ດາສີ - ໝູ່ບ້ານຕີເຫຼັກທີ່ເປັນມູນເຊື້ອໃນເຂດທົ່ງພຽງພາກເໜືອຫວຽດນາມ

(VOVWORLD) - ໝູ່ບ້ານ ດາສີ ຕັ້ງຢູ່ໃນເຂດດິນແຫ່ງສັກສິດ, ແມ່ນແຫ່ງທີ່ມີບຸລຸດຜູ້ມີຊື່ສຽງຫຼາຍຄົນທີ່ມີຄຸນງານຄວາມດີໃນປະຫວັດສາດ. ໝູ່ບ້ານ ດາສີ ຍັງໄດ້ຮັບຄວາມຮູ້ຈັກເຖິງແມ່ນໜຶ່ງໃນບັນດາໝູ່ບ້ານອາຊີບຕີເຫຼັກທີ່ມີຊື່ສຽງມາແຕ່ດົນນານຂອງເຂດທົ່ງພຽງພາກເໜືອ.
ດາສີ - ໝູ່ບ້ານຕີເຫຼັກທີ່ເປັນມູນເຊື້ອໃນເຂດທົ່ງພຽງພາກເໜືອຫວຽດນາມ - ảnh 1 ທ່ານ ຫງວຽນຮົ່ງເຟິ໋ນ, ນາຍຊ່າງ ດາສີ

ນັບແຕ່ກາງສະຕະວັດທີ 18 ໝູ່ບ້ານມີຊື່ວ່າໝູ່ບ້ານ ດາສີ. ອາຊີບໃນໝູ່ບ້ານ ດາສີ ເລີ່ມມີມາແຕ່ສະໄໝກະສັດ ຮຸ່ງເວືອງທີ 18. ໃນໄລຍະນັ້ນ, ປະຊາຊົນໝູ່ບ້ານເຄີຍຕີເຫຼັກຜະລິດອາວຸດແບບປະຖົມປະຖານຄື: ດາບ, ງ້າວ ເພື່ອສະໜອງໃຫ້ບັນດານາຍພົນທະຫານແນໃສ່ຮັກສາຜືນແຜ່ນດິນ ແລະ ຜະລິດອຸປະກອນ, ເຄື່ອງມືຮັບໃຊ້ການອອກແຮງງານທຳການຜະລິດ. ຮອດສະໄໝລາຊະວົງ ເຈິ່ນ, ຕົ້ນສະຕະວັດທີ 13, ດາສີ ຈິ່ງກາຍເປັນໝູ່ບ້ານຕີເຫຼັກອາຊີບເມື່ອພໍ່ເຖົ້າສອງຄົນແມ່ນທ່ານ ຫງວຽນທວດ ແລະ ຫງວຽນທ່ວນ ຈາກ ແທງຮ໋ວາ ມາສອນໃຫ້ປະຊາຊົນໝູ່ບ້ານກ່ຽວກັບເຄັດລັບໃນອາຊີບຕີເຫຼັກ.

ປະຈຸບັນໝູ່ບ້ານຕີເຫຼັກ ດາສີ ຂຶ້ນກັບຕາແສງ ກ໋ຽນຮຶງ, ເມືອງ ຮ່າດົງ, ຮ່າໂນ້ຍ. ເຖິງວ່າໄດ້ມີການປ່ຽນແປງສ່ວນໃດສ່ວນໜຶ່ງກໍ່ຕາມ, ແຕ່ຍັງຄົງຮັກສາສີສັນຂອງໝູ່ບ້ານອາຊີບໃນເມື່ອກ່ອນໄວ້ໄດ້. ບັນດານາຍຊ່າງລຸ້ນກ່ອນທີ່ມີສີມືດີຂອງໝູ່ບ້ານໄດ້ເຖິງແກ່ມໍລະນະກຳແລ້ວ, ແຕ່ນາຍຊ່າງລຸ້ນໃໝ່ຍັງຄົງອະນຸລັກຮັກສາອາຊີບທີ່ເປັນມູນເຊື້ອຂອງໝູ່ບ້ານຕົນ. ນັກສິລະປະການ ດິງກົງດ໋ວານ, ຮອງປະທານ ສະຫະສະມາຄົມໝູ່ບ້ານອາຊີບ ໝູ່ບ້ານ ດາສີ, ໃຫ້ຮູ້ວ່າ:

        “ປະຈຸບັນ, ອາຊີບຕີເຫຼັກແມ່ນອາຊີບຕົ້ນຕໍໃນແຕ່ລະຄອບຄົວ. ມີປະມານ 80% ຈຳນວນຄອບຄົວພວມເຮັດອາຊີບຕີເຫຼັກທີ່ເປັນມູນເຊື້ອຂອງໝູ່ບ້ານ. ຊ່າງແຕ່ລະຄົນ, ກໍ່ຄືແຕ່ລະຄອບຄົວລ້ວນແຕ່ມີເຄັດລັບສະເພາະ. ປະຊາຊົນໃນໝູ່ບ້ານສ່ວນຫຼາຍໄດ້ຮັບການແບ່ງງານຜູ້ລະຜະລິດສະເພາະສິນຄ້າໜຶ່ງຊະນິດ. ໃນໝູ່ບ້ານ, ຊ່າງທີ່ມີສີມືດີມີປະມານ 20 ຄົນ, ເຊິ່ງແມ່ນຜູ້ທີ່ສາມາດຜະລິດສິນຄ້າໄດ້ທຸກຊະນິດຕາມຄວາມຮຽກຮ້ອງຕ້ອງການຂອງລູກຄ້າ“.

ດາສີ - ໝູ່ບ້ານຕີເຫຼັກທີ່ເປັນມູນເຊື້ອໃນເຂດທົ່ງພຽງພາກເໜືອຫວຽດນາມ - ảnh 2 ນັກສິລະປະການ ດິງກົງດ໋ວານ

        ຜະລິດຕະພັນຂອງໝູ່ບ້ານ ດາສີ ແມ່ນອຸດົມສົມບຸນດ້ານປະເພດ, ແບບ ແລະ ມີຊື່ສຽງຍ້ອນຄວາມໝັ້ນທົນ, ແລະ ແຂງກວ່າບໍ່ວ່າຜະລິດຕະພັນໃດໃນເຂດທົ່ງພຽງພາກເໜືອ. ຍ້ອນເຫດນັ້ນ, ຜະລິດຕະພັນຂອງໝູ່ບ້ານຕີເຫຼັກ ດາສີ ບໍ່ພຽງແຕ່ໄດ້ຮັບຄວາມຮູ້ຈັກກັນດີຈາກລູກຄ້າທັງຢູ່ພາກເໜືອ ແລະ ພາກໃຕ້ເທົ່ານັ້ນ, ຫາກຍັງສົ່ງອອກຕ່າງປະເທດອີກດ້ວຍ. ກ່ອນນີ້, ມີໄລຍະໜຶ່ງ, ທັງສາມປະເທດຫວຽດນາມ, ລາວ, ກຳປູເຈຍ, ທີ່ຂຶ້ນກັບອິນດູຈີນ ແມ່ນແຫ່ງຈຳໜ່າຍສິນຄ້າຂອງໝູ່ບ້ານ ດາສີ, ມີດ, ມີດຕັດຂອງ ດາສີ ຍັງສົ່ງໄປຂາຍຢູ່ເຢັຍລະມັນ, ຝລັ່ງ, ອາເມລິກາ ອີກ. ທ່ານ ຫງວຽນຮົ່ງເຟິ໋ນ, ນາຍຊ່າງ ດາສີ, ຜູ້ມີສີມືດີໃນຄອບຄົວທີ່ເຮັດອາຊີບຕີເຫຼັກມາໄດ້ 5 ລຸ້ນຄົນແລ້ວ, ໃຫ້ຮູ້ວ່າ:

        “ຈຸດພົ້ນເດັ່ນຂອງໝູ່ບ້ານ ດາສີ ແມ່ນເຕັກນິກຫຼອມເຫຼັກ ແລະ ເຕັກນິກຜະລິດຄົມມີດ. ນັ້ນແມ່ນເຄັດລັບ, ບາງເທື່ອຮຽນແລ້ວກໍ່ບໍ່ສາມາດເຮັດໄດ້. ຄົມມີດຂອງໝູ່ບ້ານ ດາສີ ນັບພັນດວງລ້ວນແຕ່ຄືກັນ, ທັງບາງຄືເຈ້ຍ, ທັງບໍ່ບິດບ່ຽວ. ເຮັດໄດ້ຄືດັ່ງກ່າວແມ່ນຍ້ອນມີທັກສະໃນການຫຼອມເຫຼັກ. ເຫຼັກໄດ້ຮັບການຫຼອມຖືກຕາມວິທີ ມັນຈະແຂງ, ໝັ້ນທົນ,ແລະ ຄົມທີ່ສຸດ. ບົດຮຽນໃນການຫຼອມເຫຼັກແມ່ນບໍ່ມີໃນປື້ມ, ຫາກໄດ້ຮັບການຖອດຖອນມາໄດ້ຈາກປະສົບການຂອງລຸ້ນກ່ອນ.“

