ຮ່າໂນ້ຍປະກາດແຜນຜັງເຂດຕົວເມືອງທາງທິດໃຕ້ທາງຫຼວງທັງລອງ

ຮ່າໂນ້ຍປະກາດແຜນຜັງເຂດຕົວເມືອງທາງທິດໃຕ້ທາງຫຼວງທັງລອງ - ảnh 1
ທ​າງຫຼວງ ທັງ​ລອງ

(vovworld) – ວັນ​ທີ 14/2, ພະ​ແນກ​ແຜນຜັງສະ​ຖາ​ປັດ​ຕະ​ຍາ​ກຳ ຮ່າ​ໂນ້ຍ ໄດ້​ຈັດ​ຕັ້ງ​ການ​ປະ​ກາດ​​ແຜນ​ຜັງລະ​ອຽດ​​ຂອງເຂດ​ຕົວ​ເມືອງ​​ທາງ​ທິ​ດໃຕ້​ທາງຫຼວງ ທັງ​ລອງ ດ້ວຍ​ອັດ​ຕາ​ສ່ວນ 1/500 ຂຶ້ນ​ກັບ​ຕາ​ແສງ ເໝ​ຈີ່, ຈູງວັນ, ຟູ໋​ໂດ (ເມືອງ ນາມ​ຕື່​ລຽມ). ເຂດ​ຕົວ​ເມືອງນີ້​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຕາມ​ການ​ຊີ້​ນຳ​ຂອງ​​ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ​ທີ່ປະ​ກາດ​ໃນ​ວັນ​ທີ 28/1/2015 ກ່ຽວ​ກັບ​ການ​ປະ​ຕິ​ບັດ​ໂຄງ​ການ​ສູນ​ວັດ​ທະ​ນະ​ທຳ, ທ່ອງ​ທ່ຽວ ແລະ ການ​ຄ້າ​ເພື່ອ​ສ້າງ​ແຫຼ່ງ​ທຶນກໍ່​ສ້າງ​ສູນ​ຕະຫຼາດ​ນັດ​ວາງ​ສະ​ແດງ​ແຫ່ງ​ຊາດ - ສາ​ກົນ.

        ເຂດ​ຕົວ​ເມືອງ ພາກໃຕ້​ທາງຫຼວງ ທັງ​ລອງ ໃນ​ອັດ​ຕາ​ສ່ວນ 1/500, ມີ​ເນື້ອ​ທ​ີ່​ກ່​ວາ 70 ha, ດ້ວຍ​ຈຳ​ນວນ​ປະ​ຊາ​ກອນ 10.000 ຄົນ, ໄດ້​ວາງ​ແຜນ​ເປັນ​ເຂດ​ເຮືອນ​ຢູ່, ໜອງ, ຕົ້ນ​ໄມ້, ໂຮງ​ຮຽນ​ສ້າງ​ເປັນ​ເຂດ​ຕົວ​ເມືອງ “ນະ​ຄອນ​ສວນ” ແບບ​ຢ່າງ​​ຢູ່​ເຂດ​ຕອນ​ໃຕ້​ນະ​ຄອນຫຼວງ ຮ່າ​ໂນ້ຍ.


ຂ່າວ/ບົດ​ອື່ນ