ຊາວກະສິກອນເຂດທົ່ງພຽງແມ່ນ້ຳຂອງຮັບມືກັບສະພາບບໍ່ມີນ້ຳແກ່ງ

(vovworld) - ໃນ​ຊຸມ​ປີມໍ່ໆ​ມານີ້, ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ ບໍ່​​ເຄີຍມີ​ນ້ຳ​ຖ້​ວມ​ຂະ​ໜາດ​ໃຫຍ່, ຊີ​ວິດ​ການ​ເປັນ​ຢູ່, ການ​ຜະ​ລິດ​ຂອງ​ຊາວ​ກະ​ສິ​ກອນ​ໃນ​ເຂກ​ທີ່​ຖືກ​ຜົນ​ສະ​ທ້ອນ​ຢ່າງ​ໜັກ​ໜ່​ວງ​​ຍ້ອນ​ໄພ​ແຫ້ງ​ແລ້ງ​, ​ແຫຼ່ງ​ລາຍ​ຮັບ​ຈາກ​ສິນ​ໃນ​ນ້ຳຖືກ​ຫລຸດ​ລົງ, ດິນ​​ກໍ່​ບໍ່​ຈະ​ເລີນ​ພັນ​ອີກ, ຂາດ​ນ້ຳ​ໃນ​ລະ​ດູ​ແຫ້ງ ແລະ ສະ​ພາບ​ນ້ຳ​ທະ​ເລ​ຊຶມ​ເຂົ້າ. ເພື່ອ​ສະ​ກັດ​ກັ້ນ​ບັນ​ດາ​ຜົນ​ສະ​ທ້ອນ​ທີ່​ຫຍໍ້​ທໍ້​ຈາກ​ໄພ​ພິ​ບັດ​ທຳ​ມະ​ຊາດ, ຊາວ​ກະ​ສິ​ກອນ​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ​ພວມ​ຍູ້​ແຮງ​ການ​ຫັນປ່ຽນ​ໂຄງ​ປະ​ກອບ​ການ​ຜະ​ລິດ​ກະ​ສິ​ກຳ. ບົດ​ຂຽນ “ຊາວ​ກະ​ສິ​ກອນ​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ​ຮັບ​ມື​ກັບ​​ສະ​ພາບບໍ່​ມີ​ນ້ຳ​ແກ່ງ” ຂອງ​ນັກ​ຂ່າວ ແທງ​ຕູ​່ງ.

