ກາວທົນ - ໝູ່ບ້ານອາຊີບຜະລິດທູບລືຊື່ທີ່ສຸດຢູ່ ຮຶງອຽນ

(VOVWORLD) -ໂດຍຫ່າງຈາກ ຮ່າໂນ້ຍ ປະມານ 40 ກມ, ໝູ່ບ້ານ ທູບ ກາວທົນ, ຂຶ້ນກັບຕາແສງ ບາວເຄ, ນະຄອນ ຮຶງອຽນ, ແຂວງ ຮຶງອຽນ, ແມ່ນໜຶ່ງໃນບັນດາໝູ່ບ້ານຜະລິດທູບໃຫຍ່ທີ່ສຸດໃນທົ່ວປະເທ. ທູບຂອງ ກາວທົນ ມີຊື່ສຽງ ດ້ວຍຄຸນນະພາບ ແລະ ກິ່ນຫອມພິເສດ, ເຊິ່ງໄດ້ຮັບຄວາມນິຍົມຈາກຕະຫຼາດພາຍໃນ ແລະ ຕ່າງປະເທດ,  ແລະ ໄດ້ສົ່ງອອກໄປຍັງຫຼາຍປະເທດ.
ກາວທົນ - ໝູ່ບ້ານອາຊີບຜະລິດທູບລືຊື່ທີ່ສຸດຢູ່ ຮຶງອຽນ - ảnh 1 ກາວທົນ - ໝູ່ບ້ານອາຊີບຜະລິດທູບລືຊື່ທີ່ສຸດຢູ່ ຮຶງອຽນ

  ໝູ່ບ້ານ ກາວທົນ, ຕັ້ງຢູ່ຕິດກັບຄັນຄູຝັ່ງຊ້າຍແມ່ນ້ຳແດງ. ນີ້ໄດ້ຮັບຖືວ່າ ແມ່ນບ່ອນປະດິດອາຊີບຜະລິດທູບທີ່ເປັນມູນເຊື້ອມາແຕ່ດົນນານຂອງ ຫວຽດນາມ. ບັນດາຜູ້ມີອາຍຸສູງໃນໝູ່ບ້ານເລົ່າສູ່ຟັງວ່າ, ອາຊີບນີ້ໂດຍແມ່ເຖົ້າດ່າວທິເຄືອງ: ຊາວບ້ານກາວທົນ ສອນໃຫ້ປະຊາຊົນໃນໝູ່ບ້ານ. ແມ່ເຖົ້າໄດ້ຮັບການເຊີດຊູວ່າເປັນຜູ້ປະດິດອາຊີບຜະລິດທູບຂອງເຂດ ແລະ ປັດຈຸບັນພວມໄດ້ຮັບການບູຊາຢູ່ຫໍບູຊາຂອງວົງຕະກຸນ ດ່າວ, ໃນໝູ່ບ້ານ ກາວທົນ. ທ່ານ ຫງວຽນຍືແຄງ, ຮອງປະທານສະຫະສະມາຄົມໝູ່ບ້ານອາຊີບ ກາວທົນ, ໃຫ້ຮູ້ວ່າ:

        “ບັນດາຜູ້ມີອາຍຸສູງໃນໝູ່ບ້ານເລົ່າສູ່ຟັງວ່າ, ອາຊີບຜະລິດທູບຂອງບ້ານແມ່ນເລີ່ມມີມາແຕ່ສະຕະວັດທີ 18, ມາຮອດປັດຈຸບັນອາຊີບນີ້ໄດ້ຮັບການສືບທອດມາຫຼາຍຮຸ່ນຄົນແລ້ວ.ວັນບູຊາຜູ້ປະດິດສ້າງອາຊີບແມ່ນໃນວັນທີ 22/08 ຕາມຈັນທະປະຕິທິ, ເພາະວ່ານີ້ແມ່ນວັນທີ່ແມ່ເຖົ້າເຖິງແກ່ມໍລະນະກຳ, ສະນັ້ນຮອດວັນນີ້ທັງໝູ່ບ້ານກໍ່ໍ່ເຕົ້າໂຮມກັນຢູ່ຫໍບູຊາເພື່ອຈູມູບທຽນ ອາໄລຫາຜູ້ທີ່ໄດ້ນຳເອົາອາຊີບມາໃຫ້ບ້ານເກີດເມືອງນອນ, ສ້າງວຽກເຮັດງານທຳໃຫ້ຫຼາຍຮຸ່ນຄົນ “.

