ຊີວິດໃໝ່ຂອງປະຊາຊົນບ້ານ ດັ໊ກຣັງ ຢູ່ເສັ້ນທາງໂຮ່ຈີມິນ

(VOVWORLD) -ເສັ້ນທາງ ໂຮ່ຈີມິນ ໃນຍຸກສະໄໝຫັນປະເທດຊາດເປັນປະເທດອຸດສາຫະກຳ - ທັນສະໄໝ ລວງຍາວທັງໝົດກວ່າ 3.180 ກມ, ໃນນັ້ນມີຕອນໄປຜ່ານແຂວງ ກອນຕູມ, ມີລວງຍາວ 155 ກມ, ເຊິ່ງໄດ້ຮັບການລົງທຶນກໍ່ສ້າງນັບແຕ່ປີ 2000.
ຊີວິດໃໝ່ຂອງປະຊາຊົນບ້ານ ດັ໊ກຣັງ ຢູ່ເສັ້ນທາງໂຮ່ຈີມິນ - ảnh 1(ເສັ້ນທາງ ໂຮ່ຈີມິນ ມີຕອນໄປຜ່ານແຂວງ ກອນຕູມ)

ເສັ້ນທາງດັ່ງກ່າວໄດ້ຮັບການກໍ່ສ້າງສຳເລັດ ໄດ້ຊ່ວຍໃຫ້ພໍ່ແມ່ປະຊາຊົນຊາວເຜົ່າສ່ວນໜ້ອຍທີ່ດຳລົງຊີວິດລຽບຕາມເສັ້ນທາງນັບຮ້ອຍບ້ານຄ່ອຍໆປ່ຽນແປງຊີວິດການເປັນຢູ່. ໄປຢ້ຽມຢາມບ້ານ ດັ໊ກຣັງ, ຕາແສງ ດັ໊ກຢຸກ, ເມືອງ ຫງອັກໂຮ່ຍ, ແຂວງ ກອນຕູມ, ພວກເຮົາພ້ອມກັນຄົ້ນຫາການດຳລົງຊີວິດໃໝ່ຂອງປະຊາຊົນຢູ່ແຫ່ງນີ້ຜ່ານບົດຂຽນຂອງນັກຂ່າວ ຄວາດ່ຽມ, ດ້ວຍຫົວຂໍ້ວ່າ “ຊີວິດໃໝ່ຂອງປະຊາຊົນບ້ານ ດັ໊ກຣັງ ຢູ່ເສັ້ນທາງໂຮ່ຈີມິນ”.

        ວັນໃໝ່ຂອງກວ່າ 120 ຄອບຄົວຢູ່ ແຢ໋ຈຽງ, ບ້ານ ດັ໊ກຣັງ, ຕາແສງ ດັ໊ກຢຸກ, ເມືອງ ງອັກໂຮ່ຍ, ແຂວງກອນຕູມ ປົກກະຕິແມ່ນເລີ່ມຂຶ້ນແຕ່ເວລາ 2 ໂມງ 30 ນາທີຕອນເຊົ້າ. ວຽກງານຂຸດຄົ້ນຢາງພາລາ, ເຊິ່ງເຄີຍມີການເຂັ້ມງວດຕໍ່ເວລາ ໄດ້ຊ່ວຍໃຫ້ບັນດາຜູ້ອອກແຮງງານມີສະຕິຕໍ່ກົດລະບຽບສູງ. ອ້າຍ ອາແຮ໊ວ, ຊາວບ້ານ ດັ໊ກຣັງ ໃຫ້ຮູ້ວ່າ, ຊາວບ້ານເລີ່ມປູກຕົ້ນຢາງພາລາຫຼາຍແມ່ນນັບແຕ່ປີ 2003 ເປັນຕົ້ນໄປ, ເມື່ອລັດກໍ່ສ້າງເສັ້ນທາງ ໂຮ່ຈີມິນ ໄປຜ່ານບ້ານ. ມາຮອດປະຈຸບັນ, ຄອບຄົວໃດກໍ່ປູກຕົ້ນຢາງພາລາແຕ່ 5 ໄລ່ ຫາ 2 ເຮັກຕາ. ນອກນັ້ນ, ແຕ່ລະຄອບຄົວຍັງຮັບເໝົາຂຸດຄົ້ນຢາງພາລາແຕ່ 1 ຫາ 3 ເຮັກຕາຂອງນິຄົມກະເສດຢາງພາລາ ຢຸກນົງ. ຍອດລາຍຮັບຂອງຜູ້ອອກແຮງງານຄົນໜຶ່ງແມ່ນປະມານ 4 ລ້ານດົ່ງ/ເດືອນ. ຕາມອ້າຍ ອາ ແຮ໊ວ ແລ້ວ, ການຄົມມະນາຄົມສະດວກໄດ້ຊຸກຍູ້ການຜະລິດໃຫ້ພັດທະນາ.

