ບັນດາຈຸດທີ່ເປັນເອກະລັກສະເພາະຂອງບ້ານນາທາງພາກເໜືອ

(vovworld) ໝູ່​ບ້ານ​ຢູ່​ເຂດ​ທົ່ງ​ພຽງທາງ​ພາກ​ເໜືອ ແມ່ນ​ບ່ອນ​ເຕົ້າ​ໂຮມ​ບັນ​ດາ​ຜູ້​ມີ​ເລືອດ​ເນື້ອດຽ​ວ​ກັນ ຫຼື ເຮັດອາ​ຊີບ​ດຽວ​ກັນ. ຄວາມ​ສະ​ໜິດ​ຕິດ​ພັນ​ລະ​ຫວ່າງ​ປະ​ຊາ​ຊົນ​​ເຂດບ້ານນາ, ບໍ່​ພຽງ​ແຕ່​​ແມ່ນການ​ພົວ​ພັນ​ກຳ​ມະ​ສິດ​​ທີ່​ດິນ, ບັນ​ດາມ​ໍ​ລະ​ດົກ​ສະ​ຖາ​ປັດ​ຕະ​ຍາ​ກຳ​ລວມ​ຂອງ​ໝູ່​ບ້ານ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ການ​ສະ​ໜິດ​ຕ​ິດ​ພັນ​ວົງ​ຄະ​ນະ​ຍາດ​ໃນ​ຊີ​ວິດ​ທາງ​ຈິດ​ວີນ​ຍານ, ການຮັກ​ສາ​ແບບ​ແຜນ​ການ​ດຳ​ລົງ​ຊີ​ວິດ​ພ້ອມ​ກັບ​ບັນ​ດາ​ມາດ​ຖານ​ຂອງ​ສັງ​ຄົມ​ອີກ​ດ້ວຍ. ບົດ​ຂຽນ “ບັນ​ດາ​​ຈຸດທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອ​ງ​ບ້ານ​ນາ​ທາງ​ພາກ​ເໜືອ” ຂອງ ໂຕ​ຕ໋ວນ, ນັກ​ຂ່າວ VOV.

ບັນດາຈຸດທີ່ເປັນເອກະລັກສະເພາະຂອງບ້ານນາທາງພາກເໜືອ - ảnh 1
ປະ​ຕູ​ໂຂງ​ຢູ່​ໝູ່​ບ້ານ ເດືອງ​ເລີມ

        ເຂດ​ທົ່ງ​ພຽງ​ພາກ​ເໜືອ​ແມ​່ນ​ເຂດ​ດິນ​ແດນ​​ປະ​ຫວັດ​ສາດ​ທີ່​ມີ​ມາ​ແຕ່​ດົນ​ນານ, ແມ່ນ​ອູ​ສ້າງ​​ເປັນ​ວັດ​ທະ​ນະ​ທຳ, ​ຄວາມ​ອະ​ລິ​ຍ​ະ​ທຳ​ຂອງ​ຊາວ ຫວຽດ​ນາມ. ນີ້ກໍ່​ແມ່ນ​ບ່ອນ​ຮັກ​ສາ​ບັນ​ດາ​ຄຸນ​ຄ່າ​ວັດ​ທະ​ນະ​ທ​ຳ​ທີ່​ເປັນ​ມູນ​ເຊື້ອ​. ປະ​ຊາ​ຊົນ​ຢູ່​ເຂດ​ທົ່ງ​ພຽງ​ພາກ​ເໜືອ ທຳ​ມາ​ຫາ​ກິນ ດ້ວຍ​ອາ​ຊີບ​ປູກ​ເຂົ້າ​ນາ​ທາມ​ເປັນ​ຕົ້ນ, ປະ​ຊາ​ຊົນ​​ດຳ​ລົງ​ຊີ​ວີດ​ຢ່າງ​ປອງ​ດອງ​ກັບ​ທຳ​ມະ​ຊາດ, ​ຖືກຜົນ​ສະ​ທ້ອນ​ຈາກ​ແນວ​​ຄິດ​ສາ​ສະ​ໜາພ​ຸດ, ສາ​ສະ​ໜາ​ຂົງ​ຈື, ມີ​ຄວາມ​ຮັກ​ແພງ​ກັບ, ມີ​ຄວາມ​ເຊື່ອ​ໝັ້ນ​ຕໍ່​ເຫດ ແລະ ຜົນ ແລະ ​ເຄົ​າ​ລົບຊັ້ນລຳ​ດັບ​ໃນ​ຄອບ​ຄົວ ແລະ ສັງ​ຄົມ… ບົນ​ພື້ນ​ຖານ​ເງື່ອນ​ໄຂ​ທຳ​ມະ​ຊາດ ແລະ ສັງ​ຄົມ​ນັ້ນ, ສະ​ພາບ​ແວດ​ລ້ອມ, ແບບ​ແຜນ​ການ​ດຳ​ລົງ​ຊີ​ວິດ​ຂອງ​ປະ​ຊາ​ຊົນ​ຢູ່​ບັນ​ດາ​ເຂດ​ບ້ານ​ນາ​ທາງ​ພາກ​ເໜືອຄ່ອຍໆ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ. ​ທິວ​ທັດ​ທຳ​ມະ​ຊາດ​ຂອ​ງ​ໝ​ູ່​ບ້ານ​ທາ​ງ​ພ​າກ​ເໜືອ​ເຄີຍ​ໄດ້​ມີ​ສຸມ​ໄມ້​ໄຜ່, ປະ​ຕູ​ໂຂງ, ​ທາງ​​ບ້ານ, ເຮືອນ​ຢູ່ ແລະ ບັນ​ດາ​ກິດ​ຈະ​ກຳ​ສາ​ສະ​ໜາ​ຄື: ສາ​ລາ, ວັດ, ຫໍ​ບູ​ຊາ…