ກາວທົນ - ໝູ່ບ້ານອາຊີບຜະລິດທູບລືຊື່ທີ່ສຸດຢູ່ ຮຶງອຽນ - ảnh 2 ທ່ານ ຫງວຽນຍືແຄງ, ຮອງປະທານສະຫະສະມາຄົມໝູ່ບ້ານອາຊີບ ກາວທົນ

        ທູບຂອງໝູ່ບ້ານ ກາວທົນ ມີກິ່ນຫອມພິເສດ ເຊິ່ງບໍ່ເຄີຍມີຢູ່ໝູ່ບ້ານຜະລິດທູດໃດໃນທົ່ວປະເທດ. ທູບໄດ້ຮັບການຜະລິດຈາກຊາດໄມ້ ແລະ ຢາຈີນ. ສະນັ້ນເມື່ອຈູດທູບມັນຈະສົ່ງກິ່ນຫອມທຳມະຊາດ, ຊ່ວຍບັນເທົາຄວາມເຄັ່ງຕຶງ, ອິດເມື່ອຍ ແລະ ຮູ້ສຶກວ່າຈິດໃຈສະຫວາດສະເຫວີຍ. ທ່ານ ແຄງ ແບ່ງປັນວ່າ:

        “ຊາດໄມ້ທັງໝົດພວກຂ້າພະເຈົ້າຕ້ອງຊື້ມາຈາກປ່າຢູ່ບັນດາແຂວງຊາຍແດນ. ໃນຈຳນວນຢາ 36 ຊະນິດນັ້ນ, ອີງຕາມຕຳລາຢາທີ່ສືບທອດຈາກລຸ້ນກ່ອນ, ພວກຂ້າພະເຈົ້າຈະຊັ່ງຢາແຕ່ລະຊະນິດໃຫ້ສົມສ່ວນກັນເພື່ອຜະລິດເປັນທູບ“.

        ຊາວ ກາວທົນ ຍາມໃດກໍ່ຄິດວ່າ ປາຈີນ 36 ຊະນິດນັ້ນປຽບເໝືອນຈຸດຍອດຢ້ຽມຂອງດິນຟ້າທີ່ເຕົ້າໂຮມໃນທູບຫອມຂອງໝູ່ບ້ານ ກາວທົນ. ນີ້ແມ່ນ “ຈິດວີນຍານ“ ເຊິ່ງຊາວໝູ່ບ້ານ ກາວທົນ ໄດ້ຮັກສາໄວ້ມາເປັນເວລານັບຮ້ອຍປີ. ເພາະສະນັ້ນ, ບັນດາຕຳລາຢາ ແມ່ນບໍ່ໃຫ້ຄົນນອກວົງຕະກຸນສືບທອດຢ່າງເດັດຂາດ. ທ່ານ ຫງວຽນຍືແຄງ, ໃຫ້ຮູ້ຕື່ມອີກວ່າ:

        “ພວກຂ້າພະເຈົ້າພຽງແຕ່ແນະນຳດ້ານເຕັກນິກໃນການຜະລິດເທົ່ານັ້ນ, ສ່ວນຕຳລາຢາແມ່ນບໍ່ເຜີຍໃຫ້ລູກສາວ ແລະ ລູກເຂີຍໄດ້, ພຽງແຕ່ໃຫ້ລູກຊາຍ ແລະ ລູກໃຜ້ສືບທອດເທົ່ານັ້ນ. ແຕ່ລູກໃຜ້ຕ້ອງມີອາຍຸແຕ່ 50 ປີຂຶ້ນໄປຈຶ່ງຮູ້ຕຳລາຢາ“.

