ຊາວກະສິກອນແຂວງດົ່ງທາບສ້າງຄວາມຮັ່ງມີຈາກອາຊີບປູກເຫັດເຟືອງ

(vovworld) ​​ການ​ປູກ​ເຫັດ​ເຟືອງ​ແມ່ນ​ອາ​ຊ​ີບ​ທີ່​ເປັນ​ມູນ​ເຊື້ອ​ຢູ່​ເມືອງ​ລາຍວ​ູງ, ແຂວງ ດົ່ງ​ທາບ. ຕໍ່​ໜ້າ​ຄວາມ​ຕ້ອງ​ການ​ນັບ​ມື້​ນັບຫຼາຍ​ຂອງ​ຕະຫຼາດ, ຊາວ​ກະ​ສິ​ກອນ​ຢູ່​ທີ່ນ​ີ້​ໄດ​້​ນຳ​ໃຊ້​ຮູບ​ແບບ​ການ​ປູກ​ເ​ຫັດ​ເຟືອງ​ໃນ​ຫົ່ມ​ເພື່ອ​ເພີ່ມ​ສະ​ມັດ​ຕະ​ພາບ ແລະ ຄຸນ​ນະ​ພາບ. ບົດ​ຂຽນ “ຊາວ​ກະ​ສິ​ກອນ​ແຂວງ ດົ່ງ​ທາບ ສ້າງ​ຄວາມ​ຮັ່ງ​ມີ​ຈາກ​ອາ​ຊ​ີບ​ປູກ​ເ​ຫັ​ດ​ເຟືອງ” ຂອງ​ນັກ​ຂ່າວ ເຈືອງ​ແທງ​ຕູງ.

ຊາວກະສິກອນແຂວງດົ່ງທາບສ້າງຄວາມຮັ່ງມີຈາກອາຊີບປູກເຫັດເຟືອງ - ảnh 1
ຮູບ​ແບບ​ການ​ປູກ​ເຫັດ​ເຟືອງ


