ງານບຸນໝູ່ບ້ານໃນລະດູບານໃໝ່

(vovworld) - ໃນ​ວົງ​ຄະ​ນະ​ຍາດໝູ່​ບ້ານ, ຕາ​ແສງ ຫວຽດ​ນາມ, ງານ​ບຸນ​ໝູ່​ບ້ານ​ແມ່ນ​ຮູບ​ພາບ​ທີ່​ເປັນ​ສັນ​ຍາ​ລັກ​ຂອງ​ໝູ່​ບ້ານ ຫວຽດ​ນາມ ເພື່ອ​ແນ​ໃສ່​ຮັກ​ສາ​ເສີມ​ຂະ​ຫຍາຍ​ສ​ີ​ສັນ​ຊາດ, ສຶກ​ສາ​ລຸ້ນ​ໜຸ່ມຄິດ​ຮອດ​ຄິດ​ເຖິງ​ກົກ​ເຄົ້າ​ເຫງົ້າ​ກໍ, ບ້ານ​ເກີ​ດ​ເມືອງນອນ, ປະ​ເທດ​ຊາດ. ງານ​ບຸນ​ໝູ່​ບ້ານ​ເຄີຍ​​ຈັດ​ຕັ້ງ​ໃນ​ລະ​ດູ​ບານ​ໃໝ່, ເມື່ອ​ດິນ​ຟ້າ​ອາ​ກາດ​ເອື້ອ​ອຳ​ນວຍ​ຄວາມ​ສະ​ດວກ, ທຳ​ມະ​ຊາດ​ສົດ​ໃສ, ປະ​ຊາ​ຊົນ​ມີ​ຄວາມ​ປິ​ຕິ​ຊົມ​ຊື່ນ​. ບົດ​ຂຽນ “ງານ​ບຸນ​ໝູ່​ບ້ານ​ໃນ​ລະ​ດູ​ບານ​ໃໝ່” ຂອງ​ໂຕ​ຕ໋ວນ, ນັກ​ຂ່າວVOV.

ງານບຸນໝູ່ບ້ານໃນລະດູບານໃໝ່ - ảnh 1
ງານ​ບຸນ​ຢູ່​ວັດ​ເຮືອງ

        ໃນ​ໂອ​ກາ​ດ​ລ​ະ​ດູ​ບານ​ໃໝ່, ພາຍຫຼັງ​ຊຸມ​ວັນ​ບຸນ​ເຕັດ ທີ່ຟົດ​ຟື້ນມ່ວນ​ຊື່ນນັ້ນ, ໝູ່​ບ້ານ​ໃດ​ກໍ່​ຈັດ​ຕັ້ງ​ງານ​ບຸນ. ຕາມ​ປົກ​ກະ​ຕິ​ແລ້ວ, ໝູ່​ບ້ານ​ໃດ​ກໍ່​ບູ​ຊາ​ພະ​ອໍ​ລະ​ຫັນ​ອົງ​ໜຶ່ງ, ​ເຊິ່ງ​ແມ່ນ​ຜູ້​​ທີ່ມີ​ຄຸນ​ງາມ​ຄວາມ​ດີ​ໃນ​​ການ​ບຸກ​ເບີກ​ໜ້າ​ພຽງ, ນຳ​ຄວ​າມ​ສ​ະ​ຫງົ​ບ​ສຸກ, ມາ​ໃຫ້​ໝູ່​ບ້ານ. ມີບາງ​ອົງແມ່ນນາຍ​ພົນ​​ທີ່ມີ​ຄຸນ​ງາມ​ຄວາມ​ດີ​ໃນ​ການ​​ຂັບ​ໄລ່​ສັດ​ຕູ​ນຳ​ເອົາ​ຄວາມ​ສະ​ຫງົບ​ສຸກ​ໃຫ້​ແກ່​ໝູ່​ບ້ານ. ບາງ​ເທື່ອ​ພະ​ອໍ​ລະ​ຫັນ​ກໍ່​ແມ່ນ​ຜູ້​​ທີ່​ໄດ້ສ້າງ​ເປັນ​ອາ​ຊີບໃດ​ໜຶ່ງ​ໃຫ້​ໝູ່​ບ້ານ. ງານ​ບຸນ​ຂອງ​ໝູ່​ບ້ານ​ໄດ້​ຮັບ​ຖື​ວ່າ​ແມ່ນ​ຈຸດ​ເວ​ລາ​​ທີ່​ສ້າ​ງ​ຄວາມດຶງ​ດູດ​ທີ່​ສຸດ, ​ຟົດ​ຟື້ນ​ມ່ວນ​ຊື່ນ​ທີ່​ສຸດ ດ້ວຍ​ບັນ​ດາ​ພິ​ທີ​ການ​ທີ່​ເຄັ່ງ​ຂຶມ ແລະ ເຂັ້ມ​ຂົ້ນ​ໄປ​ດ້ວຍ​ສີ​ວັນ​ຂອງ​ຊາວ ຫວຽດ ຄື: ​ພິ​ທີບູ​ຊາ, ແຫ່​ຫວໍ, ພາຍຫຼັງ​ບັນ​ດາ​ພິ​ທີ​​ບູ​ຊາແມ່ນ​ງານ​ບຸນ​ດ້ວຍ​ບັນ​ດາ​ການ​ລະຫຼິ້ນ ແລະ ການ​ຂັບຮ້ອງ…

