ຮ່າໂນ້ຍຈັດຕັ້ງບັນດາການເຄື່ອນໄຫວຕ້ອນຮັບລະດູບານໃໝ່ປີລະກາ2017

ຮ່າໂນ້ຍຈັດຕັ້ງບັນດາການເຄື່ອນໄຫວຕ້ອນຮັບລະດູບານໃໝ່ປີລະກາ2017 - ảnh 1
ການ​ລະຫຼິ້ນ​ທີ່​ລາຍ​ການ

(vovworld) - ​​ເນື່ອງ​ໃນ​ໂອ​ກາດ​ຕ້ອນ​ຮັບ​ບຸນ​ປີ​ໃໝ່​ປະ​ຈຳ​ຊາດ​ປີ​ລະ​ກາ 2017, ແຕ່​ວັນ​ທີ 20 – 28/1/2017, ສູນ​ອະ​ນຸ​ລັກ​ຮັກ​ສາ​ມໍ​ລະ​ດົກ ທັງ​ລອງ - ຮ່າ​ໂນ້ຍ ໄດ້​ຈັດ​ຕັ້ງ​ບັນ​ດາ​ການ​ເຄື່ອນ​ໄຫວ​ວາງ​ສະ​ແດງວັດ​ທະ​ນະ​ທຳ​ທີ່​ເປັນ​ມູ​ນ​ເຊື້ອ​ຢູ່​ເຂດ​ມໍ​ລະ​ດົກພະ​ລາດ​ຊະ​ວັງ​ທັງ​ລອງ. ພ້ອມ​ກັບ​ບັນ​ດາ​​ວັດ​ຖຸ​ພັນ​​ເປັນ​ເອ​ກະ​ລັກ​ສະ​ເພາະທີ່​ສະ​ສົມ​ມາ​ໄດ້​ຢູ່​ເຂດ​ມໍ​ລະ​ດົກ​ພະ​ລາດ​ຊະ​ວັງ ທັງ​ລອງ, ສູນ​ຍັງ​ມີ​ການ​ວາງ​ສະ​ແດງ​ຮູບ​ພາ​ບ ຮ່າງ​ໂຈ໋ງ, ຮູບ​ພາບ ກິມ​ຮ່​ວາງ ແລະ ຮູບ​ພາບ ດົງ​ໂຮ່.

        ໃນ​ຂະ​ນະ​ນັ້ນ, ວັນ​ທີ 20/1, ຢູ່​ຫໍ​ພິ​ພິ​ທະ​ພັນ​ຊົນ​ເຜົ່າ​ວິ​ທ​ະ​ຍາ ຫວຽດ​ນາມ ​ທີ່​ນະ​ຄອນຫຼວງ ຮ່າ​ໂນ້ຍ ໄດ້​ຈັດ​ຕັ້ງ​ງານ​ບຸນ “ຄົ້ນ​ຫາ​ບຸ​ນ​ເຕັດ ຫວຽດ​ນາມ”. ນີ້​ແມ່ນ​ເຫ​ດ​ການ​​ເປີດ​ສາກ​ໃຫ້​ບັນ​ດາ​ການ​ເຄື່ອນ​ໄຫວ​ບຸນ​ເຕັດ “ຕ້ອນ​ຮັບ​ບຸນ​ປີ​ໃໝ່​ປີ​ລະ​ກາ 2017 - ສີ​ສັນ​ວັດ​ທະ​ນະ​​ທ​ຳ​ເຊີນ​ລາ” ເຊິ່ງ​ຫໍ​ພິ​ພິ​ທະ​ພັ​ນ​ຊົນ​ເຜົ່າ​ວິ​ທະ​ຍາ ຫວຽດ​ນາມ ຈັດ​ຕັ້ງ​ແຕ​່​ວັນ​ທີ 31/1 ຮອດວັນ​ທີ 5/2 (ກົງ​ກັບ​ວັນ​ທີ 4 – 9 ຂອງ​ບຸນ​ເຕັດ​ປີ​ລະ​ກາ).

                                                              


ຂ່າວ/ບົດ​ອື່ນ