ດົ່ງກິ - ໝູ່ບ້ານເລີ່ມທຸລະກິດ

(VOVWORLD) - ດົ່ງກິແມ່ນໝູ່ບ້ານຜະລິດເຄື່ອງເຟີນີເຈີສິລະປະທີ່ເປັນມູນເຊື້ອຢູ່ ຫວຽດນາມ. ປັດຈຸບັນ, ໝູ່ບ້ານໄດ້ກາຍເປັນຕາແສງທີ່ຂຶ້ນກັບເທດສະບານເມືອງ ຕື່ເຊີນ, ແຂວງ ບັກນິງ. ເຄື່ອງເຟີນີເຈີ ດົ່ງກິມີຊື່ສຽງທັງຢູ່ພາຍໃນ ແລະ ຕ່າງປະເທດ.
ດົ່ງກິ - ໝູ່ບ້ານເລີ່ມທຸລະກິດ - ảnh 1 ດົ່ງກິ - ໝູ່ບ້ານເລີ່ມທຸລະກິດ

ເພື່ອເປີດກວ້າງຂະໜາດການຜະລິດ ແລະ ຍູ້ແຮງການສົ່ງອອກ, ສະມາຄົມເຄື່ອງເຟີນີເຈີສິລະປະ ດົ່ງກິ ໄດ້ກໍ່ສ້າງແຜນຮ່າງ “ໝູ່ບ້ານອາຊີບເລີ່ມທຸລະກິດ ດົ່ງກິ“.

ໃນປະຫວັດສາດ, ດົ່ງກິເຄີຍມີຊື່ສຽງເປັນໝູ່ບ້ານທີ່ຮັ່ງມີດ້ວຍອາຊີບຜະບິດເຄື່ອງເຟີນີເຈີສິລະປະຫັດຖະກຳ. ໝູ່ບ້ານອາຊີບ ດົ່ງກິຈະເລີນຮຸ່ງເຮືອງທີ່ສຸດແມ່ນໃນໄລຍະ 1988-2012. ເຖິງຢ່າງໃດກໍ່ຕາມ, ພາຍຫຼັງພັດທະນາມາເປັນເວລາຫຼາຍປີ, ໝູ່ບ້ານອາຊີບນີ້ໄດ້ປະສົບກັບຄວາມຫຍຸ້ງຍາກ, ສິ່ງຈຳກັດຫຼາຍຢ່າງໃນການພັດທະນາ, ໂດຍສະເພາະແມ່ນວິທີທຳມາຫາກິນແບບເກົ່າ. ບັນດາວິສາຫະກິດ, ຄອບຄົວຜະລິດ, ດຳເນີນທຸລະກິດເຄື່ອງເຟີນີເຈີສິລະປະຫັດຖະກຳໃນໝູ່ບ້ານຍັງມີລັກສະນະເກີດເອົາເອງ, ກະແຈກກະຈາຍ, ບໍ່ທັນມີການສະໜິດຕິດພັນນຳກັນເພື່ອສ້າງກຳລັງແຮງໃຫ້ໝູ່ບ້ານອາຊີບໄດ້ເທື່ອ, ສະນັ້ນປະສິດທິຜົນດ້ານເສດຖະກິດບໍ່ທັນສູງ, ເປັນຕົ້ນແມ່ນໃນໄລຍະເສດຖະກິດການຕະຫຼາດ ແລະ ການເຊື່ອມໂຍງເຂົ້າກັບສາກົນ. ໃນສະພາບການນັ້ນ, ຫວ່າງແລ້ວນີ້, ສະມາຄົມເຄື່ອງເຟີນີເຈີ ສິລະປະ ດົ່ງກິໄດ້ສ້າງແຜນຮ່າງ “ໝູ່ບ້ານອາຊີບເລີ່ມທຸລະກິດ“, ເພື່ອຊ່ວຍບັນດາວິສາຫະກິດຮ່ວມສຳພັນ ກໍ່ຄືໜູນຊ່ວຍບັນດາວິສາຫະກິດ, ຄອບຄົວຜະລິດ, ດຳເນີນທຸລະກິດນຳກັນຢ່າງມີປະສິດທິຜົນ ແລະ ໝັ້ນຄົງ. ຕາມນັ້ນແລ້ວ, ໝູ່ບ້ານ ດົ່ງກິຈະກໍ່ສ້າງກຸ່ມອຸດສາຫະກຳໝູ່ບ້ານອາຊີບດ້ວຍຂະໜາດ 50 ເຮັກຕາ ຢູ່ເທດສະບານເມືອງ ເຕື່ເຊີນ. ແຜນຮ່າງ “ໝູ່ບ້ານອາຊີບເລີ່ມທຸລະກິດ“ ຈະປະກອບສ່ວນຫຼຸດຜ່ອນການຂຶ້ນກັບຕະຫຼາດຈີນ, ມຸ່ງໄປເຖິງບັນດາຕະຫຼາດສົ່ງອອກອື່ນໆ ແລະ ຮັກສາອັດຕາສ່ວນຢູ່ຕະຫຼາດພາຍໃນປະເທດ. ທ່ານ ຫວູກວົກເວືອງ, ປະທານສະມາຄົມເຄື່ອງເຟີນີເຈີ ສິລະປະ ດົ່ງກິ, ໃຫ້ຮູ້ວ່າ:

“ສະມາຄົມເຄື່ອງເຟີນີເຈີ ສິລະປະ ດົ່ງກິໄດ້ສ້າງແຜນຮ່າງໝູ່ບ້ານອາຊີບເລີ່ມທຸລະກິດທຳອິດຢູ່ ຫວຽດນາມ. ແຜນຮ່າງມີຄວາມສາມາດເປັນໄປໄດ້, ສ້າງບາດກ້າວບຸກທະລຸໃຫ້ແກ່ໝູ່ບ້ານ. ໂຄງການໄດ້ສ້າງໂຮງຈັກໂຮງງານໃຫຍ່ກວ່າເພື່ອໃຫ້ປະຊາຊົນເປີດກວ້າງການຜະລິດ ແລະ ຂະຫຍາຍການສົ່ງອອກ. ໂຄງການຖືກແຍກອອກຈາກເຂດຊຸມຊົນເພື່ອຫຼີກເວັ້ນມົນລະພິດ, ປັບປຸງສິ່ງແວດລ້ອມ,ໜູນຊ່ວຍຮັບປະກັນຊີວິດສັງຄົມ, ສ້າງວຽກເຮັດງານທຳຕື່ມອີກໃຫ້ແກ່ຜູ້ອອກແຮງງານ“.

ດົ່ງກິ - ໝູ່ບ້ານເລີ່ມທຸລະກິດ - ảnh 2 ດົ່ງກິ - ໝູ່ບ້ານເລີ່ມທຸລະກິດ

ປີ 2016, ມູນຄ່າສົ່ງອອກເຄື່ອງເຟີນີເຈີຂອງໝູ່ບ້ານ ດົ່ງກິບັນລຸປະມານ 40 ລ້ານ USD, ໃນນັ້ນຕະຫຼາດ ຈີນກວມປະມານ 10 ລ້ານ USD. ເຖິງຢ່າງໃດກໍ່ຕາມ, ຄວາມສາມາດບົ່ມຊ້ອນໃນການສົ່ງອອກຂອງໝູ່ບ້ານ ດົ່ງກິຍັງມີຫຼາຍຢູ່, ເປັນຕົ້ນແມ່ນເມື່ອກຸ່ມອຸດສາຫະກຳໝູ່ບ້ານອາຊີບຖືກນຳເຂົ້າເຄື່ອນໄຫວ. ທ່ານນາງ ຫວູທິມາຍ, ຜູ້ອຳນວຍການໃຫຍ່ບໍລິສັດເຄື່ອງເຟີນີເຈີ ເຮື໋ອງມາຍ, ເຊິ່ງແມ່ນໜຶ່ງໃນບັນດາວິສາຫະກິດສົ່ງອອກແຖວໜ້າຂອງ ດົ່ງກິ, ໃຫ້ຮູ້ວ່າ:

“ຂະແໜງຜະລິດເຄື່ອງເຟີນີເຈີມີການຜັນແປຫຼາຍຢ່າງ, ແຕ່ພວກຂ້າພະເຈົ້າຍັງຄົງຢູ່ໄດ້ ແລະ ພັດທະນາຄືໃນປັດຈຸບັນ ແມ່ນຍ້ອນມີຄວາມຮັກຕໍ່ອາຊີບນີ້ຫຼາຍ. ພວກຂ້າພະເຈົ້າລົງທຶນຜະລິດເຄື່ອງເຟີນີເຈີດ້ວຍເຕັກນິກສູງ, ລະອຽດລະອໍ, ມີສີສັນວັດທະນະທຳ ຫວຽດນາມ. ພວກຂ້າພະເຈົ້າມຸ່ງໄປເຖິງການສົ່ງອອກຜະລິດຕະພັນໄປຕະຫຼາດ ຍີ່ປຸ່ນ, ສເກົາຫຼີ ແລະ ໄຕ້ຫວັນ (ຈີນ)“.