        “ບັນດາຄອບຄົວໃນບ້ານມີຄວາມຫ້າວຫັນໃນການອອກແຮງງານທຳການຜະລິດ. ສະເພາະກ່ຽວກັບຢາງພາລາ, ພໍ່ແມ່ປະຊາຊົນໃນບ້ານໄດ້ຮັບການບຳລຸງສ້າງຢ່າງມີແບບມີແຜນກ່ຽວກັບການຂຸດຄົ້ນຢາງພາລາ. ນອກນັ້ນ, ບັນດາຄອບຄົວກໍ່ຫ້າວຫັນປູກຕົ້ນກາເຟ ແລະ ຂະຫຍາຍເນື້ອທີ່ປູກນັບມື້ນັບຫຼາຍຂຶ້ນ, ເປີດກວ້າງ. ສຳລັບການປູກເຂົ້າ, ພໍ່ແມ່ປະຊາຊົນກໍ່ຊອກຫາວິທີເພື່ອໃຫ້ບັນລຸສະມັດຕະພາບສູງກວ່າ.”

        ກ່ອນປີ 2003, ເມື່ອເສັ້ນທາງໂຮ່ຈີມິນ ຍັງບໍ່ທັນໄດ້ຮັບການລົງທຶນກໍ່ສ້າງ, ເຖິງວ່າ ບ້ານດັ໊ກຣັງ ພຽງຫ່າງຈາກໃຈກາງເມືອງ ຫງອັກໂຮ່ຍ ກວ່າ 16 ກມ ເທົ່ານັ້ນ, ແຕ່ປະຊາຊົນຕ້ອງເສຍເວລາເກືອບເຄິ່ງມື້ຈຶ່ງໄປຮອດ ຍ້ອນ່າບໍ່ມີທາງລົດ. ຜະລິດຕະພັນກະເສດທີ່ຜະລິດອອກມາພໍ່ຄ້າຊາວຂາຍຊື້ດ້ວຍລາຄາຕ່ຳ ຍ້ອນການຂົນສົ່ງປະສົບກັບຄວາມຫຍຸ້ງຍາກ. ເຈົ້າກົກເຈົ້າເຫຼົ່າ ອາ ບຣໍ ແວ້, ເຫຼົ່າຄືນຊີວິດຕອນທີ່ຍັງບໍ່ທັນກໍ່ສ້າງເສັ້ນທາງ, ຕອນນັ້ນຊາວບ້ານ ດັ໊ກຣັງ ຂາດເຂີນຫຼາຍຢ່າງ.

        “ກ່ອນນີ້ການໄປມາປະສົບກັບຄວາມຫຍຸ້ງຍາກທີ່ສຸດ. ຄາວນັ້ນຕ້ອງໄດ້ຂ້າມປ່າ, ຂ້າມພູ ຍ້ອນບໍ່ມີທາງໄປ. ຖ້າເຈັບເປັນກໍ່ບໍ່ມີຢຸກຢາຍ້ອນທາງໄປຫຍຸ້ງຍາກ. ຕ້ອງໄດ້ຫາມ, ເຈ່ຍກັນໄປຈຶ່ງໄປຮອດສຸກສາລາ. ມີບາງຄົນບໍ່ມີໃຜຫາມ, ເຈ່ຍກໍ່ໄປບໍ່ໄດ້. ມາຮອດປະຈຸບັນແມ່ນມີຄວາມສະດວກສະບາຍແລ້ວ, ເສັ້ນທາງ, ຂົວ, ຄອງເໝືອງ, ໄຟຟ້າ ແມ່ນສະດວກສະບາຍ, ດີໃຈຫຼາຍ.”

