ບ້ານ ຈີ່ ພັດທະນາການທ່ອງທ່ຽວວົງຄະນະຍາດ

(VOVWORLD) -ບ້ານ ຈີ່, ຕາແສງ ຊວນຢາງ, ເມືອງກວາງບິ່ງ, ແຂວງຮ່າຢາງ ຕັ້ງຢູ່ຫ່າງຈາກຮ່າໂນ້ຍ ປະມານ 300 ກ.ມ, ນັບແຕ່ດົນນານມາແລ້ວ, ບ້ານແຫ່ງນີ້ແມ່ນສະຖານທີ່ທ່ອງທ່ຽວທີ່ດຶງດູດນັກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດ.
ບ້ານ ຈີ່ ພັດທະນາການທ່ອງທ່ຽວວົງຄະນະຍາດ - ảnh 1(ພາບອີນເຕີແນັດ)

ເພື່ອຂຸດຄົ້ນ, ເສີມຂະຫຍາຍຄວາມສາມາດບົ່ມຊ້ອນດ້ານການທ່ອງທ່ຽວຂອງທ້ອງຖິ່ນແລ້ວ, ໃນຊຸມປີຜ່ານມາບ້ານ ຈີ່ ໄດ້ຍູ້ແຮງພັດທະນາຮູບແບບການທ່ອງທ່ຽວວົງຄະນະຍາດ, ເພື່ອຈາກນັ້ນອະນຸລັກຮັກສາ, ເສີມຂະຫຍາຍບັນດາຈຸດວັດທະນະທຳທີ່ເປັນເອກະລັກສະເພາະຂອງປະຊາຊົນບັນດາເຜົ່າຢູ່ທີ່ນີ້.

        ບ້ານ ຈີ່, ຕັ້ງຢູ່ລະຫວ່າງກາງເຂດພູຜາປ່າໄມ້ ແລະ ບັນດາທົ່ງນາທີ່ຂຽວອຸ່ມທຸ່ມ. ຄວາມງາມແບບຮົກເຮື້ອເປົ່າຫວ່າງ, ເປັນມິດກັບສິ່ງແວດລ້ອມ, ພ້ອມກັບບັນດາຈຸດວັດທະນະທຳທີ່ເປັນເອກະລັກສະເພາະຂອງປະຊາຊົນບັນດາເຜົ່າຢູ່ທີ່ນີ້ໄດ້ດຶງດູດນັກທ່ອງທ່ຽວມາຢ້ຽມຢາມເຂດດິນແດນແຫ່ງນີ້ນັບມື້ນັບຫຼາຍຂຶ້ນ.

        ຕາມເສັ້ນທາງເຂົ້າບ້ານທີ່ເຕັມໄປດ້ວຍຮົ່ມຕົ້ນໄມ້, ຢູ່ 2 ຟາກທາງແມ່ນເຮືອນຮ້ານທີ່ໃຫຍ່ໂຕ, ສະອາດສວຍງາມ… ພວກເຮົາໄດ້ໄປຮອດເຮືອນຂອງທ່ານ ຮ່ວາງວັນງິ້, ຢູ່ບ້ານຈີ່, ໃນຈຸດເວລາທີ່ຄອບຄົວຂອງທ່ານພວມຫ້າງຫາກະກຽມຂອງກິນເພື່ອຕ້ອນຮັບຄະນະນັກທ່ອງທ່ຽວທີ່ມາຈາກຝລັ່ງ ມາຢູ່ນຳ. ທ່ານ ຮ່ວາງວັນງິ ໃຫ້ຮູ້ວ່າ, ໃນຊຸມປີມໍ່ໆມານີ້, ມີນັກທ່ອງທ່ຽວຢູ່ພາຍໃນປະເທດ ແລະ ຕ່າງປະເທດມາຢ້ຽມຢາມບ້ານ ຈີ່ ແລະ ຊວນຢາງ ນັບມື້ນັບຫຼາຍຂຶ້ນ ແລະ ພັກອາໄສເປັນເວລາດົນກວ່າ. ປະຈຸບັນ, ບ້ານ ຈີ່ ມີ 10 ຄອບຄົວເຮັດບໍລິການທ່ອງທ່ຽວວົງຄະນະຍາດ. ແຕ່ລະຄອບຄົວລ້ວນແຕ່ກະກຽມຜ້າຫົ່ມ, ຜ້າປູບ່ອນ, ໝອນ… ເພື່ອຮັບໃຊ້ໃຫ້ແກ່ການພັກຢູ່ອາໄສຂອງນັກທ່ອງທ່ຽວ. ແຕ່ລະຄອບຄົວສາມາດຕ້ອນຮັບນັກທ່ອງທ່ຽວໄດ້ແຕ່ 30 ຫາ 40 ເທື່ອຄົນ.

