ກາຕັງ-ບ້ານພູມລຳເນົາຄົງທີ່ຄືນໃໝ່ທີ່ເປັນແບບຢ່າງຢູ່ແຂວງ ກວາງຈີ້

(vovworld) - ເຂດ​ພູມລ​ຳ​ເນົາ​ຄົງ​ທີຄືນ​ໃໝ່ ກາ​ຕັງ ຢູ່​ເທດສະບານ ລາວ​ບ໋າ​ວ, ​ເມືອງ ​ເຮື໋ອງຮ່ວາ, ​ແຂວງ ກວາງ​ຈີ້ ​ແມ່ນ​ບ່ອນ​ດຳລົງ​ຊີວິ​ດຂອງ 51 ຄອບຄົວ ດ້ວຍ​ພົນລະ​ເມືອງ​​​ເຊິ່ງ​ແມ່ນ​ຊາວ​ເຜົ່າ​ເວີ​ນກ່ຽວກ່ວາ 200 ຄົນ. ນີ້​ໄດ້​ຮັບ​ຖື​ວ່າ​ແມ່ນ​ເຂດ​​ພູມລ​ຳ​ເນົາ​ຄົງ​ທີ​ທ່ີ່​ເປັນແບບຢ່າງ​ຢູ່​ແຂວງ ກວາງຈີ້ ຍ້ອນ​ໄດ້​ປະຕິບັດ​ສຳ​ເລັດ​ກ່ຽວ​ກັບ​ໂຄງ​ປະກອບ​​​ໂຄງ​ລ່າງ, ພິ​ເສດ​ແມ່ນ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ຂອງ​ປະຊາຊົນ​​ໃນ​ໄລຍະ​ກ່ອນ, ​ໃນ ​ແລະ ພາຍຫຼັງ​ມາຍັງບ​່ອນຢູ່​ອາ​ໄສ​ໃໝ່. ບົດ​ຂຽນ​ຂອງ​ນັກ​ຂ່າວ ​ເລ​ຮ໋ຽວ.

ກາຕັງ-ບ້ານພູມລຳເນົາຄົງທີ່ຄືນໃໝ່ທີ່ເປັນແບບຢ່າງຢູ່ແຂວງ ກວາງຈີ້ - ảnh 1
ໝູ່ບ້ານ ກາຕັງ

        ​ເມື່ອ​ພາ​ພວກ​ຂ້າພະ​ເຈົ້າ​ໄປ​ຢາມ​ບັນດາ​​ເຮືອນ​ແຖວ​ໃໝ່​ທີ່​ຕັ້ງຕິດ​ຕໍ່​ກັນ​ຢູ່​​ເຂດພູມລ​ຳ​ເນົາ​ຄົງ​ທີ​ກາ​ຕັງ, ທ່ານ ຝາ​ເຢຍ, ​ນາຍບ້ານ​ ກາ​ຕັງ, ​ເທດ​ສະບາ​ນ ລາວ​ບ໋າ​ວ, ​ເມືອງ ​ເຮື໋ອງຮ່ວາ, ​ແຂ​ວງ ກວາງ​ຈີ້, ​ໃຫ້​ຮູ້​ວ່າ: ຢູ່​ທີ່​ນີ້, ມີ​ກ່ວາ 50 ຄອບຄົວ​ໄດ້​ຮັບ​ການ​ກໍ່ສ້າງ​ເຮືອນ​ໃໝ່, ດຳ​ລົງ​ຊີວິດ​ຮ່ວມ​ກັນ​ຢູ່​ຕີນ​ພູ ກາ​ຕັງ. ກ່ອນ​ນີ້ 2 ປີ, ປະຊາຊົນ​ໃນ​ບ້ານ​ໃຜໆ​ກໍ່​ບໍ່​ມັກ​ດຳ​ລົງ​ຊີວິ​ດ, ທຳ​ມາ​ຫາ​ກິນ​ຢູ່​ທີ່​ນີ້. ມາ​ຮອດ​ປະຈຸ​ບັນ, ບ້ານ​ແຫ່ງ​ນີ້​ໄດ້​ຮັບ​ການກໍ່ສ້າງ​ຢ່າງ​​ໃຫຍ່​ໂຕ​ໂອ​​ໂຖງ ​ແລະ ສວຍ​ງາມບໍ່​ຕ່າງ​ກັບ​ເຂດ​ຕົວ​ເມືອງ, ຊີວິດ​ການ​ເປັນ​ຢູ່​ມີ​ຄວາມ​ອິ່ມໜຳ​ສຳລານ​ດັ່ງ​ນັ້ນ​ປະຊາຊົນ​ໃນ​ບ້ານ​ຮູ​້ສຶກ​​ມີ​ຄວາມ​ເບີກບານ​ມ່ວນ​ຊື່ນ ​ແລະ ອູ່​ນອຽນ​ໃຈ​ດຳລົງ​ຊີວິດ, ທຳ​ມາ​ຫາ​ກິນ​ກ່ວາ. ທ່ານ ຝາ​ເຢຍ ​ໄດ້​​ແບ່ງປັນ​ຄວາມ​ໃນ​ໃຈ​ວ່າ, ປະ​ຈຸ​ບັນ, ພໍ່​ແມ່​ປະຊາຊົນ​ໄດ້​ສຸມ​ໃສ່​ສ້າງ​ເສດຖະກິດ​ສວນ, ປ່າ, ຫລຸດ​ຜົ້ນອອກ​ຈາກ​ຄວາມທຸກ​ຍາກ​ອຶດຫິວ​, ດັ່ງ​ນັ້ນ, ​ໃຜ​ໆ​ກໍ່​ມີ​ຄວາມ​ປິ​ຕິ​ຊົມ​ຊື່ນ​.

