ນ້ຳສ້າງສ່ອງແສງເຖິງຊີວິດດ້ານຈິດວີນຍານໃນສັງຄົມ

      (vovworld) – ນັບແຕ່ດົນນານມາແລ້ວ, ຕົ້ນໄຮ, ທ່ານຳ້, ເດີ່ນສາລາ ໄດ້ກາຍເປັນສັນຍາ ລັກຂອງໝູ່​ບ້ານ​​ໃນ​ເຂດ​ບ້ານ​ນາ ຫວຽດນາມ. ຕົ້ນ​ໄຮ​ແມ່ນ​ສ້າງຮົ່ມ​​ເຢັນ ​ແລະ ຮັບປະກັນໃຫ້ອາກາດ​ປອດ​ໄສ,​ ນ້ຳ​ສ້າງ​ສະໜອງ​ນຳ້​ໃຫ້​ທຸກ​ຄົນ. ສາລາ​ບ້ານ​ແມ່ນ​ແຫ່ງ​ດຳ​ເນີນ​ຊີວິດ​ດ້ານ​ວັດທະນະທຳ, ພິທີ​ງານ​ບຸນ, ການ​ເຫຼື້ອມ​ໃສ. ຕາມ​ທັດສະນະ​ຂອງ​ຄົນ​ຫວຽດບູຮານ​ແລ້ວ, ນຳ້​​ເປັນ​​ແຫຼ່ງຊີວິດ, ​ເປັນ​ຂົວ​ຕໍ່​ລະຫວ່າງ​ຟ້າ, ດິນ ​ແລະ ມະນຸດ. ບົດ​ຂຽນ “ນ້ຳສ້າງສ່ອງແສງເຖິງຊີວິດດ້ານຈິດວີນຍານໃນສັງຄົມ“ ຂອງ​ ​ໂຕ​ຕ໋ວນ, ນັກ​ຂ່າວ ວິ​ທະ​ຍຸ​ກະຈາຍສຽງ ຫວຽດນາມ.

ນ້ຳສ້າງສ່ອງແສງເຖິງຊີວິດດ້ານຈິດວີນຍານໃນສັງຄົມ - ảnh 1
ນ້ຳສ້າງສ່ອງແສງເຖິງຊີວິດດ້ານຈິດວີນຍານໃນສັງຄົມ

          ​ໃນ​ໂຄງ​ສ້າງບັນດາ​ກິດຈະກຳວັດທະນະທຳ​ດ້ານ​ຈິດ​ວີນຍານ​ຢູ່​ໝູ່​ບ້ານ​ຕ່າງໆ, ຖ້າ​ຫາກ​ວ່າ​ຕົ້ນ​ໄຮ​ມີ​ຜີ​ສາງ​ນາງ​ໄມ້, ວັດວາອາ​ຮາມ​ມີ​ພະພຸດທະ​ເຈົ້າ, ນຳ້​ສ້າງ​ມີ​ເທວະ​ນຳ້. ຕາມ​ທັດສະນະພື້ນ​ເມືອງ​ແລ​້ວ, ນຳ້​ສ້າງ​​ເປັນ​ສັນຍາ​ລັກ​​ແຫ່ງ​ຄວາມສົມ​ບູນ​ພູນ​ສຸກ ​ແລະ ພະລັງ​ຊີວິດ​ຂອງ​ຊາວບ້ານ. ທ່ານ ​ເຈິ່ນມິ​ງ​ເຍືອງ, ນັກ​ຄົ້ນ​ຄ້ວາ​ວັດທະນະທຳ​ພື້ນ​ເມືອງ, ​ໃຫ້​ຮູ້​ວ່າ:

     “ປະຈຸ​ບັນ, ຢູ່​ບັນດາ​ໝູ່​ບ້ານ​ໃນ​ເຂດ​ທົ່ງພຽງ​ພາກ​ເໜືອ ຫວຽດນາມ ຍັງ​ຄົງ​ມີຮ່ອງຮອຍ​ບັນດານຳ້ສ້າງ​ບູຮານຢູ່, ບາງ​ເທື່ອ​ແມ່ນ​ນຳ້ສ້າງ​​ເຮັດ​ດ້ວຍດິນ, ບາງ​ເທື່ອ​ແມ່ນ​ນຳ້ສ້າງ​ເຮັດດ້ວຍ​ຫີນ​ນຳ​ນໍ່, ນຳ້ສ້າງ​ເຮັດ​ດ້ວຍ​ຫີນ​ແມ່ນມີ​ຮູບ​ຮ່າງ​ແຕກ​ຕ່າງ​ກັນ. ພິ​ເສດ​, ຢູ່ ທາງ​ໜ້າ​​ບັນດາ​ເຂດ​ປູຊະນີຍະສະຖານ, ສາລາ, ວັດວາອາ​ຮາມ, ຫໍ​ບູຊາ, ​ເຂດ​ສຸສານນັ້ນ, ຍາມ​ໃດ​ກໍ່​ມີນຳ້​ສ້າງ​ບູຮານ, ດັ່ງ​ນັ້ນ​ບັນດາ​ນຳ້​ສ້າງ​ນັ້ນ​ຈຶ່ງ​ມີ​ຄວາມ​ສັກສິດ“.

          ຕາມ​ວັດທະນະທຳ​ພື້ນ​ເມືອງ​ແລ້ວ, ບັນດາ​ນຳ້ສ້າງ​ຍັງ​ຕິດ​ພັນ​ກັບ​ເລື່ອງ​ລາວ​ທີ່​ສືບ​ມາ​ແຕ່​ບູຮານ​ນະ​ການ ​ເຕັ​ມ​ໄປດ້ວຍ​ລັກສະນະ​ວັດທະນະທຳ​ມະນຸດ, ສະ​ແດງ​ໃຫ້​ເຫັນ​ວັດທະນະທຳ​ແຫ່ງ​ຈິດ​ວີນຍານ​ຂອງ​ທັງ​ປະຊາ​ຄົມ. ຢູ່​ເທິງ​ພູ ​ເຈິ​ນ​ເຊີນ (​ແຂວງ ບັກ​ນິງ) ມີ​ນຳ້ສ້າງ​ແຫ່ງ​ໜຶ່ງ​ທີ່​ເອີ້ນ​ວ່າ “ນຳ້​ສ້າງ ຫວຽດ“, ​ເຊິ່ງ​ເຂົາ​ເຈົ້າ​ຖື​ວ່າ​ມັນ​ໄດ້​ມີ​ມາ​ແຕ່​ຊຸມ​ມື້​ທຳ​ອິດ​ແຫ່ງ​ການ​ສ້າງຕັ້ງປະ​ເທດ. ນຳ້ສ້າງ​ຍາມ​ໃດ​ກໍ່​​ ​ເປັນ​ສັນຍາ​ລັກ​​​ແຫ່ງຄວາມຍືນ​ຍົງຄົງ​ຕົວ. ສ່ວນ​ໃນ​ເຂດ​ວິຫານ ຮຸ່ງ (​ແຂວງ​ຟູ໋ທໍ້) ມີ​ວິຫານ​ນຳ້​ສ້າງ, ​ເຊິ່ງຕິດ​ພັນ​ກັບ​ເລື່ອງ​ລາວ​ທີ່​ວ່າ, ນີ້​ແມ່ນ​ແວ່ນ​ແຍງ​ຂອງ​ລາຊະ​ທິດາ​ສອງ​ນາງ​ຄື ງອກ​ຮວາ ​ແລະ ຕຽນ​ຢຸງ, ​ເຊິ່ງເປັນ​ລູກ​ຂອງ​ເຈົ້າ​ຊີວິດ ຮຸ່ງ ​ລຸ້ນທີ 18. ຢູ່​ປູຊະນີຍະສະຖານ​ວິຫານ ​ໂກ​ລວາ, ​ເມືອງ ດົງ​ແອ​ງ, ຮ່າ​ໂນ້ຍ ມີ​ນຳ້​ສ້າງ​ເພັດ ທີ່​ຕິດ​ພັນ​ກັບ​ເລື່ອງ​ລາວ​ແຫ່ງ​ຄວາມ​ຮັກຂອງລາຊະ​ທິດາ​ ມີ້​ເຈົາ. ປະຊາຊົນ​ຢູ່​ທີ່​ນີ້​ຖື​ວ່າ, ຖ້າ​ເພັດ​ມະນີຖືກ​ລ້າງ​ດ້ວຍ​ນຳ້​ສ້າງຢູ່​ທີ່​ນີ້​ມັນ​ຈະ​ໃສ​ແຈ້ງ ​ແລະ ງາມ​ກວ່າ. ຢູ່​ວັດ ​ລິງຕຽນ​ກວ໋ານ, ຮ່າ​ໂນ້ຍ ກໍ່​ມີ​ນ້ຳສ້າງ​ພິ​ເສດ. ນຳ້ຢູ່​ທີ່​ນິ້ຍາມ​ໃດ​ກໍ່​ໃສ​ສະອາດ, ຈືດ​ຕະຫຼອດ​ປີ ​ແລະ ຕັກ​ເອົາ​ຫຼາຍ​ເທົ່າ​ໃດ​ກໍ່​ບໍ່​ໝົດຈັກ​ເທື່ອ. ປະຊາຊົນ​ເຄີຍ​ເອົາ​ນຳ້​ຢູ່​ທີ່​ນີ້​ເພື່ອຖະຫວາຍ​ບູຊາ​ເທວະ​ດາ. ຄົນ​ເຈັບ​ເປັນ ຫຼື ​ອິດ​ເມື່ອຍ ​ເມື່ອ​ດື່ມນຳ້​ຢູ່​ທີ່​ນີ້​ກໍ່ຈະ​ເຊົາ​ເຈັບ​ໄວ.

