ພັດທະນາສິລະປະຂັບກາຈູຢູ່ນະຄອນຫລວງ ຮ່າໂນ້ຍ


(vovworld)- ນະ​ຄອນ​ຫລວງ ຮ່າ​ໂນ້ຍ ແມ່ນ​ຫນຶ່ງ​ໃນ​ບັນ​ດາ​ອູ່​ຂອງ​ສິ​ລະ​ປະ​ຂັບ​ກາ​ຈູ ແລະ ກໍ​ແມ່ນ​​ທ້ອງ​ຖິ່ນ​ມີ​ສະ​ໂມ​ສອນ​ຂັບ​ກາ​ຈູ​ທີ່​ມີ​ຊື່​ສຽງຫລາຍ​ແຫ່ງ​ຄື: ສະ​ໂມ​ສອນ​ຂັບ​ກາ​ຈູ ທາຍ​ຮ່າ, ສະ​ໂມ​ສອນ​ຂັບ​ກາ​ຈູ ຮ່າ​ໂນ້ຍ, ສະ​ໂມ​ສອນ​ຂັບ​ກາ​ຈູ ທັງ​ລອງ… ນະ​ຄອນ​ຫລວງ​ຮ່າ​ໂນ້ຍ ກໍ​ແມ່ນ​ສະ​ຖານ​ທີ່​ໃຫ້ກຳ​ເນີດ​ນັກ​ສິ​ລະ​ປະ​ກອນ, ນັກ​ຮ້ອງ, ນັກ​ເສບ​ດົນ​ຕີ​ທີ່​ເກັ່ງ​ກ້າ. ນັບ​ແຕ່​ເມື່ອ​ສິ​ລະ​ປະ​ຂັບ​ກາ​ຈູ​ໄດ້​ຮັບ​ການ​ຮັບ​ຮອງ​ຈາກ ອົງ​ການ​ສຶກ​ສາ, ວິ​ທະ​ຍາ​ສາດ ແລະ ວັດ​ທະ​ນະ​ທຳ ຂອງ ສ​ປ​ຊ ແມ່ນ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ບໍ່​ມີ​ຮູບ​ຮ່າງ​​ເປັນ​ຕົວ​ແທນ​ໃຫ້​ມວນ​ມະ​ນຸດ​ຄວນ​ໄດ້​ຮັບ​ການ​ຮັກ​ສາ​ຢ່າງ​ຮີບ​ດ່ວນ ມາ​ຮອດ​ປະ​ຈຸ​ບັນ ຈຳ​ນວນ​ສະ​ໂມ​ສອນ​ຂັບ​ກາ​ຈູຂອງ​ນະ​ຄອນ​ຫລວງ ຮ່າ​ໂນ້ຍ ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ນັບ​ມື້​ນັບ​ຫລາຍກວ່າ. ບົດ​ຂຽນ​ຂອງ​ນັກ​ຂ່າວ ຮົ່ງ​ບັກ.