        “​ເມື່ອ​ດຳລົງ​ຊີວິດ​ຢູ່​ທີ່​ນີ້, ພັກ ​ແລະ ລັດ​​ໄດ້ເອົາ​ໃຈ​ໃສ່​ກໍ່​ສ້າງ​ເສັ້ນທາງ, ຕິດ​ຕັ້ງ​ໄຟຟ​້າ, ສຸກສາລາ, ນອກ​ນັ້ນ​ເຮືອນ​ໄດ້​ຮັບ​ການ​ກໍ່ສ້າງ​ໃຫຍ່​ໂຕ​ໂອ​​ໂຖງ. ພໍ່​ແມ່​ປະຊາຊົນ​ໄດ້​ປູກ​ຕົ້ນ​ກ້ວຍ, ມັນ​ຕົ້ນ, ປູກ​ປ່າ, ຊີ​ວິດ​ການ​ເປັນ​ຢູ່​ກໍ​ດີ​ກ່ວາ​​ເກົ່າ.”

        ທ່ານ ຝາ​ເຢຍ ​ໃຫ້​ຮູ້​ວ່າ: ຢູ່​ທີ່​ນີ້, ​ຄອບຄົວ​ໃດ​ກໍ່​ລ້ຽງ​ແບ້​ນັບ​ສິບໆ​ໂຕ, ​​ໄກ່, ​ເປັນ ນັບ​ຮ້ອຍໆ​​ໂຕ, ​ໝູ​ໄດ້​ລ້ຽງ ​ແລະ ຜັກ​ຫຼາຍ​ປະ​ເພດ​ເຊິ​່ງ​​ໄດ້​ຮັບ​ການ​ບົວລະບັດ​ແບບ​ທຳ​ມະ​ຊາດ. ກ່ອນ​ນີ້, ທ່ານ ຝາ​ເຢຍ ກໍ່​ຄື​ພໍ​່​ແມ່​ປະຊາຊົນ​ຫຼາຍ​ຄົນ​ຢູ່​ບ້ານ​ກາ​ຕັງ ​ເມື່ອ​ດຳລົງ​ຊີວິດ​ຢູ່​ບ່ອນ​ເກົ່າ​ບໍ່​​ເຄີຍ​ຄິດ​ເຖິງ​ການ​ກໍ່ສ້າງ​ເຮືອນ. ​ແຕ່​ມາ​ຮອດ​ປະຈຸ​ບັນ​ແມ່ນ​ຕ່າງ​ແລ້ວ, ​ເມື່ອ​ດຳລົງ​ຊີວິດ​ຢູ່​ບ່ອນ​ໃໝ່, ມີ​ເຮືອນ​ຢ່າງ​ໃຫຍ່​ໂຕ, ສວຍ​ງາມ ​ແລະ ສະອາດ, ທັນ​ຍາ​ຫານ​ປອດ​ສານພິດ​ໂດຍ​ປະຊາຊົນ​ປູກ​, ລ້ຽງ​ເອງ, ລູກ​ຫຼານ​ຂອງປະຊາຊົນ​ໃນ​ບ້ານ​ກໍ່​ໄດ້​ຮັບ​ການ​ເບິ່ງ​ແຍງ​ດູ​ແລ, ຮ່ຳ​ຮຽນ​​ເປັນ​ຢ່າງ​ດີ​ກ່ວາ.

