ຊາວກະສິກອນສ້າງລາຍຮັບສູງຈາກການປູກມອນລ້ຽງມ້ອນ

(VOVWORLD) -ເມືອງພູດອຍ ດຶກລິງ ແຂວງ ບີ່ງທ້ວນ ພວມສົ່ງເສີມຊາວກະສິກອນພັດທະນາຮູບແບບການປູກມອນລ້ຽງມ້ອນ ຕາມເຕັກນິກ ແລະ ແນວພັນໃຫມ່. ປະສິດທິຜົນທາງດ້ານເສດຖະກິດໄດ້ຮັບການຕີລາຄາສູງທົບສາມເທົ່າເມື່ອທຽບໃສ່ການປູກຜັກພືດແບບດັ້ງເດີມ, ພວມຊ່ວຍຊາວກະສິກອນຢູ່ທີ່ນີ້ມີຊີວິດອີ່ມໜຳສຳລານກວ່າ.

ຊາວກະສິກອນສ້າງລາຍຮັບສູງຈາກການປູກມອນລ້ຽງມ້ອນ - ảnh 1 ແຕ່ລະປີ ຄອບຄົວທ່ານ ໂຮ່ຢວານຮຸ່ງສ້າງລາຍຮັບໄດ້ 120 ລ້ານດົງຈາກການປູກມອນລ້ຽງມ້ອນ

ທ່ານ ໂຮ່ຢວານຮຸ່ງ ແມ່ນຫນຶ່ງໃນບັນດາຊາວກະສິກອນມີຄວາມຕັ້ງຫນ້າໃນການຫັນປ່ຽນອົງປະກອບການປູກຝັງຕາມທິດປະສິດທິຜົນ ຢູ່ ຕາແສງ ຊຸ່ງເຍີນ ເມືອງ ດຶກລີງ ແຂວງ ບີງທ້ວນ. ເດືອນເມສາປີກາຍນີ້ ພາຍຫລັງຢ້ຽມຢາມເຂດປູກມອນຢູ່ ເມືອງ ບ໋າວໂລກ ແຂວງ ເລີມດົງ, ທ່ານ ຮຸ່ງ ໄດ້ຕັດສິນໃຈ ຫັນເນື້ອທີ່ດິນປູກຜັກພືດປະຈຸບັນ ມາປູກມອນລ້ຽງມ້ອນ. ດ້ວຍແນວພັນມອນໃຫມ່ F7, ພຽງແຕ່ປູກໃນເວລາ 4 ເດືອນ, ຕົ້ນມອນໄດ້ອອກໃບຂຽວອຸ່ມທຸ່ມແລ້ວ, ຄອບຄົວທ່ານ ເລີ່ມຊື້ແນວພັນມ້ອນມາລ້ຽງ. ຜ່ານຫັນປ່ຽນການປູກຝັງມາເປັນເວລາ 1 ປີ, ທ່ານ ຮຸ່ງ ໄດ້ເຫັນວ່າ ບັນລຸປະສິດທິຜົນຢ່າງເຫັນໄດ້ຊັດ. ໃນເນື້ອທີ່ດິນດຽວກັນ ແຕ່ລາຍຮັບຈາກການປູກມອນລ້ຽງມ້ອນແມ່ນສູງກວ່າລາຍຮັບຈາກການປູກຜັກພືດປະເພດອື່ນ. ທ່ານ ຮຸ່ງ ໃຫ້ຮູ້ວ່າ:

“ການປູກມອນໃນເນື້ອທີ່ 1 ເຮັກຕາ ສະເລ່ຍສາມາດລ້ຽງມ້ອນໄດ້ 5 ລຸ້ນ ແລະ ລາຍຮັບເກັບມາໄດ້ ປະມານ 200 ລ້ານດົງ. ຫັກລາຍຈ່າຍອອກແລ້ວ ໄດ້ກຳໄລ ແມ່ນ 120 ລ້ານດົງ.”