        ມາຢ້ຽມຢາມໝູ່ບ້ານ ດາສີ, ນັກທ່ອງທ່ຽວຈະຮູ້ສຶກຕົກສະເງີ້ເມື່ອເຫັນຜູ້ເຖົ້າຜູ້ແກ່, ຄົນໜຸ່ມ, ທັງຍິງ ແລະ ຊາຍລ້ວນແຕ່ສາມາດປະຕິບັດບັນດາຂັ້ນຕອນຂອງການ ຕີເຫຼັກ, ເຊິ່ງແມ່ນອາຊີບທີ່ໜັກໜ່ວງໄດ້. ຕາມທ່າອ່ຽງຂອງການພັດທະນາຫັນເປັນອຸດສາຫະກຳ ແລະ ທັນສະໄໝ. ປະຈຸບັນ, ມີຫຼາຍຮາກຖານຜະລິດໃນໝູ່ບ້ານໄດ້ລົງທຶນນຳເຂົ້າເຄື່ອງຈັກເພື່ອຫຼຸດຜ່ອນກຳລັງແຮງຂອງຄົນ ແລະ ເພີ່ມສະມັດຕະພາບແຮງງານຂຶ້ນ. ວິວັດແຫ່ງການຜະລິດດຳເນີນທຸລະກິດຂອງໝູ່ບ້ານອາຊີບຕີເຫຼັກ ກໍ່ໄດ້ຮັບການວາງແຜນຜັງຈາກທາງນະຄອນ ຮ່າໂນ້ຍ ເພື່ອອະນຸລັກຮັກສາ ແລະ ເສີມຂະຫຍາຍອາຊີບທີ່ເປັນມູນເຊື້ອ. ນັກສິລະປະການ ດິງກົງດ໋ວນ, ຮອງປະທານສະຫະສະມາຄົມໝູ່ບ້ານອາຊີບ, ໝູ່ບ້ານ ດາສີ, ໃຫ້ຮູ້ວ່າ:

        “ພວກຂ້າພະເຈົ້າຫາກໍ່ສ້າງໂທດລອງເຂດອຸດສາຫະກຳໃນໝູ່ບ້ານອາຊີບໃຫ້ປະຊາຊົນ. ໂຄງການທົດລອງນີ້ຖືກກໍ່ສ້າງໃນເນື້ອທີ່ກວ້າງ 13,2 ເຮັກຕາ. ພວກຂ້າພະເຈົ້າພວມດຳເນີນການກວດກາບັນດາຄອບຄົວຜະລິດເພື່ອນຳເຂົ້າເຂດດັ່ງກ່າວ. ໂຄງການນີ້ຊ່ວຍຫຼຸດຜ່ອນມົນລະພິດສິ່ງແວດລ້ອມໃນເຂດຊຸມຊົນ ແລະ ປະຊາຊົນກໍ່ມີເງື່ອນໄຂເພື່ອພັດທະນາວິທະຍາສາດ ເຕັກນິກ. ແຕ່ລະປີ, ພວກຂ້າພະເຈົ້າກໍ່ເປີດຊຸດບຳລຸງສີໄມ້ລາຍມືໃຫ້ແກ່ປະຊາຊົນ“.

        ໝູ່ບ້ານຕີເຫຼັກ ດາສີໄດ້ຮັບການຮັບຮອງຈາກສະຫະສະມາຄົມໝູ່ບ້ານອາຊີບ ຫວຽດນາມ ວ່າເປັນໜຶ່ງໃນບັນດາໝູ່ບ້ານອາຊີບທີ່ດີເດັ່ນຂອງ ຫວຽດນາມ. ແຕ່ລະມື້, ປະຊາຊົນໃນໝູ່ບ້ານ ດາສີ ຍັງຄົງເມົາມົວກັບອາຊີບທີ່ເປັນມູນເຊື້ອຂອງໝູ່ບ້ານຕົນ ແລະ ຮອດວັນທີ 27/3 ແລະ 25/8 ໄລ່ຕາມຈັນທະປະຕິທິນຂອງທຸກປີ, ເຊິ່ງແມ່ນວັນເຖິງແກ່ມໍລະນະກຳຂອງບຸລຸດຜູ້ປະດິດອາຊີບສອງທ່ານ ຫງວຽນທ້ວດ ແລະ ຫງວຽນທ່ວນ, ປະຊາຊົນໃນໝູ່ບ້ານ ດາສີ ກໍ່ຈັດຕັ້ງພິທີບູຊາສອງທ່ານຢ່າງສົມກຽດ, ເພື່ອອາໄລຫາຜູ້ທີ່ມີບຸນຄຸນໃນການປະດິດອາຊີບ ເພື່ອໃຫ້ປະຊາຊົນມີຊີວິດອິ່ມໜຳສຳລານ, ຢູ່ເຢັນເປັນສຸກ.

ຕອບກັບ

ຂ່າວ/ບົດ​ອື່ນ