ກາຕັງ-ບ້ານພູມລຳເນົາຄົງທີ່ຄືນໃໝ່ທີ່ເປັນແບບຢ່າງຢູ່ແຂວງ ກວາງຈີ້ - ảnh 2
ເຮືອນຂອງໝູ່ບ້ານກາຕັງ

        ກ່ອນ​ນີ້, ປະຊາຊົນ​ຢູ່​ບ້ານ​ກາ​ຕັງ ​ໄດ້​ດຳ​ລົງ​ຊີວິດ​ຢູ່​ລຽບ​ຕາມ​ເຂດ​ຊາຍ​ແດນ ຂາ​ເຂົ້າ ຂາ​ອອກ ລາວ​ບ໋າ​ວ. ປີ 2013, ​ໂດຍ​ນອນ​ໃນ​ໂຄງການ​ວາງ​ແຜນສັງ​ລວມ, ກໍ່ສ້າງ ​ແລະ ພັດທະນາ​ເຂດ​ເສດຖະກິດ​ການ​ຄ້າ​ພິ​ເສດ​ລາວ​ບ໋າ​ວ ດັ່ງ​ນັ້ນ​, ປະຊາຊົນ​ຕ້ອງ​ຍົກຍ້າຍ​ໄປ​ເຂດ​ພູ​ມລຳ​ເນົາ​ຄົງ​ທີ່​​ຢູ່​ຕີນ​ພູ ກາ​ຕັງ. ຄະນະ​ກຳມະການ​ປະຊາຊົນ​ເທດສະບານ ລາວ​ບ໋າ​ວ, ​ເມືອງ ​ເຮື໋ອງຮ່ວາ, ​ແຂວງ ກວາງ​ຈີ້ ​ໄດ້​ໃຫ້​ພໍ່​ແມ່​ປະຊາຊົນ​ເລືອກ​ເຟັ້ນທີ່​ດິນ​ເອງ​ເພື່ອ​ປຸກ​ສ້າງ​ເຮືອນ​ຢູ່. ຕາມ​ນັ້ນ​​ແລ້ວ, ​ເຂດ​ຕັ້ງ​ຖິ່ນ​ຖານ​ຄົງ​ທີ່​ຄືນ​ໃໝ່ ກາ​ຕັງ ມີ​ເຮືອນ 3 ປະ​ເພດ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ, ອີງ​ໃສ່​ຈຳນວນ​ຄົນ​​ໃນ​ຄອບຄົວ​ຈຶ່ງ​ຈຳ​ແນ​ກ​ແຫຼ່ງ​ເງິນ​ໜູນ​ຊ່ວຍ ດັ່ງ​ນັ້ນ, ພໍ່​ແມ່​ປະຊາຊົນ​ລ້ວນ​ແຕ່​ມີ​ຄວາມ​ເຫັນ​ດີ​​ເຫັນ​ພ້ອມ. ພິ​ເສດ, ບັນດາ​ເຮືອນ​ຢູ່​ທີ່ນີ້​ດ້ານ​ໜຶ່ງ​ໄດ້​ຮັບ​ການ​ກໍ່ສ້າງ​ແບບ​ທັນ​ສະ​ໄໝ​ແຕ່​ຍັງ​ຄົງ​ໄດ້​ປຸກ​ສ້າງ​ຕາມ​ແບບ​ເຮືອນຮ້ານ​ໃຫ້​ເໝາະ​ສົມ​ກັບ​ການ​ດຳລົງ​ຊີວິ​ດທີ່​ເປັນ​ມູນ​ເຊື້ອ​ຂອງ​ປະຊາຊົນ​ເຜົ່າ ​ເວີ​ນກ່ຽວ. ທ່ານ ​ເລ​ບ໋າ​ຮູ່ງ, ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​​ເທດສະບານ ລາວ​ບ໋າ​ວ, ​ເມືອງ ​ເຮື໋ອງຮ່ວາ, ​ແຂວງ ກວາງ​ຈີ້ ​ໃຫ້​ຮູ້​ວ່າ: ການ​ກໍ່ສ້າງ​ເຮືອ​ນຮ້ານ​ໃຫ​້​ແກ່​ປະຊາຊົນ​ແມ່ນ​ຕ້ອງ​ເອົາ​ໃຈ​ໃສ່​ເຖິງ​ບັນດາ​ປັດ​ໄຈ​ນ້ອຍໆ​ທີ່​ເຄີຍ​ມີ​ຢູ່​ແລ້ວ​ໃນ​ແບບ​ແຜນການ​ດຳລົງ​ຊີວິດ​ຂອງ​ປະຊາຊົນ. ​ເຮັດ​ໄດ້​ຄື​ແນວ​ນັ້ນ​ພໍ່​ແມ່​ປະຊາຊົນ​ຈຶ່ງ​ເພິ່ງ​ພໍ​ໃຈ​ກັບ​ການດຳລົງ​ຊີວິ​​ດ​ຢູ່​ບ້ານ​ໃໝ່:

        “ນັບ​ແຕ່​ເມື່ອ​ປະຊາຊົນ​ໜ່ວຍ 4 ບ້ານ​ກາ​ຕັງ​ໄດ້​ຍ້າຍ​ໄປ​ດຳລົງ​ຊີວິດ​ຢູ່​ເຂດ​ພູ​ມລຳ​ເນົາຄົງ​ທີ່​, ຊີວິດ​ການ​ເປັນ​ຢູ່​ຂອງ​ພໍ່​ແມ່​ປະຊາຊົນ​ໄດ້​ເປັນ​ປົກກະຕິ​ເທື່ອ​ລະ​ກ້າວ, ການ​ຜະລິດ​ຂອງ​ພໍ່​ແມ່​ປະຊາຊົນ​ກໍ່​ສະ​ດວກ​ກ່ວາ. ພິ​ເສດ, ນ​ອກຈາກ​ການ​ພັດທະນາ​ເສດຖະກິດ, ພໍ່​ແມ່​ປະຊາຊົນ ກາ​ຕັງ ​ຍັງເຂົ້າ​ຮ່ວມ​ການປົກ​ປັກ​ຮັກສາ​ຄວາມ​ສະຫງົບ​ຢູ່ເຂດ​ຊາຍ​ແດນ​ແຫ່ງ​ຊາດ​ພ້ອມ​ກັບ​ປະຊາຊົນ​​ເທດ​ສະບາ​ນລາວ​ບ໋າ​ວອີກ.”

        ມາ​ຮອດ​ປະຈຸ​ບັນ, ​ເຂດ​ຕັ້ງ​ຖິ່ນ​ຖານ​ຄົງ​ທີ່ ກາ​ຕັງ​ໄດ້​ຮັບ​ຖື​ວ່າ​ເປັນ​ແບບຢ່າງ​ຂອງ​ທົ່ວ​ແຂວງ ກວາງ​ຈີ້ ຍ້ອນ​ທີ່​ຕັ້ງ​ເໝາະ​ສົມ, ​ໂຄງ​ປະກອບ​ພື້ນຖານ​​ໂຄງ​ລ່າງ​ໄດ້​ຮັບ​ການ​ກໍ່ສ້າງ​ສຳ​ເລັດ, ຮັບປະກັນ​ໃຫ້​ແກ່ວ​ຽກງານ​ພັດທະນາ​ການ​ຜະລິດ, ການ​ຮ່ຳຮຽນ ​ແລະ ການ​ດຳ​ເນີນ​ຊີວິດ​ດ້ານວັດທະນະທຳຂອງ​ປະຊາຊົນ. ​ໂດຍ​ຕິດກັບ​ເຂດ​ຊາຍ​ແດນ ຫວຽດນາມ - ລາວ, ບ້ານ​ກາ​ຕັງ ຍັງ​ໄດ້​ແຮກສ່ຽວ​ກັບ​ບ້ານ ​ແດນ​ສະຫວັນ ຂອງ ລາວ. ປະຊາຊົນ​ຢູ່ 2 ບ້ານ​ແຫ່ງ​ນີ້​ເຄີຍ​ມີ​ການ​ພົບ​ປະ​ແລກປ່ຽນ​ນຳ​ກັນ, ຮັກສາ​ນ້ຳ​ໃຈ​ເພື່ອນ​ມິດ, ພ້ອມ​ກັນ​ປົກ​ປັກ​ຮັກ​ສາ​ຄວາມ​ສະຫງົບ​ຢູ່ເຂດ​ຊາຍ​ແດນ ​ແລະ ຮັກສາ​ຫຼັກໝາຍ​ອະທິປະ​ໄຕ​ເຂ​ດຊາຍ​ແດນ​ຂອງ 2 ປະ​ເທດ. ຮ້ອຍ​ເອກ ​ໂຮ່​ເລ​ລ້ວນ, ຮອງ​ກຳມະການການ​ເມືອງ, ປ້ອ​ມປ້ອງ​ກັນດ່ານ​ຊາຍ​ແດນ ລາວ​ບ໋າ​ວ, ​​ແຂວງ ກວາງ​ຈີ້, ​ໃຫ້​ຮູ້​ວ່າ:

        “ຜ່ານ​ວຽກ​ງານ​ແຮກສ່ຽວ ບ້ານ - ບ້ານຢູ່ເຂ​ດຊາຍ​ແດນ 2 ປະ​ເທດ​ໄດ້​ຍົກ​ສູງ​ສະຕິ​ຄວາມ​ຮູ້​ໃຫ້​ແກ່​ປະຊາຊົນ 2 ​ເຂດ​ຊາຍ​ແດນ, ປັບປຸງ ​ແລະ ​ເສີມ​ຂະຫຍາຍ​ການ​ພັດທະນາ​​ເສດຖະກິດ​ກ່ຽວ​ກັບ​ການ​​ແລກປ່ຽນ​ສິນຄ້າ. ພ້ອມ​ກັນ​ນັ້ນ, ຜ່ານ​ການ​ເຄື່ອນ​ໄຫວ​ນີ້ ​ໄດ້​ສົມທົບ​​ກັນໃນ​ວຽກ​ງານ​ຄຸ້ມ​ຄອງ​ປົກ​ປັກ​ຮັກສາ​ອະທິປະ​ໄຕ​ປ້ອງ​ກັນ​ຄວາມ​ສະຫງົບ​​ຢູ່ເຂດຊາຍ​ແດນ​ໄດ້​ຮັບ​ການ​ເພີ່ມ​ທະວີ ​ແລະ ຮັກ​ແໜ້ນ​ກ່ວາ​ອີກ.”

        ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ຢູ່​ເຂດ​ພູ​ມລຳ​ເນົາ​ຄົງ​ທີ່​ ກາ​ຕັງ ພວມ​ມີ​ຄວາມ​ເບີກ​ບານມ່ວນ​ຊື່​ນທີ່​ສຸດ. ທ່ານ​ລ້ວນ ​​ໄດ້​ແບ່ງປັນ​ຕື່ມ​ອີກ​ວ່າ: ບ້ານ​ກາ​ຕັງ ປະຈຸ​ບັນ​ຕ່າງ​​ກັບ​ເມື່ອ​ກ່ອນຫຼາຍ​ຈາກດ້ວຍ​ການ​ດຳລົງ​ຊີວິດ​ທີ່​ປະສົມ​ກັບ​ຄວາມ​ຫຍຸ້ງຍາກ, ສັບສົນ​ຫຼາຍ, ປະ​ຈຸ​ບັນ, ປະຊາຊົນ​​ໃຜໆ​ກໍ່​ມີ​ວຽກ​ເຮັດ​ງານ​ທຳ, ລາຍ​ຮັບ​ເປັນ​ປົກກະຕິ ​ແລະ ມີ​ເຮືອນ​ຊານ​ໃຫຍ່​ໂຕ​ໂອ​​ໂຖງ ດັ່ງ​ນັ້ນ ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ໄດ້​ຮັບປະກັນ, ລູກ​ເຕົ້າ​ໄດ້​ຮັບ​ການ​ຮ່ຳຮຽນ​ເປັນ​ຢ່າງ​ດີ. ປະຈຸ​ບັນ, ​ເມື​່ອ​​​ໄປ​ຢາມ​ບ້ານ ກາ​ຕັງ ຜູ້​ໃດ​ກໍ່ລ້ວນ​ແຕ່​​ຮັບ​ຮອງວ່າ: ຢູ່​ບ້ານ​ນີ້​ຄື​ດັ່ງ​ເຂດ​ຕົວ​ເມືອງ​ຢູ່​ໃນ​ປ່າ, ດ້ວຍ​ຄວາມ​ສະຫງົກ​ສຸກ​ແທ້ໆ.

 


ຕອບກັບ

ຂ່າວ/ບົດ​ອື່ນ