        ໃນ​ປະ​ຫວັດ​ສາດ​ມີ​ຫຼາຍງານ​ບຸນ​ໝູ່​ບ້ານ​ທີ່ລື​ຊື່ດ​້ວຍ​ການ​ເຫຼື້ອມ​ໃສ​ບູ​ຊາ​ອະ​ໄວ​ຍະ​ວະ​ສືບ​ພັນ, ທີ່​ມີ​ມາ​ກ່ອນນີ້​ເປັນ​ເວ​ລາຫຼາຍ​ສະຕະ​ວັດ​. ມີຫຼາຍ​ງານ​ບຸນ​ໝູ່​ບ້ານ​ທີ່ມີ​ຊື່​ສຽງ​ໃນ​ທົ່ວ​ປະ​ເທດ​ຄື: ງານ​ບຸນ​ວິ​ຫານ​ຮູ່ງ ຢູ່​ແຂວງ ຟູ໋​ເທາະ; ງານ​ບຸນ ໂກ໋​ລ​ວາ, ເລ້​ເມີດ, ຟູ່​ດົ໋ງ, ​ຂອງຮ່າ​ໂນ້ຍ; ງານ​ບຸນ ຫຼຽວ​ໂດຍ ຢູ່​ແຂວງ ​ນາມຮ່າ; ງານ​ບຸນ ດົ່ງ​ກີ້, ງານ​ບຸນ ລີມ ຢູ່​ແຂວງ ບັກ​ນີງ… ຕາ​ມກ​າ​ນ​ເວ​ລາ, ງານ​ບຸນ​​ໝູ່​ບ້ານ​ມີ​ທີ່​ຕັ້ງ​​ສຳ​ຄັນ​ໃນ​ຊີ​ວິດ​ການ​ເປັນ​ຢູ່, ກາຍ​ເປັນ​ການ​ເຄື່ອນ​ໄຫວວ​ັດ​ທ​ະ​ນະ​ທຳ​ພື້ນ​ເມືອງ, ແມ່ນ​ອາ​ຫານ​ດ້ານ​ຈິ​ດ​ໃຈ​ຂອງ​ປະ​ຊາ​ຊົນ​ຢູ່​ທຸກ​ໆ​ເຂດ​ບ້ານ​ນາ. ງານ​ບຸນ​ໝູ່​ບ້ານ​ແມ່ນ​ຮູບ​ພາບຫຍໍ້​ເຂົ້າຂອງໝູ່​ບ້ານ​, ຕາ​ແສງ​ເວົ້າ​ລວມ ແລະ ແຕ່​ລະ​ໝູ່​ບ້ານ, ຄຸ້ມ​ບ້ານ​ເວົ້າ​ສະ​ເພາະ.

