ຕະຫລາດພື້ນບ້ານ- ຜະລິດຕະພັນທ່ອງທ່ຽວວົງຄະນາຍາດຢູ່ແຂວງເທື່ອທຽນເຫ້ວ

(VOVWORLD) -ສອງປີເທື່ອຫນຶ່ງ ເມື່ອ ໂອກາດ Festival ວຽນມາ, ບັນຍາກາດ ຕະຫລາດພື້ນບ້ານ ແທງຖູຍແຈງ ຫລືເອີ້ນວ່າ ໝູ່ບ້ານ ແທງຕວານ ຢູ່ ຕາແສງ ຖູຍແທງ ເມືອງ ເຮືອງຖູຍ ແຂວງ ເທື່ອທຽນເຫ້ວ ພັດຟົດຟື້ນຂຶ້ນຕື່ມ. ຕະຫລາດພື້ນບ້ານນີ້ ແມ່ນຫນຶ່ງໃນບັນດາຜະລິດຕະພັນທ່ອງທ່ຽວທີ່ເປັນເອກະລັກສະເພາະ ໂດຍຊາວບ້ານ ແທງຖູຍແຈງ ຈັດຕັ້ງ, ສ້າງຄວາມຮູ້ສຶກໃຫ້ນັກທ່ອງທ່ຽວຍາກທີ່ຈະຫລົງລືມໄດ້ເມື່ອມາຢ້ຽມຢາມແຫ່ງນີ້.

ຕະຫລາດພື້ນບ້ານຖືກຈັດຂຶ້ນທຸກມື້ໃນໂອກາດດຳເນີນ Festival ເຫ້ວ ນັບແຕ່ປີ 2002 ມາຮອດປະຈຸບັນ, ໃນບໍລິເວນທີ່ກວ້າງໃຫຍ່ ຈາກຫົວບ້ານຕະຫລອດຮອດທ້າຍບ້ານແທງຖູຍແຈງ. ແຕ່ບັນຍາກາດຟົດຟື້ນ ແລະມ່ວນຊື່ນທີ່ສຸດແມ່ນຢູ່ເຂດໃຈກາງບ້ານ, ອ້ອມແອ້ມຂົວດິນຂໍ ແລະ ຫໍພິພິທະພັນວາງສະແດງອຸປະກອນຜະລິດກະສິກຳ ແທງຕວານ. ເມື່ອອອກຈາກເດີນຈອດລົດ ຍ່າງໄປຕາມເສັ້ນທາງເຂົ້າບ້ານ ນັກທ່ອງທ່ຽວອາດຈະໄດ້ຍິນນ້ຳສຽງທີ່ເປັນເອກະລັກສະເພາະຂອງການຂັບບ່າຍຈ່ອຍດັ່ງກ້ອງກັງວານອອກມາຈາກ 22 ຕູບ ອ້ອມແອ້ມຕະຫລາດ.

ຕະຫລາດພື້ນບ້ານ- ຜະລິດຕະພັນທ່ອງທ່ຽວວົງຄະນາຍາດຢູ່ແຂວງເທື່ອທຽນເຫ້ວ - ảnh 1 ນັກທ່ອງທ່ຽວຢ້ຽມຊົມຕະຫລາດພື້ນບ້ານ

        ຢູ່ເຂດທາງທິດເຫນືອ ແລະ ທິດໃຕ້ ຂົວດິນຂໍ ແມ່ນໃຈກາງຂອງຕະຫລາດພື້ນບ້ານ ຊື່ງແມ່ນບ່ອນດຳເນີນບັນດາການເຄື່ອນໄຫວຕົ້ນຕໍ ລວມມີ ງານແຂ່ງຂັນຂັບບ່າຍຈອຍ, ງານແຂ່ງຂັນເຮັດເຂົ້າຫນົມ, ປຸງແຕ່ງບັນແກງ, ເຮັດກຸບ, ປັ້ນດິນດາກ… ພ້ອມກັບງານແຂ່ງຂັນຂັບບ່າຍຈອຍນັ້ນ, ບັນຍາກາດຢູ່ເຂດແຂ່ງຂັນຊ່ວງເຮືອທີ່ເປັນມູນເຊື້ອກໍ່ເຕັມໄປດ້ວຍນ້ຳສຽງທີ່ຟົດຟື້ນມ່ວນຊື່ນ.

