ບັນດາຮູບແບບສະໜອງນ້ຳປະປາໃຫ້ແກ່ເຂດຊົນນະບົດຢູ່ແຂວງ ບັກນີງ

(vovworld) ​ໃນ​ຊຸມ​ປີຜ່ານມາ, ຈາກ​ແຫຼ່ງ​ທຶນ​​ຂອງ​ໂຄງ​ການ​ຈຸດ​ໝາຍ​ແຫ່ງ​ຊາດ​ກ່ຽວ​ກັບ​ນ້ຳ​ປະ​ປາ ແລະ ອະ​ນາ​ໄມ​ສິ່ງ​ແວດ​ລ້ອມ, ແຂວງ ບັກ​ນີງ ໄດ້​ຍູ້​ແຮງ​ການ​ສະ​ໜອງ​ນ້ຳ​ປະ​ປາ, ນ້ຳ​ສະ​ອາດ​ເຖິງ​ປະ​ຊາ​ຊົນ​ເຂດ​ຊົນ​ນະ​ບົດ. ມາ​ຮອດ​ປະ​ຈຸ​ບັນ, ອັດ​ຕາ​ປະ​ຊາ​ຊົນ​ເຂດ​ຊົນ​ນະ​ບົດ​ໄດ້​ນຳ​ໃຊ້​ນ້ຳ​ສາ​ອາດ​​ຂຶ້ນ​ເຖິງ 98%. ບົດ​ຂຽນ “ບັນ​ດາຮູບ​ແບບ​ສະ​ໜອງ​ນ້ຳ​ປະ​ປາ​​ໃຫ້​ແກ່​ເຂດ​ຊົນ​ນະ​ບົດ​ຢູ່​ແຂວງ ບັກ​ນີງ” ຂ​ອງ​ຕ໋​ຽນ​ຢູ້ງ, ນັກ​ຂ່າວ VOV.

ບັນດາຮູບແບບສະໜອງນ້ຳປະປາໃຫ້ແກ່ເຂດຊົນນະບົດຢູ່ແຂວງ ບັກນີງ - ảnh 1


        ດ້ວຍ​​ຈຳ​ນວນ​ເງິນໄດ້​ຮັບ​ການ​ກູ້​ຢືມ​ຈາກ​ທະ​ນາ​ຄານ​ໂລກ (WB) ແລະ ແຫຼ່ງ​ເງິນ​ຈາກ​ ​ສັງ​ຄົ​ມ, ຮອດ​ທ້າຍ​ປີ 2015, ບັນ​ດາ​ເຂດ​ຊົນ​ນະ​ບົດ​ຂອງ​ແຂວງ ບັກ​ນີງ ​ມີ 36 ໂຄງ​ການ​ລົງ​ທຶນ​ສະ​ໜອງ​ນ້ຳ​ໄດ້​ປະ​ຕິ​ບັດ​ສຳ​ເລັດ ແລະ ພວມ​ເຄື່ອນ​ໄຫວ​ດ້ວຍ​ຄວາມ​ສາ​ມາດ​ສະ​ໜອງນ້ຳ​ປະ​ປາ 57.000 ​ເມັດ​ກ້ອນ/ວັນ, ​ໃຫ້​ເກືອບ 50.500 ຄອບ​ຄົວ. ​ເມື່ອ​ນຳບັນ​ດາ​ໂຄງ​ການ​ສະ​ໜອງ​ນ້ຳ​ປະ​ປາ​ໃຫ​້​ເຂດ​ຊົນນະ​ບົດ​​ເຂົ້າ​ເຄື່ອນ​ໄຫວ ໄດ້ນຳ​ມາ​ເຊິ່ງ​ປະ​ສິດ​ທິ​ຜົນ​ແທ​ດ​ຈິງ, ຍົກ​ສູງ​ຄຸນ​ນະ​ພາບ​​​ການ​ດຳ​ລົງ​ຊີ​ວິດ​ໃຫ້​ແກ່​ປະ​ຊາ​ຊົນ, ປະ​ກອບ​ສ່ວນ​ຫລຸດ​ຜ່ອນ​ຊ່ອງ​ຫວ່າງ​ລະ​ຫວ່າງ​ເຂດ​ຊົນ​ນະ​ບົດ​ກັບ​ເຂດ​ຕົ​ວ​ເມືອງ, ພ້ອມ​ທັງ​ປ່ຽນ​ໃໝ່​​ຄວາມ​ຮັບ​ຮູ້​ຂອງ​ປະ​ຊາ​ຊົນ​ເຂດ​ຊົນ​ນະ​ບົດ​ກ່ຽວ​ກັບ​ຄວາມ​ໝາຍ, ຜົນ​ປະ​ໂຫຍດ​ຂອງ​ການ​ນຳ​ໃຊ້​ນ້ຳ​​ປະ​ປາ ແລະ ການ​ອະ​ນາ​ໄມ​ສິ່ງ​ແວດ​ລ້ອມ. ທ່ານ ຫງວຽນ​ດັງ​ຄາງ, ຮອງ​ຜູ້​ອຳ​ນວຍ​ການ​ບໍ​ລິ​ສັດ ອານ​ທິ້ງ, ຢູ່​​ເທດ​ສະ​ບານ ຕື່​ເຊີນ, ແຂວງ ບັກ​ນີງ, ຫົວ​ໜ່ວຍ​ລົງ​ທຶນກໍ່​ສ້າງ​ໂຮງ​ງານ​ສະ​ໜອງ​ນ້ຳ​ປະ​ປາ​ຢູ່​ຕາ​ແສງ ເຕືອງ​ຢາງ, ເທດ​ສະ​ບານ ຕື່​ເຊີນ, ໃຫ້​ຮູ້​ວ່າ:

        “ໃນ​ວິ​ວັດ​ແຫ່ງ​ການ​ຜັນ​ຂະ​ຫຍາຍ​ໂຄງການ​ຕະຫຼອດ​ຮອດ​ເວ​ລາ​ນຳ​ໂຄງ​ການ​ເຂົ້າ​ເຄື່ອນ​ໄຫວນັ້ນ​, ພວກ​ຂ້າ​ພະ​ເຈົ້າ​ໄດ້​ສົ​ມ​ທົບ​ກັບ​ອຳ​ນາດ​ການ​ປົກ​ຄອງ​ທ້ອງ​ຖິ່ນ ເພື່ອ​ແກ້​ໄຂ​ບັນ​ດາ​ບັນ​ຫາ​ທີ່​ຍັງ​ຄົງ​ຄ້າງ. ປະ​ຈຸ​ບັນ, ພວກ​ຂ້າ​ພະ​ເຈົ້າ​ໄດ້​ສະ​ໜອງ​ນ້ຳ​​ປະ​ປາໃຫ​້​ທົ່ວ​ 6 ບ້ານ​ຂອງ​ຕາ​ແສງ ເຕືອງ​ຢາງ ແລະ ຮັບ​ປະ​ກັນ​ໃຫ້​ທຸກໆ​ຄອບ​ຄົວ​​ລ້ວນ​ແຕ່​ມີ​ນ້ຳ​ປະ​ປາ​ເພື່ອ​ນຳ​ໃຊ້”

        ໃນ​ຊຸມ​ປີ​ມໍ່​ໆ​ມານີ້, ແຂວງ ບັກ​ນີງ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ແຂວງ​ມີ​ລະ​ດັບ​ການ​ພັດ​ທະ​ນາ​ດ້ານ​ເສດ​ຖະ​ກິດ​ທີ່​ຂະ​ຫ​ຍັນ​ຂັນ​ເຄື່ອນ​ທີ່​ສຸດ. ມີຫຼາຍ​ເຂດ​ອຸດ​ສາ​ຫະ​ກຳ​ໄດ້​ຮັບ​ການກໍ່​ສ້າງ​ໃໝ່, ຈຳ​ນວນ​ວິ​ສາ​ຫະ​ກິດ​ໃໝ່​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຢ່​າງວ່ອງ​ໄວ, ດັ່ງ​ນັ້ນ ຄວາມ​ຕ້ອງ​ການ​ນຳ​ໃຊ້​ແຫຼ່ງນ​ຳ​້​ປະ​ປາ​ນັບ​ມື້​ນັບຫຼາຍ. ທ່ານ ຫງວຽນ​ແອງ​ຕ໋ວນ, ຮອງ​ຜູ້​ອຳ​ນວຍ​ການ​ໃຫຍ່​ບໍ​ລິ​ສັດ​ຫຸ້ນ​ສ່ວນ​ບຳ​ລຸງ​ສ້າງ ແລະ ​ຕິດ​ຕັ້ງໄຟ​ຟ້າ ຮ່າ​ໂນ້ຍ, ຫົວ​ໜ່ວຍ​ພວມ​ລົງ​ທຶນກໍ່​ສ້າງ​ໂຮງ​​ງານ​ນ້ຳ​ປະ​ປາ ຢູ່​ເມືອງ ທ້ວນ​ແທ່ງ, ໃຫ້​ຮູ້​ຕື່​ມ​ອີກວ່າ:

        “ໃນ​ວິ​ວັດ​ແຫ່ງ​ການ​ລົງ​ທຶນ​ໂຄງ​ການ, ພວກ​ຂ້າ​ພະ​ເຈົ້າ​ກໍ່​ເຫັນ​ໄດ້​ຄວາມ​ຕ້ອງ​ການ​ນຳ​ໃຊ້​ນ້ຳ​ຂອງ​ວິ​ສາ​ຫະ​ກິດກໍ່​ຄື​ຂອງ​ພໍ່​ແມ່​ປະ​ຊາ​ຊົນ​ແມ່ນ​ໃຫຍ່ຫຼວງ​ທີ່​ສຸດ ໃນ​ຂະ​ນະ​ທີ່​ແຫຼ່ງ​ນ້ຳ​ປະ​ປາ​ໃນ​ເຂດ​ຍັງ​ອ່ອນ​ຫຼາຍ. ຄະ​ນະ​ຜູ້​ອຳ​ນວຍ​ການ​ບໍ​ລິ​ສັດ ພ້ອມ​ກັບ​ບັນ​ດາ​ຜູ້​ຖື​ຫຸ້ນໄດ້​ເຫັນ​ດີ​ເຫັ​ນ​ພ້ອມ​ເຂົ້າ​ຮ່ວມ​ໂຄງ​ການ​ທີ່ມີ​ລັກ​ສະ​ນະ​ຫັນ​ເປັນ​ສັງ​ຄົມ. ໂຄງ​ການ​ນ້ຳ​ປະ​ປາ​ຢູ່​ແຂວງ ບັກ​ນີງ ໄດ້​ຮັບ​ການ​ລົງ​ທຶນ​ຕາມ​ມະ​ຕິ 318 ​ດ້ວຍຈຸດ​ປະ​ສົງ​ແມ່ນ​ຫັນ​ເປັນ​ທົ່ວ​ສັງ​ຄົມ, ເພື່​ອ​ຊຸກ​ຍູ້​ເຂດ​ຊຸມ​ຊົນ​ໃຫ້ພັດ​ທະ​ນາ​ດີ​ຂຶ້ນ”

        ເພື່ອ​ປະ​ຕິ​ບັດ​ສຳ​ເລັດ​ຈຸດ​ໝາຍ​ຮອດ​ເຄິ່ງ​ຕົ້ນ​ປີ 2017, ອັດ​ຕາ​ປະ​ຊາ​ຊົນ​ຢູ່​ເຂດ​ຊົນ​ນະ​ບົດ​ໄດ້​ນຳ​ໃຊ້​ບັນ​ດາ​ແຫຼ່ງ​ນ້ຳ​ສ​ະ​ອາດ​ບັນ​ລຸ 100%, ໃນ​ໄລ​ຍະ​ຈະ​ມາ​ເຖິງ, ແຂວງ ປັກ​ນີງ ຈະ​ຕັ້ງ​ໜ້າ​ກ່​ວາ​ໃນ​ການ​ລົງ​ທຶນ, ກໍ່​ສ້າງ​ບັນ​ດາ​ໂຮງ​ງານ​ບຳ​ບັດ​ນ້ຳ​ປະ​ປາ. ພ້ອມ​​ທັງ, ເອົາ​ໃຈ​ໃສ່​ລະ​ດົມ​ບັນ​ດາວ​ິ​ສາ​ຫະ​ກິດ​ເຂົ້າ​ຮ່ວມ​ການກໍ່​ສ້າງ, ຄຸ້ມ​ຄອງ ແລະ ຂຸດ​ຄົ້ນ​, ເພື່​ອ​​ປະ​ກອບ​ສ່ວນ​ພ້ອມ​ກັບລັດ​​ລົງ​ທຶນ​ເຂົ້າ​ບັນ​ດາ​ກິດ​ຈະ​ກຳ​ສະ​ໜອງ​ນ້ຳ​ປະ​ປາ ​ໃຫ້​ແກ່​ປະ​ຊາ​ຊົນ​ຢູ່​ເຂດ​ຊົນ​ນະ​ບົດ. ທ່ານ ຫງວຽນ​ດົງ​ທາບ, ຜູ້​ອຳ​ນວຍ​ການ​ສູນ​ນ້ຳ​ປະ​ປາ ແລະ ອະ​ນາ​ໄມ​ສິ່ງ​ແວດ​ລ້ອມ​ເຂດ​ຊົນ​ນະ​ບົດ​ແຂວງ ບັກ​ນີງ, ໃຫ້​ຮູ້​ວ່າ:

        “ຜ່ານ​ວິ​ວັດ​ການ​ນຳ​ໃຊ້​ນະ​ໂຍ​ບາຍ​ທົ່ວ​ສັງ​ຄົມ​​ເຂົ້າ​ຮ່ວມຂອງ​ແຂວງ ບັກ​ນີງ, ໃນ​ບໍ​ລິ​ເວນ​ແຂວງ​ມີ​ທັງ​ໝົດ 97 ຕາ​ແສງ, ມາ​ຮອດ​ປະ​ຈຸ​ບັນ​ບັນ​ດາ​ວິ​ສາ​ຫະ​ກິດ​ໄດ້​ລົງ​ທຶນ 52 ຕາ​ແສງ, ໃນ​ນັ້ນ​ມີ 21 ຕາ​ແສງ​ໄດ້​ມ​ອບ​ສົ່ງ​ສຳ​ເລັດ​ ແລະ ນຳ​ເຂົ້າ​ເຄື່ອນ​ໄຫວ ແລະ 26 ຕາ​ແສງ​ພວມ​ດຳ​ເນີນ​ການກໍ່​ສ້າງ ​ຄາ​ດ​ວ່າຮອ​ດ​ທ້າຍ​ປີ 2016 ຈະ​ປະ​ຕິ​ບັດ​ສຳ​ເລັດ​. ບັນ​ດາ​ລະ​ບົບ​ທໍ່​​ສົ່ງ​ນ້ຳ​ປະ​ປາເຖິງ​ເຂດ​ໃຈ​ກາງ​​ຕາ​ແສງຕ່າງໆນັ້ນ​ຮອດ​ໄຕ​ມາດ​ທີ 2 ປີ 2017 ຈະ​ລົງ​ສູ່ແຕ່​ລະ​ຄອບ​ຄົວ. 5 ຕາ​ແສງ​ໄດ້​ອະ​ນຸ​ມັດ​ຜ່ານ​ໂຄງ​ການ ແລະ ພວມ​ເລືອກ​ເຟັ້ນ​ບັນ​ດາ​ນັກ​ລົງ​ທຶນ. ດັ່ງ​ນັ້ນ, ຮອດ​ໄຕ​ມາດ​ທີ 2 ປີ 2017 ຈະ​ມີ 100% ​ຕາ​ແສງ​ເຂດ​ຊົນ​ນະ​ບົດໃນ​ບໍ​ລິ​ເວນ​ແຂວງ ບັກ​ນີງ ໄດ້​ນຳ​ໃຊ້​ນ້ຳ​ປະ​ປາ”

        ແຂວງ ບັກ​ນີງ ໄດ້​ກຳ​ນົດ​​ຍູ້​ແຮງວຽກ​ງານ​ຫັນ​ເປັນ​ທົ່ວສັງ​ຄົມ​ກ່ຽວ​ກັບ​ນ້ຳ​ສະ​ອ​າດ ແລະ ອະ​ນາ​ໄມ​ສິ່ງ​ແວດ​ລ້ອມ​ເຂດ​ຊົນ​ນະ​ບົດ ນັ້ນ​ແມ່ນ​ການກໍ່​ສ້າງ​ບັນ​ດາ​ນະ​ໂຍ​ບາຍ​ບຸ​ລິ​ມະ​ສິດ, ສົ່ງ​ເສີມ​ພາກ​ເອ​ກະ​ຊົນ ແລະ ບັນ​ດາ​ພາກ​ສ່ວນ​ເສດ​ຖະ​ກິດ​ອື່ນໆ​ລົງ​ທຶນກໍ່​ສ້າງ​ກິດ​ຈະ​ກຳ​ສະ​ໜອງ​ນ້ຳ​​ແບບ​ລວມ. ເຮັດ​ໄດ້​ຄື​ແນວນັ້ນ, ຕະຫຼາດ​ສະ​ໜອງ​ນ້ຳ​ປະ​ປາ​ເຂດ​ຊົນ​ນະ​ບົດ​ຢ່​ູ​ແຂວງ ບັກ​ນີງ ​ຈຶ່ງ​ມີ​ຫຼາຍ​ຮູບ​ຫຼາຍ​ແບບ, ປະ​ຊາ​ຊົນ​ຈະ​ໄດ້​ສຳ​ດ​ກັບການ​ບໍ​ລິ​ການດ​ີ​ທີ່​ສຸດ, ​ມີຄຸນ​ນະ​ພາບ​​ທີ່​ສຸດ​ເພື່ອ​ຍົກ​ສູງ​ສຸ​ຂະ​ພາບ​ຂອງວົງ​ຄະ​ນະ​ຍາດ.


ຕອບກັບ

ຂ່າວ/ບົດ​ອື່ນ