ຊາວກະສິກອນເມືອງ ຟູ້ງຮຽບ, ແຂວງ ເຮົ້າຢາງ ຮ່ວມສຳພັນນຳເຄື່ອງໝາຍການຄ້າໝາກກ້ຽງຊ່ວານອອກສູ່ຕະຫຼາດ

(vovworld) - ມີ​ຫຼາຍ​ເຮືອນ​ສວນ​ຢູ່​ຕາ​ແສງ ​ເຟືອງ​ຟູ໋, ​ເມືອງ ຟູ້ງຮຽບ, ​ແຂວງ ​ເຮົ້າ​ຢາງ ພວມ​ສ້າງ​ຄວາມຮັ່ງມີ​ດ້ວຍ​ການ​ປູກ​ໝາກກ້ຽງ​ຊ່ວາ​ນ. ບັນດາ​ຄອບຄົວ​ຊາວ​ກະສິກອນ​ຢູ່​ທີ່​ນີ້​ຍັງ​ຮ່ວມ​ສຳ​ພັນ​ໃນ​ການ​ຜະລິດ​​ເພື່ອ​ຍົກ​ສູງ​ສະມັດ​ຕະພາບ ​ແລະ ຄຸນ​ນະພາ​ບຜະລິດ​ຕະພັນ​ຢ່າງ​ບໍ່​ຢຸດ​ຢັ້ງ, ສ້າງ​​ເຄື່ອງໝາຍ​ການ​ຄ້າ​ໝາກກ້ຽງ​ຊ່ວາ​ນ ຟູ້ງຮຽບ ມີ​ທີ່​ຕັ້ງ​ໝັ້ນຄົງ, ໜັກ​ແໜ້ນ​ໃນ​ຕະຫຼາດ. ບົດ​ຂຽນ “ຊາວ​ກະສິກອນ​ເມືອງ ຟູ້ງຮຽບ, ​ແຂວງ ​ເຮົ້າ​ຢາງ ຮ່ວມ​ສຳພັນ​ນຳ​ເຄື່ອງໝາຍ​ການ​ຄ້າ​ໝາກກ້ຽງ​ຊ່ວາ​ນອອກ​ສູ່​ຕະຫຼາດ” ຂອງ​ນັກ​ຂ່າວ ຟອງ​ເຕີ໋ນ.

ຊາວກະສິກອນເມືອງ ຟູ້ງຮຽບ, ແຂວງ ເຮົ້າຢາງ ຮ່ວມສຳພັນນຳເຄື່ອງໝາຍການຄ້າໝາກກ້ຽງຊ່ວານອອກສູ່ຕະຫຼາດ - ảnh 1
​ຊາວ​ກະ​ສິ​ກອນ​ແຂວງເຮົ້າ​ຢາງ ແລະ ສວນ​ໝາກ​ກ້ຽງ​ຂອງ​ຕົນ


        ປະຈຸ​ບັນ, ຕະຫຼາດໝາ​ກ​ກ້ຽມ​ຊ໋​ວານ ພວມ​ມີ​ຄວາມ​ຕ້ອງ​ການ​ສູງ, ບາງ​ຄັ້ງ​ບາງ​ຄາວບໍ່​ຕອບ​ສະ​ໜອງ​ຄວາມ​ຕ້ອງ​ການ​ໄດ້. ດ້ວຍ​ລັກ​ສະ​ນະ​ສະ​ເພາະ​ຂອງ​ປະ​ເພດ​ໝາກ​ໄມ້​ນີ້, ໄດ້​ຮັບ​ຄວາມ​ນິ​ຍົມ​ຈາກ​ຕະຫຼາດ, ຄ່າ​ໃຊ້​ຈ່າຍ​ຕ່ຳ, ຜົນ​ກຳ​ໄລ​ສູງ, ດັ່ງ​ນັ້ນ​ຊາວ​ກະ​ສິ​ກອນຫຼາຍ​ຄົນ​ຢູ່​ແຂວງ ເຫົ້າ​ຢາງ ໄດ້​ເລືອກ​ເຟັ້ນ​ໝາກ​ໄມ້​ປະ​ເພດນີ້​ແມ່ນ​ຕົ້ນ​ໄມ້​ຕົ້​ນ​ຕໍ. ມີຫຼາຍ​ເຮືອນ​ສວນ​ຢູ່​ທີ່ນີ້ ໄດ້​ປຽບ​ທຽບ​ວ່າ, ໝາກ​ກ້ຽມ 1 ໂລເທົ່າ​ກັບ​ເຂົ້າ​ສານ 5 ໂລ, ໝາ​ກ​ກ້ຽງ​ຊ່ວານແຕ່​ລະ​ຕົ້ນ​ມີ​ມູນ​ຄ່າ 1 ລ້ານ​ດົ່ງ/ປີ, ໝາ​ກ​ກ້ຽງ​ຊ່ວານແຕ່​ລະ​ໂຕນ​ນຳ​ມາ​ເຊິ່ງ​ກຳ​ລັງ​ປະ​ມານ 30 ລ້ານ​ດົ່ງ. ອ້າຍ ເຈີ່ນ​ວັນ​ເຕີ່ຍ, ຊາວ​ກະ​ສິ​ກອນ​ປູກໝາ​ກ​ກ້ຽງ​ຊ໋ວານ ຢູ່​ເມືອງ ຟູ້ງ​ຮຽບ, ແຂວງ ເຫ​ົ້າ​ຢາງ ໄດ້​ໄຈ້​ແຍກວ່າ:

        “ຕົ້ນໝາ​ກ​ກ້ຽງ​ຊ່ວານ​ຫາ​ໄດ້​​ຜົນ​ກຳ​ໄລ​ສູງ​ກ່​ວາການ​ປູກ​ຕົ້ນ​ອ້ອຍ, ເຂົ້າ​ສານ​ທົບ 10, 15 ເທົ່າ. ປູກໝາ​ກ​ກ້ຽງ​ຊ່ວານ​​ເປັນ​ເວ​ລາ 2 ປີ​ຈະ​ໄດ້​ເກັບ​ໝາກ. ປະ​ຈຸ​ບັນ, ໝາ​ກ​ກ້ຽງ​ຊ່ວານ​ມີ​ລາ​ຄາ 45.000 ດົ່ງ/ ໂລ,ນຳ​ມາ​ເຊິ່ງ​ຜົນ​ກຳ​ໄລຫຼາຍ. ພໍ່​ແມ່​ປະ​ຊາ​ຊົນ​ຊາວ​ກະ​ສິ​ກອນ​ຢູ່​ທີ່ນີ້ເຫັນ​ວ່າ​ຂ້າ​ພະ​ເຈົ້າ​ປູກ​ຕົ້ນ​ໝາກ​ກ້ຽງ​ນຳ​ມາ​ຜົນ​ກຳ​ໄລ​ສູງ ດັ່ງ​ນັ້ນຫຼາຍ​ຄົນ​ໄດ້​ປະ​ຕິ​ບັດ​ຕາມ.”

