ການປ່ຽນແປງໃໝ່ຢູ່ເຂດຊົນນະບົດແຂວງ ຊອກຈັກ

(VOVWORLD) - ບັນດາບ້ານ, ຄຸ້ມບ້ານ, ໝູ່ບ້ານຂອງໃນ ຊອກຈັງ, ແຫ່ງທີ່ມີຊາວເຜົ່າ ຂະແມ ດຳລົງຊີວິດເປັນຈຳນວນຫຼວງຫຼາຍ, ຫາກໍ່ຈັດງານບຸນ Ok Om Bok ທີ່ເຂັ້ມຂູ້ນໄປດ້ວຍສີສັນວັດທະນະທຳບັນດາເຜົ່າ ຂະແມ. ງານບຸນສະແດງໃຫ້ເຫັນຊີວິດການເປັນຢູ່ຂອງຊາວເຜົ່າ ຂະແມ ຢູ່ທີ່ນີ້ນັບມື້ນັບໄດ້ຮັບການພັດທະນາ, ຍ້ອນໝາກຜົນຈາກຂະບວນການກໍ່ສ້າງຊົນນະບົດໃໝ່ໃນທ້ອງຖີ່ນ.

ເທດສະບານ ວີ້ງເຈົາ, ຢູ່ແຄມທະເລແຂວງ ຊອກຈັງ, ເລີ່ມປະຕິບັດໂຄງການຈຸດໝາຍແຫ່ງຊາດກໍ່ສ້າງຊົນນະບົດໃໝ່ກ່ອນນີ້ 7 ປີ, ດ້ວຍການທ້າທາຍ, ຄວາມຫຍຸ້ງຍາກບໍ່ແມ່ນໜ້ອຍ. ເຖິງຢ່າງໃດກໍ່ຕາມ, ຍ້ອນມີຄວາມມານະພະຍາຍາມຂອງທັງລະບົບການເມືອງ ແລະ ການເຂົ້າຮ່ວມຢ່າງຕັ້ງໜ້າຂອງປະຊາຊົນ, ໂສມໜ້າຊົນນະບົດຢູ່ເທດສະບານ ວິ້ງເຈົາ ໄດ້ມີການປ່ຽນແປງໃໝ່ຫຼາຍຢ່າງ, ໂຄງປະກອບພື້ນຖານໂຄງລ່າງດ້ານເສດຖະກິດ ສັງຄົມ ໄດ້ຮັບການປັບປຸງພໍສົມຄວນ, ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການຍົກຂຶ້ນເທື່ອລະກ້າວ.

ການປ່ຽນແປງໃໝ່ຢູ່ເຂດຊົນນະບົດແຂວງ ຊອກຈັກ - ảnh 1 ເທດສະບານ ວີ້ງເຈົາ, ຢູ່ແຄມທະເລແຂວງ ຊອກຈັງ (ພາບ: ອິນເຕີແນັດ)

       ພ້ອມກັບບັນດາໂຄງການຈຸດສຸມ ກ່ຽວກັບໂຄງລ່າງຊົນລະປະທານ, ຄົມມະນາຄົມ, ໄຟຟ້າໂດຍສູນກາງໜູນຊ່ວຍລົງທຶນແລ້ວ, ປະຊາຊົນຍັງປະຕິບັດຫຼາຍກິດຈະກຳຮັບໃຊ້ປະຊາຊົນ ແລະ ປົວແປງໂສມໜ້າຊົນນະບົດ; ສະໝັກໃຈບໍລິຈາກທີ່ດິນເພື່ອກໍ່ສ້າງຂົວທາງ, ໂຮງຮຽນ, ສຸກສາລາ, ປະກອບເງິນ, ແຮງງານເພື່ອກໍ່ສ້າງທາງຄົມມະນາຄົມຊົນນະບົດ, ຊົນລະປະທານໃນທົ່ງນາອີກດ້ວຍ.

