ລາຍການສະແດງສິລະປະ “ຍືນຍົງຄົງຕົວກັບນະຄອນຫຼວງຕະຫຼອດໄປ”

ລາຍການສະແດງສິລະປະ “ຍືນຍົງຄົງຕົວກັບນະຄອນຫຼວງຕະຫຼອດໄປ” - ảnh 1
ການ​ສະ​ແດງ​ສິ​ລະ​ປະ​ທີ່​ລາຍ​ການ

(vovworld) – ຕອນ​ຄ​່ຳ​ວັນ​ທີ 15/12, ລາຍ​ການ​ສະ​ແດງ​ສິ​ລະ​ປະ “ຍື​​ນຍົງ​ຄົງ​ຕົວກັບ​ນະ​ຄອນຫຼວງ​ຕະຫຼອດ​ໄປ” ໂດຍ​ນະ​ຄອນຫຼ​ວງ ຮ່າ​ໂນ້ຍ ຈັດ​ຕັ້ງ​ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ 70 ປີ​ແຫ່ງວັນ​ທົ່ວ​ປະ​ເທດ​ທຳ​ການ​ຕໍ່​ຕ້ານ (19/12/1946 – 19/12/2016), ​ເຊິ່ງໄດ້​​ດຳ​ເນີນຢູ່ ຫໍ​ພິ​ພິ​ທະ​ພັນ​ປະ​ຫວັດ​ສາດ​ການ​ທະ​ຫານ ຫວຽດ​ນາມ ແລະ ຕະຫຼາດ ດົ່ງ​ຊວນ.

        ລາຍ​ການ​ສະ​ແດງ​ສິ​ລະ​ປະ “ຍື່​​ນຍົງ​ຄົງ​ຕົວກັບ​ນະ​ຄອນຫຼວງ​ຕະຫຼອດ​ໄປ” ໄດ້​ແບ່ງ​ເປັນ 3 ພາກ, ​ໂດຍຜ່ານ 14 ຜ້າ​ສາກ, ລາຍ​ການ​ສະ​ແດງ​ສິ​ລ​ະ​ປະ​ນີ້​ໄດ້​ວາດ​ພາບ​ເຖິງ​ບັນ​ຍາ​ກາດ​​ສູ້ຮົບ​ຢ່າງ​ດຸ​ເດືອດ​​ໃນ 60 ວັນ ແລະ ຄືນ​ຂອງ​ທະ​ຫານ ແລະ ປະ​ຊາ​ຊົນ​ນະ​ຄອນຫຼ​ວງ, ດ້ວຍ​ດົນ​ຕີ ແລະ ພາ​ສາ​ລະ​ຄອນ. ນັ້ນ​ແມ່ນ​ນ້ຳ​ໃຈ​ຕໍ່​ສູ້​ພິ​ລະ​ອາດ​ຫານ, ຜ່ານ​ຜ່າ​ທຸກ​ຄວາມ​ຫຍຸ້ງ​ຍາກ, ລຳ​ບາກ​ເພື່ອ​ປົກ​ປັກ​ຮັກ​ສາ​ນະ​ຄອນຫຼວງ ຮ່າ​ໂນ້ຍ, ກໍ່​ຄ​ວາມ​ຫຍຸ້ງ​ຍາກ​ໃຫ້​ສັດ​ຕູ​ເພື່ອ​ສ້າງ​ເງື່ອນ​ໄຂ​ໃຫ້​ສູນ​ກາງ ຖອນ​ອອກ​ໄປ​ເຂດ ຫວຽດ​ບັກ ຢ່າງ​ປ​ອດ​ໄພ.


ຂ່າວ/ບົດ​ອື່ນ