ຕຳຫຼວດນະຄອນຮ່າໂນ້ຍສະຫລຸບວຽກງານຕຳຫຼວດໃນປີ2016

(vovworld) – ຕອນ​ເຊົ້າ​ວັນ​ທີ 4/1, ຕຳຫຼວດ​ນະ​ຄອນ ຮ່າ​ໂນ້ຍ ໄດ້​ຈັດ​ຕັ້ງ​ກອງ​ປະ​ຊຸມ​ສະ​ຫລ​ຸບ​ວຽກ​ງານ​ປີ 2016 ແລະ ຜັນ​ຂະ​ຫຍາຍ​ແຜນ​ການ​ປະ​ຕິ​ບັດ​ງານ​ປີ 2017. ກ່​າວ​ຄຳ​ເຫັນ​ຊ​ີ້​ນຳ​ກອງ​ປະ​ຊຸມ, ພົນ​ໂທ ໂຕ​ເລີມ, ກຳ​ມະ​ການ​ກົມ​ການ​ເມືອງ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ຕຳຫຼວດ ໄດ້​ເນັ້ນ​ໜັກ​ວ່າ: ຕຳຫຼວ​ດນ​ະ​ຄອນ​ຕ້ອງ​ປະ​ຕິ​ບັດ​ບັ້ນ​ເຄື່ອນ​ໄຫວ​ຈຸດ​ສູງ​ເພື່ອ​ບຸກ​ໂຈມ​ຕີ, ປາບ​ປາມອາດ​ຊະ​ຍາ​ກອນ​ເພື່ອ​ໃຫ້​ປະ​ຊາ​ຊົນ​ໄດ້​ຕ້ອນ​ຮັບ​ບຸນ​ເຕັ​ດ​ດ້ວຍ​ຄວາມ​ສະ​ຫງົບ​ສ​ຸກ. ທ່າ​ນ​ລັດ​ຖະ​ມົນ​ຕີ ໂຕ​ເລີມ ໄດ້​​ຮັບຮູ້, ຍ້ອງ​ຍໍ​ຊົມ​ເຊີຍ​ບັນ​ດາ​ຜົນ​ງານ​ຂອງ​ຕຳຫຼວດ​ນະ​ຄອນຫຼວງ ຮ່າ​ໂນ້ຍ ​ທີ່ບັນ​ລຸ​ໄດ້ ແລະ ​ສະ​ເໜີຕຳຫຼວດ ຮ່າ​ໂນ້ຍ ຕ້ອ​ງ​ສືບ​ຕໍ່​ກຳ​ແໜ້ນ​ສະ​ພາບ​ການ, ຄົ້ນພົບ​, ຕໍ່​ສູ້ ສະ​ກັດ​ກັ້ນ​ບັນ​ດາ​ກົນ​ອຸ​ບາຍ, ການ​ເຄື່ອນ​ໄຫວ​ມ້າງ​ເພ​ທຳ​ລາຍ​ຂອງ​ບັນ​ດາ​ກຳ​ລັງ​ທີ່​ເປັນ​ປໍ​ລະ​ປັກ, ພວກ​ປະ​ຕິ​ການ, ສະ​ກັດ​ກັ້ນ​ກົນ​ອຸ​ບາຍກໍ່​ການ​ຮ້າຍ, ທຳ​ລາຍ. ພ້ອມ​ກັນ​ນັ້ນ, ກໍ່ເສີມ​ຂະ​ຫຍາຍ​ບົດ​ບາດ​ເປັນ​ເສ​ນາ​ທິ​ການ, ເປັນ​ແກ່ນ​ສານ​ເພື່ອ​ຍົກ​ສູງວຽກ​ງານ​ ສະ​ກັດ​ກັ້ນ, ປາບ​ປາມ​ອາດ​ຊະ​ຍາ​ກອນຢ່າງ​ແຮງ.


ຂ່າວ/ບົດ​ອື່ນ