     ບັນດາການເຄື່ອນໄຫວຢູ່ລຽບຕາມສອງຝັ່ງແຄມແມ່ນ້ຳ ຍືອີຄື: ການລະຫລິ້ນຂີ່ລົດຖີບໃນນ້ຳ, ຕຶກເບັດ, ຕຶກກະດຸ້ງ, ສະນ້ຳ ຢູ່ ຂົວດິນຂໍແທງຕວານ ໄດ້ປະກອບສ່ວນເຮັດໃຫ້ບັນຍາກາດຢູ່ຕະຫລາດພື້ນບ້ານຍິ່ງຈັບອົກຈັບໃຈກວ່າ. ນະທີ່ນີ້ ນັກທ່ອງທ່ຽວໄດ້ຊອກຮູ້ກ່ຽວກັບບັນດາຈຸດທີ່ເປັນເອກະລັກສະເພາະຂອງເຂດບ້ານນາຫວຽດນາມ ແລະ ສາມາດເຂົ້າຮ່ວມໂດຍກົງກັບບັນດາການເຄື່ອນໄຫວຜະລິດກະສິກຳ. ທ່ານຫງວຽນດັ້ງເລີ້ຍ ນັກທ່ອງທ່ຽວໄປຕະຫລາດພື້ນບ້ານໃຫ້ຮູ້ວ່າ:

        “ຕະຫລາດພື້ນບ້ານ ຄືດັ່ງວັນບຸນ ຂ້າພະເຈົ້າເຫັນວ່າ ບັນຍາກາດຢູ່ທີ່ນີ້ແມ່ນມ່ວນຊື່ນທີ່ສຸດ ມີສີສັນຂອງເຂດບ້ານນາ. ເມື່ອເຂົ້າຢ້ຽມຊົມຫໍພິພິທະພັນອຸປະກອນຜະລິດກະສິກຳ ແລະ ຕະຫລາດພື້ນບ້ານ ແມ່ນອະນຸສອນຍາກທີ່ຈະຫລົງລືມໄດ້ໃນໂອກາດ Fetival ເຫ້ວ 2018. ບັນດາການເຄື່ອນໄຫວຢູ່ທີ່ນີ້ ປະຈຸບັນ ໄດ້ເປີດກວ້າງອອກ, ແລະ ມີຫລາຍລາຍການອຸດົມສົມບູນກວ່າ.”

        ອາຫານການກິນ ແມ່ນສິ່ງທີ່ຂາດບໍ່ໄດ້ຢູ່ຕະຫລາດພື້ນບ້ານແທງຕວານ. ນອກຈາກບັນດາອາຫານຄື: ນ້ຳຫວານພື້ນເມືອງ, ເຂົ້າໜົມໄຕ່, ເຂົ້າຫນົມ… ເຂົ້າຫນົມປ່ານ, ນ້ຳຫວານສາລີ, ນ້ຳຫວານແກ່ນບົວ… ຍັງມີການປະກອບຂອງບັນດາເຍື່ອງອາຫານຊື່ງພຽງແຕ່ມີຢູ່ເຫ້ວເທົ່ານັ້ນຄື: ເຂົ້າຫອຍກີ້ຫວີຢ້າ, ມັນດ້າງຕົ້ມຖູຍແທງ, ເຂົ້າປຽກເສັ້ນປາກັ້ງ ຖູຍເຢືອງ. ບັນດາເຍື່ອງອາຫານຢູ່ໃນຕະຫລາດພື້ນບ້ານລ້ວນແຕ່ໄດ້ວາງຂາຍຢູ່ຕຽງເຮັດດ້ວຍໄມ້ໃຜ່ ສະນັ້ນ ນັກທ່ອງທ່ຽວສາມາດນັ່ງເທິງຕຽງນີ້ເພື່ອຊີມບັນດາລົດຊາດເຂດບ້ານນາທີ່ລຽບງ່າຍ.

ຕະຫລາດພື້ນບ້ານ- ຜະລິດຕະພັນທ່ອງທ່ຽວວົງຄະນາຍາດຢູ່ແຂວງເທື່ອທຽນເຫ້ວ - ảnh 2 ເຂດຂາຍເຄື່ອງຫັດຖະກຳ ຈັກສານ

        ສີສັນຂອງເຂດບ້ານນາ ຍັງສະແດງໃຫ້ເຫັນຜ່ານຊຸດອາພອນຂອງຜູ້ໄປຕະຫລາດອີກດ້ວຍ. ນັບແຕ່ຜູ້ຂາຍເຄື່ອງນຸ່ງເສື້ອ 3 ປ່ຽງ ຂາວ, ດຳ, ສີນ້ຳຕານເຂັ້ມ, ເສື້ອແຂນຍາວ, ຕະຫລອດຮອດພວກເອື້ອຍ, ພວກອາ ໃສ່ກຸບ, ນຸ່ງໂສ້ງຂາໃຫຍ່ ເຮັດໃຫ້ຕະຫລາດພື້ນບ້ານຍິ່ງຈັບອົກຈັບໃຈ ແລະ ເຕັມໄປດ້ວຍສີສັນເຂດບ້ານນາຂອງຫວຽດນາມ. ທ່ານ ຫງວຽນເມົ້າຮ່ວາ, ຮອງປະທານຄະນະກຳມະການປະຊາຊົນຕາແສງ ແທງຖູຍ ໃຫ້ຮູ້ວ່າ:

        “ຕະຫລາດພື້ນບ້ານໃນມື້ຈັດວັນບຸນ ສ່ວນຫລາຍແມ່ນວາດພາບບັນຍາກາດຂອງຕະຫລາດພື້ນບ້ານໃນເມື່ອກ່ອນ, ວາດພາບເຖິງບັນດາການລະຫລິ້ນພື້ນເມືອງ ແລະ ການດຳເນີນຊີວິດປະຈຳວັນຂອງປະຊາຊົນ. ບັນດາການເຄື່ອນໄຫວນີ້ໂດຍແມ່ນປະຊາຊົນຈັດຕັ້ງເອງ. ອຳນາດການປົກຄອງທ້ອງຖິ່ນ ກຳນົດວ່າ ປະຊາຊົນແມ່ນຈຸດຫລັກຂອງວັນບຸນ ແລະ ນັບແຕ່ປີ 2002 ມາຮອດປະຈຸບັນ ທຸກການເຄື່ອນໄຫວລ້ວນແຕ່ມອບໃຫ້ປະຊາຊົນເພື່ອໃຫ້ປະຊາຊົນທຳການຄ້າຂາຍ, ວາງສະແດງ, ແນະນຳວິທີສີເຂົ້າ, ຕຳເຂົ້າ… ຈັດຕັ້ງບັນດາການເຄື່ອນໄຫວລະຫລິ້ນ ຮ້ອງລຳທຳເພງ.”

        ຕະຫລາດພື້ນບ້ານ ແທງຕວານ ດຶງດູດນັກທ່ອງທ່ຽວບໍ່ພຽງແຕ່ໃນໂອກາດ Festival ເຫ້ວ ເທົ່ານັ້ນ ຫາກຍັງຖືກຈັດຂຶ້ນໃນມື້ວັນເພງຂອງທຸກເດືອນອີກດ້ວຍ (ວັນທີ 15 ໄລ່ຕາມຈັນທະປະຕິທິນ). ຕາແສງ ຖູຍແທງ ກໍ່ໄດ້ສ້າງແຜນຮ່າງສະເຫນີຮັບຮອງຕະຫລາດພື້ນບ້ານ ແມ່ນເຄື່ອງໝາຍການທ່ອງທ່ຽວວົງຄະນາຍາດສະເພາະຂອງໝູ່ບ້ານ ແທງຕວານ ຕາແສງ ຖູຍແທງ ເມືອງ ເຮືອງຖູຍ ແຂວງ ເທື່ອທຽນເຫ້ວ. ອຳນາດການປົກຄອງທ້ອງຖິ່ນ ກໍ່ໄດ້ບູລະນະປະຕິສັງຂອນ, ປະດັບປະດາຂົວດິນຂໍ ແທງຕວານ, ຂຸດຂີ້ຕົ້ມ ສິ່ງເປີເປື້ອນຢູ່ແມ່ນ້ຳ ຍືອີ ອອກ, ບຸກເບີກຫນ້າພຽງເຂດໃຈກາງຕະຫລາດໃຫ້ກວ້າງກວ່າ,ມີຄວາມສະດວກສະບາຍກວ່າເພື່ອຮັບໃຊ້ນັກທ່ອງທ່ຽວເມື່ອມາຢ້ຽມຊົມຕະຫລາດພື້ນບ້ານ. ປະຊາຊົນຢູ່ຕາແສງ ແທງຕວານ ພວມນັບມື້ນັບຕັ້ງຫນ້າເຮັດອະນາໄມເສັ້ນທາງໄປມາໃນບ້ານເພື່ອໃຫ້ພາບພົດຂອງຕະຫລາດພື້ນບ້ານນີ້ມີຄວາມສະອາດສວຍງາມສະຫງົບສຸກ, ດຶງດູດນັກທ່ອງທ່ຽວຜູ້ຢູ່ໄກກໍ່ຄືຢູ່ໃກ້ມາຢ້ຽມຢາມນັບມື້ນັບຫລາຍກວ່າ

ຕອບກັບ

ຂ່າວ/ບົດ​ອື່ນ