        ຍ້ອນມີເສັ້ນທາງໂຮ່ຈີມິນ, ຂຶ້ນໄປທາງທິດເໜືອແມ່ນຈະຮອດແຂວງກວາງນາມ, ນະຄອນດ່ານັ້ງ. ລົງໄປທາງທິດໃຕ້ແມ່ນຈະຮອດແຂວງ ກອນຕູມ ເຊື່ອມຕໍ່ກັບບັນດາແຂວງ ໄຕງວຽນ. ປະຈຸບັນ, ບ້ານດັ໊ກຣັງ ກໍ່ຄືຮ້ອຍໆບ້ານຂອງຊາວເຜົ່າສ່ວນໜ້ອຍອື່ນທີ່ພວມດຳລົງຊີວິດຢູ່ລຽບຕາມເສັ້ນທາງໂຮ່ຈີມິນ ຕອນໄປຜ່ານແຂວງ ກອນຕູມ ມີກາລະໂອກາດເພື່ອພັດທະນາຢ່າງກະໂດດຂັ້ນ.

        ປະຈຸບັນຢູ່ບ້ານ ດັ໊ກຣັງ, ການຜະລິດອອກຜະລິດຕະພັນກະເສດໄດ້ເທົ່າໃດກໍ່ຈຳໜ່າຍໝົດເທົ່ານັ້ນ, ອັນໄດ້ສົ່ງເສີມໃຫ້ປະຊາຊົນແຂ່ງຂັນກັນອອກແຮງງານທຳການຜະລິດ. ໃນບ້ານມີຫຼາຍຄອບຄົວ, ຄືຄອບຄົວຂອງອ້າຍ ຊຽງລັງໂລະ, ອາລານ, ຊຽງລັງລິ໊ວ… ມີລາຍຮັບນັບເຖິງຮ້ອຍລ້ານດົ່ງ/ປີ ຈາກການປູກຕົ້ນຢາງພາລາ, ກາເຟ, ມັນຕົ້ນ. ປະຈຸບັນ, ທົ່ວບ້ານຍັງເຫຼືອພຽງແຕ່ 5 ຄອບຄົວເທົ່ານັ້ນທີ່ແມ່ນຄອບຄົວທຸກຍາກ ຍ້ອນເຈັບເປັນ, ເຖົ້າແກ່ຢູ່ໂດດດຽວ, ສິ່ງພິເສດແມ່ນ, ຢູ່ດັ໊ກຣັງ ມີສະມາຊິກພັກ 22 ຄົນ ແລະ ສະມາຊິກຊາວໜຸ່ມ 35 ຄົນລ້ວນແຕ່ມີການດຳລົງຊີວິດປານກາງຂຶ້ນໄປ ເມື່ອທຽບໃສ່ບັນດາຄອບຄົວອື່ນໃນບ້ານ. ເອື້ອຍ ອີ ອູມ ຈູ໊ກ, ເລຂາໜ່ວຍພັກ, ໃຫ້ຮູ້ວ່າ.

        “ສະມາຊິກພັກທູກຄົນໄດ້ນຳໜ້າໃນການພັດທະນາເສດຖະກິດຄອບຄົວ ແລະ ນຳໃຊ້ວິທະຍາສາດເຕັກນິກ, ເອົາໃຈໃສ່ເຖິງວຽກງານສັງຄົມ. ຕາມການສັງເກດຂອງຂ້າພະເຈົ້າ , ຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນໃນບ້ານໄດ້ຮັບການພັດທະນາຢ່າງແຮງ. ເສດຖະກິດ, ສັງຄົມມີການພັດທະນາໄປພ້ອມໆກັນ”.