        ແຕ່ລະວົງຕະກຸນ, ຫຼືແຕ່ລະຄອບຄົວຢູ່ ກາວທົນ ກໍ່ມີຕຳລາຊາດໄມ້ສະເພາະຂອງຕົນເພື່ອສ້າງເປັນກິ່ນຫອມພິເສດສະເພາະໃຫ້ແຕ່ລະເຄື່ອງໝາຍທູບ. ທູບ ກາວທົນ ມີສາມປະເພດເປັນຕົ້ນຕໍຄືທູບວົງມົນ, ທູບຮູບຈວຍ, ທູບທຳມະດາ. ນອກນັ້ນຍັງມີທູບແຄະ, ທູບດຳອີກ.

        ອາຊີບຜະລິດທູບຢູ່ ກາວທົນ ແມ່ນເຄື່ອນໄຫວຕະຫຼອດປີ, ສາມາດແກ້ໄຂວຽກເຮັດງານທຳໃຫ້ຜູ້ອອກແຮງງານໃນໝູ່ບ້ານ ແລະ ບາງເຂດອ້ອມແອ້ມໄດ້ 600 ຄົນ. ອາຊີບນີ້ເຮັດບໍ່ຍາກ, ຜູ້ໃດກໍ່ສາມາດເຂົ້າຮ່ວມການຜະລິດໄດ້. ປະລິມານການຜະລິດທູບທັງໝູ່ບ້ານແມ່ນເກືອບ 10 ລ້ານ/ປີ.

ກາວທົນ ມີ 200 ກວ່າຄອບຄົວ, ໃນນັ້ນມີ 160 – 170 ຄອບຄົວຍັງຄົງຮັກສາອາຊີບທີ່ເປັນມູນເຊື້ອນີ້ໄວ້. ປັດຈຸບັນ, ເພື່ອຕອບສະໜອງຄວາມຕ້ອງການນັບມື້ນັບສູງຂອງຜູ້ບໍລິໂພກ, ອຸປະໂພກ. ທັງໝູ່ບ້ານຍາມໃດກໍ່ເອົາໃຈໃສ່ເຖິງການປ່ຽນແປງແບບ, ຍົກສູງຄຸນນະພາບ, ໂຄສະນາຜະລິດຕະພັນນັບມື້ນັບກວ້າງຂວາງ. ທ່ານ ຕ້າກວາງກີ໋, ເຈົ້າບ້ານ ກາວທົນ, ໃຫ້ຮູ້ວ່າ:

ຮຸ່ນໜຸ່ມໃນປະຈຸບັນຍັງຄົງຮັກສາໄວ້ຢ່າງສະໝ່ຳສະເໝີ, ສືບທອດຮຸ່ນພໍ່ຕໍ່ຮຸ່ນອ້າຍ ອາຊີບເຮັດທູບ. ບັນດາລູກຫຼານມີຄວາມສະຫຼາດກວ່າ, ພັດທະນາຢ່າງຄ່ອງແຄ້ວກວ່າ. ໃນເມື່ອກ່ອນບັນດາລຸງ, ປ້າເຮັດດ້ວຍມື, ປະຈຸບັນບັນດາລູກຫຼານໄດ້ນຳໃຊ້ເຄື່ອງຈັກເພື່ອຜະລິດ, ຜະລິດຕະພັນທີ່ເຮັດໃນມື້ໜຶ່ງ ອາດຈະເທົ່າກັບ 10 ມື້ທີ່ເຮັດດ້ວຍມື. ຄຸນນະພາບແມ່ນບໍ່ແຕກຕ່າງກັນ, ພຽງແຕ່ຂຶ້ນກັບຄວາມຕ້ອງການຂອງລູກຄ້າເທົ່ານັ້ນ. ລູກຄ້າຕ້ອງການປະເພດຫອມ, ປະເພດພໍດີ… ນາຍຊ່າງຮຸ່ນນໜຸ່ມຍັງສະດຸ້ງໄວກວ່າບັນດາປ້າ, ລຸງໃນເມື່ອກ່ອນ, ມີຄວາມໄຫວພິບໃນສັງຄົມ ສະນັ້ນຈຶ່ງມີການພົວພັນກັບລູກຄ້າຫຼາຍກວ່າ “