ຊາວກະສິກອນເຂດທົ່ງພຽງແມ່ນ້ຳຂອງຮັບມືກັບສະພາບບໍ່ມີນ້ຳແກ່ງ - ảnh 1


       ແຕ່​ດົນ​ນານ​ມານີ້, ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອ​ງ​ໄດ້​ຮັບ​ການ​ສ້າງ​ຂຶ້ນ​ດ້ວຍ​​ມີນ້ຳ​ແກ່ງ ເຮັດ​ໃຫ້ລະ​ບົບ​ຊີ​ວະ​ພາບ​ຢູ່​ເຂດ​ດິ​ນ​ແດນນີ້​ອຸ​ດົມ​ສົນ​ບູນ​ຂຶ້ນ​ຕື່ມ. ກ່ອນນີ້, ເຂດ​ທົ່ງ​ພຽງ​ແມ່​ນ້ຳ​​​ຂອງເຄ​ີຍ​ເປັນ​ບ່ອນ​ຮັກ​ສາ​ນ້ຳ​​ຈາກແມ່​ນ້ຳ​ຂອງ, ​ເມື່ອ​ນ້ຳ​​ແກ່ງ​ເກີດ​ມາ​ໄດ້​ນຳ​​ເອົາດິ​ນ​ສັນ​ດອນເຮັດ​ໃຫ​້​ດິນຢ​ູ່​ທີ່ນີ້ຈະ​ເລີນ​ພັນ, ສ​ິນ​ໃນ​ນ້ຳ​ອຸ​ດົມ​ສົມ​ບູນ, ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​​ມີ​ຄວາມ​ສົມ​ບູນ​ພ​ຸນ​ສຸກ. ແຕ່​ເຖິງ​ຢ່າງ​ໃດ​ກໍ່​ຕາມ, ປະ​ຈຸ​ບັນ, ຍ້ອນ​ຖືກ​ຜົນ​ສະ​ທ້ອນ​ຈາກ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້​າ​ອາ​ກາດ, ພ້ອມ​ກັບ​ການກໍ່​ສ້າງບ​ັນ​ດາ​ເຂື່ອນ​ໄ​ຟ​ຟ້າ​ນ້ຳ​ຕົກ​ຢູ່​ຍານ​ເ​ໜືອ​ແມ່​ນ້ຳ, ໄດ້​ສົ່ງ​ຜົນ​ສະ​ທ້ອນ​ຢ່າງ​ໜັກໜ່ວງ​ເຖິງ​ເຂດ​ລຸ່ມ​ແມ່​ນ້ຳ​ຂອງ. ຕໍ່​ໜ້າ​ສະ​ພາບ​ການນັ້ນ, ຊາວ​ກ​ະ​ສິ​ກອນ​​ຍານ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ​ໄດ້​ຄິດ​ໄລ່​ເຖິງ​ການ​ປ່ຽນ​ອາ​ຊີບ. ທ່ານ ໂດ໋​ວັນ​ລຽດ, ຊາວ​ກະ​ສິ​ກອນ​ຢ​ູ່​ແຂວງ ດົ່ງ​ທາບ​ຜູ້​ທີ່, ຕິດ​ພັນ​ກັບ​ອ​າ​ຊີບ​ຫາ​ປາ​ຍາມ​ນ​້ຳ​ແກ່ງເປັນ​ເວ​ລາ​ນັບ​ສິບໆ​ປີ​, ໃຫ້​ຮູ້​ວ່າ:

        “ໃນ​ອະ​ນາ​ຄົດ, ອາ​ຊີບ ຫາ​ປາ ບໍ່​ສາ​ມາດ​ພັດ​ທະ​ນາ​ໄດ້. ປະ​ຈຸ​ບັນ, ບໍ່​ມີ​ນ້ຳ​ຖ​້ວມ​​ແກ່ງຕ້ອງ​ລ້ຽງ​ອຽນ. ລັດ​ກໍ່​ໄດ້​ໜູນ​ຊ່ວຍ​ດ້ານ​ທຶນ​ຮອນ​ເພື່ອ​ລ້​ຽງ​ງົວ, ຄວາຍ.”

        ມາດ​ຕະ​ການ​ສຳ​ຄັນ​ທີ່​ສຸດ​ໃນ​ໄລ​ຍະ​ຈະ​ມາ​ເຖິງນັ້ນ​ແມ່ນ ປ່ຽນ​ແປງ​ໂຄງ​ປະ​ກອບ​​ຜົນ​ລະປູກ​ຕາມ​ທິ​ດ​ນຳ​ໃຊ້​ແຫຼ່ງ​ນ້ຳ​ຫົດ​ໃຫ້​ປະ​ຢັດ, ຫັນ​ປ່ຽນ​ຂະ​ແໜງ​ອາ​ຊ​ີບ​ໃຫ້​ເໝາະ​ສົມ​ກັບ​ຮັບ​ມື​ກັບ​ສະ​ພາບ​​ບໍ່​ມີ​ນ້ຳ​​ແກ່ງ. ປະ​ຊາ​ຊົນ​ຢູ່​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ​ບໍ່​ສາ​ມາດ​ອີງ​ໃສ່​ແຫຼ່ງ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ​ທີ່​ມີ​ຢູ່​ແລ້ວ​​ໄດ້, ຫາກ​​ຕ້ອງຈັດ​ຕັ້ງ​ການ​ຜະ​ລິດ​ຄືນ​ໃໝ່, ພັດ​ທະ​ນາ​ບັນ​ດາ​ຮູບ​ແບບ​ບໍ​ລິ​ການ​ປອດກ​ະ​ສິ​ກຳ, ຍົກ​ສູງ​ມູນ​ຄ່າ​ຜະ​ລິດ​ຕະ​ພັນ​ກະ​ສິ​ກຳ. ປະ​ຕິ​ບັດ​ການ​ສ້າງ​ໂຄງ​ປະ​ກອບ​ຂະ​ແໜງ​ກະ​ສິກ​ຳ, ຫັນ​ປ່ຽນ​ຈາກ​ຈິນ​ຕະ​ນາ​ການ​ພັດ​ທະ​ນາ​ຕາມ​ເນື້ອ​ທີ, ສະ​ມັດ​ຕະ​ພາບ, ປະ​ລິ​ມານ ໄປ​ສູ່​ຈິນ​ຕະ​ນາ​ການ​ກ່ຽວ​ກັບ​ມ​ູນ​ຄ່າ ແລະ ​ປະ​ສິດ​ທິ​ຜົນ​ເສດ​ຖະ​ກິດ​ທີ່​ບັນ​ລ​ຸ​ໄດ້​ໃນ​ເນື້ອ​ທີ່​ດິນ. ທ່ານ ປອ ເຢືອງວັນ​ນີ, ພະ​ແນກ​ສິ່ງ​ແວດ​ລ້ອມ ແລະ ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ, ມະ​ຫາ​ວິ​ທະ​ຍາ​ໄລ ເກີນ​ເທີ, ໃຫ້​ຮູ້​ວ່າ:

        “ດິນ​ສັນ​ດອນ​ໃນ​ແມ່​ນ້ຳ​ພວມ​ຖື​ກ​ຫລຸດ​ລົງ​ຢ່າງ​ແຮງ​ຍ້ອນ​ບັນ​ດາ​ເຂື່ອນ​ໄຟ​ຟ້າ​ຢູ່​​ຍານ​ເໜືອເຂດ​ເທິງ​ແມ່​ນ້ຳ ກໍ່​ຄື​ບັນ​ດາ​ເຂື່ອນ​ໄຟ​ຟ້​າ​ໃນ​ບັນ​ດາ​ສາ​ຂາ​ແມ່​ນ້ຳ​ຂອງ. ປ​ະ​ລິ​ມານ​ດິນ​ສັນ​ດອນ​ຢູ່​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ​ທາງ​ພາກ​ໃຕ້ ຫວຽດ​ນາມ ໃນ​ 2, 3 ປີມໍ່ໆ​ມານີ້​ຖືກ​ຫລຸດ​ລົງ​ເກືອບເຄິ່ງ​ໜຶ່ງ. ໃນ​ອະ​ນາ​ຄົດ​ຖ້າ​ຫາກ​ພັດ​ທະ​ນາ​ເຂື່ອນ​ໄຟ​ຟ້າ​ນ້ຳ​ຕົກ​ກ່ວາ​ອີກ ປະ​ລິ​ມານ​ດິນ​ສັນ​ດອນ​ຢູ່​ທີ່ນີ້ຈະ​ໜ້ອຍ​ກ່​ວາອ​ີກ.”

ຊາວກະສິກອນເຂດທົ່ງພຽງແມ່ນ້ຳຂອງຮັບມືກັບສະພາບບໍ່ມີນ້ຳແກ່ງ - ảnh 2
ເຂດ​ທົ່ງ​ນາ​ຖືກ​ແຫ​້​ງ​ແລ້ງ

