ຊາວກະສິກອນແຂວງ ດົ່ງທາບສ້າງຄວາມຮັ່ງມີຈາກກະສິກຳປອດສານພິດ

(vovworld) - ນອກຈາກ​ເຂົ້າສານ, ໝາກມ່ວງ ​ແລະ ​ເວລາ​ມໍ່ໆ​ມາ​ນີ້​ໝາກ​ລຳ​ໄຍຂອງ​ແຂວງ ດົ່ງທາ​ບ ​ໄດ້​ສ້າງ​ເຄື່ອງໝາຍ​ການ​ຄ້າ ​ແລະ ໄດ້​ຮັບການ​ຮັບ​ຮູ້ຈາກບັນດາ​ຕະຫຼາດ​ຕ່າງ​ປະ​ເທດ​​ເທື່ອ​ລະ​ກ້າວ. ພ້ອມ​ກັບ​ຕະຫຼາດ ອາ​ເມ​ລິ​ກາ, ​ຫວ່າງ​ແລ້ວ​ນີ້, ​ເລື່ອງ​ກຸ່ມ​ບໍລິສັດ​ໃຫຍ່ ສ. ​ເກົາຫຼີ ​ເອົາ​ໃຈ​ໃສ່ລົງທຶນ​​ເຂົ້າເຂດ​ຜະລິດ​ໝາກລຳ​​ໃຍສົ່ງ​ອອກ, ​ໄດ້​ເປີດ​ກາລະ​ໂອກາດ​ໃໝ່​ໃຫ້​ແກ່​ຊາວ​ກະ​ສິກ​ອນບັນດາ​​ເຮືອນ​ສວນ. ປະຈຸ​ບັນ, ໝາກ​ລຳ​​ໃຍ​​ໄດ້ກາຍ​​ເປັນ​ໜຶ່ງ​ໃນ​ບັນດາ​ຜະລິດ​ຕະພັນ​ກະ​ເສດທີ່ມີ​ທ່າ​ແຮງ​ຂອງ​ແຂວງ ດົ່ງ​ທາ​ບ. ບົດ​ຂຽນ​ຂອງ ​ແທງ​ຕູ່​ງ, ນັກ​ຂ່າວ VOV.

ຊາວກະສິກອນແຂວງ ດົ່ງທາບສ້າງຄວາມຮັ່ງມີຈາກກະສິກຳປອດສານພິດ - ảnh 1
ພາບປະກອບ


    ຫວ່າງ​ແລ້ວນີ້, ກຸ່ມ​ບໍລິສັດ In Jea ​ສ. ​ເກົາຫຼີ ​ໄດ້​ມາ​ສຳ​ຫຼວດຕົວ​ຈິງ​ຢູ່​ສວນ​ປູກ​ໝາກ​ລຳ​​ໃຍ Edor ​ຫຼາຍ​ແຫ່ງ​ໃນ​ຕາ​​ແສງ ​ອານ​ເຍີນ, ​ເມືອງ​ເຈົາ​​ແທ່ງ, ​ແຂວງ ດົ່ງ​ທາ​ບ. ຜ່ານ​ການ​ສຳ​ຫຼວດ​, ຄະນະ​ໄດ້​ຕີ​ລາຄາ​ສູງຄຸນ​ນະພາ​ບຂອງ​ໝາກ​ລຳ​ໃຍ Edor ຢູ່​ທີ່​ນີ້​​ແມ່ນບັນລຸ​ມາດຕະຖານ​ກ່ຽວ​ກັບ​ຄຸນ​ນະພາ​ບ. ​​ໂດຍ​​ແມ່ນ​ກຸ່ມ​ບໍລິສັດ​ໃຫຍ່​ກ່ຽວ​ກັບ​ການ​ສະໜອງ​ສະບຽງອາ​ຫານ ກໍ່​ຄື​ຜະລິດ​ຕະພັນ​ກະ​ເສດ, ກຸ່ມ​ບໍ​ລິ​ສັດ In Jea ຂອງ​ ສ. ​ເກົາຫຼີ ໝັ້ນ​ໝາຍ​ຈະ​ແມ່ນ​ແຫ່ງ​ຈຳໜ່າຍທີ່​ເຕັມ​ໄປ​ດ້ວຍ​ຄວາມ​ສາມາດ​ບົ່ມ​ຊ້ອນ​ໃຫ້​ແກ່​ໝາກລຳ​ໃຍ ​ເຈົາ​ແທ່ງ, ພາຍຫຼັງ​ສະຫະກອນ​ຜະລິດ​ໝາກ​ລຳ​ໃຍ​ປະ​ເພດ​ນີ້ ​ໄດ້​ສົ່ງ​ອອກ​ໝາກ​ລຳ​ໃຍ​ໄປ​ຕະຫຼາດ ອາ​ເມ​ລິ​ກາ ​ໃນ​ປີ​ກ່າຍ. ທ່ານ Jo Hyung Tea, ຜູ້ອຳນວຍການ​ບໍລິສັດ​ In Jea ດົ່ງ​ທາ​ບຈຳກັດ, ​ໃຫ້​ຮູ້​ວ່າ:

    “ຂ້າພະ​ເຈົ້າ​ໄດ້​ຕີ​ລາຄາ​ສູງ​ບັນດາ​ຜະລິດ​ຕະພັນ​ໝາກ​ໄມ້​ຂອງ​ແຂວງ​ດົ່ງ​ທາ​ບ, ​ເມື່ອ​ທຽບ​ໃສ່​ບັນດາ​ປະ​ເທດ​ອື່ນໆ​ໃນ​ພາກ​ພື້ນ​ຄື: ຟີ​ລິບ​ປິນ ​ຫຼື ​ໄທຢູ່​ທີ່​ນີ້​ມີ​ໝາກ​ໄມ້​ຫຼາຍ​ປະ​ເພດ​ດີ​ກ່ວາ. ກ່ຽວ​ກັບ​ປະລິມານ​ກໍ່ຫຼາຍ​ພໍ​ສົມຄວນ, ດັ່ງ​ນັ້ນ​ແມ່ນ​ແຫຼ່ງສະໜອງ​ທີ່​ອຸດົມສົມບູນ​​ໃຫ້​ແກ່​ບໍລິສັດ​ເພື່ອ​ສົ່ງ​ອອກ​ໄປຍັງ ສ. ​ເກົາຫຼີ”

    ​ປະຈຸ​ບັນ, ເມືອງ​ເຈົາ​ແທ່ງມີ​ເນື້ອ​ທີ່​ດິນ​ປູກ​ໝາກ​ລຳ​​ໃຍ​ແມ່ນ​ກ່ວາ 3.200 ​ເຮັກຕາ, ກວມ​ກ່ວາ 50% ​ເນື້ອ​ທີ່​ດິນ​ປູ​ກຕົ້ນ​ໄມ້​ກິນ​ໝາກ​ຂອງ​ເມືອງ, ​ໃນ​ນັ້ນ, ໝາກ​ລຳ​ໃຍ Edor ກວມ​ເກືອບ 1.000 ​ເຮັກຕາ. ​ຈາກ​ສັນຍານ​ຕັ້ງ​ໜ້າ​ນີ້, ​ເມື່ອ​ໝາກລ​ຳ​​ໃຍ​ມີ​ກາລະ​ໂອກາດ​ໄດ້​ສົ່ງ​ໄປ​ຂາຍ​ຢູ່​ຕ່າງປະ​ເທດຕື່ມ​ອີກ, ພໍ່​ແມ່​ປະຊາຊົນ​ປູກ​ໝາກ​ລຳ​​ໃຍ​ເກືອບທັງ​ໝົດ ​ແລະ ສະຫະກ​ອນລ້ວນ​ແຕ່​ມີ​ຄວາມ​ເບີກບານ​ມ່ວນ​ຊື່ນ​ທີ່​ສຸດ. ​ໃນ​ນັ້ນ, ​ເຫັນ​ໄດ້​ບັນດາ​ທ່າ​ແຮງ​ກ່ຽວ​ກັບ​ການ​ຜະລິດ, ສະຫະກອນ​ໝາກ​ລ​ຳ​ໃຍ ​ເຈົາ​ແທ່ງ ​ໄດ້​ຜັນ​ຂະຫຍາຍ ຮັບ​ເອົາ​ຄຳ​ເຫັນ​ຈາກ​ບັນດາ​ຜູ້​ປູກ​ໝາກລ​ຳ​ໃຍ​ເພື່ອ​ເປັນ​ເອກະ​ພາບ​ກ່ຽວ​ກັບວິທີ​ເຮັດ​ໃນ​ວິວັດ​ແຫ່ງ​ການ​ເຈລະຈາ​ເຊັນ​ສັນຍາ​ກັບ​ກຸ່ມ​ບໍລິສັດ In Jea ​ສ. ​ເກົາຫຼີ. ລະອຽດ​ຄື