        ປະ​ຈຸ​ບັນ, ປະ​ຊາ​ຊົນ​ເມືອງ ຟູ​້ງ​ຮຽບ, ແຂວງ ເຫົ້າ​ຢາງ ໄດ້​ຖືໝາ​ກ​ກ້ຽງ​ຊ່ວານ​ເປັນ​ຕົ້ນ​ໄມ້​ເສດ​ຖະ​ກິດ. ກ່ອນນີ້ 3 ປີ, ບັນ​ດາ​ຄອບ​ຄົວ​ປູກ​ຕົ້ນໝາ​ກ​ກ້ຽງ​ຊ່ວານຢູ່​ຕາ​ແສງ ເຟືອງ​ຟູ໋, ເມືອງ ຟູ​້ງ​ຮຽບ, ແຂວງ ເຫົ້າ​ຢາງ ໄດ້​ຮ່ວມ​ສຳ​ພັນ​ທຳ​ການ​ຜະ​ລິດ, ສ້າງ​ຕັ້ງ​ສະ​ຫະ​ກອນໝາ​ກ​ກ້ຽງ​ຊ່ວານ ເຟືອງ​ຟູ໋. ປີ​ກ່າຍ, ສະ​ຫະ​ກອນໝາ​ກ​ກ້ຽງ​ຊ່ວານ ເຟືອງ​ຟູ໋ ຂາຍ​ໝາ​ກ​ກ້ຽງ​ໄດ້ 400 ໂຕນ, ມີ​ມູນ​ຄ່າ​ເກືອບ 12 ຕື້​ດົ່ງ. ສະ​ມາ​ຊິກ​ຊາວ​ກະ​ສິ​ກອນ​ແຕ່​ລະ​ຄົນ​ລ້ວນ​ແຕ່​ນຳ​ໃຊ້​ຂັ້ນ​ຕອນ​ການ​ຜະ​ລິດ VietGap (ເຊິ່ງ​ແມ່ນ​ຂັ້ນ​ຕອນ​ໂດຍ​ກະ​ຊວງ​ກະ​ສິ​ກຳ ແລະ ພັດ​ທະ​ນາ​ຊົນ​ນະ​ບົດ ປະ​ກາດ​ໃຊ້ ມີ​ຄວາມ​ໝາຍ​ວ່າ ປະ​ຕິ​ບັດ​ການ​ຜະ​ລິດ​ກະ​ສິ​ກຳ​ທີ່​ດີ​ຢູ່ ຫວຽດ​ນາມ ໂດຍ​ອີງ​ໃສ່ 4 ໝວດ​ມາດ​ຖານ ຮັບ​ປະ​ກັນຫຼັກ​ອະ​ນາ​ໄມ​ສະ​ບຽບ​ອາ​ຫານ, ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ, ຮັບ​ປະ​ກັນ​ສຸ​ຂະ​ພາບ​ຂອງ​ຜູ້​ອອກ​ແຮງ​ງານ ແລະ ສະ​ວັດ​ດີ​ການ​ສັງ​ຄົມ, ຮັບ​ປະ​ກັນ​ຄຸນ​ນະ​ພາບ​ຂອ​ງ​ຜະ​ລິດ​ຕະ​ພັນ). ກົມ​ຊັບ​ສິນ​ທາງ​ປັນ​ຍາ ໄດ້​ສະ​ໜອງ​ໃບ​​ອາ​ລັກ​ຂາ​ເຄື່ອງໝາຍ​ການ​ຄ້າ​ລວມ​ໝູ່ “ໝາ​ກ​ກ້ຽງ​ຊ່​ວານ ຟູ້ງ​ຮຽບ” ໃຫ້​ແກ່ ສະ​ຫະ​ກອນ ເຟືອງ​ຟູ໋. ເຄື່ອງ​ໝາຍ​ການ​ຄ້າ​ໄດ້​ຮັບ​ການ​ອາ​ລັກ​ຂາ​ນຳ​ໃຊ້​ໃຫ້​ແກ່​ໝາກ​ກ້ຽງ​ສົດ, ນ້ຳໝາກກ້ຽງ​ສົດ, ​ນ້ຳໝາກ​ໄມ້​ສົດ ແລະ ໝວດ​ການ​ບໍ​ລິ​ການ​ແມ່ນ​ຊື້ - ຂາຍ​ແນວ​ພັນ​ປູກ, ຊື້ - ຂາຍ​ແນວ​ພັນ. ທ່ານ ຫວໍ​ວັນ​ເດ, ຜູ້​ອຳ​ນວຍ​ການ​ ສະ​ຫະ​ກອນໝາ​ກ​ກ້ຽງ​ຊ່​ວານ ເຟືອງ​ຟູ໋, ໃຫ້​ຮູ້​ວ່າ:

        “ເຄື່ອງ​ໝາຍ​ການ​ຄ້າສະ​ຫະ​ກອນໝາ​ກ​ກ້ຽງ​ຊ່​ວານ ​ໄດ້​ຮັບ​ການ​ຮັບ​ຮູ້​ໃນ​ເດືອນ 6 ປີ 2016, ເວ​ລານັ້ນ​ສະ​ຫະ​ກອນ​ພວມ​ປະ​ຕິ​ບັດ​ໂຄງ​ການ VietGap ແລະ ໂຄງ​ການ VietGap ກໍ່​ຫາກໍ່​ໄດ້​ຮັບ​ການ​ຮັບ​ຮອງ. ປະ​ຈຸ​ບັນ, ໝາກ​ກ້ຽງ​ຢູ່​ທີ່ນີ້​ປູກ​ໄດ​້​ເທົ່​າ​ໃດ ກໍ່​ຂາຍ​ໝົດ​ໄດ້​ເທົ່າ​ນັ້ນ, ແມ່​ຄ້າ​ຊາວ​ຂາຍ​ໄດ້​ມາ​ເກັບ​ຊື້​ຢູ່​ສວນ.”