        ຍ້ອນມີຄຸນນະພາບດີ, ຮູບແບບສວຍງາມ, ທູບຫອມ ແລະ ພິເສດແມ່ນໄໝ້ສະເໝີກັນທີ່ສຸດ ສະນັ້ນທູບຫອມ ກາວທົນ ຈຶ່ງໄດ້ຮັບຄວາມນິຍົມຈາກຜູ້ຊົມໃຊ້, ການເຄື່ອນໄຫວຜະລິດໄດ້ດຳເນີນຕະຫຼອດປີ. ລູກຄ້າບໍ່ພຽງແຕ່ຢູ່ພາຍໃນແຂວງ, ນອກແຂວງເທົ່ານັ້ນ ຫາກບາງຄອບຄົວຍັງມີລູກຄ້າ ຢູ່ຕ່າງປະເທດອີກດ້ວຍ ເປັນຕົ້ນແມ່ນອິນເດຍ, ໄທ, ກຳປູເຈຍ, ເຢຍລະມັນ, ຝະລັ່ງ…

        ໂດຍແມ່ນບ້ານອາຊີບທີ່ມີມູນເຊື້ອມາແຕ່ດົນນານແລ້ວ, ສະນັ້ນ ໃນຊຸມປີມໍ່ໆມານີ້, ກາວທົນຍັງແມ່ນໜຶ່ງໃນບັນດາສະຖານທີ່ແດງໃນລາຍການທ່ອງທ່ຽວ ຢູ່ແຂວງຮຶງອຽນ. ຢູ່ທີ່ນີ້ ທຸກຄົນຈະໄດ້ເຂົ້າຮ່ວມການເຄື່ອນໄຫວຫຼາຍຢ່າງທີ່ຈັບອົກຈັບໃຈນີ້. ທ່ານ ຫງວຽນຍືແຄງ ໃຫ້ຮູ້ວ່າ:

        “ ຫວ່າງແລ້ວນີ້ ມີຄະນະນັກທ່ອງທ່ຽວອັງກິດ ມາຢ້ຽມຢາມ, ຂ້າພະເຈົ້າເອງແມ່ນຜູ້ໄດ້ພາເຂົາເຈົ້າໄປແນະນຳ ແລະ ຢ້ຽມຢາມບາງຄອບຄົວພາຍໃນເວລາ 2-3 ຊົ່ວໂມງ. ເຂົາເຈົ້າໄດ້ຊົມຂັ້ນຕອນການຜະລິດ, ໄດ້ເຂົ້າຮ່ວມການຜະລິດໂດຍກົງ ແລະ ຈູດທູບເອງ. ເຂົາເຈົ້າມັກຫຼາຍ.

        ມາຢ້ຽມຢາມ ກາວທົນ ໃນຊຸມວັນມີແສງແດດ, ນັກທ່ອງທ່ຽວຍັງໄດ້ເຫັນຮູບພາບເປັນເອກະລັກສະເພາະທີ່ສວຍງາມຂອງໝູ່ບ້ານຜະລິດທູບ. ທູບນັບພັນມັດທີ່ປະກອບດ້ວຍສອງສີ, ສີແດງ ແລະ ສີຂາວປຽບເໝືອດອກໄມ້ບານໃນແສງແດດທີ່ເຫຼືອງເຫຼື້ອມ, ພ້ອມກັບກິ່ນຢາຈີນທີ່ຫອມຫວນຕາມສາຍລົມ, ທ່າມກາງທັດສະນີຍະພາບສະຫງົບສຸກຂອງເຂດບ້ານນາ, ໄດ້ສ້າງຄວາມສະຫວາດສະເຫວີຍໃຫ້ແຕ່ລະຄົນ ເພື່ອຮັບຮູ້ບັນດາສິ່ງຈັບອົກຈັບໃຈຢູ່ທີ່ນີ້.

ຕອບກັບ

ຂ່າວ/ບົດ​ອື່ນ