        ທ່ານ ຈ່າໂຄນ, ເລຂາຄະນະພັກຕາແສງ ຫວີ້ງຫາຍ, ຕາແສງເຂດຫ່າງໄກສອກຫຼີກຂອງເມືອງ ຫວີ້ງເຈົາ ມີຊາວເຜົ່າ ຂະແມ ກວມເຖິງ 50% ຈຳນວນພົນລະເມືອງໃນຕາແສງ, ໃຫ້ຮູ້ກ່ຽວກັບການປ່ຽນແປງໃໝ່ຂອງຕາແສງ ຫວີ້ງຫາຍ ວ່າ: ໂດຍໄດ້ຮັບຄວາມເອົາໃຈໃສ່ຈາກພັກ, ອຳນາດການປົກຄອງທຸກຂັ້ນ, ພ້ອມກັບໂຄງການກໍ່ສ້າງຊົນນະບົດໃໝ່, ບັນດາຂັ້ນ, ຂະແໜງການໄດ້ລົງທຶນຫຼາຍໂຄງການ, ລາຍການໃນການພັດທະນາເສດຖະກິດ ແລະ ວັດທະນະທຳສັງຄົມ, ປັບປຸງຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນ. ເບິ່ງລວມແລ້ວ, ຜ່ານການປະຕິບັດບັນດາໂຄງການ, ລາຍການນີ້, ໂສມໜ້າຊົນນະບົດໄດ້ຮັບການປັບປຸງພໍສົມຄວນເທື່ອລະກ້າວ. ເຮືອນຊານບ້ານຊ່ອງ, ຖະໜົນຫົນທາງ, ໂຮງຮຽນ, ສຸກສາລາໃຫຍ່ໂຕໂອໂຖງ ແລະສວຍງາມ, ຕອບສະໜອງບັນຫາພັດທະນາເສດຖະກິດ ກໍ່ຄືການໄປມາ, ຂົນສົ່ງສິນຄ້າ. ນີ້ແມ່ນໝາກຜົນເຊິ່ງພວກເຮົາພາກພູມໃຈທີ່ສຸດ.

ການປ່ຽນແປງໃໝ່ຢູ່ເຂດຊົນນະບົດແຂວງ ຊອກຈັກ - ảnh 2 ທ່ານ ຈ່າໂຄນ, ເລຂາຄະນະພັກຕາແສງ ຫວີ້ງຫາຍ  (ພາບ: ອິນເຕີແນັດ)

     ຢູ່ເມືອງ ຫວີ້ງເຈົາ, ບັນດາຮູບແບບ, ໂຄງການພັດທະນາການຜະລິດ, ໄດ້ຮັບການປະຕິບັດຊ້ອນກັນໃນໂຄງການກໍ່ສ້າງຊົນນະບົດໃໝ່, ນຳມາເຊິ່ງປະສິດທິຜົນດ້ານເສດຖະກິດສູງ. ຍ້ອນເຫດນັ້ນ, ຊີວິດທາງດ້ານວັດຖຸ, ຈິດໃຈຂອງປະຊຊົນໃນເມືອງຄ່ອຍໆພັດທະນາ.

        ໃນຂະນະນັ້ນ, ຢູ່ຕາແສງ ດ້າຍເຕິມ, ແຄມນະຄອນ ຊອກຈັງ, ກໍ່ຄືຕາແສງອື່ນໆຂອງເມືອງ ໝີ້ຊວຽນ, ເຄີຍແມ່ນເຂດປູກແຕ່ເຂົ້າເທົ່ານັ້ນ, ປັດຈຸບັນໄດ້ມີລະບົບທາງເບຕົງ, ຄອງເໝືອງຊົນລະປະທານ ແລະ ທົ່ງນາໃຫຍ່ສຸດສາຍຕາ.