        ເສດຖະກິດໄດ້ຮັບການພັດທະນາ, ປະຊາຊົນມີຊີວິດທີ່ອີ່ມໜຳສຳລານ, ຊາວບ້ານ ດັ໊ກຣັງ ມີເງື່ອນໄຂເອົາໃຈໃສ່, ເບິ່ງແຍງດູແລຊີວິດວັດທະນະທຳທາງດ້ານຈິດໃຈ ຫຼາຍກວ່າ. ພ້ອມກັບບັນດາເຄື່ອງໃຊ້ທີ່ທັນສະໄໝເຊິ່ງຄອບຄົວໃດກໍ່ມີ, ປະຊາຊົນໃນບ້ານໄດ້ບອກກັນພ້ອມກັນອະນຸລັກຮັກສາວັດທະນະທຳທີ່ເປັນມູນເຊື້ອເຊິ່ງປູ່ຍ່າຕາຍາຍ, ບັນພະບຸລຸດປະໄວ້ໃຫ້. ເຮືອນ ຣົງ, ທິມຕີຄ້ອງ, ຟ້ອນ ຊວາງ, ລະບົບງານບຸນຂອງຊາວ ແຢ໋ ຈຽງ… ໄດ້ຮັບການອະນຸລັກຮັກສາໄວ້ເກືອບເໝືອນເດີມ. ຍ້ອນເຫດນັ້ນ, ປະຈຸບັນ ດັ໊ກຣັງ ໄດ້ກາຍເປັນສະຖານທີ່ທ່ອງທ່ຽວຂອງນັກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດ ເມື່ອມາຊອກຮູ້ວັດທະນະທຳຂອງຊາວເຜົ່າ ແຢ໋ ຈຽງ ຢູ່ແຂວງກວນຕູມ. ທ່ານ ຮຽງນັງທວ້ນ, ປະທານຄະນະກຳມະການປະຊາຊົນຕາແສງ ດັ໊ກຢຸກ, ເມືອງ ງອັກໂຮ່ຍ, ໃຫ້ຮູ້ວ່າ ເສັ້ນທາງໂຮ່ຈີມິນ ເຊິ່ງພັກ ແລະ ລັດເອົາໃຈໃສ່ລົງທຶນກໍ່ສ້າງ ໄປຜ່ານບໍລິເວນຕາແສງ ໄດ້ຊ່ວຍໃຫ້ປະຊາຊົນຂອງ 11 ບ້ານໃນຕາແສງປ່ຽນແປງຊີວິດການເປັນຢູ່.

        “ເມື່ອມີເສັ້ນທາງໂຮ່ຈີມິນ ໄປຜ່ານເຂດ ໄຕງວຽນ, ໃນນັ້ນໄປຜ່ານຕາແສງ ດັ໊ກຢຸກ ໄດ້ສ້າງເງື່ອນໄຂຫຼາຍຢ່າງໃຫ້ພໍ່ແມ່ປະຊາຊົນໃນການພັດທະນາເສດຖະກິດ, ສັງຄົມ ກໍຄືການປ້ອງກັນຊາດປ້ອງກັນຄວາມສະຫງົບ. ການແລກປ່ຽນສິນຄ້າຂອງພໍ່ແມ່ປະຊາຊົນແມ່ນມີຄວາມສະດວກສະບາຍຫຼາຍ. ບັນດາພໍ່ຄ້າຊາວຂາຍສາມາດເຂົ້າເຖິງບ້ານແລກປ່ຽນສິນຄ້າໄດ້. ຈາກນັ້ນ, ໄດ້ຍົກສູງຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນ”.

        ບາງຕອນຂອງເສັ້ນທາງໂຮ່ຈີມິນ ໄປຜ່ານເມືອງ ດັ໊ກ ກເລ ແລະ ງອັກໂຮ່ຍ ໄດ້ຮັບການກໍ່ສ້າງໃນເສັ້ນທາງ ເຈື່ອງເຊີນ ແຫ່ງເທບນິຍາຍໃນເມື່ອກ່ອນນັ້ນ ໄດ້ຊ່ວຍໃຫ້ແຂວງ ກອນຕູມ ໄດ້ເຊື່ອມຕໍ່ກັບບັນດາເຂດເສດຖະກິດຈຸດສູມຂອງປະເທດຊາດຢ່າງສະດວກສະບາຍ. ເສັ້ນທາງກໍ່ແມ່ນກຳລັງໜູນ, ສ້າງເງື່ອນໄຂໃຫ້ປະຊາຊົນນັບຮ້ອຍບ້ານທີ່ດຳລົງຊີວິດຢູ່ລຽບເສັ້ນທາງ ມີກາລະໂອກາດຫຼຸດພົ້ນອອກຈາກຄວາມທຸກຍາກແບບຍືນຍົງ ແລະ ບືນຕົວຂຶ້ນສ້າງຄວາມຮັ່ງມີ.

ຕອບກັບ

ຂ່າວ/ບົດ​ອື່ນ