        ຢູ່​ບັນ​ດາ​ໝູ່​ບ້ານ​ທາງ​ພາກ​ເໜືອ, ຮູບ​ພາບ​ຕົ້ນ​ໄຮ​ຕົ້ນ​ໂພ​ໄດ້​ເປັນ​ສັນ​ຍາ​ລັກ​ແຫ່ງ​ການ​ຍື່ນ​ຍົງ​ຄົງ​ຕົວ​ຂອງ​ການ​ເວ​ລາ, ເປັນ​ພະ​ຍານຫຼັກ​ຖານ​​ແຫ່ງ​ການ​ປ່ຽນ​ແປງ​ຂອງ​ມະ​ນຸດ, ຂອງ​ດິນ​ຟ້າ​ອາ​ກາດ. ຕົ້ນ​ໄຮ​ເຄີຍ​ໄດ້​ຮັບ​ການ​ປູກ​ຢູ່​​ປະ​ຕູ​ໂຂງໝູ່​ບ້ານ, ທາງຫຼັງ​ໝູ່​ບ້ານ, ​ໃຈ​ກາງ​ໝ​ູ່​ບ້ານ ຫຼື ຢູ່​ອ້ອມ​ແອ້ມ​ບັນ​ດາ​ປູ​ຊະ​ນີ​ຍະ​ສະ​ຖາ​ນ​ຄື: ສາ​ລາ, ວິ​ຫານ, ວັດ. ບ້ານ​ນາທາງ​ພາກ​ເໜືອ​ມີຫຼາຍ​​ສະ​ຖາ​ປັດ​ຕະ​ຍາ​ກຳ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຄື: ບັນ​ດາ​ຂົວ​ດິນ​ຈີ່, ​ຂົວເຮັດ​ດ້ວຍ​ຫີນ… ຢູ່​​ຫົວໝູ່​ບ້ານ. ເຖິງ​ຢ່າງ​ໃດ​ກໍ່​ຕາມ, ຮູບ​ພາບ​ທີ່​ສ້າງ​ຄວາມ​ປະ​ທັບ​ໃຈ​ທີ່​ສຸດ​ແມ່ນ​ປະ​ຕູ​ໂຂງ. ປະ​ຕູ​ໂຂງ​ແມ່​ນ​ພາກ​ສ່ວນ​​ທີ່ຂາດບໍ່​ໄດ້​ຂອງ​ໝູ່​ບ້ານ​ຢູ່​ພາກ​ເໜືອ. ປອ ເຈີນ​ຫ​ຶວ​ເຊີນ, ສະ​ມາ​ຄົມ​​ວັນ​ນະ​ສິນພື້ນ​ເມືອງ ຫວຽດ​ນາມ, ໃຫ້​ຮູ້​ວ່າ:

        “ປະ​ຕູ​ໂຂງ​ໄດ້​ຮັບ​ການ​ກຳ​ເນີດ​ຕິ​ດ​ພັນ​ກັບ​ການກຳ​ເນີດ​ຂອງ​ໝູ່​ບ້ານ. ໄລ​ຍະ​ຕົ້ນ, ປະ​ຕູ​ໂຂງ​ພຽງ​ແຕ່​ມີລັກ​ສະ​ນະ​​ເປັນ​ບ່ອນ​ຂີດ​ຂັ້ນ​ເທົ່າ​ນັ້ນ. ຫຼັງ​ຈາກນັ້ນ, ເມື່ອ​ເສດ​ຖະ​ກິດ​ຂອງ​ໝູ່​ບ້ານ​ພັດ​ທະ​ນາ, ໃນ​ໝູ່​ບ້ານ​ໄດ້​​ມີ​ບັນ​ດາ​ວົງ​ຕະ​ກຸນ​ມີ​ຜູ້ທີ່​ມີ​ຊື່​ສຽງ, ຈຶ່ງ​ປະ​ກົດ​ມີ​ບັນ​ດາ​ປະ​ຕູ​ໂຂງ​ໃຫຍ່ ແລະ ສວຍ​ງາມ.”

        ສາ​ລາ​ບ້ານແມ່ນ​ຈຸດ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ທີ່​ສຸດ​ຂອງ​ບ້ານ​ນາ​ທາງ​ພາກ​ເໜືອ. ສາ​ລາ​ບ້ານ​ແມ່ນ​ເຮືອນ​ຫຼັງໃຫຍ່, ມີ​ສະ​ຖາ​ປັດ​ຕະ​ຍາ​ກຳ​ທີ່​ສວຍ​ງາມ ແລະ ​ສົມ​ກຽດທີ່​ສຸດ. ສາ​ລາ​ບ້ານ​​ບູ​ຊາ​ພະ​ອໍ​ລະ​ຫັນ​ຂອງ​ໝູ່​ບ້ານ, ເຊິ່ງ​ເປັນຜູ້​ມີ​ຄຸນ​ງາມ​ຄວາມ​ດີ​ໃນ​ການ​​ກໍ່ຕັ້ງ​ໝູ່​ບ້ານ, ແລະ ​ອາ​ຊີບ​ໃຫ້​ແກ່​​ປະ​ຊາ​ຊົນ​ໃນບ້ານ ຫຼື ​ເປັນ​ຜູ້​ທີ່​ມີ​ຄຸນ​ງາມ​ຄວາມ​ດີ​ໃນ​ການ​ຕີ​ສັດ​ຕູ​ຮັກ​ສາ​ປະ​ເທດ. ໃນ​ໂອ​ກາດ​ງານ​ບຸນ​ໝູ່​ບ້ານ, ປະ​ຊາ​ຊົນ​ໃນ​ໝູ່​ບ້ານ​ເຄີຍ​ຈັດ​ຕັ້ງ​ພິ​ທີ​ແຮ່​ວໍ. ພິ​ທີ​ແຫ່ວໍ​ນີ້​ຍາມ​ໃດ​ກໍ່​ສ້າງ​ຄວາມ​ສັກ​ສິດ​ກະ​ລະ​ບູ​ຊາ, ​ຄວາມ​ສາ​ມັກ​ຄີ​ໃນ​ວົງ​ຄະ​ນະ​ຍາດ​ທີ່​ສຸດ. ສາ​ລາບ​້ານ​ຍັງ​​ເປັນ​ສັກ​ຂີ​ພິ​ຍານ​ບັນ​ດາ​ການ​ດ​ຳ​ເນີນ​ຊີວ​ິດ, ​ປະ​ເພ​ນີ ແລະ ​ການ​ປ່ຽນ​ແປງ​ໃນ​ຊີ​ວິດ​ສັງ​ຄົມ​ຂອງ​​ບ້ານ​ນາ.