 ພັດທະນາສິລະປະຂັບກາຈູຢູ່ນະຄອນຫລວງ ຮ່າໂນ້ຍ - ảnh 1
ສະ​ໂມ​ສອນ​ຂັບ​ກາ​ຈູ​ຮ່າ​ໂນ້ຍ

photo:baonhandan

        ເມື່ອ​ທຽບ​ໃສ່ ສະ​ໂມ​ສອນ​ຂັບ​ກາ​ຈູ 9 ແຫ່ງ​ໃນ​ປີ 2009, ປະ​ຈຸ​ບັນ ນະ​ຄອນ​ຫລວງ​ຮ່າ​ໂນ້ຍ ມີ ສະ​ໂມ​ສອນ​ຂັບ​ກາ​ຈູ, ກຸ່ມ​ຂັບ​ກາ​ຈູ 14 ແຫ່ງ ພວມ​ເຄື່ອນ​ໄຫວ. ມີ​ນັກ​ສິ​ລະ​ປະ​ກອນ 50 ຄົນ ສາ​ມາດ​ສອນ​ວິ​ທີ​ຂັບ​ກາ​ຈູ ແລະ 220 ຄົນ​ເຂົ້າ​ຮ່ວມ​ລາຍ​ການ​ສະ​ແດງ​ຂັບ​ກາ​ຈູ ແລະ ດຳ​ເນີນ​ຊີວ​ິດ​ຢູ່​ບັນ​ດາ​ສະ​ໂມ​ສອນ. ປະ​ຈຸ​ບັນ ບັນ​ດາ​ສະ​ໂມ​ສອນ​ດັ່ງ​ກ່າວ​ຮັກ​ສາການ​ເຄື່ອນ​ໄຫວ​ສ່ວນ​ຫລາຍ​ອີງ​ໃສ່​ແຫລ່ງ​ເງິນ​ປະ​ກອບ​​ ເອງ ແລະ ຄວາມ​ສຸດ​ຈິດ​ສຸດ​ໃຈ​ຂອງ​ບັນ​ດາ​ນັກ​ສິ​ລະ​ປະ​ກອນ, ຜູ້​ນິ​ຍົມ​ສິ​ລະ​ປະ​ຂັບ​ກາ​ຈູ. ທ່ານ​ນາງ ໂດ໋​ທິ​ຫາວ, ປະ​ທານ​ສະ​ມາ​ຄົມ​ສິ​ລະ​ປະ​ວັນ​ນະ​ຄະ​ດີ​ພື້ນ​ເມືອງ ຮ່າ​ໂນ້ຍ ໃຫ້​ຮູ້​ວ່າ:

        “ ມີ ສະ​ໂມ​ສອນ​ຂັບ​ກາ​ຈູຫລາ​ຍ​ແຫ່ງ​ໄດ້​ຮັບ​ການສ້າງ​ຕັ້ງ​ຂຶ້ນ ແລະ ບັນ​ດາ​ສະ​ໂມ​ສອນ​ເຫລົ່າ​ນັ້ນ​ເຄື່ອນ​ໄຫວ​ຢ່າງມ​ີ​ປະ​ສິດ​ທິ​ຜົນ. ແຕ່​ສິ່ງ​ທີ່​ເປັນ​ຫນ້າ​ສົນ​ໃຈ ນັ້ນ​ແມ່ນ​ບັນ​ດາ​ສະ​ໂມ​ສອນ​ທີ່​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ໃຫມ່ນັ້ນໂດຍ​ແມ່ນ​ບັນ​ດາ​ນັກ​ສິ​ລະ​ປະ​ກອນ​ມີ​ຄວາມ​ສຸດ​ຈິດ​ສຸດ​ໃຈ​ກັບ​ອາ​ຊີບ ສ້າງ​ຕັ້ງ​ຂຶ້ນ. ສະ​ໂມ​ສອນ​ດັ່​ງ​ກ່າວ​ມີ​ລັກ​ສະ​ນະ​ສ້າງ​ຂຶ້​ນ​ເອງ ສະ​ນັ້ນ ບໍ່​ມີ​ການ​ກຳ​ນົດ​ທິດ ແລະ ດ້ານ​ວິ​ຊາ​ສະ​ເພາະ, ດ້ານສິ​ລະ​ປະ ບໍ່​ໄດ້​​ດ​ີ​ເທົ່າ​ທີ່​ຄວນ.”

        ສະ​ໂມ​ສອນ​ຂັບ​ກາ​ຈູຢູ່ ຮ່າ​ໂນ້ຍ ສ່ວນ​ຫລາຍ​ເມື່ອ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນລ້ວນ​ແຕ່ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ຫລາຍ​ຢ່າງ​ກ່ຽວ​ກັບ​ສະ​ຖານ​ທີ່​ດຳ​ເນີນ​ຊີ​ວິດ, ບໍ​ລິ​ເວນ​ສະ​ແດງ​ເປັນ​ປະ​ຈຳ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ຜູ້​ນິ​ຍົມ, ເມົາ​ມົວ​ກັບ​ສິ​ລະ​ປະ​ຂັບ​ກາ​ຈູກໍ່ບໍ່​ໄດ້​ປະ​ລະ​ສິ​ລະ​ປະ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ນີ້. ເອື້ອຍ ຫວູ​ທິ​ທູ່ຍ​ລີງ, ສະ​ມາ​ຊິ​ກ​ສະ​ໂມ​ສອນ​ຂັບ​ກາ​ຈູ ຟູ​ທີ້ ໃຫ້​ຮູ້​ວ່າ: ສະ​ໂມ​ສອນ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ໂດຍ​ເລີ່ມ​ມາ​ຈາກ​ຄວາມ​ຮັກ​ທີ່​ມີ​ຕໍ່ ກາ​ຈູ ຂອງ​ສະ​ມາ​ຊິກສະ​ໂມ​ສອ​ນ 3 ຄົນ. ປະ​ຈຸ​ບັນ ໃນ​ການ​ຝຶກ​ແອບ​ແຕ່​ລະ​ຄັ້ງ, ບັນ​ດາ​ສະ​ມາ​ຊິກ​ຂອງ​ສະ​ໂມ​ສອນ ບໍ່​ຕ້ອງ​ນຳ​ໃຊ້​ເຮືອນ​​ສ່ວນ​ຕົວຂອງ​ສະ​ມາ​ຊິກ​ຜູ້​ຫນຶ່ງ​ໃນ​ສະ​ໂມ​ສອນ​ເພື່ອ​ສະ​ແດງ​ອີກແລ້ວ.