        “ຂ້າພະເຈົ້າໄດ້ເຮັດການບໍລິການທ່ອງທ່ຽວນັບແຕ່ປີ 2015. ໃນເບື້ອງຕົ້ນຍັງບໍ່ທັນມີປະສົບການ, ສະນັ້ນພວກຂ້າພະເຈົ້າກໍ່ໄດ້ໄປຮ່ຳຮຽນເອົາຈາກບັນດາຄອບຄົວທີ່ໄດ້ເຮັດກ່ອນແລ້ວ. ຄອບຄົວຂ້າພະເຈົ້າຮັບໃຊ້ໃຫ້ນັກທ່ອງທ່ຽວໃນການໄປມາ, ກິນຢູ່ພັກເຊົາຢ່າງລອບຄອບ. ນັກທ່ອງທ່ຽວມາຢ້ຽມຢາມບ້ານ ຈີ່ ແມ່ນມີຄວາມນິຍົມທິວທັດທຳມະຊາດ, ອາກາດທີ່ປອດໂປ່ງຂອງບ້ານ… ມີນັກທ່ອງທ່ຽວຫຼາຍຄົນກໍ່ເວົ້າວ່າ ຍັງບໍ່ທັນມີແຫ່ງໃດທີ່ສວຍງາມໄປກວ່າບ້ານ ຈີ່ ຍ້ອນທິວທັດທຳມະຊາດຮົກເຮື້ອເປົ່າຫວ່າງ”.

        ບ້ານ ຈີ່ ແມ່ນນອນຢູ່ລຽບຕາມເສັ້ນທາງຫຼວງ 183, ແມ່ນສ້າງຄວາມສະດວກໃຫ້ແກ່ນັກທ່ອງທ່ຽວມາຢ້ຽມຊົມ, ພັກຜ່ອນບຳລຸງສຸຂະພາບ. ທົ່ວບ້ານມີ 4 ຊົນເຜົ່າດຳລົງຊີວິດຢູ່ຮ່ວມກັນ, ໃນນັ້ນຊົນເຜົ່າ ໄຕ ກວມເອົາ 96%, ນອກນັ້ນແມ່ນຊົນເຜົ່າກິງ, ນຸ່ງ, ຢ້າວ. ຊີວິດການເປັນຢູ່ຂອງບັນດາຊົນເຜົ່າຢູ່ທີ່ນີ້ແມ່ນຍັງຄົງຮັກສາໄດ້ຈຸດວັດທະນະທຳທີ່ເປັນເອກະລັກສະເພາະຂອງຕົນໄວ້ເໝືອນເດີມ, ຍ້ອນເຫດນັ້ນ ຈຶ່ງດຶງດູດນັກທ່ອງທ່ຽວດ້ວຍຄວາມງາມທີ່ລຽບງ່າຍຂອງຕົນ. ທ່ານ ຮ່ວາງວັນງິ, ໃຫ້ຮູ້ຕື່ມອີກວ່າ.

        “ເມື່ອນັກທ່ອງທ່ຽວມາຢ້ຽມຢາມ, ພວກຂ້າພະເຈົ້າກໍ່ໄດ້ຈັດຕັ້ງລາຍການສະແດງສິລະປະຕ້ອນຮັບນັກທ່ອງທ່ຽວ. ຢູ່ທີ່ນັ້ນ, ພວກຂ້າພະເຈົ້າໄດ້ຂັບແທນ, ສະແດງບັນດາວາດຟ້ອນຂອງບັນດາຊາວເຜົ່າໄຕ. ນອກນັ້ນ, ນັກທ່ອງທ່ຽວຍັງໄດ້ຮັບການແນະນຳກ່ຽວກັບຈຸດວັດທະນະທຳຂອງຊາວເຜົ່າໄຕ ຄື: ເຮືອນຮ້ານ ກໍຄືວັດທະນະທຳຕົບແຕ່ງຢູ່ໃນເຮືອນ. ນັກທ່ອງທ່ຽວຕ່າງປະເທດນິຍົມຫຼາຍ”.

        ປະຈຸບັນ, ບ້ານ ຈີ່ ມີກອງສະແດງສິລະປະລວມມີສະມາຊິກເກືອບ 20 ຄົນ, ສະແດງສະເພາະການຂັບແທນ, ຂັບກ້ອຍ, ພິນຕິງ, ອາຊີບຕ່ຳແຜ່ນ, ຈັກສານ… ທີ່ເປັນມູນເຊື້ອຂອງເຜົ່າໄຕ. ບ້ານ ຈີ່ ກໍ່ໄດ້ສ້າງຫ້ອງວາງສະແດງຊຸດອາພອນ, ເຄື່ອງດົນຕີ, ເຄື່ອງໄຖນາ, ການລະຫຼິ້ນພື້ນເມືອງຢູ່ເຮືອນຮ້ານວັດທະນະທຳ ເພື່ອວາງສະແດງ, ໂຄສະນາຮູບພາບເຖິງນັກທ່ອງທ່ຽວ.

