ນະຄອນຫຼວງ ຮ່າໂນ້ຍ ແລະ ວຽງຈັນ ເພີ່ມທະວີການຮ່ວມມື

ນະຄອນຫຼວງ ຮ່າໂນ້ຍ ແລະ ວຽງຈັນ ເພີ່ມທະວີການຮ່ວມມື - ảnh 1
ຄະ​ນະ​ໄດ້​ຖ່າຍ​ຮ​ູບ​ທີ່​ລະ​ນຶກ ພາຍຫຼັງ​ພິ​ທີ​ຕ້ອນ​ຮັບ
(ພາບ: ໝີ​ບີ່ງ/ ນັກ​ຂ່າວ VOV ​ປະ​ຈຳວຽງ​ຈັນ)

(vovworld) – ​​​ ​ຕອນ​ບ່າ​ຍວ​ັນ​ທີ 13/3, ຢູ່​ນະ​ຄອນຫຼວງ ວຽງ​ຈັນ, ປະ​ເທດ ລາວ, ທ່ານ ສິນ​ລະ​ວົງ ຄຸດ​ໄພ​ທູນ, ເລ​ຂາ​ຄະ​ນະ​ພັກ, ເຈົ້າ​ຄອງ​ນະ​ຄອນຫຼວງ ວ​ຽງ​ຈັນ ໄດ້​ຕ້ອນ​ຮັບ​ຄະ​ນະ​ຜູ້​ແທນ​ນະ​ຄອນຫຼວງ ຮ່າ​ໂນ້ຍ, ໂດຍ​ທ່ານ​ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ ຫງວຽນ​ເທ໋​ຮ​ູ່ງ ເປັນ​ຫົວ​ໜ້າ​ຄະ​ນະ​, ​ໄປຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່​ລາວ, ເຂົ້າ​ຮ່ວມກອງ​ປະ​ຊຸມ​ຄັ້ງ​ທີ 10 ເວ​ທີ​ປາ​ໄສ​ຄົມ​ມະ​ນາ​ຄົມ​ແບບ​ຍືນ​ຍົງ ກ່ຽວ​ກັບ​ສິ່ງ​ແວດ​ລ້ອມ ອາ​ຊີ​. ທີ່​ການ​ຕ້ອນ​ຮັບ, 2 ຝ່າຍ​ເນັ້ນ​ໜັ​ກວ່າ ປີ 2017 ແມ່ນ​ປີ​ສຳ​ຄັນ​ທີ່​ສຸດ​ໃນ​ການ​ພົວ​ພັນ​ແບບ​ພິ​ເສດ ຫວຽດ​ນາມ - ລາວ, ​ເມື່ອ 2 ຝ່າຍພ້ອມ​ກັນ​ຈັດ​ຕັ້ງ​ພິ​ທີ​ສະ​ເຫຼີມ​ສະຫຼອງ 55 ປີ​ແຫ່ງວັນ 2 ປະ​ເທດ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ ແລະ 40 ປີ​ແຫ່ງວັນ 2 ປະ​ເທດ​ເຊັນ​ສົນ​ທິສັນ​ຍາ​ມິດ​ຕະ​ພາບ, ການ​ຮ່ວມ​ມື ຫວຽດ​ນາມ - ລາວ. ນະ​ຄອນຫຼວງ ຮ່າ​ໂນ້ຍ ແລະ ​ນະ​ຄອນຫຼວງ ວຽງ​ຈັນ ເປັນ​ກຽດ​ໄດ້​​ຮັບເລືອກ​ເຟັ້​ນ​ເປັນ​ເຈົ້າ​ພາບ​ຈັດ​ຕັ້ງ​ບັນ​ດາ​ເຫ​ດ​ການ​ຂ່ຳ​ນັບ​ຮັບ​ຕ້ອນ 2 ເຫດ​ກາ​ນ​ສຳ​ຄັນ​ຍິ່ງນີ້. 2 ຝ່າຍຢັ້ງ​ຢືນ​ວ່າ​ຈະ​ສົມ​ທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ​ເພື່ອ​ຈັດ​ຕັ້ງ​ບັນ​ດາ​ການ​ເຄື່ອນ​ໄຫວ​ແທດ​ຈິງ, ມີ​ຄວາມ​ໝາຍ, ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ປັບ​ປຸງ​ທີ່​ເປັນ​ມູນ​ເຊື້ອ, ເພີ່ມ​ທະ​ວີ​ການ​ພົວ​ພັນ​ມິດ​ຕະ​ພາບ, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ, ການ​ຮ່ວມ​ມື​ຮອບ​ດ້ານ ຫວຽດ​ນາມ - ລາວ.

        ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ, ຕ​ອນ​ເຊົ້າ​ວັນ​ທີ 14/3, ທ່ານ​ຮອງ​ປະ​ທານ​ຄະ​ນ​ະ​ກຳ​ມະ​ການ​ປະ​ຊ​າ​ຊົນ ຫງວຽນ​ເທ໋​ຮູ່ງ ພ້ອມ​ກັບ​ຄະ​ນະ​ຜູ້​ແທນ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນຫຼວງ ຮ່າ​ໂນ້ຍ ເຂົ້າ​ຮ່ວມກອງ​ປະ​ຊຸມ​ຄັ້ງ​ທີ 10 ເວ​ທີ​ປາ​ໄສ​ຄົມ​ມະ​ນາ​ຄົມ​ແບບ​ຍືນ​ຍົງກ່ຽວ​ກັບ​ສິ່ງ​ແວດ​ລ້ອມ ອາ​ຊີ ດ້ວຍ​ຫົວ​ຂໍ​້​ວ່າ ວິ​ວັດ​ທະ​ນາ​ການ​ຮອດ​ປີ 2030 ໃຫ້​ແກ່​ການ​ຄົມ​ມະ​ນາ​ຄົມ​ແບບ​ຍືນ​ຍົງ​ຕິດ​ພັນ​ກັບ​​ເປົ້າ​ໝາຍ​ພັດ​ທະ​ນາ​ແບບ​ຍືນ​ຍົງ.


ຂ່າວ/ບົດ​ອື່ນ