 ພັດທະນາສິລະປະຂັບກາຈູຢູ່ນະຄອນຫລວງ ຮ່າໂນ້ຍ - ảnh 2
ນັກ​ສິ​ລະ​ປິນຂັບ​ກາ​ຈູ ແບກ​ເວີນ
photo: baonhandan

        ເພື່ອ​ຟື້ນ​ຟູ​ ແລະ ອະ​ນຸ​ລັ​ັກ​ຮັກ​ສາ​ສິ​ລະ​ປະ​ຂັບ​ກາ​ຈູ, ໃນ​ໄລ​ຍະ​ຜ່ານ​ມາ ບໍ່​ພຽງ​ແຕ່​ຜູ້​ນິ​ຍົມ​ສິ​ລະ​ປະ​ຂັບ​ກາ​ຈູ ເທົ່າ​ນັ້ນ ຫາກ​ຂະ​ແຫນງວັດ​ທະ​ນະ​ທຳ​ກໍ​ຄື​ບັນ​ດາ​ສະ​ໂມ​ສອນ​ຂັບ​ກາ​ຈູ​ຢູ່​ນະ​ຄອນ​ຫລວງ ຮ່າ​ໂນ້ຍ ໄດ້​ມີ​ຄວາມ​ເອົາ​ໃຈ​ໃສ່​ເຖິງ​ການ​ສືບ​ທອດ, ສຶກ​ສາ​ໃຫ້​ຄົນ​ລຸ້ນ​ຫນຸ່ມ. ປອ ຫງວຽ​ນ​ທິ​ມີງ​ລີ, ຜູ້​ອຳ​ນວຍ​ການ​ສູນ​ຄົ້ນ​ຄ້​ວາ ແລະ ເສີມ​ຂະ​ຫຍາຍ​ຄຸນ​ຄ່າ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ຫວຽດ​ນາມ ສະ​ເຫນີ​ວ່າ:

        “ບັນ​ຫາ​ຮີບ​ດ່ວນ​ທຳ​ອິດ ນັ້ນ​ແມ່ນ ຕ້ອງ​ຖ່າຍທອດ​ການ​ຂັບ​ກາ​ຈູ ຈາກ​ລຸ້ນ​ຄົນ​ຫລັກ​ແຫລ່ງ​ປະ​ຈຸ​ບັນ​ໃຫ້​ຄົນ​ລຸ້ນ​ໃຫມ່, ມີ​ຄວາມ​ຂະ​ຫຍັນ​ຂັນ​ເຄື່ອນ ແລະ ສຸດ​ຈິດ​ສຸດ​ໃຈ​ກວ່າ ໃນ​ການ​ອະ​ນຸ​ລັກ​ຮັກ​ສາ. ທີ​ສອງ ຕ້ອງ​ເຮັດ​ໃຫ້​ປະ​ຊາ​ຄົມ​ທີ່​ມີ​ສ່ວນ​ກ່ຽວ​ຂ້ອງ​ເຖິງ​ການ​ຂັບກາ​ຈູ ມີ​ຄວາ​ມ​ຮັບ​ຮູ້​ໄດ້​ວ່າ ​ຂັບກາ​ຈູ ແມ່ນ​ມໍ​ລະ​ດົກ​​ທີ່ມີ​ຄຸນ​ຄ່າ ແລະ ຕາງ​ຫນ້າ​ໃຫ້​ປະ​ຊາ​ຄົມ​ນັ້ນ ແລະ ເຮັດ​ໃຫ້​ເຂົາ​ເຈົ້າ​ມີ​ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບ ​ການ​ຂັບກາ​ຈູ, ບຳ​ລຸງ​ສ້າງ​ໃຫ້​ເຂົາ​ເຈົ້າ​ກາຍ​ເປັນ​ສາ​ທາ​ລະ​ນະ​ຊົນ​ຂອງ​ຂັບກາ​ຈູ.”

