ຈຸດຍອດຍິ່ງຂອງອາຊີບຊ່າງໄມ້ໝູ່ບ້ານຈ່າງເຊີນ

(VOVWORLD) - ໝູ່ບ້ານ ຈ່າງເຊີນ, ຕາແສງ ຈ່າງເຊີນ ເມືອງ ແທກເທິດ, ຮ່າໂນ້ຍ ແມ່ນໜຶ່ງໃນບັນດາໝູ່ບ້ານອາຊີບຊ່າງໄມ້ທີ່ມີມາແຕ່ດົນນານຂອງ ຫວຽດນາມ. ເຖິງວ່າໄດ້ຜ່ານການຜັນປ່ຽນຫຼາຍຢ່າງຂອງປະຫວັດສາດ, ອາຊີບຊ່າງໄມ້ຢູ່ ຈ່າງເຊີນ ກໍ່ບໍ່ຖືກເສື່ອມ ຫາຍໄປ, ຫາກນັບມື້ນັບໄດ້ຮັບການພັດທະນາ, ຜະລິດຕະພັນໄມ້ຂອງໝູ່ບ້ານອາຊີບນີ້ພວມຢືດຄອງບັນດາຕະຫຼາດໃຫຍ່ໃນທົ່ວປະເທດ.
ຈຸດຍອດຍິ່ງຂອງອາຊີບຊ່າງໄມ້ໝູ່ບ້ານຈ່າງເຊີນ - ảnh 1 ທ່ານ ຫງວຽນຂັກຕ໋ຽນ, ແມ່ນໜຶ່ງໃນບັນດານັກສິລະປະການຂອງໝູ່ບ້ານ ຈ່າງເຊີນ

ປັດຈຸບັນ, ປະຊາຊົນໃນໝູ່ບ້ານ, ບໍມີໃຜຮູ້ຈັກຢ່າງຊັດເຈນວ່າ, ອາຊີບຊ່າງໄມ້ ຈ່າງເຊີນ ແມ່ນມີມາແຕ່ເວລາໃດ ແລະ ໃຜເປັນກໍ່ປະດິດອາຊີບ, ເພາະວ່າໃນໝູ່ບ້ານມີສາລາຫຼາຍແຫ່ງ, ແຕ່ບໍ່ມີສາລາແຫ່ງໃດບູຊາອໍລະຫັນທີ່ເຮັດອາຊີບຊ່າງໄມ້ເທື່ອ. ຕາມເລື່ອງລາວທີ່ເລົ່າສືບກັນມາແລ້ວ, ອາຊີບຊ່າງໄມ້ ຈ່າງເຊີນ ແມ່ນມີມາແຕ່ສະໄໝເຈົ້າຊີວິດ ຮຸ່ງ. ເວລານັ້ນໃນໝູ່ບ້ານມີຊ່າງໄມ້ຫຼາຍຄົນຊຳນານງານທີ່ສຸດ, ດັ່ງນັ້ນພະເຈົ້າ ແທ໋ງຕານວຽນ ຈຶ່ງລົງພູ ເຊີນທ່ານ ຟໍ໋ກາເຊິ່ນ ພ້ອມກັບຊ່າງໄມ້ກຸ່ມໜຶ່ງໃນໝູ່ບ້ານຂຶ້ນພູເພື່ອສ້ອມແປງສາລາບູຮານໃຫ້ຄອບຄົວຕົນ. ແລະ ໃນສະຕະວັດທີ XVI, ມີນັກສິລະປະການຈຳນວນໜຶ່ງຂອງໝູ່ບ້ານໄດ້ຮັບຄຳເຊີນໄປຍັງປະເທດຈີນເພື່ອເຂົ້າຮ່ວມການກໍ່ສ້າງພະລາຊະວັງ, ສຸສານໃຫ້ລາຊະວົງ ໝິງ, ລາຊະວົງຊິງ.

   ຜະລິດຕະພັນຢູ່ໝູ່ບ້ານ ຈ່າງເຊີນ ແມ່ນອຸດົມສົມບຸນ, ແລະ ຫຼາຍຮູບຫຼາຍແບບທີ່ສຸດ, ເຊັ່ນ: ຕຽງ, ຕູ້, ວໍ, ແຜ່ນຄຳຜະຫຍາ, ບັນດາເຄື່ອງແກະຄວັດສະຫຼັກໃນສາລາ, ວັດ…. ຕະຫຼອດຮອດບັນດາເຄື່ອງໃຊ້ໃນຄອບຄົວອື່ນໆ. ຍັງມີຜະລິດຕະພັນທີ່ເປັນເອກະລັກສະເພາະໜຶ່ງອີກຂອງໝູ່ບ້ານຊ່າງໄມ້ ຈ່າງເຊີນ ທີ່ໄດ້ຮັບຄວາມນິຍົມຈາກນັກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດ, ນັ້ນແມ່ນແຜ່ນສະຫຼັກຊື່ຜູ້ທີ່ໄດ້ລ່ວງລັບໄປແລ້ວ. ນີ້ແມ່ນຜະລິດຕະພັນທີ່ຮຽກຮ້ອງຕ້ອງມີຄວາມລະອຽດລະອໍ. ທ່ານ ຫງວຽນຂັກຕ໋ຽນ, ແມ່ນໜຶ່ງໃນບັນດານັກສິລະປະການຂອງໝູ່ບ້ານ ຈ່າງເຊີນ, ໃຫ້ຮູ້ວ່າ:

    “ຢູ່ ຈ່າງເຊີນ, ການເຮັດເຮືອນໄມ້ບູຮານແມ່ນມີຊື່ສຽງໂດ່ງດັງທີ່ສຸດ. ສຳລັບເຮືອນບູຮານຢູ່ ຫວຽດນາມ, ຂ້າພະເຈົ້າສາມາດຕີລາຄາໄດ້ວ່າ, ເຮືອນໄມ້ບູຮານຢູ່ຈ່າງເຊີນ ແມ່ນງາມທີ່ສຸດ. ອາຊີບເຮັດເຮືອນໄມ້ບູຮານມີຄວາມໝາຍທາງດ້ານວັດທະນະທຳ, ແລະ ສຶກສາອົບຮົມສູງ. ເຮືອນແຕ່ລະຫຼັງຕ້ອງເຮັດໃນໄລຍະ 2 ປີຈຶ່ງສຳເລັດ. ກ່ອນນີ້ແຕ່ 10-15 ປີ, ຊ່າງໄມ້ຈ່າງເຊີນ ໄດ້ເຂົ້າຮ່ວມວຽກງານບຸລະນະປະຕິສັງຂອນບັນດາປູຊະນີຍະສະຖານທັງໝົດຢູ່ ຮ່າໂນ້ຍຄື: ວັນມ໋ຽວ - ກວົກຕືຢາມ, ວັດຮ່າ, ວັດສູຍ, ວິຫານແບກມ້າ (ມ້າສີຂາວ)“

ບັນດາຊ່າງໄມ້ ຈ່າງເຊີນ ໄດ້ແກະສະຫຼັກເປັນຜະລິດຕະພັນສິລະປະທີ່ເປັນເອກະລັກສະເພາະທີ່ສຸດຢູ່ ຫວຽດນາມ. ໃນຈຳນວນນັ້ນ, ພົ້ນເດັ່ນແມ່ນຮູບແກະ ລາຮ໋ານ ແລະ ບັນດາຮູບແກະພະພຸດ ຢູ່ເຂດປູຊະນີຍະສະຖານແຫ່ງຊາດພິເສດວັດ ໄຕເຟືອງ, ເມືອງ ແທກເທິດ, ຮ່າໂນ້ຍ. ນັກສິລະປະການ ຫງວຽນຂັກຕ໋ຽນ, ໃຫ້ຮູ້ຕື່ມີກວ່າ:

      “ວັດໄຕເຟືອງ ໂດຍຊ່າງໄມ້ ຈ່າງເຊີນ ເປັນຜູ້ເຮັດ, ບັນດາປາກກົບ, ແລະ ຂີ່ຢູ່ໃນວັດແມ່ນມີມາກ່ອນນີ້ 300 ປີ, ແຕ່ມາຮອດປັດຈຸບັນຍັງຄົງແຈບດີຄືເກົ່າ. ບັນດາຮູບແກະສະຫຼັກພະພຸດໃນວັດ ໄຕເຟືອງ ເບິ່ງຄືວ່າຮູບພະອົງແທ້ໆ. ເມື່ອເຫັນພະພຸດທະຮູບນັ້ນ, ເຂົາເຈົ້າຮູ້ສຶກຄືວ່າມີວີນຍານ. ເພື່ອແກະສະຫຼັກບັນດາພະພຸດທະຮູບຄືດັ່ງກ່າວນັ້ນ, ບາງເທື່ອຕ້ອງເສຍເວລາຕະຫຼອດຊີວິດຈຶ່ງເຮັດໄດ້. ປັດຈະບັນບໍ່ມີໃຜສາມາດເຮັດໄດ້ຄືແນວນັ້ນເທື່ອ“.

