ຕະຫຼາດດົງຊວນ, ຈຸດວັດທະນະທຳຈາງອານ

ຕະຫຼາດ​ດົງ​ຊວນ​ຕັ້ງ​ຢູ່​ຄຸ້ມ​ຖະ​ໜົນ​ເກົ່າ​ຮ່າ​ໂນ້ຍ ຊຶ່ງ​ໄດ້​ມີ​ມາ​ແຕ່​ດົນ​ນານ​ແລ້ວ ແລະ ຕິດ​ພັນ​ກັບ​ການ​ສ້າງ​ຕັ້ງ ແລະ ພັດ​ທະ​ນາ​ດ້ານ​ການ​ຄ້າ​ຂອງ​ດິນ​ແດນ​ທັງ​ລອງ-ຮ່າ​ໂນ້ຍ. ຢູ່​ຕະຫຼາດ​ແຫ່ງນີ້ບໍ່​ພຽງ​ແຕ່​ແມ່ນ​ບ່ອນ​ແລກ​ປ່ຽນ​ຄ້າ​ຂາຍ​ເທົ່າ​ນັ້ນ, ຫາກ​ຍັງ​ມີ​ຄຸນ​ຄ່າ​ວັດ​ທະ​ນະ​ທຳ ແລະ ຈິດ​ໃຈ, ອັນ​ໄດ້​ສ່ອງ​ແສງ​ຊີ​ວິດ​ປະ​ຈຳ​ວັນ​ຂອງ​ຊາວ​ຮ່າ​ໂນ້ຍ​ເມື່ອ​ກ່ອນນີ້. ໃນ​ທຸກວັນ​ນີ້, ຕະຫຼາດ​ດົງ​ຊວນຍັງ​ຄົງ​ເສີມ​ຂະ​ຫຍາຍ​ມູນ​ເຊື້ອ​ພັດ​ທະ​ນາ​ການ​ຄ້າ​ຕິດ​ພັນ​ກັບ​ການ​ຮັກ​ສາ​ວັດ​ທະ​ນະ​ທຳ ແລະ ຂຸດ​ຄົ້ນ​ການ​ທ່ອງ​ທ່ຽວ.

ຕະຫຼາດດົງຊວນ, ຈຸດວັດທະນະທຳຈາງອານ - ảnh 1
ຕະຫຼາດ​ດົງ​ຊວນໃນ​ວັນ​ນີ້

      ຕະຫຼາດ​ດົງ​ຊວນໄດ້​ຖືກ​ສ້າງ​ຂຶ້ນ​ເມື່ອ​ປີ 1889 ໂດຍ​ແມ່ນ​ຊາວ​ຝະ​ລັ່ງ​ເປັນ​ຜູ້ກໍ່​ສ້າງ​ພາຍຫຼັງ​ທັບຖົມກະ​ແສ​ນ້ຳ​ໄຫຼ​ຂອງ​ແມ່​ນ້ຳ ໂຕ​ລິກ ແລະ ແມ່​ນ້ຳ​ແດງ. ໂດຍ​ຖືກ​ຕັ້ງ​ຢູ່​ເມືອງ​ດົງ​ຊວນ​, ດັ່ງ​ນັ້ນ​ຕະຫຼາດ​ກໍ​ໃສ່​ຊື່​ຂອງເມືອງ​ເລີຍ. ຢູ່​ເບື້ອງ​ຊ້າຍ​ຕະຫຼາດ​ແມ່ນ​ວັດ ຮ​່ວຽນທວຽນ ຢູ່​ຖະ​ໜົນ​ຮ່າງ​ຄວາຍ, ສ່ວນ​ຢູ່​ເບື້ອງ​ຂວາ​ຕະຫຼາດ​ແມ່ນ​ພະ​ວິ​ຫານ​ແບກ​ມ້າ​ທີ່​ຖະ​ໜົນ​ຮ່າງບວມ. ເມື່ອ​ກ່ອນນີ້, ປະ​ຊາ​ຊົນ​ມາ​ເຕົ້າ​ໂຮມກັນ​ຢ່າງ​ໜາ​ແໜ້ນ​ຢູ່ 2 ຟາກ​ແມ່​ນ້ຳ, ການ​ໄປ​ມາ​ແລກ​ປ່ຽນ​ຊື້​ຂາຍ ແມ່ນ​ໃຊ້​ເຮືອ​ເປັນ​ຕົ້ນ​ຕໍ ແລະ ມີ​ຄວາມ​ສະ​ດວກ​ທີ່​ສຸດ. ພິ​ເສດ​ເມື່ອ​ຊາວ​ຝະ​ລັ່ງ​ກໍ່​ສ້າງ​ຂົວ​ລອງ​ບຽນນັ້ນ, ການ​ເຄື່ອນໄຫວ​ແລກ​ປ່ຽນ​ຄ້າ​ຂາຍ​ຢູ່ຕະຫຼາດ​ດົງ​ຊວນໄດ້​ພັດ​ທະ​ນາ​ໄວ​ຍ້ອນ​ມີ​ທີ່​ຕັ້ງ​ທີ່​ດີ​ກ່ຽວ​ກັບ​ທາງ​ບົກ, ທາງ​ນ້ຳ ແລະ ທາງ​ເຫຼັກ. ຕະຫຼາດ​ດົງ​ຊວນໃນ​ຊຸມ​ວັນ​ທຳ​ອິດ​ໄດ້​ຖືກ​ມຸງດ້ວຍຫຼັງ​ຄາ​ສັງ​ກະ​ສີ​ເພື່ອ​ສາ​ມາດ​ກັນ​ແດດ ແລະ ຝົນ​ໃຫ້​ບັນ​ດາ​ຜູ້​ມາ​ຊື້​ເຄື່ອງ ແລະ ພວກ​ພໍ່​ຄ້າ​ຊາວ​ຂາຍ. ຕະຫຼາດ​ດົງ​ຊວນມີ​ເນື້ອ​ທີ່ກວ່າ 20.000 m2 . ໃນ​ເມື່ອ​ກ່ອນ, ຕະຫຼາດ​ມີ​ຊື່​ວ່າ ​ດົງ​ຊວນ-ບັກ​ກວາ ແລະ ມີ​ເສັ້ນ​ທາງ​ແລ່ນ​ຕັດ​ເຄິ່ງ​ຕະຫຼາດ.