        ໂດຍ​ແມ່ນ​ປະ​ເພດ​ສິ​ລະ​ປະ ທັງ​​ແມ່ນເພງ​ພື້ນ​ເມືອງ ທັງ​ແມ່ນ classic, ເລື່ອງອະ​ນຸ​ລັກ​ຮັກ​ສາ​ຂັບ​ກາ​ຈ​ູ ພວມ​ຢືນ​ຕໍ່​ຫນ້າ​ຄວາມ​ຫຍຸ້ງ​ຍາກ, ສິ່ງ​ທ້າ​ທາຍ, ພິ​ເສດ ແມ່ນ​ສິ​ລະ​ປະ​ກອນ​ລຸ້ນ​ສືບ​ທອດ​ອາ​ຊີບ​ສ່ວນ​ຫລາຍ​ແມ່ນ​ຜູ້​ມີ​ອາ​ຍຸ​ສູງ​ແລ້ວ, ລຸ້ນ​ຄົນ​ສືບ​ທອດບໍ່​ມີ​ຫລາຍ, ໃນ​ຂະ​ນະ​ນັ້ນ ຜູ້​ນິ​ຍົມ ແລະ ຢາກ​ຮຽນ​ສິ​ລະ​ປະ​ປະ​ເພດນີ້ແມ່ນ​ຫນ້ອຍ. ສະ​ນັ້ນ ໄປ​ຄຽງ​ຄູ່​ກັບ​ການ​ສອນ​ອາ​ຊີບ, ບ​ຳ​ລຸງ​ສ້າງ​ໃຫ້​ລຸ້ນ​ຄົນ​ທີ່​ມີ​ຄວາມ​ກະ​ຕຶລືລົ້ນ​, ສະ​ຫນິດ​ຕິດ​ພັນ​ກັບ​​ການ​ຂັບກາ​ຈູ​ ເລື່ອງ​ຊອ​ກ​ຫາ​ຜູ້​ຊົມ​ໃຫ້​ແກ່​ກາ​ນ​ຂັບ​ກາ​ຈູ​ກໍ​ແມ່ນ​ສິ່ງ​ທີ່​ຈຳ​ເປັນ. ປະ​ຈຸ​ບັນ ເມືອງ ດົງ​ແອງ ​ໄດ້ນຳ​ສິ​ລະ​ປະ​ຂັບ​ກາ​ຈູ ເຂົ້າ​ບັນ​ດາ​ຊົ່ວ​ໂມງ​ຮຽນ​ນອກ​ລະ​ບົບຂອງ​ນັກ​ຮຽນ​ຢູ່ ຕາ​ແສງ ລຽນ​ຮ່າ ຊື່ງ​ແມ່​ນ​ບ່ອນ​ມີ ກາ​ຈູ ໂຫລ​ເຄ ພ້ອມ​ກັບ​ຕາ​ແສງ​ອ້ອມ​ຂ້າງ​ຈຳ​ນວນ​ຫນຶ່ງ. ຍ້ອນ​ວ່າ ເມື່ອ​ມີ ຜູ້​ຊົມ ສິ​ລະ​ປະ​ຂັບ​ກາ​ຈູ ຈຶ່ງ​ມີ​ສະ​ພາບ​ແວດ​ລ້ອມ​ເພື່ອ​ຄົງ​ຕົວ​ແບບ​ຍືນ​ຍົງ. ທ່ານ​ນາງ ຟຸ່ງ​ທິ​ຮົ່ງ, ຫົວ​ຫນ້າ​ສະ​ໂມ​ສອນ​ຂັບ​ກາ​ຈູ ຂອງ​ສູນ​ພັດ​ທະ​ນາ​ສິ​ລະ​ປະ​ດົນ​ຕີ ຫວຽດ​ນາມ ໃຫ້​ຮູ້​ວ່າ:

        “ນຳ​​ການ​ຂັບກາ​ຈູ​ເຂົ້າ​ໃນ​ບັນ​ດາ​ເນື້ອ​ໃນ​ວຽກ​ງານນອກ​ລະ​ບົບ​ຢູ່ ໂຮງ​ຮຽນ ເພື່ອ​ໃຫ້​ລ​ຸ້ນ​ຫນ​ຸ່​ມ​ໄດ້​ສຳ​ຜັດ​ກັບ ​ການ​ຂັບກາ​ຈູ​ໄວ​ກວ່າ. ນີ້​ແມ່ນ​ສິ່ງ​ຫນຶ່ງ​ດຽວ​ຊື່ງ ຂ້າ​ພະ​ເຈົ້າ​ປາດ​ຖະ​ຫນາ ແລະ ທຸກ​ຂັ້ນ, ຂະ​ແຫນງ​ການ​ທີ່​ມີ​ຫນ້າ​ທີ່​ຮັບ​ຜິດ​ຊອບ ຄວນ​ນຳ​​ການ​ຂັບກາ​ຈູ​ເຂົ້າ​ເຄື່ອນ​ໄຫວ​ເປັນ​ປະ​ຈຳ, ລຽນ​ຕິດ ເພື່ອ​ໃຫ້​ວິ​ຊາ ສິ​ລະ​ປະ​ນີ້ບໍ່​ຖືກ​ສູນ​ຫາຍ​ໄປ.”

        ຄ​ຽງ​ຄູ່​ກັບ​ການ​ອະ​ນ​ຸ​ລັກ​ຮັກ​ສາກວ່າ 30 ວິ​ທີ​ສະ​ແດງ, ວາດ​ຟ້ອນ​ບູ​ຮານ, ບັນ​ດາ​ສະ​ໂມ​ສອນ ຂັບ​ກາ​ຈູ ຢູ່ ຮ່າ​ໂນ້ຍ ໄດ້​ປະ​ດິດ​ແຕ່ງ​ຕື່ມ​ອີກ 18 ທຳ​ນອງ​ເພງ​ໃຫ​ມ່, ຕອບ​ສະ​ຫນອງ​ຄວາມ​ຕ້ອງ​ການ​ຂອງ​ຜູ້​ຟັງ. ໃນ​ງານ​ມະ​ໂຫລານ​ຄວາມ​ເກັ່ງ​ກ້າ​ສາ​ມາດຂັບ​ກາ​ຈູ​ຫນຸ່ມ ຮ່າ​ໂນ້ຍ ປີ 2016 ທີ່​ຫາ​ກໍ​ຈັດ​ຂຶ້ນ​ໃນ​ໄລ​ຍະ​ຜ່ານ​ມາ ມີ​ເພື່ອນ​ຫນຸ່ມ 36 ຄົນ ໃນ​ເກນ​ອາ​ຍຸ 6 -30 ປີ ໄດ້​ເຂົ້າ​ຮ່ວມ. ສິ່ງ​ດັ່ງ​ກ່າວ​ສະ​ແດງ​ໃຫ້​ເຫັນ​ວ່າ ມີ​ເພື່ອນ​ຫນຸ່ມ​ຫລາຍ​ຄົນ​ຢູ່​ນະ​ຄອນ​ຫລວງ ຮ່າ​ໂນ້ຍ ມີ​ຄວາ​ມ​ຮັບ​ຮູ້​ໄດ້​ຄຸນ​ຄ່າ​ຂອງ​ມໍ​ລະ​ດົກ​ຂັບ​ກາ​ຈູ ກໍ​ຄື​ຄວາມ​ຮັບ​ຜິດ​ຊອບ​ອະ​ນຸ​ລັກ​ຮັກ​ສາ​ສິ​ລະ​ປະ​ປະ​ເພດນີ້.

ຕອບກັບ

ຂ່າວ/ບົດ​ອື່ນ