ບັນດາຈຸດທີ່ເປັນເອກະລັກສະເພາະຂອງບ້ານນາທາງພາກເໜືອ - ảnh 2
ທາງບ​້ານ​ຢູ່​ໝູ່​ບ້ານ​ທີ່ ຮ່າ​ໄຕ

        ຄຽງ​ຄູ່​ກັບ​ສາ​ລາ​ບ້ານ, ເກືອບ​ຄື​ວ່າ​ໝູ່​ບ້ານ​ແຫ່ງ​ໃດ​ກໍ່​ວັດ​ເພື່ອ​ບູ​ຊາ​ພະ​ພຸດ​ທະ​ເຈົ້າ. ແຕ່​ດົນ​ນານ​ມາ​ແລ້ວ, ວັດມີ​ຄວາມ​ສະ​ໜິດ​ຕິດ​ພັນ​​ໃນ​ຊີ​ວິດ​ທາງ​ດ້ານ​ຈິດ​ວີນ​ຍານ​ຂອງຊາວບ້ານ. ວັດ​ແມ່ນ​ບ່ອນ​​ເພື່ອ​ໃຫ້​ປະ​ຊາ​ຊົນ​ຖະ​ຫ​ວາຍ​ທູບ​ທຽນ, ບູ​ຊາ, ຖ​ື​ສີນ​ກິນບວດຫຼໍ່​ຫຼອມ​ຄຸມ​ສົມ​ບັດ, ສ້າງ​ບຸນ​ທຳ​ໃຫ້​ລູກຫຼານ. ພະ​ມະ​ຫາ​ອາ​ຈານ ທີກ​ຕ໋ຽນ​ດາດ, ເຈົ້າ​ອະ​ທິ​ການ​ວັດ ກື​ດາ, ຊານ​ນະ​ຄອນ ຮ່າ​ໂນ້ຍ, ຖື​ວ່າ:

“ສາ​ສະ​ໜາ​ພຸດ​ໄດ້​ເຂົ້າ​ມາ ຫວຽດ​ນາມ ນັບແຕ່​ດົນ​​ແລ້ວ, ດັ່ງ​ນັ້ນ, ຢູ່ບ່ອນ​ໃດ​ມີ​ປະ​ຊາ​ຊົນ, ມີ​ໝູ່​ບ້ານ, ​ຢູ່ບ່ອນນັ້ນ​ຈະ​ມີ​ວັດ, ມີ​ສາ​ລາ, ຫໍ​ບູ​ຊາ ແລະ ກາຍ​ເປັນ​​ວັດ​ທະ​ນະ​ທຳ​ທີ່​ຂາດບໍ່​ໄດ້ຂອງ​ເຂດ​​ທົ່ງ​ພຽງທາງ​ພາກ​ເໜືອ ຫວຽດ​ນາມ. ວັດ​ແມ່ນ​ບ່ອນ​ດຳ​ເນີນ​ຊີວີດ​ທາງ​ດ້ານ​ຈີດ​ວິນ​ຍານ, ການ​ເຫຼື້ອມ​ໃສ​, ແມ່ນ​ບ່ອນ​ຝາກ​ຝັງ​ຄວາມ​ເຊື່ອ​ໝັ້ນ, ຄວາມ​ມຸ່ງ​ຫວັງ​ຂອງ​ປະ​ຊາ​ຊົນ​ໃນ​ການ​ດຳ​ລົງ​ຊີ​ວິດ. ສາ​ສະ​ໜາ​ພູດ​ໄດ້​ຊີ້​ທິດ​ໃຫ້​ແກ່​ມະ​ນຸດ​ມຸ່ງ​ໄປ​ເຖິງ​ບັນ​ດາ​ສິ່ງ​ທີ່​ດີ​ງາມ, ດັ່ງ​ນັ້ນ​ວັດ​ແມ່ນ​ບ່ອນ​ອີງ​ທາງ​ດ້ານ​ຈິດ​ໃຈ​ວັດ​ທະ​ນະ​ທຳ​ຂອງ​ປະ​ຊາ​ຊົນ.”

ໃນສະ​ຖາ​ປັດ​ຕະ​ຍາ​ກຳ​ຂອງ​ໝູ່​ບ້ານ, ນ້ຳ​ສ້າງ​ຍາມ​ໃດ​ກໍ່​ໄດ້​ຮັບ​ຖື​ວ່າ​ແມ່ນ​ບ່ອນ​ສັກ​ສິດ​ທີ່​ສຸດ. ຢູ່​ຂ້າງນ້ຳ​ສ້າງ​ເຄີຍ​ມີ​ຫໍ​ບູ​ຊາຜີ​ສາງ. ໃນ​ວັນ​ເພັງ ຫຼື ງານ​ບຸນ​ຕ່າງໆ, ປະ​ຊາ​ຊົນ​ເຄີຍ​ມາ​ຈູດທູບ​ທຽນ​ຢູ່​ອ່າງ​ນ້ຳ​ສ້າງ ແລະ ເອົາ​ນ້ຳ​ໃນ​ຍາມ​ເຊົ້າໆ​ເພື່ອ​ບູ​ຊາ.