        ທ່ານ ເຈິ່ນຈິ໋ນເຕິມ, ຮອງປະທານຄະນະກຳມະການປະຊາຊົນຕາແສງ ດ້າຍເຕິມ, ໃຫ້ຮູ້ວ່າ, ທົ່ງນາໃຫຍ່ທີ່ສຸດໃນຕາແສງມີເນື້ອທີ່ເກືອບ 600 ແຮັກຕາ. ນັບແຕ່ປີ 2014, ທາງຕາແສງໄດ້ນຳເອົາແນວພັນໃໝ່ເຂົ້າໃນການຜະລິດ, ສ້າງກຳໄລໄດ້ເກືອບ 40 ລ້ານດົ່ງ/ເຮັກຕາ. ພ້ອມກັບທົ່ງນາແມ່ນເຂດຜັກຂຽວ, ກວ້າງກວ່າ 100 ເຮັກຕາ, ນອກນັ້ນຍັງມີເຂດໜອງ, ສະລ້ຽງສິນໃນນຳ້ອີກ. ກຸ້ງ, ປາ ລ້ຽງຢູ່ບ່ອນນີ້, ໄດ້ຮັບການສະໜອງນຳ້ດ້ວຍລະບົບຄອງ, ເໝືອງ ທີ່ຖືກວາງແຜນຜັງຢ່າງຄົບຊຸດ. ທ່ານ ເຈິ່ນຈິ໋ນເຕິມ, ໃຫ້ຮູ້ຕື່ມອີກວ່າ:

ປະຈຸບັນ, ຕາແສງ ດ້າຍເຕິມ ມີຫຼາຍຮູບແບບລ້ຽງງົວນົມ, ງົວຊີ້ນ. ບັນດາຄອບຄົວລ້ຽງງົວນົມກໍ່ມີລາຍຮັບເປັນປົກກະຕິ. ປະຈຸບັນ, ທ້ອງຖີ່ນ ພວມພັດທະນາຕາມແຜນການຂະຫຍາຍຝູງງົວນົມຢູ່ແຂວງ, ຫັນໄປສູ່ການສົມທົບລະຫວ່າງການລ້ຽງງົວນົມກັບລ້ຽງງົວຊີ້ນ ເພື່ອສ້າງແຫຼ່ງລາຍຮັບໃຫຍ່ໃຫ້ປະຊາຊົນ, ຄຽງຂ້າງນັ້ນ, ປະຊາຊົນກໍ່ພວມພັດທະນາດ້ານການຄ້າ, ການບໍລິການຢ່າງແຮງ“.

ບໍ່ພຽງແຕ່ຢູ່ ດ້າຍເຕິມ ເທົ່ານັ້ນ, ຫາກບັນດາຕາແສງ ທາມດົນ, ແທກຟູ໋, ແທກເກວີ໋ຍ ກໍ່ແມ່ນຕາແສງຊົນນະບົດໃໝ່, ອັນເປັນການພິສູດໃຫ້ເຫັນການປ່ຽນແປງໃໝ່ຢ່າງຕັ້ງໜ້າຢູ່ ໝີຊວຽນ, ເຊິ່ງແມ່ນເມືອງກ່ອນນີ້ບໍ່ດົນຍັງແມ່ນເຂດບ້ານນາທີ່ທຸກຍາກ, ຜະລິດກະສິກຳເປັນຕົ້ນ. ປະຈຸບັນ, ໝີຊວຽນພວມພະຍາຍາມເພື່ອກາຍເປັນເມືອງຊົນນະບົດໃໝ່ໃນປີ 2019.

ການປ່ຽນແປງໃໝ່ຢູ່ເຂດຊົນນະບົດແຂວງ ຊອກຈັກ - ảnh 3 ລ້ຽງງົວຢູ່ ແຂວງ ຊອກຈັງ (ພາບ:  japfavietnam.com)

ໄລ່ຮອດທ້າຍປີ 2016, ທົ່ວແຂວງ ຊອກຈັງ ມີ 21 ຕາແສງບັນລຸມາດຖານຊົນນະບົດໃໝ່. ແຂວງ ຊອກຈັງ ສູ້ຊົນເຖິງປີ 2020 ຈະມີ 2 ເມືອງ ແລະ 50% ຈຳນວນຕາແສງບັນລຸມາດຖານຊົນນະບົດໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