ເມື່ອເຫັນວ່າ ລາຍຮັບຈາກອາຊີບໃຫມ່ແມ່ນສູງທົບ 3 ເທົ່າເມື່ອທຽບໃສ່ການປູກຜັກພືດ, ຊາວກະສິກອນຈຳນວນຫນຶ່ງ ຢູ່ ຕາແສງ ຊຸ່ງເຍີນ ໄດ້ມີຄວາມກ້າຫານເດີນຕາມອາຊີບໃຫມ່. ໃນເນື້ອທີ່ປູກຜັກພືດກ່ອນນີ້ ອ້າຍ ຟານງອກອຸດ ໄດ້ດຳເນີນການດັດແປງເນື້ອທີ່ 4000 ຕາແມັດ ເພື່ອປູກມອນ. ຫວ່າງແລ້ວນີ້ ອ້າຍ ໄດ້ລ້ຽງທົດລອງແນວພັນມ້ອນ 1 ຫີບ. ໃນຮອບເວລາ 13 ວັນ, ມ້ອນໃຫ້ປໍ້ເກືອບ 45 ກິໂລກຼາມທີ່ມີຄຸນນະພາບດີ, ຂາຍດ້ວຍລາຄາ 182.000/ກິໂລກຼາມ, ຄອບຄົວອ້າຍເກັບເງິນມາໄດ້ກວ່າ 8 ລ້ານດົງ. ຄວາມຫຍຸ້ງຍາກລຳບາກພຽງແຕ່ໃນເວລາສອງສາມມື້ເທົ່ານັ້ນ  ແຕ່ລາຍຮັບທີ່ອ້າຍອຸດເກັບມາໄດ້ແມ່ນສູງກວ່າຫລາຍເມື່ອທຽບໃສ່ການປູກສາລີ ແລະ ຖົ່ວເຫລືອງ, ສະນັ້ນ ອ້າຍຄາດວ່າຈະເປີດກວ້າງເນື້ອທີ່ປູກມອນຕື່ມອີກ.

“ກ່ອນນີ້ ເນື້ອທີ່ດິນຂອງຕົນແມ່ນປູກສາລີ ແລະ ຖົ່ວເຫລືອງ. ຫາກໍ່ຫັນປ່ຽນມາປູກມອນໄດ້ສອງສາມເດືອນ, ແຕ່ຂ້າພະເຈົ້າເຫັນວ່າມີປະສິດທິຜົນສູງທີ່ສຸດ ສະນັ້ນ ຂ້າພະເຈົ້າຈະສືບຕໍ່ເປີດກວ້າງເນື້ອທີ່ດິນປະມານ 2000-3000 ຕາແມັດຕື່ມອີກ.”

ຢືນຢູ່ແຄມແມ່ນ້ຳ ລາງາ, ທ່ານ ເຈືອງກວາງເດນ, ຫົວຫນ້າຫ້ອງການກະສິກຳ ເມືອງດຶກລິງ ເລົ່າສູ່ຟັງວ່າ ກ່ອນນີ້ ດຶກລິງ ກໍ່ແມ່ນເຂດຈຸດສຸມໃນການປູກມອນ. ຄາວນັ້ນ ເມືອງໄດ້ມີສະຫະກອນພັດທະນາການປູກມອນລ້ຽງມ້ອນ. ເຖິງຢ່າງໃດກໍຕາມ ພາຍຫລັງ ການປູກມອນ ບໍ່ໄດ້ປະສິດທິຜົນ ແລະ ສະຫະກອນປູກມອນລ້ຽງມ້ອນ ກໍ່ຖືກຍຸບເລີກໃນທົດສະວັດ1990.

ຫວ່າງແລ້ວນີ້ ດ້ວຍແນວພັນຕົ້ນມອນ ແລະ  ມ້ອນຊະນິດໃຫມ່ ພ້ອມກັບເຕັກນິກການລ້ຽງທີ່ທັນສະໄຫມ, ອາຊີບ ປູກມອນລ້ຽງມ້ອນ ພວມມີກາລະໂອກາດພັດທະນາ. ແນວພັນມອນຊະນິດໃຫມ່ໄດ້ໃຫ້ໃບມອນຫລາຍ, ແນວພັນມ້ອນຊະນິດໃຫມ່ກໍ່ບໍ່ເປັນໂລກລະບາດພໍປານໃດ, ລ້ຽງງ່າຍ ແລະ ໃຫ້ປໍ້ມີຄຸນນະພາບສູງກວ່າເມື່ອທຽບໃສ່ແນວພັນດັ້ງເດີມ. ບວກກັບວິທີປູກມອນແບບໃຫມ່,  ເລື່ອງການເກືອ ແລະ ເຮັດອະນາໄມໃຫ້ມ້ອນ  ແມ່ນມີຄວາມສະດວກກວ່າ, ປະຢັດເວລາໃນການບົວລະບັດ, ສະນັ້ນ ຈຶ່ງໃຫ້ປະສິດທິຜົນສູງທີ່ສຸດ.