ໃນເມື່ອກ່ອນ, ຈ່າງເຊີນ ມີຊ່າງໄມ້ຫຼາຍຈຸ, ຈຸໃດກໍ່ຊຳນານງານ ແລະ ຫົວໜ້າຈຸເອີ້ນວ່າຊ່າງເອກ. ປັດຈຸບັນ, ຊ່າງໄມ້ຜູ້ມີຝີມືດີຢູ່ ຈ່າງເຊີດ ແມ່ນບໍ່ອຶດ, ທັງໝູ່ບ້ານມີນັກສິລະປະການ 6 ຄົນ ແລະ ຊ່າງໄມ້ທັງໝົດໃນໝູ່ບ້ານລ້ວນແຕ່ແມ່ນຜູ້ທີ່ມີຝີມືດີ. ນັກສິລະປະການ ຫງວຽນທືວ້ຽນ, ຜູ້ອາຍຸສູງໃນໝູ່ບ້ານເລົ່າສູ່ຟັງວ່າ:

    ຊ່າງໄມ້ຢູ່ ຈ່າງເຊີນ ແມ່ນເກັ່ງທີ່ສຸດ, ນັບແຕ່ດົນນານມາແລ້ວ, ເມື່ອເວົ້າເຖິງຊ່າງໄມ້ ຈ່າງເຊີນ ເຂົາເຈົ້າກໍ່ຮູ້ສຶກອູ່ນອ່ຽນໃຈແລ້ວ. ເພາະວ່າບັນດາຜະລິດຕະພັນໂດຍຊ່າງໄມ້ ຈ່າງເຊີນ ຜະລິດນັ້ນ ທັງລະອຽດລະອໍ, ແຍບຍົນ, ທັງສວຍງາມທີ່ສຸດ, ຈົນເມື່ອຢາກຜະລິດເຄື່ອງເຟີນີເຈີແບບດຽວຄືນໃໝ່ກໍ່ບໍ່ສາມາດເຮັດໄດ້“

ຈຸດຍອດຍິ່ງຂອງອາຊີບຊ່າງໄມ້ໝູ່ບ້ານຈ່າງເຊີນ - ảnh 2ນັກສິລະປະການ ຫງວຽນທືວ້ຽນ, ຜູ້ອາຍຸສູງໃນໝູ່ບ້ານ 

ເຄື່ອງເຟີນີເຈີຂອງ ຈ່າງເຊີນ ມີລັກສະນະພິເສດສະເພາະ ຍ້ອນ ລວດລາຍທັງແຍບຍົນສວຍງາມ, ທັງລະອຽດລະອໍ. ມີຫຼາຍຄົນໄດ້ມາຊື້ເຄື່ອງເຟີນີເຈີຢູ່ທີ່ນີ້. ອ້າຍຫງວຽນວັນວຽນ, ຊ່າງໄມ້ຜູ້ໜຶ່ງຢູ່ໝູ່ບ້ານ ຈ່າງເຊີນ, ໃຫ້ຮູ້ວ່າ:

        “ໝູ່ບ້ານ ຈ່າງເຊີນ ມີທ່າແຮງກ່ຽວກັບການເຂົ້າປາກກົບ. ເມື່ອທຽບໃສ່ບ່ອນອື່ນ, ການເຂົ້າປາກກົບຂອງໝູ່ບ້ານຂ້າພະເຈົ້າແມ່ນແຈບດີກວ່າໂດຍບໍ່ຕ້ອງການໃຊ້ເຫຼັກຕະປູ, ເປັນຕົ້ນແມ່ນໂຕະຕັ່ງ, ເຮືອນໄມ້… ປັດຈຸບັນ, ພວກຂ້າພະເຈົ້າຜະລິດສິນຄ້າສ່ວນຫຼາຍແມ່ນຕາມຄວາມຮຽກຮ້ອງຕ້ອງການຂອງລູກຄ້າ. ລູກຄ້າຂອງພວກຂ້າພະເຈົ້າແມ່ນຢູ່ທຸກແຂວງ, ນະຄອນໃນທົ່ວປະເທດ

ສະມາຄົມໝູ່ບ້ານອາຊີບຂອງ ຫວຽດນາມ ໄດ້ຮັບຮອງ ຈ່າງເຊີນ ເປັນ“ໝູ່ບ້ານອາຊີບທີ່ເປັນມູນເຊື້ອດີເດັ່ນຂອງ ຫວຽດນາມ“. ປັດຈຸບັນ, ຈ່າງເຊີນ ມີຮາກຖານຜະລິດ, ຄອບຄົວຜະລິດ, ດຳເນີນທຸລະກິດອາຊີບຊ່າງໄມ້ນັບຮ້ອຍແຫ່ງ. ຈ່າງເຊີນ ໄດ້ວາງແຜນຜັງເປັນໝູ່ບ້ານອາຊີບທີ່ເປັນມູນເຊື້ອ, ໃນນັ້ນມີບັນດາຮ້ານຊັບພະສິນຄ້າເຟີນີເຈີທີ່ມີຄຸນນະພາບສູງ. ມາຢ້ຽມຢາມໝູ່ບ້ານ ຈ່າງເຊີນ, ທ່ານຍັງຈະໄດ້ເຫັນບັນຍາກາດອອກແຮງງານທີ່ຫ້າວຫັນ, ອຶກກະທຶກຄຶກໂຄມຂອງໝູ່ບ້ານອາຊີບຊ່າງໄມ້ໜຶ່ງທີ່ມີຊື່ສຽງໂດ່ງດັງຂອງ ຫວຽດນາມອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