ພັດທະນາຜະລິດຕະພັນຫລັກແຫລ່ງຂອງບັນດາໝູ່ບ້ານຫັດຖະກຳຫວຽດນາມຕາມທິດ “ຫນຶ່ງບ້ານ ຫນຶ່ງຜະລິດຕະພັນ”

(VOVWORLD) -ຂະບວນການ “ຫນຶ່ງບ້ານຫນຶ່ງຜະລິດຕະພັນ” ຫລື ເອີ້ນວ່າ OVOP ແມ່ນເລີ່ມມາຈາກ ໝູ່ບ້ານ Otia ຂອງຍີ່ປຸ່ນ ກ່ອນນີ້ກວ່າ 30 ປີ. ຂະບວນການນີ້ ບັນລຸໄດ້ບັນດາຜົນສຳເລັດອັນໃຫຍ່ຫລວງ ແລະ ແຜ່ຂະຫຍາຍໄປສູ່ຫລາຍປະເທດໃນໂລກ, ໃນນັ້ນມີຫວຽດນາມ. ເດືອນພຶດສະພາປີ 2018, ທ່ານນາຍົກລັດຖະມົນຕີ ໄດ້ເຊັນຂໍ້ຕົກລົງອະນຸມັດໂຄງການ “ຫນຶ່ງບ້ານຫນຶ່ງຜະລິດຕະພັນ” ໄລຍະ ແຕ່ປີ 2018 2020 (ຫລືເອີ້ນວ່າ OCOP)  ແລະ ໄດ້ຜັນຂະຫຍາຍໃນທົ່ວປະເທດ. ບັນດາໝູ່ບ້ານຫັດຖະກຳ ຫວຽດນາມ ພວມພັດທະນາບັນດາຜະລິດຕະພັນຫລັກແຫລ່ງ ຕາມທິດ ຫນຶ່ງບ້ານ ຫນຶ່ງຜະລິດຕະພັນ.

ພັດທະນາຜະລິດຕະພັນຫລັກແຫລ່ງຂອງບັນດາໝູ່ບ້ານຫັດຖະກຳຫວຽດນາມຕາມທິດ “ຫນຶ່ງບ້ານ ຫນຶ່ງຜະລິດຕະພັນ” - ảnh 1 ຕະຫລາດ ກຸບບ້ານຈວງ

ປະຈຸບັນ ຢູ່ ຫວຽດນາມ ມີ ໝູ່ບ້ານຫັດຖະກຳ ກວ່າ 5400 ບ້ານ ດ້ວຍປະມານ 50 ຂະແຫນງອາຊີບ. ບັນດາຜະລິດຕະພັນໝູ່ບ້ານຫັດຖະກຳຫວຽດນາມ ໄດ້ສົ່ງອອກໄປຍັງ 160 ປະເທດ ແລະ ເຂດແຄ້ວນໃນໂລກ ດ້ວຍວົງເງິນສົ່ງອອກ 1,7 ຕື້ USD/ປີ.

ຈຸດສຸມຂອງໂຄງການ OCOP ແມ່ນພັດທະນາຜະລິດຕະພັນກະສິກຳ, ປອດກະສິກຳ, ບໍລິການມີທ່າໄດ້ປຽບຢູ່ແຕ່ລະທ້ອງຖິ່ນຕາມລະບົບມູນຄ່າ. ເຖິງວ່າ ໂຄງການ OCOP  ຫາກໍ່ຜັນຂະຫຍາຍໃນຂອບເຂດທົ່ວປະເທດກໍຕາມ ແຕ່ຄວາມຈິງ ຢູ່ ຫລາຍທ້ອງຖິ່ນ ໄດ້ປະຕິບັດໃນຫລາຍປີກ່ອນນີ້ແລ້ວ. ທ່ານ ຫງວຽນມີງຕຽນ ຫົວຫນ້າຫ້ອງການປະສານງານເຂດຊົນນະບົດໃຫມ່ຂອງສູນກາງ ໃຫ້ຮູ້ວ່າ:

“ພວກເຮົາສູ້ຊົນ ໝົດປີ 2018 ທຸກແຂວງ, ນະຄອນໃນທົ່ວປະເທດ ຈະອະນຸມັດແຜນຮ່າງ OCOP ຂັ້ນແຂວງ. ເຖິງວ່າ ພວກເຮົາ ໄດ້ຜັນຂະຫຍາຍຢູ່ 63 ແຂວງ, ນະຄອນ ກໍຕາມ ແຕ່ຄະນະຊີ້ນຳສູນກາງ ຈະເລືອກເຟັ້ນບາງແຂວງ, ນະຄອນ ປະຕິບັດທົດລອງ, ຖອດຖອນບົດຮຽນ ເພື່ອຈາກນັ້ນຈະທະວີຄູນ. ນີ້ກໍ່ແມ່ນບົດຮຽນ ຊື່ງພວກເຮົາໄດ້ປະສົບຜົນສຳເລັດໃນໂຄງການກໍ່ສ້າງຊົນນະບົດໃຫມ່. ສ້າງເງື່ອນໄຂເພື່ອໃຫ້ບັນດາວິສາຫະກິດ, ຄອບຄົວຊາວກະສິກອນສາມາດເຂົ້າຮ່ວມການຈົດທະບຽນຜະລິດຕະພັນເພື່ອໃຫ້ໂຄງການ OCOP  ເຂົ້າສູ່ລວງເລິກ. ປະຈຸບັນ ພວກເຮົາ ມີ 4823 ຜະລິດຕະພັນຈາກໝູ່ບ້ານຫັດຖະກຳ ມີຄວາມສາມາດບົ່ມຊ້ອນເພື່ອພັດທະນາ.”

ເລື່ອງກໍ່ສ້າງ ແລະ ປະຕິບັດໂຄງການ OVOP ແມ່ນວຽກງານທີ່ຈຳເປັນ ເພື່ອແນໃສ່ຊຸກຍູ້ການພັດທະນາບັນດາໝູ່ບ້ານຫັດຖະກຳຢູ່ຫວຽດນາມ ປະຈຸບັນ ໃຫ້ພັດທະນາຕາມທິດລົງເລິກເຂົ້າ ຫນຶ່ງ ຫລື ບາງຜະລິດຕະພັນທີ່ເປັນເອກະລັກສະເພາະຂອງທ້ອງຖິ່ນ. ຜ່ານນັ້ນ ສ້າງກຳລັງແກ້ງແຍ້ງສູງສຸດໃນຕະຫລາດ ແລະ ແນະນຳກັບໂລກ.  ສິ່ງສຳຄັນທີ່ສຸດຂອງໂຄງການນີ້ ບໍ່ແມ່ນເລື່ອງສ້າງບັນດາຜະລິດຕະພັນເປັນເຄື່ອງທີ່ລະນຶກເພື່ອຂາຍໃຫ້ນັກທ່ອງທ່ຽວເທົ່ານັ້ນ ຫາກຄວນຜະລິດບັນດາຜະລິດຕະພັນເປັນເອກະລັກສະເພາະເພື່ອຈຳຫນ່າຍຢູ່ພາຍໃນປະເທດ ແລະ ມຸ່ງໄປເຖິງລະດັບສາກົນ, ສ້າງເຄື່ອງໝາຍໃຫ້ຜະລິດຕະພັນອີກດ້ວຍ. ທ່ານ ລືວຢູຍເຢີນ, ປະທານ ສະຫະສະມາຄົມໝູ່ບ້ານຫັດຖະກຳ ຫວຽດນາມ ຖືວ່າ:

“ຄວນມີບັນດາຕະຫລາດນັດຂອງໝູ່ບ້ານຫັດຖະກຳ. ແລະ ງານຕະຫລາດນັດນີ້ ອາດຈະລົງເລິກກ່ຽວກັບຜະລິດຕະພັນເຄືື່ອງປັ້ນດິນເຜົາ ບາດຈາງ, ມີງລອງ, ເບົາຈຸກ.. ແຕ່ຄຽງຄູ່ກັນນັ້ນ ນຳເອົາອາຫານການກິນຂອງບັນດາເຂດພາກມາແນະນຳໃນງານຕະຫລາດນັດ. ກໍ່ສ້າງບັນດາໝູ່ບ້ານຫັດຖະກຳ ແລະ ຍົກສູງຄຸນນະພາບວັດທະນະທຳໝູ່ບ້ານຫັດຖະກຳ. ໝູ່ບ້ານຫັດຖະກຳ ຕ້ອງແມ່ນໝູ່ບ້ານວັດທະນະທຳລະດັບສູງ ເພາະນີ້ແມ່ນບ່ອນກຳເນີດບັນດາມໍລະດົກວັດທະນະທຳ, ບ່ອນບຳລຸງ ຝຶກຝົນບັນດານັກສິລະປະການ ເຮັດໃຫ້ບັນດາຜະລິດຕະພັນຂອງໝູ່ບ້ານຫັດຖະກຳພົ້ນເດັ່ນຂຶ້ນ ສາມາດປຽບທຽບກັບບັນດາປະເທດໃນໂລກໄດ້.”

ພັດທະນາຜະລິດຕະພັນຫລັກແຫລ່ງຂອງບັນດາໝູ່ບ້ານຫັດຖະກຳຫວຽດນາມຕາມທິດ “ຫນຶ່ງບ້ານ ຫນຶ່ງຜະລິດຕະພັນ” - ảnh 2ຜະລິດແພໄຫມ ຫວ້ານຟຸກ 

ເພື່ອຜັນຂະຫຍາຍປະສິດທິຜົນຂອງໂຄງການ “ຫນຶ່ງບ້ານ ຫນຶ່ງຜະລິດຕະພັນ”, ກະຊວງ ກະສິກຳ ແລະ ພັດທະນາຊົນນະບົດຫວຽດນາມ ໄດ້ວາງອອກບັນດາມາດຕະການຫນູນຊ່ວຍເຊັ່ນ: ສ້າງຕັ້ງສູນພັດທະນາໝູ່ບ້ານຫັດຖະກຳຢູ່ບໍລິເວນ, ພັດທະນາບັນດາການເຄື່ອນໄຫວໃຫ້ຄຳປຶກສາກ່ຽວກັບທັກສະອາຊີບ ແລະ ຈັດຕັ້ງການຜະລິດຢູ່ບັນດາໝູ່ບ້ານຫັດຖະກຳ; ເປີດບັນດາຊຸດສອນອາຊີບຢູ່ໝູ່ບ້ານຫັດຖະກຳ; ຫລຸດຜ່ອນອັດຕາດອກເບ້ຍເງິນກູ້ເພື່ອພັດທະນາການຜະລິດ. ພິເສດ ເອົາໃຈໃສ່ເຖິງການສອນອາຊີບ, ຍົກສູງຄຸນນະພາບແຫລ່ງຊັບພະຍາກອນມະນຸດ. ມາຮອດປະຈຸບັນ, ໄດ້ມີກວ່າ 30 ແຂວງ, ນະຄອນ ໃນທົ່ວປະເທດ ຮ່ຳຮຽນ ແລະ ຜັນຂະຫຍາຍໂຄງການ OCOP  ຕາມບັນດາຂອບຂະຫນາດທີ່ແຕກຕ່າງກັນ. ໃນໄລຍະສັ້ນ ໄດ້ຜະລິດອອກສິນຄ້າ ນັບພັນໆຢ່າງທີ່ມີຄຸນນະພາບ ແລະ ເປັນຫລາຍຮູບຫລາຍແບບ,  ຫລາຍທ້ອງຖິ່ນມີບັນດາຂໍ້ລິເລີ່ມ, ຮູບແບບ, ວິທີເຮັດດີ. ບັນດາໝູ່ບ້ານຫັດຖະກຳ, ຜະລິດຕະພັນມີເຄື່ອງໝາຍຢູ່ຕະຫລາດເຊັ່ນ: ໝູ່ບ້ານແພໄຫມ ຫວ້ານຟຸກ, ໝູ່ບ້ານຫັດຖະກຳເຄື່ອງຈັກສານ ຟູວີງ, ໝູ່ບ້ານຫັດຖະກຳ ວີ ຈ່າງເຊີນ ຢູ່ ຮ່າໂນ້ຍ, ໝູ່ບ້ານຕີເງິນ ດົງເຊີມ (ແຂວງ ທາຍບີງ), ໝູ່ບ້ານພາບພື້ນເມືອງ ດົງໂຮ່ (ແຂວງ ບັກນີງ).. ທ່ານ ຫງວຽນຫືວຢຶກ, ຫົວຫນ້າກຸ່ມ OCOP ແຂວງ ຮ່າຕີ໋ງ ໃຫ້ຮູ້ວ່າ:

“ໃນການປະຕິບັດໂຄງການ ຫນຶ່ງຕາແສງ ຫນຶ່ງຜະລິດຕະພັນ, ພວກຂ້າພະເຈົ້າ ໄດ້ແຕ່ງຕັ້ງບັນດາຄະນະໄປທັດສະນະສຶກສາຢູ່ແຂວງ ກວ໋າງນີງ ແລະ ຕ່າງປະເທດ. ພວກຂ້າພະເຈົ້າສ້າງອຸປະກອນກ່ຽວກັບເຄື່ອງໝາຍການຄ້າ ແລະ ຈັດຕັ້ງການສ້າງກົດລະບຽບຄຸ້ມຄອງຜະລິດຕະພັນ OCOP. ຜະລິດຕະພັນທີ່ສົ່ງໄປຂາຍຢູ່ຕະຫລາດ ຕ້ອງແມ່ນຜະລິດຕະພັນຮັບປະກັນມາດຕະຖານແທ້ຈິງ ແລະ ມີຄວາມປອດໄພ, ສ້າງຄວາມໄວ້ເນື້ອເຊື່ອໃຈກັບຜູ້ບໍລິໂພກອຸປະໂພກ. ເຮັດໄດ້ຄືແນວນັ້ນ ຈຶ່ງສ້າງໄດ້ເຄື່ອງໝາຍ OCOP ຂອງແຕ່ລະທ້ອງຖິ່ນ ກໍຄື OCOP ຂອງຫວຽດນາມ.”

ໂຄງການ “ຫນຶ່ງບ້ານຫນຶ່ງຜະລິດຕະພັນ” ບໍ່ພຽງແຕ່ຊ່ວຍສ້າງວຽກເຮັດງານທຳໃຫ້ຜູ້ອອກແຮງງານຢູ່ເຂດຊົນນະບົດ, ປະກອບສ່ວນສຳຄັນເຂົ້າໃນກິດຈະການກໍ່ສ້າງຊົນນະບົດໃຫມ່ເທົ່ານັ້ນ ຫາກຍັງປະກອບສ່ວນອະນຸລັກຮັກສາຫລາຍຄຸນຄ່າວັດທະນະທຳພື້ນເມືອງແມ່ນວັດຖຸ ແລະ ບໍ່ແມ່ນວັດຖຸຢູ່ບັນດາໝູ່ບ້ານຫັດຖະກຳອີກດ້ວຍ. ທົ່ວປະເທດ ພວມດຳເນີນຂະບວນການກ່ຽວກັບການພັດທະນາເສດຖະກິດຢູ່ເຂດຊົນນະບົດຕາມຮູບແບບ ຫນຶ່ງບ້ານຫນຶ່ງຜະລິດຕະພັນ.

ຕອບກັບ

ຂ່າວ/ບົດ​ອື່ນ