    ພາຍຫຼັງ​ເຫດ​ອັກ​ຄີ​ໄພ​ເມື່ອ​ປີ 1994, ຕະຫຼາດ​ດົງ​ຊວນໄດ້​ຮັບ​ການກໍ່​ສ້າງ​ຄືນ​ໃໝ່. ປະ​ຈຸ​ບັນ, ຕະຫຼາດ​ປະ​ກອບ​ດ້ວຍ 3 ຊັ້ນ, ລ​ວງ​ກ້​ວາງ 73,5 ແມດ, ລວງ​ຍາວ 130,5 ແມດ, ສ່ວນ​ຕະຫຼາດ​ບັກ​ກວາ​ກໍ​ໄດ້​ຮັບ​ການກໍ່​ສ້າງ​ຄືນ​ໃໝ່, ມ​ີ​ການ​ອະ​ນຸ​ລັກ​ຮັກ​ສາ​ດ້ານ​ໜ້າ​ຂອງຕະຫຼາດ​ດົງ​ຊວນ​ຄື​ເກົ່າ. ລະ​ຫວ່າງ 2 ຕະຫຼາດ​ດົງ​ຊວນ ແລະ ບັກ​ກວາ ກໍ​ມີ​ທາງ​ເຊ​ື່ອມ​ຕໍ່​ກັນ​ດ້ວຍ​ຂັ້ນ​ໄດ ແລະ ຂົວ​ລອຍ, ລົດ​ໂອ​ໂຕ​ກໍ​ສາ​ມາດ​ແລ່ນອ້ອມ​ຮອບ​ຕະຫຼາດ​ໄດ້. ທ່ານ​ໂດ້​ຊວນ​ຖີ, ຜູ້​ອຳ​ນວຍ​ການ​ໃຫຍ່​ບໍ​ລິ​ສັດ​ ຫຸ້​ນ​ສ່ວນດົງ​ຊວນ ໃຫ້​ຮູ້​ວ່າ :