       
ເຫັດ​ເຟືອງ​ແມ່ນ​ປະ​ເພດ​ອາ​ຫານ​ມີ​ທາດບ​ຳ​ລຸງຫຼາຍ, ມີວີ​ຕາ​ມີນຫຼາຍ​ປະ​ເພດສາ​ມາດ​ປິ່​ນ​ປົວ​ຫຼາຍພະ​ຍາດ​ໄດ້. ດັ່ງ​ນັ້ນ, ເຫັດ​ເຟືອງ​ໄດ້​ນຳ​ມ​າ​ເຊິ່ງ​ມູນ​ຄ່າ​ດ້ານ​ເສດ​ຖະ​ກິດ​ສູງ. ຢູ່​ເມືອງ​ລາຍ​ວູງ, ແຂວງ ດົ່ງ​ທາບ, ເຫັດ​ເຟືອງ​​ປູກຫຼາຍ​ທີ່​ສຸດ​ຢູ່​ບັນ​ດາ​ຕາ​ແສງ​​ລຽບ​ຕາມ ແມ່​ນ້ຳ​ເຮົ້າຄື: ຕາ​ແສງ ດິງ​ຮ່​ວາ, ເຕີນ​ຮ່​ວາ, ເຕີນ​ແທ່ງ ແລະ ຫວີງ​ເທີ໋ຍ. ປະ​ຈຸ​ບັນ, ພໍ່​ແມ່​ປະ​ຊາ​ຊົນ​ຊາວ​ກະ​ສິ​ກອນບໍ່​ພຽງ​ແຕ່​ປູກເຫັດ​ໃນ​ເຂດ​ທົ່ງ​ນາ​ເທົ່າ​ນັ້ນ ຫາ​ກ​ຍັງປູກ​ໃນ​ສວນ ແລະ ພັດ​ທະ​ນາ​ຮູບ​ແບບ​ການປູກ​ໃນ​ຫົ່ມ​ຕື່ມ​ອີກ. ​ໂດຍ​ອີງ​ໃສ່​ອາ​ຊີບ​ປູກ​ເຫັດ​ເຟືອງນີ້, ຫຼາຍ​ຄອບ​ຄົວ​ຊາວ​ກະ​ສິ​ກອນ​ຢູ່​ແຂວງ ດົ່ງ​ທາບ ​ຈຶ່ງໄດ້​ບືນ​ຕົວ​ຂຶ້ນ​ສ້າງ​ຄວາມ​ຮັ່ງ​ມີ​ດ້ວຍ​ລາຍ​ຮັບ​ໃນ​ແຕ່​ລະ​ເດືອນ​​ປະ​ມານ 20 ລ້ານ​ດົ່ງ. ຮູບ​ແບບ​ປູກ​ເຫັດ​ເຟືອງ​ໃນ​​ຫົ່ມ​ຂອງ​ອ້າຍ ໂງ​ມີງ​ເຕີ໋ນ ຢູ່​ຕາ​ແສງ​ ຮ່​ວາ​ແທ່ງ, ດ້ວຍ​ເນື້ອ​ທີ​່​ດິນ 15 ​ຕາເມັດ​, ພາຍຫຼັງ​ເວ​ລາ 20 ວັນອ້າຍກໍ່​ສາ​ມາດ​ເກັບ​ກ່ຽວ​ເຫັດ​ເຟືອງ​ໄດ້​ກ່​ວາ 10 ກິ​ໂລ​ກາມ/ວັນ. ດ້ວຍ​​​ການ​ປູກ​ເຫັດ​ແບບ​ນີ້, ພາຍຫຼັງ​ດຳ​ເນີນ​ການ​ປູກ​ຝັງ​​ມາເປັນ​ເວ​ລາ 3 ເດືອນ​ອ້າຍສາ​ມາດ​ສ້າງ​ລາຍ​ຮັບສ​ູງ​ພໍ​ສົມ​ຄວນ. ອ້າຍ ໂງ​ມີງ​ເຕີ໋ນ, ໃຫ້​ຮູ້​ວ່າ:

“ຖ້າ​ປູກ​​ເຫັດຢູ່​​ກາງ​ແຈ້ງນັ້ນ ເຮົາ​ຕ້ອງ​​ໃຊ້ຢາ​ກັນ​ພະ​ຍາດ, ​ດັບ​ສູນສັດ​ຕູ​ພືດ ແຕ່​ເມື່ອ​ປູກ​ເຫັດ​​ຢູ່ໃນ​​ຫົ່ມ​​ບໍ່​ຖືກ​ແມງ​ໄມ້​ບົ້ງ​ທຳ​ລາຍ ​ດັ່ງ​ນັ້ນ​ບໍ່​ຕ້ອງ​ສີດ​ຢາ. ອີກ​ອັນ​ໜຶ່ງນັ້ນ​ແມ່ນ, ເຫັດ​ປູກ​ຢູ່ກາງ​ແຈ້ງຂາຍ​ບໍ່ໄດ້​ລາ​ຄາສູງ​ຄື​ເຫັດ​ປູກ​​ຢູ່ໃນ​​ຫົ່ມ”