ຊາວກະສິກອນສ້າງລາຍຮັບສູງຈາກການປູກມອນລ້ຽງມ້ອນ - ảnh 2ເມືອງດຶກລິງ ພວມຫັນປ່ຽນການປູກຝັງທີ່ບໍ່ໄດ້ຮັບຜົນດີມາປູກມອນລ້ຽງມ້ອນ

ບົນຈິດໃຈກຳນົດທິດຫັນປ່ຽນອົງປະກອບຜົນລະປູກ, ສ້າງອົງປະກອບຂະແຫນງກະສິກຳຄືນໃຫມ່ເພື່ອນຳລະບົບມູນຄ່າສິນຄ້າເພີ່ມຂຶ້ນ, ສ້າງຄວາມສະດວກໃຫ້ປະຊາຊົນໃນເນື້ອທີ່ດິນ, ຫວ່າງແລ້ວນີ້ ເມືອງ ດຶກລີງ ໄດ້ສົ່ງເສີມຊາວກະສິກອນ ຢູ່ ຕາແສງ ຊຸ່ງເຍີນ ນຳຫນ້າພັດທະນາຮູບແບບ, ຫລັງຈາກນັ້ນ ຈະທະວີຄູນໄປອອກກວ້າງໃນທົ່ວເມືອງ. ໃນນັ້ນ ເລື່ອງຮ່ວມສຳພັນກັບວິສາຫະກິດ, ຮັບປະກັນສົ້ນອອກໃຫ້ຊາວກະສິກອນ ແມ່ນບັນຫາຫລັກແຫລ່ງ. ທ່ານ ເຈືອງເດນ ໃຫ້ຮູ້ວ່າ:

“ພ້ອມກັບການພັດທະນາເນື້ອທີ່ດິນ, ພວກຂ້າພະເຈົ້າໄດ້ສ້າງລະບົບຮ່ວມສຳພັນ, ຊອກຫາວິສາຫະກິດ ເພື່ອພ້ອມກັນລົງທຶນຈຳຫນ່າຍຜະລິດຕະພັນໃຫ້ຜູ້ປູກມອນລ້ຽງມ້ອນໃນປະຈຸບັນ. ບົນຈິດໃຈນັ້ນ ຂະແຫນງກະສິກຳ ມີຄວາມເອົາໃຈໃສ່ທີ່ສຸດ ພ້ອມກັນຂົນຂວາຍດຶງດູດວິສາຫະກິດ ແລະຊາວກະສິກອນສ້າງສາຍຮ່ວມສຳພັນລະບົບມູນຄ່ານີ້ໃຫ້ນັບມື້ນັບພັດທະນາກວ່າ.”

ມາຮອດປະຈຸບັນ ເຂດດິນແດນ ຊຸ່ງເຍີນ ເມືອງ ດຶກລີງ ໄດ້ມີ 16 ຄອບຄົວຊາວກະສິກອນປູກມອນລ້ຽງມ້ອນ ດ້ວຍເນື້ອທີ່ປະມານ 10 ເຮັກຕາ. ໄລຍະຜ່ານມາ ຄ່າເກັບຊື້ປໍ້ມ້ອນມີຄວາມເປັນປົກກະຕິ ແຕ່ 150.000 – 180.000 ດົງ/ກິໂລກາມ. ໃນປີຫນຶ່ງ ແຕ່ລະເຮັກຕາມອນສາມາດລ້ຽງມ້ອນໄດ້ປະມານ 20 ຫີບ, ປໍ້ມ້ອນໄດ້ປະມານ 1 ໂຕນ. ຫັກລາຍຈ່າຍອອກໝົດແລ້ວ, ຊາວກະສິກອນສາມາດສ້າງລາຍຮັບໄດ້ກວ່າ 100 ລ້ານດົງ. ຮູບແບບມີປະສິດທິຜົນນີ້ພວມນຳມາເຊິ່ງແຫລ່ງລາຍຮັບສູງໃຫ້ແກ່ຊາວກະສິກອນຢູ່ເຂດພູດອຍເມືອງ ດຶກລີງ ແຂວງ ບີງທ້ວນ.

ຕອບກັບ

ຂ່າວ/ບົດ​ອື່ນ