ພວມ​ກວດຄືນ​ເນື້ອ​ທີ່​ດິນ​ຜະລິດ, ​​ໄລຍະ​ປູກ​ຂອງ​ຕົ້ນ​ໄມ້​ໃນ​ປະຈຸ​ບັນ, ຄາດ​ຄະ​​ເນ​ສະມັດ​ຕະພາບ… ຈາກ​ນັ້ນ, ສະຫະກອນ​ມີ​ບາດກ້າວ​ເປັນ​ເຈົ້າ​ການ​ໃນ​ການ​ກຳ​ແໜ້ນ​ສະພາບ​ການ​ຜະລິດ. ຄຽງ​ຄູ່​ກັນ​ນັ້ນ, ສະຫະກອນ​ກໍ່​ຜັນ​ຂະຫຍາຍ​ການ​ຕັກ​ເຕືອນ, ຊຸກ​ຍູ້​ບັນດາ​ເຮືອນ​ສວນ​ຕັ້ງໜ້າ​ຜັນ​ຂະຫຍາຍ​ການ​ຈົດກາຍ​ໃສ່​ປື້​ມຕາມ​ມາ​ດຖານ VietGap ​ໃນ​ການ​ຜະລິດ​ໝາກ​ລຳ​ໃຍ. ທ່ານ​ເຈືອງ​ວັນ​ໂຣ່ຍ, ຜູ້ອຳນວຍການ​ສະຫະກອນ​ໝາກ​ລຳ​​ໃຍ​ເຈົາ​ແທ່ງ, ​ໃຫ້​ຮູ້​ວ່າ:

    “ຖື​ວ່າ​​ນີ້ແມ່ນ​ການຂົນຂວາຍ​ພໍ່​ແມ່​ປະຊາຊົນ​ພະຍາຍາມ, ​ເຮັດ​ຕາມ​ຂັ້ນ​ຕອນ​ປູກ​ຕົ້ນ​ກິນ​ໝາກປອດ​ສານພິດ, ​ເຮັດ​ຕາມ​ຄວາມຮຽກຮ້ອງ​ຕ້ອງການ​ຂອງ​ຄູ່​ຮ່ວມ​ມື. ຫາກ​ບໍ່​ແມ່ນ​ເຮັດ​ເພື່ອ​​ຂາຍ​ເທົ່າ​ນັ້ນ.”

    ສຳລັບ​ເຮືອນ​ສວນ, ພໍ່​​ແມ່​ປະຊາຊົນ​ເກືອບ​ທັງ​ໝົດ​ໄດ້​ເຫັນ​ດີ​ເຫັນ​ພ້ອມ​ໃນ​ການ​ຮ່ວມ​ມື​ກັບ​ບັນດາ​ຄູ່​ຮ່ວມ​ມື​ຕ່າງປະ​ເທດ​ເພື່ອ​ນຳ​ຜະລິດ​ຕະພັນ​ກະ​ເສດ​ຂອງ​ຫວຽດນາມ ອອກ​ສູ່​ຕະຫຼາດ​​ໂລກ. ບັນຫາ​​ໄດ້​ຮັບ​ຄວາມ​ສົນ​ໃຈ​ຈາກ​ພໍ່​ແມ່​ປະຊາຊົນ​ທີ່​ສຸດ​ແມ່ນ​ລາຄາ​ເມື່ອ​ເຊັນ​ສັນຍາ. ຍ້ອນ​ນີ້​ແມ່ນ​ບັນຫາ​ສົ່ງ​ຜົນ​ສະທ້ອນ​ໂດຍ​ກົງ​ເຖິງ​ລາຍ​ຮັບ​ຂອງ​ພໍ່​ແມ່​ປະຊາຊົນ. ປ້າ ຟານ​ທິ​​ແບ໋​ເຊົ໋າ, ຕາ​ແສງ​ ອານ​ເຍີນ, ​​ໄດ້​ເວົ້າ​ດ້ວຍ​ຄວາມ​ປິຕິ​ຊົມ​ຊື່ນ​​ວ່າ:

    “​ໄດ້​ເຄື່ອນ​ໄຫວ​ໃນ​ສະຫະກອນ​ຊາວ​ກະສິກຳ​ມີ​ຄວາມ​ອຸ່ນ​ອ່ຽນ​ໃຈ​ຫຼາຍ, ​ຍ້ອນລາຄາ​ໄດ້​ຮັບ​ການ​ຮັກສາ​ໄວ້ເປັນ​ປົກກະຕິ. ກ່ອນ​ນັ້ນ, ລາຄາ​ໃນທ້ອງ​ຕະຫຼາດບໍ່​ເປັນ​ປົກກະຕິ. ບາງ​​ເທື່ອ​ມີ​ລາຄາ​ສູງ, ບາງ​​ເທື່ອ​ມີ​ລາຄາ​ພັດຕຳ່ ຍ້ອນ​ບໍ່​ມີ​ການ​ໜູນ​ຊ່ວຍ​ຂອງ​ສະຫະກອນ. ສ່ວນ​ປະຈຸ​ບັນ, ມີສະຫະກອນ​ແລ້ວ ພໍ່​ແມ່​ປະຊາຊົນ​ກໍ່​ມີ​ຄວາມອຸ່ນ​ອ່ຽນ​ໃຈຫຼາຍ.”

    ທ່ານ ຟານ​ກິ​ມຊາ, ຮອງ​ຜູ້​ອຳນວຍ​ການ​ພະ​ແນ​ກອຸດສາຫະກຳ ການ​ຄ້າ​ແຂວງ ດົ່ງ​ທາ​ບ ​ໃຫ້​ຮູ້​ວ່າ: ໝາກ​ລຳ​ໃຍ​ຂອງ​ແຂວງ​ດົ່ງ​ທາ​ບມີ​ກາລະ​ໂອກາດ​ໄດ້​ສົ່ງ​ອອກ​ໄປ​ຕ່າງປະ​ເທດ ທັງ​ມີ​ໂອກາດ​ທັງ​ເປັນ​ສິ່ງ​ທ້າ​ທາຍ​​ໃຫຍ່. ຍ້ອນ​ວ່າ, ​ເຮືອນ​ສວນ​ລຶ້ງ​ເຄີຍ​ກັບ​ວິທີ​ການ​ຜະລິ​ດລວມສຸມ​ຕາມ​ລະດູ​ການ, ດັ່ງ​ນັ້ນ ​ເມື່ອ​ຜັນ​ຂະ​ຫຍາ​ຍການ​ຮ່ວມ​ສຳພັນ​ສະໜອງ​ສິນຄ້າ​ຂອງ​ຫົວໜ່ວຍ​ເກັບ​ຊື້​ຕາມ​ສັນຍາ, ພິ​ເສດ​​ແມ່ນ​ຄູ່​ຮ່ວມ​ມຶ​ຕ່າງປະ​ເທດ, ບັນຫາ​ສະໜອງ​ເປັນ​ປະຈຳ​ເປັນ​ສິ່ງ​ກີດ​ຂວາງ. ​ສະ​ເລ່ຍ​ໃນ​ແຕ່​ລະ​ລະດູ​ການ​​ບົວ​ລະບັດ​ໝາກ​ລຳ​ໃຍ​ຖືກແກ່ຍາວ​ເປັນ​ເວລາ 7 ​ເດືອນ, ດັ່ງ​ນັ້ນ, ດ້ວຍ​ຄວາມ​ຮຽກ​ຮ້ອງ​ສະໜອງ​ປະລິມານ​ໝາກລຳ​​ໃຍ​ຕາມ​ແຕ່ລະ​ເດືອນ ຕ້ອງ​ໄດ້​ຮັບ​ການ​ຄິດ​ໄລ່​ຊັ່ງ​ຊາ​ຢ່າງ​ລະອຽດ. ທ່ານ​ຊາ, ​ໃຫ້​ຮູ້​ວ່າ:

    “ຕະຫຼາດ ສ. ​ເກົາຫຼີ ​ເອົາ​ໃຈ​ໃສ່ໝາກ​ລຳ​ໃຍ​ແຂ​ວງດົ່ງ​ທາບ ​ແລະ ນີ້​ແມ່ນຄວາມ​ສາມາດ​ບົ່ມ​ຊ້ອນ​ໃຫຍ່​ຫຼວງ​ທີ່​ສຸດ. ນີ້​ກໍ່ແມ່ນ​ໂອກາດ​ເພື່ອ​​ໃຫ້ຜະລິດ​ຕະພັນ​ກະ​ເສດ​ຂອງ ຫວຽດນາມ ບໍ່​ຕ້ອງ​ຂຶ້ນ​ກັບຕະຫຼາດ​ໃດ​ຢ່າງ​ແນ່ນອນ. ດັ່ງນັ້ນ, ຕ້ອງ​ຈັດ​ຕັ້ງການ​ຜະລິດ​ເພື່ອ​ຕອບ​ສະໜອງ​ຄວາມ​ຕ້ອງການ​ສິນ​ຄ້າ​ຂອງ​ຄູ່​ຮ່ວມ​ມື​ທີ່ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ.”

    ໝາກ​ໄມ້ປອດສານພິດ​ນັບ​ພັນໆ​ໂຕນ​ໄດ້​ຮັບ​ການຈຳໜ່າຍ​ຢູ່​ພາຍ​​ໃນປະ​ເທດ ​ແລະ ຮັບ​ໃຊ້​ການ​ສົ່ງ​ອອກ, ​ໃນ​ນັ້ນ, ໝາກ​ໄມ້​ບາງ​ປະ​ເພດ​ຄື: ໝາກມ່ວງ ກາວ​ແຫຼ​ງ, ໝາກ​ລຳ​ໃຍ ​ເຈົາ​ແທ່ງ ​ໄດ້​ມີໜ້າ​ຢູ່​ຕະຫຼາດ ອາ​ເມ​ລິ​ກາ, ຍີ່ປຸ່ນ, ສ. ​ເກົາຫຼີ, ຮົງ​ກົງ (ປະ​ເທດ​ຈີນ) ອັນ​ໄດ້​ປະ​ກອບ​ສ່ວນ​ຢັ້ງຢືນ​ທິດ​ທາງ​ຢ່າງຖືກຕ້ອງ​ຂອງ​ແຂວງ ດົ່ງ​ທາ​ບ ບົນ​ເສັ້ນທາງ​ສ້າງຄວາມ​ຮັ່ງມີ​ຈາກ​ກະ​ສິກຳ​ປອດ​ສານພິດ​. ອຳນາດ​ການ​ປົກຄອງ​ທຸກ​ຂັ້ນ​ຂອງ​ແຂວງ ດົ່ງ​ທາ​ບ ຖື​ວ່າ: ປະສິດ​ທິຜົນ​ຂອງຜະລິ​ດຕະພັນກະສິກຳ​ບໍ່​ພຽງ​ແຕ່​ຕ້ອງການ​ມີ​ຄວາມ​ດຸ​ໝັ່ນ​ຂອງ​ຊາວ​ກະສິກອນ​ເທົ່າ​ນັ້ນ ຫາກ​ຍັງ​ຕ້ອງ​ສົມທົບ​ກັບ​ການ​ໝູນ​ໃຊ້​ວິທະຍາສາດ, ​ເຕັກ​ໂນ​ໂລ​ຢີ ​ແລະ ການ​ປ່ຽນ​ໃໝ່ຢ່າງ​ມີ​ຫົວຄິດ​ປະດິດ​ສ້າງ​ຂອງ​ຊາວ​ກະສິກອນ​ອີກ​ດ້ວຍ. ທັງ​ໝົດ​ເລົ່າ​ນັ້ນ​​ແມ່ນ​ຂຶ້ນ​ກັບ​ຄວາມ​ກຽມພ້ອມ​ປ່ຽນ​ແປງ​ຂອງ​ພໍ່​ແມ່​ປະຊາຊົນ​ຊາວ​ກະສິກອນ.


ຕອບກັບ

ຂ່າວ/ບົດ​ອື່ນ