        ຈາກ​ຜົນ​ງານ​ຂອງ​ຮູບ​ແບບ ສະ​ຫະ​ກອນ ເຟືອງ​ຟູ໋, ເມືອງ ຟູ້ງ​ຮຽບ, ແຂວງ ເຫົ້າ​ຢາງ ພວມ​ແຜ່​ຂະ​ຫຍາຍ​ຮູບ​ແບບ. ພ້ອມ​ທັງ​ເປີດ​ກ້​ວາງ​ຕະຫຼາດ​ຈຳ​ໜ່າຍ, ນຳ​ໝາກ​ກ້ຽງ​ໄປ​ຂາຍ​ຢູ່​ບັນ​ດາ​ຕະຫຼາດ​ຂາຍ​ສົ່ງ, ບັນ​ດາຮ້ານ​​ຊູບ​ເບີ​ມາກ​ເກດ. ​ຍ້ອນ​ເຫ​ດນັ້ນ, ເຄື່ອງ​ໝາຍ​ການ​ຄ້າ​ໝາກ​ກ້ຽງຊ໋​ວານ ຟູ້ງ​ຮຽບ ​ໄດ້​ມີ​ທີ່​ຕັ້ງ​ຢ່າງ​ໜັກ​ແໜ້ນ​ໃນ​ຕະຫຼາດ, ຫຼາຍ​ຄອຍ​ຄົວ​ຊາວ​ກະ​ສິ​ກອນ​ມີ​ເສດ​ຖະ​ກິດ​ເປັນ​ປົກ​ກະ​ຕິ, ຮັ່ງ​ມີ. ທ່ານ ເຈົາ​ວັນ​ເມ໋ຍ, ເລ​ຂາ​ຄະ​ນະ​ພັກ​ຕາ​ແສງ ເຟືອງ​ຟູ໋, ເມືອງ ຟູ້ງ​ຮຽບ, ໃຫ້​ຮູ້​ວ່າ:

        “ການ​ກຳ​ນົດ​ທິດ​ໃນ​ໄລ​ຍະ​ຈະ​ມາ​ເຖິງ​ແມ່ນ​ຕາ​ແສງ​ຕ້ອງ​ຫັນ​ປ່ຽນ​ເນື້ອ​ທີ່​ປູກ​​ຕົ້ນອ້ອຍ 165 ເຮັກ​ຕາ ມາ​ປູກຕົ້ນ​ໝາກ​ກ້ຽງ​ຊ໋​ວານ. ເນື້ອ​ທີ່​ດິ​ນ​ປູກ​ຕົ້ນ​ໄມ້​ອື່ນ​ມີ​ຄຸນ​ນະ​ພາບ​ຕ​່ຳ​ປະ​ມານ 100 ເຮັກ​ຕາ ກໍ່​ໄດ້​ຫັນ​ປ່ຽນ​ມາ​ປູກ​ຕົ້ນ​ໝາກ​ກ້ຽງ​ຊ໋​ວານ. ​ໃນ​ໄລ​ຍະ​ຈະ​ມາ​ເຖິງ, ຊີ​ວິດ​ທາງ​ດ້ານ​ເສດ​ຖະ​ກິດ​ຂອງ​ພໍ່​ແມ່​ປະ​ຊາ​ຊົນ​ໃນ​ຕາ​ແສງ ເຟືອງ​ຟູ໋ ເວົ້າ​ລວມ ແລະ ຂອງ​ສະ​ຫະ​ກອນ​ໝາກ​ກ້ຽງ​ຊ໋​ວານ ເຟືອງ​ຟູ໋ ເວົ້າ​ສະ​ເພາະໄດ້​ຮັບ​ການ​ຍົ​ກ​ສູງ​ຂຶ້ນ​ເທື່ອ​ລະ​ກ້າວ”

ຊາວກະສິກອນເມືອງ ຟູ້ງຮຽບ, ແຂວງ ເຮົ້າຢາງ ຮ່ວມສຳພັນນຳເຄື່ອງໝາຍການຄ້າໝາກກ້ຽງຊ່ວານອອກສູ່ຕະຫຼາດ - ảnh 2