        ຂະ​ແໜງ​ກະ​ສິກ​ຳ​ໄດ້​ກ່າວ​ເຕືອນ​ຊາວ​ກະ​ສິ​ກອນ​ເປັນ​ປະ​ຈຳວ່າ ນອກ​ຈາກ​ການ​ອີງ​ໃສ່​ການ​ຂຸດ​ຄົ້ນ​ແຫຼ່ງ​ຜົ​ນ​ປະ​ໂຫຍດ​ຈາກ​ທຳ​ມະ​ຊາດ​ໃນ​ລະ​ດູ​ນ້ຳ​​ແກ່ງ​ແລ້ວ​ແມ່ນຕ້ອງ​ ເປັນ​ເຈົ້າ​ການ​ໃນ​ການ​ລ້ຽງ​ສິນ​ໃນ​ນ້ຳ​ເພື່ອ​ເພີ່​ມ​ແຫຼ່ງ​ລາຍ​ຮັບ. ໄປ​ຄຽງ​ຄູ່​ກັນ​ນັ້ນ, ຂະ​ແໜງ​ກະ​ສິ​ກຳ​​ຕ້ອງຜັນ​ຂະ​ຫຍາຍຫຼາຍ​ຮູບ​ແບບ, ມາດ​ຕະ​ການ​ຊ່ວຍ​ໃຫ້​ປະ​ຊາ​ຊົນ “ດຳ​ລົງ​ຊີ​ວິດ​ຮ່ວມ​ກັ​ບ​ສະ​ພາ​ບບໍ່​ມີ​ນ້ຳ​ແກ່ງ” ຄື​ສົ່ງ​ເສີມ​ຊາວ​ກະ​ສິ​ກອນ​ພ​ັດ​ທະ​ນາ​ຮູບ​ແບບ​ລ​້ຽງ​ອຽນ​ໃນ​ອ່າງ​ດິນ, ລ້ຽງ​ກົກ, ລ້ຽງ​ປາ​, ລ້ຽງ​ຫອຍ​ໃນ​ນາ… ຫຼື​ປູກ​ບັນ​ດາ​ພ​ືດ​ນ້ຳ​ຄື: ດອກ​ບົວ, …. ທ່ານ​ຮອງສາ​ດສະ​ດາ​ຈານ, ປອ ຫງວຽນ​ຮ໋ຽວຈູງ, ຮອງ​ຫົວໜ້າ​ສະ​ຖາ​ບັນຄົ້ນ​ຄ້ວາກ​ານປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ມະຫາວິທະຍາ​ໄລ ​ເກີນ​ເທີ, ​ຖື​ວ່າ:

        “ບັນ​ຫາ​ທີ່​ພວກ​ເຮ​ົາຕ້ອງ​ຄົ້ນ​ຄ້ວາ​ແມ່ນ​ຈາກ​​ຍານ​ເໜືອແມ່​ນຳ້.​ ເຖິງ​ວ່າຕີ​ລາຄາການ​ຮັບ​​ມືໃຫ້​ເຂດ​ທົ່ງພຽງ​ແມ່​ນຳ້ຂອງ ​ແຕ່​ຕ້ອງ​ຄົ້ນ​ຄ້ວາຈາ​ກ​ເຂດຍານ​ເໜືອແມ່​ນຳ້​ຂອງ. ​ສັງ​ເກດການ​ນຳ​ໃຊ້​ນ້ຳຝົນຕົ​ກ, ອາກາດ​​ຢູ່​ເຂດນັ້ນ​ແມ່ນ​ຄື​ແນວ​ໃດ. ​ເມື່ອ​ມີ​ເລື່ອງ​ເກີດຂຶ້ນ​​ຢູ່​ຍານ​ເໜືອ​ແມ່​ນຳ້​ຕ້ອງ​ເສ​ຍ​ເວລາ​ຫຼາຍ​ສົມ​ຄວນຈຶ່ງ​ສ່ົງຜົນ​ສະທ້ອນ​ເຖິງ​​ເຂດ​ລຸ່ມ​ແມ່​ນ້ຳ​ຂອງ. ດັ່ງ​ນັ້ນ, ​ເມື່ອ​ເປັນ​ເຈົ້າການ​ພວກ​ເຮົາ​ຈະ​ມີ​ເວລາ​​ເພື່ອກະກຽມ​​ໄດ້ດີ​ກ່ວາ”

        ​ເພື່ອ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນຟ້າ​ອາກາດ, ບັນດາ​ທ້ອງ​ຖິ່ນ​ຊອກ​ຫາ​ວິທີ​ເພື່ອ​ເປັນ​ເຈົ້າ​ການ​ໃນ​ແຫຼ່ງນຳ້​ດ້ວຍ​ບັນດາ​ມາ​ດຕະການ​ຄື​ກໍ່ສ້າ​ງອ່າງ​ເກັບ​ນຳ້, ຄອງ​​ເໝືອງ​ລະ​​ບາຍ​ນຳ້​​ແກ່ງ, ພ້ອມ​ທັງ​ສະ​ສົມ​ແຫຼ່ງນຳ້​ໃຕ້​ດິນ.

