ຮ່າໂນ້ຍຈັດຕັ້ງພິທີສະເຫຼີມສະຫຼອງວັນມໍລະດົກວັດທະນະທຳຫວຽດນາມ

ຮ່າໂນ້ຍຈັດຕັ້ງພິທີສະເຫຼີມສະຫຼອງວັນມໍລະດົກວັດທະນະທຳຫວຽດນາມ - ảnh 1
(ພາບປະກອບ)

(vovworld)- ​ບັນ​ດາ​ການ​ເຄື່ອນ​ໄຫວ​ ວັດ​ທະ​ນະ​ທຳ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ ​ເພື່ອສະ​ເຫຼີມ​ສະຫຼອງວັນ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ຫວຽດ​ນາມ (23/11), ເຊີດ​ຊູ​ບັນ​ດາມູ​ນຄ່າ ວັດ​ທະ​ນະ​ທຳ ທີ່​ເປັນ​ມູນ​ເຊື້ອ​ຂອງ​ຊາດ ຖືກ​ດຳ​ເນີນ ຢູ່ຄຸ້ມ​ເມືອງ​ເກົ່າຮ່າ​ໂນ້ຍ ໃນ​ລະ​ຫວ່າງວັນ​ທີ 18-27/11. ນີ້​ແມ່ນ​ຂໍ້​ມູນ ​ໂດຍ​ຄະ​ນະ​ຄຸ້ມ​ຄອງຄຸ້ມ​ເມືອງ​ເກົ່າຮ່າ​ໂນ້ຍ ຍົກ​ອອກ ທີ່​ການ​ປະ​ຊຸມ​ຂ່າວ ດຳ​ເນີນ​ໃນ​ຕອນ​ບ່າຍ​ວັນ​ທີ 16/11. ເລີ່ມ​ຕົ້ນ​​​ບັນ​ດາ​ການ​ເຄື່ອນ​ໄຫວ​ແມ່ນ​ພິ​ທີ​ເປີດ, ການສະ​ແດງ​ຊຸດ​ອາ​ພອນ​ປະ​ຈຳ​ຊາດ ດ​້ວຍ​ຫົວ​ຂໍ້ “ຮູບ​ບູ​ຮານ” ດຳ​ເນີນ​ຢູ່​ສູ​ນພົບ​ປະ​ແລ​ກ​ປ່ຽນ​ວັດ​ທະ​ນະ​ທຳຄຸ້ມ​ເມືອງ​ເກົ່າຮ່າ​ໂນ້ຍ, ເລກ​ທີ 50 ຖະ​ໜົນ ດ່າວ​ຢີ​ຕື, ຮ່າ​ໂນ້ຍ ໃນ​ຕອນ​ຄ່ຳ​ວັນ​ທີ 18/11. ນອກ​ຈາກ​ການ​ສະ​ແດງ​​ຊຸດ​ອາ​ພອນ​ແລ້ວ, ບັນ​ດາ​ມູນ​ຄ່າ​ວັດ​ທະ​ນະ​ທຳທີ່​ເປັນ​ມູນ​ເຊື້ອ​ຂອງ​ຊາດ ຍັງ​ຖືກ​ສົ່ງ​ເຖິງ​ປະ​ຊາ​ຊົນ ແລະ ນັກ​ທ່ອງ​ທ່ຽວ​ ຜ່ານ​ຫຼາຍລາຍ​ການ ເຊັ່ນ: ຂັບ​ແຈ່ວ, ຂັບ​ຕ່​ວາງ, ຂັບ​ກວານ​ເຫາະ, ຂັບ​ເຈົ່າວັນ.

        ໃນ​ໂອ​ກາດນີ້, ຢູ່​ສະ​ຖານ​ທີ​່​ປູ​ສະ​ນີ​ຍະ​ຖານ​ເຂດຄຸ້ມ​ເມືອງ​ເກົ່າຮ່າ​ໂນ້ຍ ​ຈະດຳ​ເນີນຫຼາຍ​ການ​ເຄື່ອນ​ໄຫວ​ ດ້ານ​ວັດ​ທະ​ນະ​ທຳ​ທີ່​ອຸ​ດົ​ມ​ສົມ​ບູນ, ​ເປັນເອ​ກະ​ລັກ​ສະ​ເພາະ​ອື່​ນໆ ເພື່ອຄ່ຳ​ນັບ​ຮັບ​ຕ້ອນ ​ວັນ​ມໍ​ລະ​​ດົກ​ທາງວັດ​ທະ​ນະ​ທຳ​ຫວຽດ​ນາມ ເຊັ່ນ: ແນະ​ນຳ​ກ່ຽວ​ກັບ​ວັດ​ທະ​ນະ​ທຳ​ກ່ຽວ​ກັບຊາ​​ຫວຽດ​ນາມ, ສິ​ລະ​ປະປັກ​ແສ່ວ​ທີ່​ເປັນ​ມູນ​ເຊື້ອ, ວາງ​ສະ​ແດງ​ກ່ຽວ​ກັບ​ຊຸດເຄື່ອງ​ແບບເຂົ້າ​ຊົງ ແລະ​ ການ​ໂອ້​ລົມ​ສົນ​ທະ​ນາ ກ່ຽວ​ກັບ​ວັດ​ທະ​ນະ​ທຳບູ​ຊາ​ພະ​ແມ່, ແນະ​ນຳ​ຊຸດ​ອາ​ພອນ​ພະ​ລາດ​ຊະ​ວັງ​ຫວຽດ​ນາມ.

ຂ່າວ/ບົດ​ອື່ນ