     “ ໄລ​ຍະ​ທີ່​ຜ່ານ​ມາ, ບໍ​ລິ​ສັດ​ ຫຸ້​ນ​ສ່ວນດົງ​ຊວນແມ່ນ​ຫົວ​ໜ່ວຍ​ຄຸ້ມ​ຄອງ​ຕະຫຼາດ, ສືບ​ຕໍ່​ຮັກ​ສາ ແລະ ພັດ​ທະ​ນາຕະຫຼາດ​ດົງ​ຊວນດ້ວຍ​ສີ​ສັນ​ຂອງ​ຕະຫຼາດ​ຊຸມ​ຊົນ​ຫວຽດ​ນາມ. ໃນ​ໄລ​ຍະ​ທີ່​ຜ່ານ​ມາ ກໍ​ຄື​ໄລ​ຍະ​ທີ່​ຈະ​ມາ​ເຖິງ, ພວກ​ຂ້າ​ພະ​ເຈົ້າ​ສືບ​ຕໍ່​ເອົາ​ໃຈ​ໃສ່​ລົງ​ທຶນ​ທາງ​ດ້ານ​ພື້ນ​ຖານ​ວັດ​ຖຸ, ພື້ນ​ຖານ​ໂຄງ​ລ່າງ​ຂອງ​ຕະຫຼາດ​ໃຫ້​ເປັນ​ຢ່າງ​ດີ​ເພື່ອ​ຕອບ​ສະ​ໜອງ​ຄວາມ​ຕ້ອງ​ການ​ຂອງ​ປະ​ຊາ​ຊົນ​ໃນ​ທ່າ​ອຽງ​ຂະ​ຫຍາຍ​ຕົວ. ໃນ​ບັນ​ຫາ​ຄຸ້ມ​ຄອງ​ບັນ​ດາ​ຄອບ​ຄົວ​ດຳ​ເນີນ​ທຸ​ລະ​ກິດນັ້ນ, ພວກ​ຂ້າ​ພະ​ເຈົ້າ​ສຸມໃສ່​ການ​ສ້າງ​ອະ​ລິ​ຍະ​ທຳ​ທາງ​ດ້ານ​ການ​ຄ້າ​ໃນ​ການ​ເຄື່ອນ​ໄຫວ​ດຳ​ເນີນ​ທຸ​ລະ​ກິດ​ຂອງ​ຕະຫຼາດ, ສ້າງວັດ​ທະ​ນະ​ທຳ​ການ​ປະ​ພຶດ, ມະ​ນຸດ​ສຳ​ພັນ​ແຫ່ງ​ອະ​ລິ​ຍະ​ທຳ  ”

     ບໍ່​ພຽງ​ແຕ່​ມີ​ບັນ​ດາ​ຜູ້​ຊື້​ຂາຍ​ເຄື່ອງ​ມາ​ຕະຫຼາດ​ດົງ​ຊວນ​ເພື່ອ​ແລກ​ປ່ຽນ​ຄ້າ​ຂາຍ​ເທ​ົ່ານັ້ນ, ຫາກ​ຍັງ​ມີ​ແຂກ​ທ່ອງ​ທ່ຽວທັງ​ຢູ່​ພາຍ​ໃນ ແລະ ຕ່າ​ງ​ປະ​ເທດເມື່ອ​ເຂົ້​າ ມາທ່ອງ​ທ່ຽວຮ່າ​ໂນ້ຍ ກໍ​ມັກມາ​ທັດ​ສະ​ນະ​ສຶກ​ສາ ແລະ ຊື້​ເຄື່ອງຂອງ​ຢູ່ຕະຫຼາດ​ດົງ​ຊວນ. ຕ​ະຫຼາດ​ແຫ່ງນີ້ ຖືກ​ຕັ້ງ​ຢູ່​ໃນ​ຄຸ້ມ​ຖະ​ໜົນ​ເກົ່າ, ໃກ້​ກັບ​ຖະ​ໜົນ​ຮ່າງ​ງາງ, ຮ່າງ​ດາວ, ຮ່າງ​ບົງ, ຮ່າງ​ກາຍ…ແລະ ໃກ້​ກັບ​ໜອງ​ຮ​່ວານ​ກຽມ, ອັນ​ໄດ້​ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ແກ່​ການ​ໄປ​ທັດ​ສະ​ນະ​ສຶກ​ສາ​ຢູ່​ເຂດ​ໃຈ​ກາງ​ນະ​ຄອນ. ທ່ານ​ໂດ້​ຊວນ​ຖີ, ຜູ້​ອຳ​ນວຍ​ການ​ໃຫຍ່​ບໍ​ລິ​ສັດ​ຫຸ້​ນ​ສ່ວນດົງ​ຊວນ ໃຫ້​ຮູ້​ວ່າ : 

    “ ໃນ​ຊຸມ​ປີມໍ່ໆ​ມານີ້, ຈຳ​ນວນ​ແຂກ​ທ່ອງ​ທ່ຽວມາ​ຕະຫຼາດ​ດົງ​ຊວນນັບ​ມື້​ນັບ​ເພີ່ມ​ຂຶ້ນ. ປີ 2016, ຈຳ​ນວນ​ແຂກ​ທ່ອງ​ທ່ຽວທັງ​ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດມາ​ ຕະຫຼາດ​ດົງ​ຊວນແມ່ນ 400.000 ເທື່ອ​ຄົນ. ຕະຫຼາດ​ດົງ​ຊວນບໍ່​ພຽງ​ແຕ່​ແມ່ນ​ສູນ​ການ​ຄ​້າ, ແມ່ນ​ຕະຫຼາດ​ຂາຍ​ສົ່ງ​ໃຫຍ່​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ສະ​ຖານ​ທີ່​ທ່ອງທ່ຽວຂອງ​ນະ​ຄອນ​ຮ່າ​ໂນ້ຍ​ອີກ​ດ້​ວຍ. ພວກ​ຂ້າ​ພະ​ເຈົ້າໄດ້​ສ້າງ​ຕັ້ງ​ໜ່ວຍ​ຫນູນ​ຊ່ວຍແຂກ​ທ່ອງທ່ຽວເມື່ອ​ມາ​ທັດ​ສະ​ນະ​ສຶກ​ສາ ແລະ ຊື້​ຂາຍ​ເຄື່ອງ​ເພື່ອ​ຮັບ​ປະ​ກັນ​ຄວາມ​ປອດ​ໄພ ກໍ​ຄື​ແນະ​ນຳ​ຫຼາຍ​ຢ່າງໃຫ້​ແຂກ​ທ່ອງ​ທ່ຽວເມື່ອ​ມາ​ຕະຫຼາດ ”