        ນອກຈາກບັນດາຈຸດທີ່ເປັນເອກະລັກສະເພາະທາງດ້ານວັດທະນະທຳແລ້ວ, ມີສິ່ງໜຶ່ງໄດ້ເຮັດໃຫ້ນັກທ່ອງທ່ຽວຄິດຮອດຄິດເຖິງ ຊວນຢາງ ນັ້ນແມ່ນບັນດາເຍື່ອງອາຫານທີ່ເປັນມູນເຊື້ອຂອງປະຊາຊົນເຜົ່າໄຕ ຄື: ເຂົ້າຫຼາມ, ໄຂ່ແຜ່ນ, ໜໍ່ຫຼອຍ ຊີ້ນງົວ, ຊີ້ນໝູຢ້າງ, ໂດຍສະເພາະແມ່ນໄດ້ດຶ່ມເຫຼົ້າສາລີແຊບມີຊື່ສຽງໂດ່ງດັງໄປທົ່ວເຂດ.

        ເພື່ອຕອບສະໜອງການພັດທະນາ, ກໍຄືດຶງດູກນັກທ່ອງທ່ຽວມາຢ້ຽມຢາມບ້ານວັດທະນະທຳທ່ອງທ່ຽວວົງຄະນະຍາດບ້ານ ຈີ່, ຕາແສງ ຊວນຢາງ ໄດ້ສົມທົບກັບພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຈັດຕັ້ງບັນດາການຝຶກອົບຮົມດ້ານວິຊາຊີບສະເພາະເຮັດການບໍລິການພັກອາໄສ; ຈັດຕັ້ງການຢ້ຽມຢາມ, ຮ່ຳຮຽນເອົາບົດຮຽນຢູ່ຫຼາຍທ້ອງຖິ່ນ 3 – 4 ຄັ້ງໃຫ້ບັນດາຄອບຄົວເຮັດບໍລິການທ່ອງທ່ຽວວົງຄະນະຍາດ. ພ້ອມທັງສົມທົບກັບສູນວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ເມືອງໂຄສະນາ, ແນະນຳບັນດາລາຍການທ່ອງທ່ຽວ; ຮັກສາ, ເສີມຂະຫຍາຍຄຸນຄ່າວັດທະນະທຳທີ່ເປັນມູນເຊື້ອຂອງປະຊາຊົນເຜົ່າໄຕຄື: ງານບຸນ ລົງຕົງ, ອາຊີບຕ່ຳແຜ່ນແພພື້ນເມືອງ, ພິນຕິງ, ຂັບແທນ; ເຂົ້າຮ່ວມງານວາງສະແດງບັນດາຜະລິດຕະພັນກະເສດ ແລະ ທ່ອງທ່ຽວຢູ່ບັນດາງານວາງສະແດງ, ງານຕະຫຼາດນັດ. ທ່ານ ຮ່ວາງວັນແທັກ, ການນຳຕາແສງ ຊວນຢາງ, ເມືອງກວາງບິ່ງ, ໃຫ້ຮູ້ວ່າ.

        “ຕາແສງໄດ້ສຸມຊັບພະຍາກອນມະນຸດເພື່ອໜູນຊ່ວຍ, ຊ່ວຍເຫຼືອກ່ຽວກັບການເຮັດອະນາໄມ, ທຳຄວາມສະອາດເສັ້ນທາງໄປມາ, ພ້ອມທັງໂຄສະນາໃຫ້ປະຊາຊົນທຸກຄົນລ້ວນແຕ່ມີຄວາມຮັບຜິດຊອບໃນວຽກງານດັ່ງກ່າວ, ໜູນຊ່ວຍຮູບແບບດັ່ງກ່າວໃຫ້ພັດທະນາ. ປະຈຸບັນ, ແຂວງໄດ້ໜູນຊ່ວຍແຕ່ລະຄອບຄົວເຮັດການທ່ອງທ່ຽວວົງຄະນະຍາດເປັນເງິນ 60 ລ້ານດົ່ງ ແລະ ແຕ່ລະປີ ທາງຕາແສງລ້ວນແຕ່ໜູນຊ່ວຍດ້ານລາຍຈ່າຍ, ຊັບພະຍາກອນມະນຸດໃຫ້ບັນດາຄອບຄົວທີ່ເຄື່ອນໄຫວ. ພິເສດແມ່ນໜູນຊ່ວຍບັນດາກອງສະແດງສິລະປະຢູ່ບ້ານ”.

        ດ້ວຍການໜູນຊ່ວຍຂອງທ້ອງຖິ່ນ, ຄວາມເຫັນດີເຫັນພ້ອມຈາກປະຊາຊົນ, ຮູບແບບທ່ອງທ່ຽວວົງຄະນະຍາດຢູ່ບ້ານ ຈີ່ ໄດ້ຮັບການພັດທະນາແບບຍືນຍົງ, ນຳມາເຊິ່ງຜົນປະໂຫຍດຢ່າງແທດຈິງໃຫ້ແກ່ປະຊາຊົນ. ນັບແຕ່ຕົ້ນປີມາຮອດປະຈຸບັນ, ບ້ານ ຈີ່ ໄດ້ຕ້ອນຮັບນັກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດມາຢ້ຽມຢາມ, ພັກຜ່ອນບຳລຸງສຸຂະພາບແມ່ນເກືອບ 100 ຄະນະ.

ຕອບກັບ

ຂ່າວ/ບົດ​ອື່ນ