        ກໍ່ເຊັ່ນ​ດຽ​ວ​​ກັບ​ບັນ​ດາ​ໝູ່​ບ້ານ​​ທີ່​ເປັນ​ມູນ​ເຊື້ອ ຫວຽດ​ນາມ, ປະ​ຊາ​ຊົນ​ໝູ່​ບ້ານ ຫວີງ​ເທື້ອງ, ຕາ​ແສງ ເຊີນ​ກົງ, ເມືອງ ອື໋ງ​ຮ່​ວາ, ​ຊານ​ນະ​ຄອນ ຮ່າ​ໂນ້ຍ ເຄີຍ​ຈັດ​ຕັ້ງ​ງານ​ບຸນ​ ໝູ່​ບ້ານ​ດ້​ວຍ​​ຂະ​ໜາດ​ໃຫຍ່. ສາ​ລາບ້ານ ຫ​ວີງ​ເທື້ອງ ບູ​ຊາ​ພະ​ອໍ​ລ​ະ​ຫັນ 5 ອົງ. ປະ​ຊາ​ຊົນ​ໃນ​ໝູ່​ບ້ານ​ໄດ້​ຈັດ​ຕັ້ງ​ງານ​ບຸນ​ດ້ວຍ​ຂະ​ໜາດ​ໃຫຍ່ 4 ປີ​ເທື່ອ​ໜຶ່ງ. ນີ້​ແມ່ນ​ໂອ​ກາດ​ເພື່ອ​ໃຫ້​ປະ​ຊາ​ຊົ​ນ​ທຸກໆ​ຄົນ​ສະ​ແດງ​ຄວາມ​ເຄົາ​ລົບ​ນັບ​ຖື​ລຸ້ນ​ກ່ອນ ທີ່​ມີ​ຄຸນ​ງາມ​ຄວາມ​ດີ​ຕໍ່​ປະ​ເທດ​ຊາດ ແລະ ຊ່ວຍ​ປະ​ຊາ​ຊົນ​ໃນ​ໝູ່​ບ້ານ. ທ່ານ ຫງວຽນ​ຫືວ​ເຈີມ, ສະ​ມາ​ຄົມ​ຜູ້​ອາ​ຍຸ​ສູງ​ຢູ່​ໝູ່​ບ້ານ ຫວີງ​ເທື້ອງ, ໃຫ້​ຮ​ູ້​ວ່າ:

        “ແຕ່​ລະ​ເທື່ອ​ເມື່ອເຂົ້າ​ຮ່ວມ​ງານ​ບຸນ​ຂ​້າ​ພະ​ເຈົ້າ​​ລ້ວນ​ແຕ່ຮູ້​ສຶກ​ເບີກ​ບານ​ມ່ວນ​ຊື່ນຫຼາຍ, ​ຍ້ອນເຫັນ​ລູກຫຼານ​ຂອງ​ຕົນ​ຈັດ​ຕັ້ງ​ງານ​ບຸນໄດ້​ດີ ແລະ ຮັກ​ສາ​ມູນ​ເຊື້ອ​ຂອງ​ລຸ້ນ​ກ່ອນ​ໄວ້​ຈົນເຖິງ​ປະ​ຈຸ​ບັນ. ​ມາ​ຮອດ​ປະ​ຈຸ​ບັນ, ຈຸດ​ດີ​ງາມນີ້ຍັງ​ຄົງ​ໄດ້​ຮັບ​ກາ​ນ​ຮັກ​ສາ​​ໄວ້ພາຍ​ໃຕ້​ຮູບ​​ການໃໝ່ ນັ້ນ​ແມ່ນ​ຄວາມ​ສາ​ມັກ​ຄີ​ຊ່ວຍ​ເຫຼືອ​ເຊິ່ງ​ກັນ​ ແລະ ກັນ​ໃນ​ການ​ອອກ​ແຮງ​ງານ ທຳ​ການ​ຜະ​ລິດ, ຮັກ​ສາ​ແບບ​ແຜນ​ດຳ​ລົງ​ຊີ​ວິດ​ຂອງຊົນ​ນະ​ບົດ​ໃໝ່, ເຮັດ​ໃຫ້​ປະ​ຊາ​ຊົນ​ຍິ່ງ​ມີ​ຄວາມ​ເບີກ​ບານ​ມ່ວນ​ຊື່ນ ​ເຂົ້າ​ຮ່ວມ​ການກໍ່​ສ​້າງ​ຊົນ​ນະ​ບົດ​ໃຫ້​ນັບ​ມື້​ນັບ​ດີງາມ​ກ່​ວາ​ເກົ່າ.”