ແຕ່​ລະ​ໝູ່​ບ້ານລ້ວນ​ແຕ່​ມີ​ເຂດ​ສຸ​ສານ​ສະ​ເພາະ​ຂອງ​ຕົນ. ບາງ​ໝູ່​ບ້ານ​ມີ​ປະ​ເພ​ນີຝັງ​ສົບ​ໃນ​ເຂດ​ທົ່ງ​ນາ​ຂອງ​ຄອບ​ຄົວ, ວົງ​ຕະ​ກຸນ. ປະ​ຊາ​ຊົນ​ຖື​ເຂດນີ້​ເປັນ​ສຳ​ຄັນ ແລະ ເອົາ​ໃຈ​ໃສ່​ເຖິງຫຼັກ​ຫວາງ​ຈຸ້ຍ​ຂອງ​ສຸ​ສານ.

ເຮືອນ​ຢູ່​​ທີ່​ເປັນ​ມູນ​ເຊື້ອ​ມີຫຼາຍ​ຄຸນ​ຄ່າ​ກ່ຽວ​ກັບ​ດ້ານ​ສະ​ຖາ​ປັດ​ຕະ​ຍາ​ກຳ ແລະ ກາ​ນ​ຈັດ​ຕັ້ງ. ຢູ່​ອ້ອມ​ຂ້າງ​ເຮືອ​ມີ​ຮົ້ວ​ດ້ວຍ​ຕົ້ນ​ຊະ​ບາ, ຕໍ່​ໜ້າ​ບ້ານ​ມີ​ແຖວ​ຕົ້ນ​ໝາກ ແລະ ທາງຫຼັງ​ບ້ານ​ປູກຕົ້ນ​​ກ້ວຍ. ເຮືອນ​ຢູ່​​ຂອງ​ປະ​ຊາ​ຊົນ​ໃນ​ໝູ່​ບ້ານ​ໄດ້​ຮັບ​ການກໍ່​ສ້າງ​ດ້ວຍ​​ຂະ​ໜາດ​ທີ່​ແຕກ​ຕ່າງ​ກັນ. ຄອບ​ຄົວ​ໃດ​ຮັ່ງ​ມີ​ຈະ​ສ້າງ​ເຮືອນ​ໃຫຍ່​ມີ 5, 7 ຫ້ອງ, ​ຄອບ​ຄົວໃດ​ທຸກ​ຍາກ​ຈະ​ສ້າງ​ເຮືອນມີ 3 ຫ້ອງ ແລະ 2 ຫ້ອງ​ນ້ອຍ​ຢູ່ຂ້າງ​ເຮືອນ. ບັນ​ດາເຮືອນ​ຢູ່​​ໄດ້​ເຕົ້າ​ໂຮມ​​ກັນ​ສ້າງ​ເປັນ​ເຂດ​ຊຸມ​ຊົນ, ມີ​ປະ​ຕູ​ໂຂງ​ຕິດ​ກັນ​​ສ້າງ​ຄວາມ​ສະ​ໜິດ​ຕິ​ດ​ພັນນຳ​ກັນ.

ນັບ​ແຕ່ດົນ​ນານ​ມາ​ແລ້ວ, ຮູບ​ພາບ​ໝູ່​ບ້ານ​ທີ່​ເປັນ​ມູນ​ເຊື້ອ​ໄດ້​ຝັງ​ເລິກ​ໃນ​ຈິດ​ໃຈ, ຕິດ​ພັນ​ກັບ​ຊາວ ຫ​ວຽດ​ນາມ ຫຼາຍ​ລຸ້ນ​ຄົນ. ​ເຖິງວ່າ​ປະ​ຈຸ​ບັນ, ​ໄດ້ມີ​ການ​ປ່ຽນ​ແປງຫຼາຍ​ຢ່າງ​ໃນ​ຊີ​ວິດ​ສັງ​ຄົມ​​ແລ້ວກໍ່​ຕາມ, ແຕ່​ມີຫຼາຍ​ໝູ່​ບ້ານ​ຍັງ​ຄົງ​ຮັກ​ສາ​ບັນ​ດາ​ຈຸດ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ໝູ່​ບ້ານ​ທາງ​ພາກ​ເໜື​ອ​ໄວ້​ຢູ່.


ຕອບກັບ

ຂ່າວ/ບົດ​ອື່ນ