        ຮູບ​ແບ​ບ​​ປູກ​ເຫັດ​ໃນ​ຫົ່ມ​ມີ​ຈຸດ​ດີ​ແມ່ນບໍ່​ຕ້ອງ​ການ​ເນື້ອ​ທີ່​ດິນ​ກ້​ວາງ, ປະ​ຢັດ​ປະ​ລິ​ມານ​ເຟືອງບົ່ມ, ຕົ້ນທຶນ​ຕ່ຳ ​ແລະ ບໍ່​ຕ້​ອງ​ເສຍ​ເຫື່ອ​ແຮງ​ໃນ​ການ​ບົວ​ລະ​ບັດຫຼາຍ. ພິ​ເສດ, ຍ້ອນ​ປູກ​ເຫັດ​​ຢູ່ໃນ​​ຫົ່ມ ດັ່ງ​ນັ້ນ​​ຈຶ່ງຈຳ​ກັດ​ການ​ທຳ​ລາຍ​ຂອງ​ໄດ້​ສັດ​ຕູ​ພືດ ແລະ ພະ​ຍາດ​​ຕ່າງໆ. ພາຍຫຼັງການ​ເກັບ​ກ່ຽວ, ເຫັດ​ເຟືອງ​ມີ​ສີ​ຂາວ, ອ່ອນ, ຄຸນ​ນະ​ພາບ​ດີ ດັ່ງ​ນັ້ນ​ໄດ້​ຮັບ​ການ​ນິ​ຍົມ​ຈາກ​ຜູ້​​ບໍ​ລິ​ໂພກ. ໄປ​ຄຽງ​ຄູ່​ກັນ​ນັ້ນ, ວິ​ວັດ​ການ​ບົ່ມ​ເຟືອງ​​ເພື່ອ​ປູກ​ເຫັດ​ກໍ່​ງ່າຍ​ດາຍພໍ​ສົມ​ຄວນ.

        ຢູ່​ຕາ​ແສງ ຮ່​ວາ​ແທ່ງ, ເມືອງ ລາຍ​ວູງ, ປະ​ຈຸ​ບັນ​ມີຄອບ​ຄົວ​ຊາວ​ກະ​ສິ​ກອນ​ປູກ​ເຫັດ 20 ຄອບ​ຄົວ. ຄອບ​ຄົວ​ທ່ານ ໂຕ໋ງ​ຢູຍ​ທົງ, ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຄອບ​ຄົວ​ປູກ​ເຫັດ​ເຟືອງ​ປະ​ສົບ​ຜົນ​ສຳ​ເລັດ​ຢູ່​ຕາ​ແສງ ຮ່​ວາ​ແທ່ງ. ແຕ່​ລະ​ປີ, ຄອບ​ຄົວ​ຂອງ​ທ່ານ​ເກັບ​ກ່ຽວ​ເຫັດ​​ໄດ້​ນັບເປັນ​ໂຕນ, ນຳ​ມາ​ເຊິ່ງ​ແຫຼ່ງ​ລາຍ​ຮັບ​ສູງ​ພໍ​ສົມ​ຄວນ. ໂດຍ​​ປົວ​ແປງ​ວິ​ທີ​ປູກ​ແບບ​ເກົ່າ, ທ່ານ ທົງ ໄດ້​ສົມ​ທົບ​ລະ​ຫວ່າງ​ເຟືອງ ແລະ ​ຝ້າຍ​ເພື່ອ​ບົ່ມ​ເຫັດ. ດ້ວຍ​ວິ​ທີ​ນີ້, ທັງ​ປະ​ຢັດ​ເຟືອງ, ທັງ​ໃຫ້​ສະ​ມັດ​ຕະ​ພາບ​ສູງກ່​ວາ. ທ່ານ ໂຕ໋ງ​ຢູຍ​ທົງ, ໃຫ້​ຮູ້​ວ່າ:

        “ຈາກ​ການ​​ປູກ​ເຫັດ​ໃນ​ຫົ່ມໜຶ່ງ, ມ​າ​ຮອດ​ປະ​ຈຸ​ບັນ​ຂ້າ​ພະ​ເຈົ້າ​ໄດ້​ປູກ​ເຫັດ​ເຟືອງ​ໃນ​ຫົ່ມ​ເຖິງ 4 ແລ້ວ. ມັນ​ເໝາະ​ສົມ​ກັບ​ສະ​ພາບ​ເງື່ອນ​ໄຂ​ຂອງ​ພໍ່​ແມ່​ປະ​ຊາ​ຊົນ​ຊາວ​ກະ​ສິ​ກຳ​ຢູ່​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ​ທີ່​ສຸດ, ພິ​ເສດ​ແມ່ນ​ຢູ່​ເມືອງ​ ລາຍວ​ູງ ບ່ອນ​ທີ່​ມີ​ເຟືອງ​ຢ່າງຫຼວງຫຼາຍ. ​ຍິ່ງ​ກ່​ວານັ້ນ​ແມ່ນ​ສາ​ມາ​ດ​ຫລຸດ​ຜ່ອນ​ແຮງ​ງານໄດ້ ຍ້ອນ​ອາ​ຊີບ​ປູກ​ເຫັດ​ນີ້ບໍ່​ຕ້ອງ​ການ​ແຮງ​ງານຫຼາຍ”

        ສົ້ນ​ອອກ​ໃຫ້​ແກ່​ການ​​ຈຳ​ໜ່າຍ ເຫັດ​ເຟືອງ ໃນ​ປະ​ຈຸ​ບັນ​ຢູ່​ເມືອງ ລາຍ​ວູງ ເປັນ​ປົກ​ກະ​ຕິ​ພໍ​ສົມ​ຄວນ. ​ພາຍຫຼັງ​ເກັບ​ກ່ຽວເຫັດ​ເຟືອງ​ແລ້ວ, ​ພໍ່ຄ້າ​ຊາວ​ຂາຍ​ໄດ້​ມາ​ເກັບ​ຊື້​ຢູ່​ກັບ​ທີ່. ຢູ່​ເມືອງ ລາຍ​ວູງ ມີ​ບໍ​ລິ​ສັດ​ຫຸ້ນ​ສ່ວນ ຫວຽດ​ໝີ, ຜະ​ລິ​ດ​ ແລະ ປຸງ​ແຕ່ງ​​ຫຸ້ມ​ຫໍ່ເຫັດ, ຜັກ, ໝາກ​ໄມ້​ເພື່ອ​ສົ່ງ​ອອກ. ບໍ​ລິ​ສັດ​ຫຸ້ນ​ສ່ວນ ຫວຽດ​ໝີ ມີ​ໂຮງ​ງານ​ຕັ້ງ​ຢູ່​ເຂດ​ອຸດ​ສາ​ຫະ​ກຳ ຊົງ​ເຮົ້າ (​ແມ່​ນ້ຳ​ເຮົ້າ), ຕາ​ແສງ ເຕີນ​ແທ່ງ ສາ​ມາດຈຳ​ໜ່າຍ​​ເຫັດ​ເຟືອງໄດ້ 10 ໂຕນ/ວັນ, ດັ່ງ​ນັ້ນ​ປະ​ກອບ​ສ່ວນ​ຮັກ​ສາ​ລາ​ຄາ​ເຫັດ​ເຟືອງ​ເປັນ​ປົກ​ກະ​ຕິ. ປະ​ຈຸ​ບັນ, ລາ​ຄາ​ເຫັດ​ເຟືອງ​ເພີ່ມ​ຂຶ້ນ​ສູງ​ຍ້ອນ​ຄວາມ​ຕ້ອງ​ການ​ບໍ​ລິ​ໂພກ​ພາຍ​ໃນ​ປະ​ເທດ ແລະ ການ​ປຸງ​ແຕ່ງ​ເພື່ອ​ສົ່ງ​ອອກ​ເພີ່ມ​ຂຶ້ນ​ສູງ. ເຫັດ​ເຟືອງ​​ປູກ​ໃນ​ຫົ່ມ​ມີ​ລາ​ຄາ​ສູງ​ກ່​ວາ​ເຫັດ​ເຟືອງ​ທີ່​ປູກຢູ່​​ກາງ​ແຈ້ງແຕ່ 10.000 – 15.000 ດົ່ງ/ກິ​ໂລ​ກາມ​. ທ່ານ ຮິ່ງວັນ​ໂຕ່ນ, ຮອງ​ຫົວ​ໜ້າ​​​ຫ້ອງ​ການ​ກະ​ສິ​ກຳ​ເມືອງ ລາຍວູງ, ໃຫ້​ຮູ້​ວ່າ:

        “​ດ້ວຍ​ແງ່​ມູມ​ຂອງ​ຜູ້​ຄຸ້ມ​ຄອງ​​ລັດ, ພວກ​ຂ້າ​ພະ​ເຈົ້າ​ໄດ້​ໜູນ​ຊ່ວ​ຍ​ພໍ່​ແມ່​ປະ​ຊາ​ຊົນ​ດ້ານ​ເຕັກ​ນິກ, ຈັດ​ຕັ້ງ​ກອງ​ປະ​ຊຸມ​ສຳ​ມະ​ນາ, ​ຊຸດ​ຝຶກ​ອົບ​ຮົມ… ເປັນ​ເສ​ນາ​ທິ​ການ​ໃຫ້​ຄະ​ນະ​ກຳ​ມະ​ການ​ເພື່ອ​ສ້າງ​​ແຫຼ່ງ​ທຶນ, ຈັດ​ຕັ້ງ​ວິ​ທີ​ປູກ​ເຫັດ​ເຟືອງ. ປະ​ຈຸ​ບັ​ນ, ພວກ​ຂ້າ​ພະ​ເຈົ້າ​ພວມ​ເປີດ​​ຊຸດ​ຮຽນ​ວິ​ທີ​ປູກ​ເຫັດ​ເຟືອງ​ໃຫ້​ພໍ່​ແມ່​ປະ​ຊາ​ຊົນ​​ເພື່ອ​ຮັບ​ຜົນ​ງານ​ສູງ​ສຸດ”

        ອາ​ຊີບ​ປູກ​ເຫັດ​ເຟືອງ​ຢູ່​ເມືອງ​ລາວວ​ູງ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ວິ​ທີ​ສ້າງ​ຄວາມ​ຮັ່ງ​ມີ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ຂອງ​ຊາວ​ກະ​ສິ​ກອນ. ຮ​ູບ​ແບບ​​ປູກ​ເຫັດ​ເຟືອງ​ໃນ​ຫົ່ມ​ໄດ້​ຮັບ​ຖື​ວ່າ​ແມ່ນ​ຮູບ​ແບບ​ກະ​ສິ​ກຳ​ເໝາະ​ສົມ​ກັບ​ເງື່ອ​ນ​ໄຂ​ຜະ​ລິດ​ຂອງ​ຄອບ​ຄົວ, ຊາວ​ກະ​ສິ​ກອນ​ສ່ວນຫຼາຍທີ່​ມີ​ຕົ້ນ​ທຶນ​ຕ່ຳ​ໃນ​ປະ​ຈຸ​ບັນ. ດ້ານ​ອື່ນ, ການ​ປູກ​ເຫັດ​ໃນ​ຫົ່​ມ​ແມ່ນ​ມາດ​ຕະ​ການ​ໃນ​ສະ​ພາບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ, ໂລກ​ລະ​ບາດ​​ຂະ​ຫຍາຍ​ຢ່າງ​ແຮງ ແລະ ໝູນ​ໃຊ້​​ສິ່ງເສດເຫຼືອ​​ຈາກ​ການ​ຜະ​ລິດ​ກະ​ສິ​ກຳ​ຢ່າງ​ມີ​ປະ​ສິດ​ທິ​ຜົນ. ຮູບ​ແບບ​ປູກ​ເຫັດ​ໃນ​​ຫົ່ມ​ຈະ​ພັດ​ທະ​ນາ​​ຢ່າງ​ແຮງ​ໃນ​ໄລ​ຍະ​ຈະ​ມາ​ເຖິງ.


ຕອບກັບ

ຂ່າວ/ບົດ​ອື່ນ