮອດ​ເວ​ລາ​ໄກ່​ສຸກແລ້ວ. ​ ”

     ໄກ່​ປີ້ງ​ແລ້ວ, ແມ່ນ​ຕ້ອງ​ກິນ​ກັບ​ໝາກ​ເລັ່ນ, ໝາກ​ແຕງ, ຜັກ​ຫອມ, ຜັກ​ສະ​ຫຼັດ ຈ້ຳ​ກັບ​ເກືອ​ປົນ​ໝາກ​ພີ​ກໄທ ແລະ ນ້ຳ​ໝາກ​ນາວ. ​ການ​ປະ​ສົມ​ປະ​ສານ​ລະ​ຫວ່າງ ລົດ​ຫວານ​ຂອງ​ໄກ່, ລົດ​ຫອມ​ຂອງ​ໃບ​ບົວ, ໃບ​ໝາກ​ນາວ, ແກ່ນດອກ​ບົວ​ພ້ອມ​ກັບ​ລົດ​ເຄັມຂອງ​ເກືອ, ລົດ​ເຜັດ​ຂອງ​ໝາກ​ພີກ​ໄທ…​ປະ​ສານ​ກັບ​ລົດ​ຫອມ​ຂອງເຟືອງ​​ໃນ​ເວ​ລາ​ປີ້ງ ໄດ້​ເຮັດ​ໃຫ້​ຜູ້​ບໍ​ລິ​ໂພກ​ຮູ້​ສຶກ​ເຖິງ​ຄວາມ​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ອາ​ຫານ​ເຍື່ອງນີ້.

       ທ່ານ​ຜູ້​ຟັງ​ທີ່​ເຄົາ​ລົບ! ຖ້າ​ຫາກ​ພວ​ກ​ເພື່ອນ​ຢາກ​ເຮັດ​ເຍື່ອງ​ອາ​ຫານປີ້ງ​ໄກ່ໂອບ​ດິນ​ດາກ ໃຫ້​ຄອບ​ຄົວ​ກິນ, ພວກ​ເພື່ອນ​ຕ້ອງ​ກະ​ກຽມ​ວັດ​ຖຸ​ດິບ​ດັ່ງ​ນີ້:

     - ໄກ່ 1 ໂຕ, ມີ​ນ້ຳ​ໜັກ​ປະ​ມານກວ່າ 1 ກີ​ໂລຣາມ

     - ດິນ​ດາກ, ​ຫົວຂີງ, ເກືອ, ນ້ຳ​ມັນ​ພືດ, ໝາກ​ພີກ​ໄທ, ໃບ​ໝາກ​ນາວ, ແກ່ນດອກ​ບົວ, ໃບ​ບົວ(ຫຼື​ໃບ​ຕອງ​ກ້ວຍ), ເຈັ້ຍ​ອາ​ລູ​ມີ​ນຽມ, ຖ່ານ​​ໄຟ…

      ທຳ​ອິດ​ພວກ​ເພື່ອນສັບ​ດິນ​ດາກ​ພ້ອມ​ກັບ​ເຟືອງ. ຊອຍ​ຫົວ​ຂີງ​ເປັນ​ປ່ຽງ​ບາງໆ, ເອົານ້ຳ​ມັນ​ພືດທາ​ໃສ່​ທາງ​ໃນ ແລະ ໜັງ​ຂອງ​ໄກ່. ຫຼັງ​ຈາກນັ້ນ, ເອົາ​ແກ່ນດອກ​ບົວ, ຢາ​ສະ​ຫມຸນ​ໄພ, ໃບ​ໝາກ​ນາວ​ພ້ອມ​ກັບ​ນ້ຳ​ປາ, ໝາກ​ພີກ​ໄທ, ແປ້ງ​ນົວ, ນ້ຳ​ມັນ​ພືດ​ປະ​ສົມ​ເຂົ້າ​ກັນ, ແລ້ວຍັດ​ໃສ່​ທ້ອງ​ໄກ່, ແລ້ວ​ກໍ​ຕ້ອງ​ຫຍິບ​ໃຫ້​ແຈບ. ​ຕໍ່​ຈາກນັ້ນ ແມ່ນເອົາ​ໃບ​ບົວ​ຫຸ້ມ​ໄກ່ເປັນ 2 ຊັ້ນ, ແລ້ວ​ເອົາ​ເຈ້ຍ​ອາ​ລູ​ມີ​ນຽມ ​​ຫຸ້ມ​ທາງນອກ, ຫຼັງ​ຈາກນັ້ນ​ກໍ​​ໂອບດ້ວຍ​ດິນ​ດາກທີ່​ມີ​ຄວາມ​ໜາ​ປະ​ມານ 5 cm. ພາຍຫຼັງ​ໂອບ​ດິນ​ດາກ​ແລ້ວໆ, ກໍ​ນຳ​ໄປ​ປີ້ງປະ​ມານ 1-2 ຊົ່ວ​ໂມງ, ເມື່ອ​ສັງ​ເກດ​ເຫັນ​ດິນຊັ້ນນອກ​ຖືກແຕກ​ແຫງນັ້ນ, ກໍ​ພໍ​ດີ​ຮອດ​ເວ​ລາ​ໄກ່​ສຸກແລ້ວ. ໄກ່​ປີ້ງ​ເມື່ອ​ກິນ​ກໍ​ຄວນຈ້ຳ​ກັບ​ເກືອ​ປົນ​ໝາກ​ພີ​ກໄທ ແລະ ນ້ຳ​ໝາກ​ນາວ. ຫວັງ​ວ່າ​ພວກ​ເພື່ອນ​ຈະ​ເຮັດ​ກິນ​ແຊບ.

ຕອບກັບ

ຂ່າວ/ບົດ​ອື່ນ