ປັດຈຸບັນ, ໝູ່ບ້ານ ດົ່ງກິມີວິສາຫະກິດ, ຄອບຄົວຜະລິດ, ດຳເນີນທຸລະກິດເຄື່ອງເຟີນີເຈີ 2000 ກວ່າແຫ່ງ. ດ້ວຍຜະລິດຕະພັນອຸດົມສົມບຸນ, ຫຼາຍຮູບຫຼາຍແບບ. ສະນັ້ນ, ຍາມໃດເຄື່ອງເຟີນີເຈີສິລະປະຂອງໝູ່ບ້ານ ດົ່ງກິກໍ່ຮັກສາ “ຄວາມໄວ້ເນື້ອເຊື່ອໃຈ“ ໃນຕະຫຼາດໄວ້ໄດ້. ນັກສິລະປະການ ຫວູງອກນາມ, ຮອງປະທານສະມາຄົມໝູ່ບ້ານອາຊີບ ດົ່ງກິ, ໃຫ້ຮູ້ວ່າ:

“ໃນຊຸມປີມໍ່ໆມານີ້, ດົ່ງກິໄດ້ສົ່ງເຄື່ອງເຟີນີເຈີໄປຕະຫຼາດ ຈີນຫຼາຍທີ່ສຸດ. ປັດຈຸບັນໝູ່ບ້ານໄດ້ສຸມໃສ່ຜະລິດເຄື່ອງເຟີນີເຈີໃນຄອບຄົວຄື: ໂຕະ, ຕັ່ງ, ຕຽງ, ຕູ້…ນັກສິລະປະການ, ນາຍຊ່າງ ຜູ້ມີສີມືແຮງງານໃນໝູ່ບ້ານກໍ່ມີຫຼາຍຄົນທີ່ສຸດ. ເຄື່ອງເຟີນີເຈີ ດົ່ງກິໄດ້ຮັບການແກະສະຫຼັກຢ່າງລະອຽດລະອໍ, ສວຍງາມ, ມີຊີວິດຊີວາທີ່ສຸດ. ພວກຂ້າພະເຈົ້າຫວັງວ່າແຜນຮ່າງເລີ່ມທຸລະກິດຂອງ ດົ່ງກິຈະໄດ້ຮັບການຜັນຂະຫຍາຍ“.

ເລີ່ມທຸລະກິດແມ່ນທ່າອ່ຽງໃໝ່ທີ່ໄດ້ຮັບຄວາມເອົາໃຈໃສ່ຊີ້ນຳຈາກນາຍົກລັດຖະມົນຕີ ເພື່ອສ້າງທຸກເງື່ອນໄຂຊຸກຍູ້ຂະບວນການເລີ່ມທຸລະກິດ. ມຸ່ງໄປເຖິງການກໍ່ສ້າງປະເທດເລີ່ມທຸລະກິດ. ແຜນຮ່າງ “ໝູ່ບ້ານອາຊີບເລີ່ມທຸລະກິດ“ ຢູ່ ດົ່ງກິ, ບໍ່ພຽງແຕ່ປະກອບສ່ວນຮັກສາວັດທະນະທຳຂອງໝູ່ບ້ານອາຊີບທີ່ເປັນມູນເຊື້ອເທົ່ານັ້ນ, ຫາກຍັງແມ່ນທິດທາງທີ່ຖືກຕ້ອງ ເພື່ອໃຫ້ໝູ່ບ້ານ ດົ່ງກິພັດທະນາຢ່າງໄວ ແລະ ໝັ້ນຄົງອີກດ້ວຍ. ປັດຈຸບັນ, ດົ່ງກິພວມກ້າວໄປເຖິງການກໍ່ສ້າງເປັນ “ໝູ່ບ້ານອາຊີບເລີ່ມທຸລະກິດ“ ແຫ່ງທຳອິດໃນທົ່ວປະເທດ. 

ຕອບກັບ

ຂ່າວ/ບົດ​ອື່ນ