ບ້ານເບຶອກ ສະຖານທິ່ອະນຸລັກຮັກສາບັນດາຄຸນຄ່າວັດທະນະທຳຂອງຊາວເຜົ່າໄທ

(VOVWORLD) -ບ້ານເບຶອກ ແມ່ນສະຖານທີ່ທີ່ມີທິວທັດທຳມະຊາດສວຍງາມ ແລະ ຍັງອະນຸລັກຮັກສາ ຄວາມງາມແບຮົກເຮື້ອເປົ່າຫວ່າງດັ້ງເດີມ ເຊິ່ງເປັນບ່ອນດຳລົງຊີວິດຂອງພໍ່ແມ່ຊາວເຜົ່າຜູ້ໄທ

        ບ້ານເບຶອກ ຂຶ້ນກັບຕາແສງຄຳແຊ່ວ, ເມືອງມາຍເຈົາ, ແຂວງຮວ່າບິ່ງ. ບ້ານເບຶອກ ແມ່ນສະຖານທີ່ທີ່ມີທິວທັດທຳມະຊາດສວຍງາມ ແລະ ຍັງອະນຸລັກຮັກສາ ຄວາມງາມແບຮົກເຮື້ອເປົ່າຫວ່າງດັ້ງເດີມ ເຊິ່ງເປັນບ່ອນດຳລົງຊີວິດຂອງພໍ່ແມ່ຊາວເຜົ່າຜູ້ໄທ. ປີ 2007, ບ້ານເບຶອກ ໄດ້ຮັບການວາງແຜນຜັງ ກາຍເປັນເຂດທ່ອງທ່ຽວຊີວະພາບ, ເຂດທ່ອງທ່ຽວວົງຄະນະຍາດ ອັນໄດ້ດຶງດູດແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດມາຢ້ຽມຊົມຄວາມສວຍສົດງົບງາມຂອງທິວທັດທຳມະຊາດ ແລະ ຊອກຮູ້ກ່ຽວກັບບັນດາຄຸນຄ່າວັດທະນະທຳທີ່ເປັນເອກະລັກສະເພາະຂອງພໍ່ແມ່ປະຊາຊົນຊາວເຜົ່າຜູ້ໄທເປັນຈຳນວນຫຼວງຫຼາຍ.

        ບ້ານເບຶອກ ຕັ້ງຢູ່ໃຈກາງທິວທັດທຳມະຊາດອັນສວຍສົດງົດງາມ ແລະສະຫງົບ ຄຽງຂ້າງບັນດານາຂັ້ນໄດ ທີ່ຂົດລ້ຽວອ້ອມໄປຕາມບັນດາເນີນພູໜ່ວຍຕ່າງໆ. ພິເສດ, ຢູ່ບ້ານເບຶອກ ຍັງມີເຮືອນຮ້ານທີ່ເກົ່າແກ່ຫຼາຍຫຼັງ ໂດຍເປັນບ່ອນດຳລົງຊີວິດຂອງຊາວເຜົ່າຜູ້ໄທ ໄດ້ສືບທອດມໍລະດົກວັດທະນະທຳບໍ່ເປັນວັດຖຸ ແລະ ວັດທະນະທຳທາງດ້ານຈິດໃຈອຸດົມສົມບູນທີ່ສຸດ ດ້ວຍບັນດາວິຖີການດຳລົງຊີວິດ, ຮີດຄອງປະເພນີຈັດງານບຸນຕ່າງໆ ຍັງຄົງໄດ້ຮັກສາປະເພນີແຕ່ກີ້ແຕ່ກ່ອນໄວ້ໄດ້. ປະຊາຊົນຢູ່ທີ່ນີ້ ມີຄວາມເອກອ້າງທະນົງໃຈຕໍ່ກັບຕົ້ນກຳເນີດຂອງບ້ານແຫ່ງນີ້ທີ່ສຸດ. ທ່ານຮ່າຫຽນຍຽນ, ຊາວບ້ານ ເບຶອກ ເລົ່າສູ່ຟັງວ່າ:

        “ທ້າຍສະຕະວັດທີ 13, ຕົ້ນສະຕະວັດທີ 14 ປະຊາຊົນ ຈຶ່ງມາຕັ້ງຖິ່ນຖານຢູ່ທີ່ນີ້. ຜູ້ທຳອິດມາຕັ້ງຖິ່ນຖານຢູ່ນີ້ມີຊື່ວ່າ ເບຶອກ. ເພື່ອເປັນການສະແດງຄວາມຮູ້ບຸນຄຸນຕໍ່ຜູ້ສ້າງຕັ້ງບ້ານແຫ່ງນີ້ຂຶ້ນມາ ປະຊາຊົນໃນບ້ານ ຈຶ່ງໄດ້ເອົາຊື່ຂອງເພີ່ນ ເພື່ອໃສ່ຊື່ບ້ານ. ນອກຈາກນັ້ນ, ປະຊາຊົນໃນບ້ານກໍໄດ້ສ້າງຕັ້ງຫໍບູຊາ ແລະ ຮອດວັນທີ 11 ເດືອນ 1 ໄລ່ຕາມຈັນທະປະຕິທິນ ຂອງທຸກໆປີ ປະຊາຊົນໃນໝູ່ບ້ານ ລ້ວນແຕ່ໄດ້ມາຈູດທູບທຽນ ເພື່ອອາໄລຫາເພິີ່ນ”.

        ເມື່ອກ່ອນນີ້, ບ້ານເບຶອກ ຕັ້ງຢູ່ໃກ້ແຄມຫ້ວຍ ສະນັ້ນ ຮອດລະດູຝົນ ໄດ້ສົ່ງຜົນສະທ້ອນຫຼາຍພໍສົມຄວນຕໍ່ການດໍາລົງຊີວິດຂອງພໍ່ແມ່ປະຊາຊົນ. ດັ່ງນັ້ນ ກ່ອນນີ້ 2 – 3 ປີ, ພໍ່ແມ່ປະຊາຊົນໃນບ້ານໄດ້ຍ້າຍໄປຢູ່ເຂດໃໝ່. ເຖິງຢ່າງໃດກໍຕາມ, ທິວທັດທຳມະຊາດຢູ່ທີ່ນີ້ ຍັງຄົງໄດ້ຮັກສາໄວ້ເໝືອນເດີມ.

ບ້ານເບຶອກ ສະຖານທິ່ອະນຸລັກຮັກສາບັນດາຄຸນຄ່າວັດທະນະທຳຂອງຊາວເຜົ່າໄທ - ảnh 1ວາດຟ້ອນທີ່ເປັນເອກະລັກສະເພາະຂອງຊົນເຜົ່າຜູ້ໄທ (ພາບ: maichautrip.com)

ປີ 2007, ບ້ານເບຶອກ ໄດ້ຮັບການວາງແຜນຜັງ ກາຍເປັນບ້ານທ່ອງທ່ຽວ Home Stay , ນັບແຕ່ນັ້ນມາ ໄດ້ດຶງດູດແຂກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດມາຢ້ຽມຊົມຄວາມສວຍສົດງົດງາມຂອງທິວທັດທຳມະຊາດເຊື່ອມຕົວເຂົ້າກັບຊີວິດການເປັນຢູ່ ແລະ ຊອກຮູ້ຈຸດວັດທະນະທຳທີ່ເປັນເອກະລັກສະເພາະຂອງພໍ່ແມ່ຊາວເຜົ່າຜູ້ໄທ. ເອື້ອຍ ຮ່າ ແຂກທ່ອງທ່ຽວມາຈາກຮ່າໂນ້ຍ ສະແດງຄວາມຮູ້ສຶກວ່າ:

        “ທິດທັດທຳມະຊາດຢູ່ທີ່ນີ້ງາມຫຼາຍ, ພູຜາປ່າໄມ້ໃຫຍ່ໂຕມະໂຫຖານ, ໂດຍສະເພາະແມ່ນບັນດາທົ່ງນາຂັ້ນໄດທີ່ກວ້າງໃຫຍ່ຈົນສຸດສາຍຕາ. ຄວາມສວຍສົດງົດງາມເຫຼົ່ານັ້ນ, ບໍ່ແມ່ນຢູ່ໃສກໍມີ. ພື້ນຖານວັດທະນະທຳ ແລະ ປະຊາຊົນຢູ່ທີ່ນີ້ກໍ່ໄດ້ສ້າງເປັນຮູບພາບທີ່ມີຊີວິດຊີວາ ເພື່ອໃຫ້ຂ້າພະເຈົ້າຮັບຊົມ ແລະ ຊອກຮູ້ເທື່ອລະກ້າວ”

        ປັດຈຸບັນ, ບ້ານເບຶອກມີຮາກຖານພັກເຊົ່າ 15 ແຫ່ງ. ສິ່ງທີ່ເປັນໜ້າປະທັບໃຈນັ້ນແມ່ນ ແຂກທ່ອງທ່ຽວສາມາດພັກຜ່ອນເປັນຫຼາຍມື້, ຊ້ຳບໍ່ໜຳ ແມ່ນ 2 – 3 ເດືອນ. ຢູ່ທີ່ນີ້, ແຂກທ່ອງທ່ຽວສາມາດ ຊອກຮູ້ກ່ຽວກັບວິທີການປູກເຂົ້ານາ ແລະ ເຂົ້າຮ່ວມການອອກແຮງງານທຳການຜະລິດໂດຍກົງກັບພໍ່ແມ່ປະຊາຊົນ. ໄປຄຽງຄູ່ກັນນັ້ນ, ຢູ່ທີ່ນີ້ ຍັງມີການເຄື່ອນໄຫວວັດທະນະທຳວົງຄະນະຍາດຫຼາຍຢ່າງທີ່ເປັນເອກະລັກສະເພາະຂອງຊົນເຜົ່າຜູ້ ໄທ ທີ່ເປັນໜ້າປະທັບໃຈ. ແຂກທ່ອງທ່ຽວສາມາດຊອກຮູ້ກ່ຽວກັບອາຊີບຕ່ຳແຜ່ນແພພື້ນເມືອງຂອງແມ່ຍິງຊາວເຜົ່າໄທ, ຂຶ້ນພູພ້ອມກັບບັນດານາງສາວຜູ້ໄທຫາດອກເລົ້າ ເພື່ອເຂົ້າຮ່ວມການຕ່ຳຜ້າຫົ່ມ, ຕ່ຳເສື່ອ ແລ້ວຂຶ້ນພູຮັບຊົມທິວທັດທຳມະຊາດ ຫຼືເຂົ້າຮ່ວມງານບຸນ, ລອງຊີມອາຫານຂອງຊາວເຜົ່າຜູ້ໄທ. ເພື່ອຍົກສູງຊີວິດການເປັນຢູ່ຂອງຊາວເຜົ່າຜູ້ໄທ ແລະ ດຶງດູດແຂກທ່ອງທ່ຽວມາຢ້ຽມຊົມບ້ານເບຶອກ, ທາງບ້ານໄດ້ສ້າງຕັ້ງ 3 ກອງສິລະປະສະແດງບັນດາລາຍການສິລະປະວັນນະຄະດີ ທີ່ເປັນເອກະລັກສະເພາະຂອງຊົນເຜົ່າຕົນ. ທ່ານນາງ ຮ່າທິຮວ່າ, ຫົວໜ້າຫ້ອງວັດທະນະທຳເມືອງ ມາຍເຈົາ, ໃຫ້ຮູ້ວ່າ:

        “ບັນດາການເຄື່ອນໄຫວທີ່ມີຄວາມໝາຍຢ່າງເລິກເຊິ່ງກວ້າງຂວາງ, ນັ້ນແມ່ນອະນຸລັກຮັກສາຮີດຄອງປະເພນີວັດທະນະທຳຂອງທ້ອງຖິ່ນແຫ່ງຕ່າງໆ ແລະ ພ້ອມກັນນັ້ນ ແນະນຳໂຄສະນາເຖິງແຂກທ່ອງທ່ຽວທີ່ມາຢ້ຽມຊົມເຂົ້າໃຈແຈ້ງກວ່າກ່ຽວກັບຈຸດວັດທະນະທໍາພື້ນເມືອງຂອງຊົນເຜົ່່າຜູ້ ໄທ ກໍຄື ບາງຊົນເຜົ່່າອື່ນໃນບໍລິເວນເມືອງມາຍເຈົາ”.

ບ້ານເບຶອກ ສະຖານທິ່ອະນຸລັກຮັກສາບັນດາຄຸນຄ່າວັດທະນະທຳຂອງຊາວເຜົ່າໄທ - ảnh 2 ບັນດາເຍື່ອງອາຫານທີ່ເປັນເອກະລັກສະເພາະຢູ່ບ້ານເບຶອກ (ພາບ: maichautrip.com)

        ໃນຊຸມປີມໍ່ໆມານີ້, ດ້ວຍບັນດາທ່າແຮງສະເພາະຂອງຕົນ, ບ້ານເບຶອກ ໄດ້ ແລະ ກໍາລັງຜັນຂະຫຍາຍການເຄື່ອນໄຫວຫຼາຍຢ່າງໃຫ້ແກ່ແຂກທ່ອງທ່ຽວ ຕິດພັນກັບບັນດາຄຸນຄ່າມໍລະດົກວັດທະນະທໍາຂອງຊົນເຜົ່າຜູ້ໄທ. ພ້ອມກັບ “ເຂດອະນຸລັກຮັກສາ” ເຊິ່ງເປັນບ່ອນທີ່ບັນດາຄອບຄົວຂອງພໍ່ແມ່ປະຊາຊົນບັນດາເຜົ່າດໍາລົງຊີວິດ ແມ່ນບັນດາສະຖານທີ່ ຈັດຕັ້ງບັນດາລາຍການງານມະໂຫລານ, ເຕົ້າໂຮມກັນ; ເຂດພັກຜ່ອນບໍາລຸງສຸຂະພາບໃນລະບົບເຮືອນຮ້ານສະອາດ, ທັງເຢັນສະບາຍທັງອົບອຸ່ນ; ບັນຍາກາດຢູ່ພາຍນອກ.... ແມ່ນສະຖານທີ່ຈັດຕັ້ງການເຄື່ອນໄຫວຫຼາຍຢ່າງຮັບໃຊ້ແຂກທ່ອງທ່ຽວ. ມາທີ່ນີ້, ແຂກທ່ອງທ່ຽວ ຈະໄດ້ຊື່ມຕົວເຂົ້າກັບບັນດາຍາກາດອັນເບີກບານມ່ວນຊື່ຍຂອງໝູ້ບ້ານ ແລະ ເຊື່ອມຕົວເຂົ້າກັບວັດທະນະທໍາຮີດຄອງປະເພນີ ແລະ ພິເສດ ແມ່ນຊີມວັດທະນະທໍາດ້ານອາຫານການກິນ ແລະ ສິລະປະວັນນະຄະດີພື້ນເມືອງ. ບັນດາການເຄື່ອນໄຫວນັ້ນ ໄດ້ໃຫ້ຄວາມປະທັບໃຈຕໍ່ແຂກທ່ອງທ່ຽວຍາກທີ່ຈະຫຼົງລືມໄດ້./.

ຕອບກັບ

ຂ່າວ/ບົດ​ອື່ນ