        ອຳ​ນາດ​ການ​ປົກ​ຄອງ​ເມືອງ ຟູ້ງ​ຮຽບ, ແຂວງ ເຫົ້າຢາງ ໄດ້​ສະ​ຫງວນ​ເນື້ອ​ທີ່​ດິນ​ສະ​ເພາະ​ເພື່ອ​ປູກ​ໝາກ​ກ້ຽງ​ໃຫ້​ແກ່​ຕາ​ແສງ ເຟືອງ​ຟູ໋ ແລະ ບັນ​ດາ​ຕາ​ແສງ​ໃກ້​ຄຽງ. ຕາມນັ້ນ​ແລ້ວ, ຕາ​ແສງ ເຟື​ອງ​ຟູ໋ ໄດ້​ເປີດ​ກ້​ວາງ​ເນື້ອ​ທີ່​ດິນ​ປ​ູກ​ຕົ້ນ​ໝາກ​ກ້ຽງ​ຊ໋​ວານ​ສະ​ເພາະ ເພື່ອ​ສ້າງ​ເຂດ​ວັດ​ຖຸ​ດິບ, ພັດ​ທະ​ນາ​ເຂດ​ປູກ​ຕົ້ນ​ໝາກ​ກ້ຽງ​ເປັນ​ສິ​ນ​ຄ້າ ແລະ ຜະ​ລິດ​ຕາມ​ມາ​ດ​ຖານ VietGap. ຂະ​ແໜງ​ກະ​ສິ​ກຳ​ເມືອງ ຟູ້ງ​ຮຽບ ຮັບ​ຜິດ​ຊອບ​ແນະ​ນຳ​ດ້ານ​ເຕັກ​ນິກ, ໝູນ​ໃຊ້​ມາດ​ຕະ​ການ​ກ້າວ​ໜ້າ​ເຂົ້າ​ໃນ​ການ​ບົວ​ລະ​ບັດ​ຕົ້ນ​ໝາກ​ກ້ຽງ, ຄຸ້ມ​ຄອງ​ຕົ້ນ​ໝາກ​ກ້ຽງ ແລະ ເລື່ອງ​ຜັນ​ຂະ​ຫຍາຍ​ການກໍ່​ສ້າງ​ຕົ້ນ​ໝາກ​ກ້ຽງ​ຕາມ​ມາດ​ຖານ VietGap. ເມືອງ ຟູ້ງ​ຮຽບ ຊີ້​ນຳ​ບັນ​ດາ​ຕາ​ແສງ​ຂົ​ນ​ຂວາຍ​ບັນ​ດາ​ຄອ​ບ​ຄົວ​ຜະ​ລິ​ດ​ຮ່ວມ​ສຳ​ພັນ​ນຳ​ກັນ, ສ້າງ​ຕັ້ງ​ໜ່​ວຍ, ກອງ​ສະ​ຫະ​ກອນ​ຜະ​ລິດ, ຈຳ​ໜ່າຍ​ຜະ​ລິດ​ຕະ​ພັນ.

        ດ້ວຍ​ຄວາມ​ເອົາ​ໃຈ​ໃສ່​ຂອງ​ບັນ​ດາ​ຂັ້ນ, ບັນ​ດ​າ​ຂະ​ແໜງ​ການ​ພ້ອມ​ກັ​ບ​ຄວາມ​ສຸດ​ຈິດ​ສຸດ​ໃຈ​ຂອງ​ບັນ​ດາ​ເຮືອນ​ສວນ, ໝາກ​ກ້ຽງ​ຊ໋​ວານ ເມືອງ ຟູ້ງ​ຮຽບ, ແຂວງ ເຫົ້າ​ຢາງ ໄດ້​ພັດ​ທະ​ນາ​ຢ່າງ​ແຮງ ແລະ ສ້າງ​ເຄື່ອງ​ໝາຍ​ການ​ຄ້າ​ສະ​ເພາະ​ຂອງ​ຕົນ. ເວ​ລາບໍ່​ດົນ​ປານ​ໃດ, ໝາກ​ກ້ຽງ​ຊ໋​ວານ ຟູ້ງ​ຮຽບ ຈະ​ແມ່ນ​ເຄື່ອງ​ໝາຍ​ການ​ຄ້າ ທຽບ​ເທົ່າ​ກັບ​ເຄື່ອງ​ໝາຍ​ການ​ຄ້າ​ໃຫຍ່​ແມ່ນ​ໝາກ​ກ້ຽງ​ໃຫຍ່ ນຳ​ຣອຍ, ໝາກ​ກ້ຽງ ຫງາ​ໄບ, ຊ່ວຍ​ໃຫ້​ຊາວ​ກະ​ສິ​ກອນ​ແຂວງ ເຫົ້າ​ຢາງ ບື່ນ​ຕົວ​ຂຶ້​ນ​ສ້າງ​ຄວາມ​ຮັ່ງ​ມີ, ນັບ​ມື້​ນັບ​ອິມ​ໜຳ​ສຳ​ນານ, ມີ​ຄວາມ​ຜາ​ສຸກ.


ຕອບກັບ

ຂ່າວ/ບົດ​ອື່ນ