ງານບຸນໝູ່ບ້ານໃນລະດູບານໃໝ່ - ảnh 2
ການ​ສະ​ແດງ​ຂັບ​ ກວານ​ເຮາະ ໃນ​ງານ​ບຸນ​ລີມ


       
ໃນ​ສຽງ​ກອງ​​ດັງ​ກ້ອງ​ກັ​ງ​ວານ​ໄປ​ທົ່ວ​ໝູ່​ບ້ານ, ​ປະ​ຊາ​ຊົນ​ພາ​ກັນ​ນຳ​ເອົາ​ເຄື່ອງ​ຂອງ​ບູ​ຊາ​ໄປ​ຍັງ​ສາ​ລາ​ບ້ານ​ເພື່ອເຂົ້າ​ຮ່ວມ​ພິ​ທີ​ບູ​ຊາ ແລະ ​ການ​ເຄື່ອນ​ໄຫວ​ລະຫຼິ້ນ​ຕ່າງໆຂອງ​ໝູ່​ບ້ານ. ເຖິງວ່າ​ນີ້​ແມ່ນ​ງານ​ບຸນ​ທີ່​ມີ​ລັກ​ສະ​ນະ​​ເຫຼື້ອມ​ໃສ​ກໍ່​ຕາມ, ແຕ່​ພັດ​ມີ​ຄວາມ​ໝາຍ​ສຶກ​ສາ​ສູງ​, ຜ່ານນັ້ນ​ໄດ້​ບອກ​ສອນ​​ໃຫ້​ຜູ້​ຄົນ​ທັງຫຼາຍມະ​ນຸດ​ປ​ະ​ລະ​ທຸກໆ​ສິ່ງ​ທີ່​ຊົ່ວ​ຮ້າຍ, ມ​ຸ່ງ​ໄປ​ເຖິງ​​ສີ່ງ​ທີ່​ດີ, ລົບ​ລ້າງ​ຄວາມຫງວມ​ເຫງົາ​ໃນ​ຊີ​ວິດ​ປະ​ຈຳ​ວັນ​ຢູ່, ພ້ອມ​ທັງ​ຕັກ​ເຕືອນ​ໃຫ້​ຕົນ​ເອງ ແລະ ບອກ​ສອນ​ໃຫ້​ລູກຫຼານ: ຮູ້ບ​ຸນ​ຄຸນ​ຂອງ​ບັນ​ພະ​ບຸ​ລຸດ, ຄິດ​ຮອດ​ຄິດ​ເຖິງ​ກົກ​ເ​ຄົ້າ​ເຫງົ້າ​ກໍ່, ບ້ານ​ເກີດ​ເມືອງນອນ, ມູ​ນ​ເຊື້ອ​ຂອງ​ຄອບ​ຄົວ, ວົງ​ຕະ​ກຸນ. ທ່ານ ໂດ໋ກວກ​ຮູ່ງ ​ດຳ​ລົງ​ຊີ​ວິດ​ຢູ່​ນະ​ຄອນ ໂຮ່​ຈີ​ມິນ ກັບ​ເມືອ​ເຂົ້າ​ຮ່ວມ​ງານ​ບຸນ​​ໝູ່​ບ້ານ​ໃຫ້​ຮູ້​ວ່າ:

        “ເພື່ອ​ຮັກ​ສາ​ມູນ​ເຊື້ອ​ຂອງ​ບ້ານ​ເກີດ​ເມືອງນອນ, ພວກ​ຂ້າ​ພະ​ເຈົ້າ​ໄດ້​ກັບ​ເມືອ​ເຂົ້າ​ຮ່ວມ​ງານ​ບຸນ​. ພໍ່​ແມ່​ປະ​ຊາ​ຊົນ​ກັບ​ເມືອ​ເຂົ້າ​ຮ່ວມ​ງານ​ບຸນ​ດ້ວຍ​ນ້ຳ​ໃຈ​ກະ​ຕື​ລື​ລົ້ນ​ກັ​ບ​ບ້ານ​ເກີດ​ເມືອງນອນ, ປະ​ກອບ​ສ່ວນ​ພ້ອມ​ກັບ​ໝູ່​ບ້ານກໍ່​ສ​້າງ​ເສັ້ນ​ທາງ, ສາ​ລາ, ວັດ, ຫໍ​ບູ​ຊາ​​… ພວກ​ຂ້າ​ພະ​ເຈົ້າ​ກັບ​ເມືອ​ເຂົ້າ​ຮ່ວມງ​ານ​ບຸນ​ໝູ່​ບ້ານ​ເປັນ​ຈຳ​ນວນຫຼວງຫຼາຍ, ພໍ່​ແມ່​ປະ​ຊາ​ຊົນ​ມີ​ຄວາມ​ເອກ​ອ້າງ​ທະ​ນົງ​ໃຈ​​ຕໍ່​ມູນ​ເຊື້ອ​ຂອງ​ບ້ານ​ເກີດ​ເມືອງນອນ, ​ເຂົາ​ເຈົ້າ​ໄດ້ປະ​ກອບ​​ສ່ວນທັງ​​ດ້ານຈິດໃຈ ແລະ ​ວັດ​ຖຸ​ໃຫ້​ແກ່​ບ້ານ​ເກີ​ດ​ເມືອງນອນ.”