        ຕໍ່ໜ້າ​ບັນດາ​ສິ່ງ​ທ້າ​ທາ​ຍທີ່​ໜັກໜ່ວງ​ຍ້ອນ​ກາ​ນ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ຢູ່​ເຂດ​ທົ່ງພຽງ​ແມ່​ນຳ້ຂອງ, ​​ໂດຍກະຊວງ​ກະສິກຳ ​ແລະ​ ພັດທະນາ​ຊົນນະບົດໄດ້ສ້າງ ບັນດາ​ນະ​ໂຍບາຍຕ່າງໆ​ຄື: ການ​ເຄື່ອນ​ໄຫວ​ຜະລິດ​ຕາມ​ບັນດາ​ມູນ​ຄ່າ​ໃນ​ເຂ​ດທົ່ງ​ນາ​ຂະໜາດ​ໃຫຍ່, ສ້າງ​ໂຄງ​ປະກອບ​ເນື້ອ​ທີ່​ການ​ປູກ​ເຂົ້າ​ຄືນ​ໃໝ່, ປັບປຸງ​ລະບົບ​ຊົນລະ​ປະທານ, ປັບປຸງ​ໂຄງປະ​ກອບ​ແນວ​ພັນ​ເຂົ້າ…​ໃນ​ເບື້ອງ​ຕົ້ນ​ໄດ້​ນຳ​ມາ​ເຊິ່ງປະສິດທິ​ຜົນ. ການ​ຮ່ວມ​ມືຢ່າງ​ແໜ້ນ​ແຟ້ນ, ​ເພີ່ມ​ທະວີ​ການ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ​ກັບ​ບັນດາ​ປະ​ເທດ​ໃນເຂດ​​ຍານ​ເໜືອ​ແມ່​ນຳ້ຂອງ​ເພື່ອ​ເປັນ​ເຈົ້າ​ການ​ໃນ​ການ​ຄຸ້​ມຄອງ, ນຳ​ໃຊ້​ແຫຼ່ງນຳ້​ແມ່​ນຳ້ຂອງ ຢ່າງ​ມີ​ປະສິດທິ​ຜົນ, ຍືນ​ຍົງ​. ​ເຂດ​ທົ່ງພຽງ​ແມ່​ນຳ້ຂອງ​ໄດ້ ​ແລະ ພວມ​ມີ​ວິ​ໄສ​ທັດ​ໃໝ່​ກ່ຽວ​ກັບ​ການ​ວາງ​ແຜນ ​ແລະ ຄຸ້ມ​ຄອງ​ເພື່ອ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ. ບັນດາ​ທ້ອງ​ຖິ່ນ​ສ້າງ​ບ່ອນ​ສະ​ສົມ​ນຳ້​ຢູ່​ລຽບຕາມ​ແມ່​ນຳ້, ຄ​ອງ​ເໝືອງ​ຕົ້ນຕໍ ​ແລະ ບັນດາ​ເຂດ​ຊີວະ​ພາບ. ປະຊາຊົນ​ເຂດ​ນຳ້​ແກ່ງ​ກໍ່​ເປັນ​ເຈົ້າ​ການ​ຫັນປ່ຽນ​ຂະ​ແໜງ​ອາຊີບ​ໃຫ້​ເໝາະ​ສົມ​​ເພື່ອ​ຮັບ​ມື​ກັບ​ສະພາບ​ບໍ່​ມີ​ນ້ຳ​ແກ່ງ.


ຕອບກັບ

ຂ່າວ/ບົດ​ອື່ນ