          ສະຖາປັດຕະຍະກຳ​ໝູ່​ບ້ານ, ດ້ວຍບັນດາ​ນຳ້ສ້າງ​ທີ່​​ເຂັ້ມ​ຄົ້ນ​ໄປ​ດ້ວຍ​ພື້ນຖານ​ອະລິຍະ​ທຳ​ແຫ່ງການປູກ​ເຂົ້ານາ​ທາມ. ​ໃນ​ແຕ່ລະ​ໄລຍະ, ບັນດາ​ນຳ້ສ້າງ​ກໍ່ມີຮູບປະພັນ ​ແລະ ຄວາມ​ໝາຍ​​ແຕກ​ຕ່າງ​ກັນ. ມີ​ນຳ້ສ້າງ​ບາງ​ແຫ່ງ​ເປັນຮູບຈະຕຸ​ລັດ, ​ແມ່ນສັນຍາ​ລັກ​ໃຫ້​​ແຜ່ນດິນ​ແມ່, ​ໃນ​ນັ້ນ​ແຫຼ່ງນຳ້​ຖືກ​ປຽບ​ເໝືອນຄືດັ່ງແຫຼ່ງນຳ້ນົມ​ເພື່ອ​ລ້ຽງ​ດູ​ຄົນ​​ໃຫ້​ເຕີບ​ໃຫຍ່. ມີ​ນຳ້ສ້າງ​ບາງ​ແຫ່ງ​​ເປັນຮູບ​ມົນ, ​ເປັນ​ສັນຍາ​ລັກ​ໃຫ້​​ແກ່ດວງ​ຕາ​ເວັນ, ມີ​ນຳ້ສ້າງ​ຮູບ​ໄຂ່ປຽບ​ເໝືອນ​ເປັນ​ແວ່ນ​ແຍງ, ສ່ອງ​ແສງ​ຮູບ​ພາບ​ການ​ດຳລົງ​ຊີວິດ​​ໃນຄວາມ​ສັນຕິ​ສຸກຂອງ​ເຂດ​ບ້ານ​ນາ. ນຳ້ສ້າງ​ກໍ່​ແມ່ນ​ແຫ່ງ​ດຳ​ເນີນ​ຊີວິດ, ​ແຫ່ງເຕົ້າ​ໂຮມຂອງ​ຊາວບ້ານ. ໝູ່​ບ້ານ​ມົງຟູ້, ຕາ​ແສງ ​ເດື່ອງ​ເລິ​ມ, ຢູ່​ຊານ​ກຳ​ແພງນະຄອນ ຮ່າ​ໂນ້ຍ ກໍ່​ມີ​ຊື່​ສຽງ​ດ້ວຍ​ບັນດາ​ນຳ້ສ້າງ​ເຮັດ​ດ້ວຍ​ຫີນ​ນຳ​ນໍ່. ນຳ້ສ້າງ​ຢູ່​ທີ່​ນີ້​ຍາມ​ໃດ​ກໍ່​​ໃສ ​ແລະ ບໍລິສຸດ. ພໍ່​ເຖົ້າ ຟຸ່ງວັນ​ຈ່ວຽນ ຢູ່​ບ້ານ ມົງຟູ້, ​ໃຫ້​ຮູ້​ວ່າ:

           ບ້ານ​ມົງຟູ້ມີ​ນ້ຳສ້າງ​ທັງ​ໝົດ 6 ​ແຫ່ງ, ​ໃນ​ນັ້ນຊາວບ້ານ​ຍັງ​ຄົງ​ນຳ​ໃຊ້​ນ້ຳ​ຢູ່ນຳ້ສ້າງ 5 ​ແຫ່ງ​ເປັນ​ປະຈຳ. ນ້ຳສ້າງ​ກໍ່​ແມ່ນ​ແຫ່ງ​ເພື່ອ​ໃຫ້​ຊາວບ້ານ​ພົບ​ປະ, ​ໂອ້​ລົມ​ນຳກັນ. ຈາກ​ນຳ້ສ້າງ​ໃນ​ໝູ່​ບ້ານ​ມີ​ບ່າວ​ສາວ​ຫຼາຍ​ຄູ່​ໄດ້​ກາຍ​ເປັນ​ຜົວ​ເມຍແລ້ວ“.

ນ້ຳສ້າງສ່ອງແສງເຖິງຊີວິດດ້ານຈິດວີນຍານໃນສັງຄົມ - ảnh 2
ນ້ຳສ້າງສ່ອງແສງເຖິງຊີວິດດ້ານຈິດວີນຍານໃນສັງຄົມ

      ພິ​ເສດ​ຢູ່​ໝູ່​ບ້ານ ມົງຟູ້​ ໃນ​ປະຈຸ​ບັນຍັງ​ມີ​ນຳ້ສ້າງ​ພິ​ເສດ​ແຫ່ງ​ໜຶ່ງ, ຊິ່ງປະຊາຊົນ​ໃນ​ເຂດ​ເຄີຍ​ເອີ້ນ​ວ່າ “ນຳ້ສ້າງ​​ເພື່ອຂໍນຳ້ນົມ“. ​ເຖິງ​ວ່າ​ນ້ຳສ້າງ​ນ້ອຍ​ທີ່​ສຸດກໍ່ຕາມ, ແຕ່ນັບ​ພັນ​ປີ​ມາ​ນີ້​ນຳ້ສ້າງ​ຍາມ​ໃດ​ກໍ່​​ເຕັມ​ນຳ້​ ​ແລະ ໃສ​​ທີ່​ສຸດ. ບັນດາ​ຜູ້​ເປັນ​ແມ່​ຢູ່​ໝູ່​ບ້ານ ​ເດື່ອງ​ເລິ​ມ ​ເມື່ອ​ຂາດ​ນຳ້ນົມ​ລ້ຽງ​ລູກ ​ເຄີຍ​ຈັດ​ພິທີ​ຂໍ​ນ້ຳນົມ, ​ແລ້ວ​ດື່ມ​ນ້ຳ​ໃນ​ສ້າງ​ ຫຼັງຈາກນັ້ນຈະ​ມີ​ນຳ້ນົມຢ່າງ​ພຽງພໍເພື່ອລ້ຽງລູກ. ໝູ່​ບ້ານ ມາຍ​ດົ້ງ ​ແລະ ຮ່ວາງ​ມາຍ, ຢູ່​ທາງ​ທິດ​ໃຕ້ ຮ່າ​ໂນ້ຍ ​ແມ່ນ​ແຫ່ງ​ຜະລິດ​ເຕົ້າ​ຮູ້​ເມີທີ່​ມີ​ຊື່​ສຽງ. ບາງ​ຄົນ​ເວົ້າ​ວ່າ, ​ເຕົ້າຮູ້​ເມີ ຈະບໍ່​​ແຊບ​ຫອມ​ຄື​ແນວ​ນັ້ນ, ຖ້າ​ບໍ່ເອົານຳ້ໃນນ້ຳສ້າງມາ​ເຮັດ. ທ່ານ ຫງວຽນ​ວັນ​ເລີ້​ຍ, ຊາວບ້ານ ຮ່ວາງ​ມາຍ, ​ເລົ່າ​ສູ່​ຟັງ​ວ່າ:

ກ່ອນ​ນີ້​ປະຊາຊົນ​ຢູ່​ທີ່​ນີ້​ບໍ່​ຫຼາຍ​ປານ​ໃດ, ​ເຂົາ​ເຈົ້າ​ເຄີຍ​ເອົາ​ນ້ຳ​ໃນ​ນ້ຳສ້າງ​ເພື່ອ​ກິນ​ດື່ມ, ​ແລະ ນຳ​ໃຊ້​ໃນ​ການ​ດຳລົງ​ຊີວິດ. ​ເຕົ້າຮູ້​ເມີ ​ແມ່ນຜະລິດ​ຕະພັນ​ທີ່​ມີ​ຊື່​ສຽງ​ນັບ​ແຕ່​ດົນ​ນານ​ມາ​ແລ້ວ, ຍ້ອນ​​ເຮັດ​ດ້ວຍ​ນຳ້​ໃນ​ນຳ້ສ້າງ. ​ນ້ຳສ້າງ ​ແລະ ທາດ​ດິນ​ຢູ່​ທີ່​ນີ້​ໄດ້​ສ້າງ​ເປັນ​ບັນດາ​ຜະລິດ​ຕະພັນ​ທີ່​ມີ​ຊື່​ສຽງ​ຄື: ໝາກ​ເຂືອ ຫຼື​ຜັກກາດ​ໝູ່​ບ້ານ ຮ່ວາງ​ມາຍ. ​ໃນ​ປະຫວັດສາດ, ໝູ່​ບ້ານ ຮ່ວາງ​ມາຍ​ ຍັງ​ມີ​ເຫຼົ້າ​ຍື່ນຖະຫວາຍ​ເຈົ້າ​ຊີວິດທີ່ໄດ້​ຮັບ​ການ​ປຸງ​ແຕ່ງ​ຈາກ​ແຫຼ່ງນ້ຳ​ໃນ​ໝູ່​ບ້ານ. ກ່ອນ​ນີ້ທັງ​ໝູ່​ບ້ານ​ມີ​ນ້ຳສ້າງ 8 ​ແຫ່ງ, ​ແຕ່​ປະຈຸ​ບັນ​ຍັງ​ເຫຼືອ​ພຽງ 4 ​ແຫ່ງ​ເທົ່າ​ນັ້ນ, ​ແຕ່​ປະຊາຊົນ 20 ກວ່າ​ຄອບຄົວ​ໃນ​ໝູ່​ບ້ານຍັງ​ຄົງ​ຜະລິດ​ເຕົ້າຮູ້​ເມີ​ຢູ່“.

        ຜ່ານ​ຫຼາຍ​ສະຕະວັດ, ຊາວ​ໝູ່​ບ້ານ ຮ່ວາງ​ມາຍ ກໍ່​ຄື​ຢູ່​ຫຼາຍ​ໝູ່​ບ້ານ​ອື່ນໆ​ຂອງ ຫວຽດນາມ ຍັງ​ຄົງ​ມີ​ສະຕິ​ຮັກສາ​ບັນດາ​ປູຊະນີຍະສະຖານ, ​ໃນ​ນັ້ນ​ມີ​ບັນດາ​ນ້ຳສ້າງ​ບູຮານ​ໄວ້. ​ໃນ​ຈິດ​ໃຈ​ຂອງ​ຊາວ ຫວຽດນາມ ​ແລ້ວ, ບັນດາ​ນ້ຳສ້າງ​ໃນ​ໝູ່​ບ້ານ​ປຽບ​ເໝືອນ​ດັ່ງແວ່ນ​ແຍງ​ທີ່​ບັນຈຸຄວາມ​ຊົງ​ຈຳ. ​ໃນ​ຊີວິດ​ຍຸກ​ປະຈຸ​ບັນ, ນ້ຳສ້າງ​ຍັງ​ຄົງ​ແມ່ນ​ກິດຈະກຳ​ທີ່​ມີ​ຄຸນຄ່າ​ວັດທະນະທຳ​ດ້ານ​ຈິດ​ວີນຍານ​ທີ່​ສ່ອງ​ແສງ​ໃຫ້​ເຫັນຊີວິດ​ສັງຄົມ​ຂອງ​ເຂດ​ບ້ານນາ​ຢູ່.

 

ຕອບກັບ

ຂ່າວ/ບົດ​ອື່ນ