      ຕະຫຼາດ​ມືດ​ດົງ​ຊວນ​ໄດ້​ຮັບ​ການ​ສ້າງ​ຂຶ້ນ​ເມື່ອ​ປີ 2003 ແນ​ໃສ່​ຫັນ​ການ​ເຄື່ອນ​ໄຫວ​ຂອງ​ຕະຫຼາດ​ເປັນຫຼາຍ​ຮູບຫຼາຍ​ແບບ, ທັງ​ຮັບ​ໃຊ້​ຄວາມ​ຕ້ອງ​ການ​ຊື້​ເຄື່ອງ​ຂອງ​ແຂກ​ທ່ອງທ່ຽວ. ຢູ່​ແຫ່ງນີ້, ຍັງ​ຈັດ​ຕັ້ງ​ບັນ​ດາ​ການ​ເຄື່ອນ​ໄຫວ​ວັດ​ທະ​ນະ​ທຳ​ພື້ນ​ເມືອງ​ຄື : ການ​ສະ​ແດງ​ຂັບ​ສຳ, ຂັບ​ແຈວ, ຂັບ​ກວານ​ເຫາະ….ຊຶ່ງ​ໄດ້​ຮັບ​ການ​ຕີລາ​ຄາສູງ​ໃນ​ການ​ຟື້ນ​ຟູວັດ​ທະ​ນະ​ທຳ​ພື້ນ​ເມືອງ. ນັກ​ສິ​ລະ​ປີນ ທາວ​ຢາງ ຜູ້​ອຳ​ນວຍ​ການ​ສູນ​ພັດ​ທະ​ນາ​ສິ​ລະ​ປະ​ດົນ​ຕີ​ຫວຽດ​ນາມ​ໃຫ້​ຮູ້​ວ່າ : 

    “ ການ​ສະ​ແດງ​ແມ່ນ​ຖືກ​ຈັດ​ຂຶ້ນ​ໃນ​ຕອນ​ຄ່ຳ​ວັນ​ເສົາ​ປະ​ຈຳ​ອາ​ທິດ​ໃນ​ຕະຫຼອດ 12 ປີ​ມານີ້ ແລະ ໄດ້​ຮັບ​ການ​ຕອບ​ສະ​ໜອງ​ຈາກ​ປະ​ຊາ​ຊົນ. ຢູ່ຕະຫຼາດ​ດົງ​ຊວນ ມີ​ລາຍ​ການ​ສະ​ແດງ​ຂັບ​ສຳ ຊຶ່ງ​ເປັນ​ຄ​ວາມ​ເປັນ​ເອ​ກະ​ລັກ​ຂອງ​ຮ່າ​ໂນ້ຍ ”

     ປະ​ຈຸ​ບັນ, ບໍ​ລິ​ສັດ​ຫຸ້​ນ​ສ່ວນດົງ​ຊວນພວມ​ຮັກ​ສາ​ສາຍ​ທ່ອງ​ທ່ຽວ​ຂຸດ​ຄົ້ນ​ບັນ​ດາ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ດ້ານ​ການ​ທ່ອງທ່ຽວ​ຂອງ​ຕະຫຼາດ, ເສີມ​ຂະ​ຫຍາຍ​ຮູບ​ແບບ​ທ່ອງ​ທ່ຽວ​ວັດ​ທະ​ນະ​ທຳ, ຄົ້ນ​ຄ້​ວາ​ພັດ​ທະ​ນາ​ບັນ​ດາ​ຜະ​ລິດ​ຕະ​ພັນ​ທ່ອງ​ທ່ຽວ​ເພື່ອ​ປະ​ກອບ​ສ່ວນ​ໂຄ​ສະ​ນາ​ພາບ​ພົດ​ຂອງຕະຫຼາດ​ດົງ​ຊວນອີ​ກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