ເຂດເສດຖະກິດຈຸດສຸມພາກເໜືອຮ່ວມສຳພັນ,ຮ່ວມມືພ້ອມກັນພັດທະນາ

ເຂດເສດຖະກິດຈຸດສຸມພາກເໜືອຮ່ວມສຳພັນ,ຮ່ວມມືພ້ອມກັນພັດທະນາ - ảnh 1
ກອງ​ປະ​ຊຸມ​ຮ່ວມ​ມື​ພັດ​ທະ​ນາ​ເຂດ​ເສດ​ຖະ​ກິດ​ຈຸດ​ສຸມ​ພາກ​ເໜືອ​ປີ 2016

(vovworld) – ຕອນ​ບ່າຍ​ວັນ​ທີ 27/12, ໄດ້​ດຳ​ເນີນກອງ​ປະ​ຊຸມ​ຮ່ວມ​ມື​ພັດ​ທະ​ນາ​ເຂດ​ເສດ​ຖະ​ກິດ​ຈຸດ​ສຸມ​ພາກ​ເໜືອ​ປີ 2016 ໂດ​ຍ​​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ ຮ່າ​ໂນ້ຍ ຈັດ​ຕັ້ງ. ເຂດ​ເສດ​ຖະ​ກິດ​ຈຸດ​ສຸມ​ພາກ​ເໜືອ​ລວມ​ມີ 7 ແຂວງ, ນະ​ຄອນນັ້ນ​ແມ່ນ: ຮ່າ​ໂນ​້ຍ, ຫາຍ​ຟ່ອງ, ກວາງ​ນີງ, ຫາຍ​ເຢືອງ, ຮືງ​ອຽນ, ຫວີງ​ຟຸກ, ບັກ​ນີງ. ທີ່ກອງ​ປະ​ຊຸມ, ທ່ານ ຮ່​ວາງ​ຈູງ​ຫາຍ, ເລ​ຂາ​ຄະ​ນະ​ພັກ​ນະ​ຄອນ​ຮ​່າ​ໂນ​້ຍ ໃຫ້​ຮູ້​ວ່າ: ໄລ​ຍະ​ຜ່ານ​ມາ, ນະ​ຄອນຫຼວງ ຮ່າ​ໂນ້ຍ ແລະ ບັນ​ດາ​ແຂວງ​ໃນ​ເຂດ​ໄດ້​ເພີ່ມ​ທະ​ວີ​ບັນ​ດາ​ການ​ເຄື່ອນ​ໄຫວ​ຮ່ວມ​ສຳ​ພັນ​ເຂດ, ບາງ​ຂົງ​ເຂດ​ກ້າວ​ເຂົ້າ​ສູ່​ລວງ​ເລິກ ແລະ ບັນ​ລຸ​​ບັນ​ດາໝາ​ກ​ຜົນ​ຢ່າງ​ແທດ​ຈິງ​.

        ທີ່ກອງ​ປະ​ຊຸມ, ຜູ້​ຕາງ​ໜ້າ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ​ຖື​ວ່າ ​ຄວນ​ເພີ່ມ​ທະ​ວີ​ການ​ເຊື່ອມ​ຕໍ່​ເຂດ, ຍູ້​ແຮງ​ການ​ປັບ​ປຸງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ດ​ຳ​ເນີນ​ທຸ​ລະ​ກິດ, ສືບ​ຕໍ່​ຍູ້​ແຮງ​ການ​ດຶງ​ດູດ​ເງິນ​ລົງ​ທຶນ​ຈາກ​ຕ່າງ​ປະ​ເທດ (FDI) ເໝ​າ​ະ​ສົມ​ກັບ​ວິ​ວັດ​ທະ​ນາ​ການ​ເຊື່ອມ​ໂຍງ. ​ໃຫ້ບຸ​ລິ​ມະ​ສິດ​ແກ່​ການ​ພັດ​ທະ​ນາ​ບັນ​ດາ​ຂ​ະ​ແໜງ​ອຸດ​ສາ​ຫະ​ກຳ​ເຕັກ​ນິກ​ສູງ, ​ເປັນ​ມິດກັບ​ສິ່ງ​ແວດ​ລ້ອມ, ສຸມ​ໃສ່​ປຸກ​ລະ​ດົມ, ດຶງ​ດູດ​ນັກ​ລົງ​ທຶນ​ພັດ​ທະ​ນາ​ບັນ​ດາ​ເຂດ​ເສດ​ຖະ​ກິດ.


ຂ່າວ/ບົດ​ອື່ນ