        ໃນ​ໂອ​ກາດ​ງານ​ບຸນນີ້, ລູກຫຼານ​​ຈາກ​ທຸກ​ແຖບ​ຖິ່ນ​ຂອງ​ປະ​ເທດ​ຊາດ​, ມ​ີ​​ບາງ​ຄົນ​ອາ​ໄສ​ຢູ່​ຕ່າງ​ປະ​ເທດກໍ່​ໄດ້​ກັບ​ເມືອ​ເຂົ້າ​ຮ່ວມ​ງານ​ບຸນ. ອ້າຍ ຫວູ​ຫືວ​ຕຽບ, ປະ​ຈຸ​ບັນ​ພວມ​ທຳ​ມາ​ຫາ​ກິນ​ຢູ່ ຮູງ​ກາ​ຣີ ກັບ​ເມືອ​ເຂົ້າ​ຮ່ວມ​ງານ​ບຸນ​ໝູ່​ບ້ານ ໄດ້ແບ່ງ​ປັນ​ວ່າ:

        “ເຖິງວ່າ​ຍັງຄ້າງ​ຄາ​ກັບ​ວຽກ​ງານ​ຢູ່​ແຕ່ ຂ້າ​ພະ​ເຈົ້າ​​ກໍ່ຈັດ​ເວ​ລາ​ກັບ​ເມືອ​ເຂົ້າ​ຮ່ວມ​ງານ​ບຸນ​, ຍ້ອນ​ມ​ີ​ຄວາມ​ຄິດ​ຮອດ​ຄິ​ດ​ເຖິງ​ບ້າ​ນ​ເກີດ​ເມືອງນອນ. ໂດຍ​ແມ່ນລູກຫຼ​ານ​ຂອງ​​ໝູ່ບ້ານ​, ແຕ່​ລະ​ເທື່ອ​ເມື່ອມີ​ງານ​ບຸນ​ໝູ່​ບ້ານ ຂ້າ​ພະ​ເຈົ້າ​ກໍ່ລ້ວນ​ແຕ່​ຮູ້​ສຶກ​ສະ​ເທືອນ​ໃຈ. ໃນ​ໂອ​ກາດ​ງານ​ບຸນ, ຂ​້າ​ພະ​ເຈົ້າ​ກໍ່​ຮຽກ​ຮ້ອງ​​ໄທ​ບ້ານ​ດຽວ​ທີ່​ທຳ​ມາ​ຫາ​ກິ​ນ​ຢູ່​ແດນ​ໄກ​ພ້ອມ​ກັນ​ສະ​ໜັບ​ສະ​ໜູນ​ການກໍ່​ສ້າງບ້ານ​ເກີດ​ເມືອງນອນ”

        ຜ່ານ​​ປະ​ຫວັດ​ສາດ​ນັບ​ພັນ​ປີ, ງານ​ບຸນ​​ໝູ່​ບ້ານຍ​ັງ​ຄົງ​ສ້າງ​ຄວາມ​ດຶງ​ດູດ​​ຈັບ​ອົກ​ຈັບ​ໃຈ​ຢູ່. ຍ້ອນ​ວ່າ ງານ​ບຸນ​ໝູ່​ບ້ານ​ແມ່ນ​ຈຸດ​ດີ​ງາມຂອງວັດ​ທະ​ນະ​ທຳ ຫວຽດ​ນາມ, ແມ່ນ​ຂີດ​ໝາຍ​ຂອງ​ພື້ນ​ຖານ​ວັດ​ທະ​ນະ​ທຳ​ເຫຼື້ອມ​ໃສ, ເຄົາ​ລົບ​ດິນ​ຟ້າ, ຄິດ​ຮອດ​ຄິດ​ເຖິງ​ກົກ​ເຄົ້າ​ເຫງົ້າ​ກໍ່, ນັ້ນ​ກໍ່​ແມ່ນ​ບັນ​ດາ​ສິ່ງ​ທີ່​ຊາວ ຫວຽດ​ນາມ ຮັກ​ສາ ແລະ ເຄົາ​ລົບ​​ນັບ​ຖືທີ່​ສຸດ.


ຕອບກັບ

ຂ່າວ/ບົດ​ອື່ນ