ພັດທະນາສະຫະກອນແບບໃໝ່ຕິດພັນກັບບັນດາມູນຄ່າຜະລິດຕະພັນ

(vovworld) ​​ເຂົ້າ​ຮ່ວມ​ການ​ຜະ​ລິດ ແລະ ຈຳ​ໜ່າຍ, ບໍ​ລິ​ໂພກອຸ​ປະ​ໂພ​ກ​ຜະ​ລິດ​ຕະ​ພັນ​ແມ່ນ​ເສັ້ນ​ທາງ​ຈຳ​ເປັນ​ເພື່​ອ​ພັດ​ທະ​ນາ​ສະ​ຫະ​ກອນ​ແບບ​ໃໝ່. ສະ​ຫະ​ພັນ​ສະ​ຫະ​ກອນ ຫວຽດ​ນາມ ພວ​ມ​ສ້າງ​ບັນ​ດາ​ຮູບ​ແບບ​ສະ​ຫະ​ກອນ​ແບບ​ໃໝ່ ຕິດ​ພັນ​ກັບ​ມູນ​ຄ່າ​ການ​ຜະ​ລິດ, ສິນ​ຄ້າ​ຕົ້ນ​ຕໍ​ມີ​ຂອບ​ຂະ​ໜາດ​ໃຫຍ່ ແລະ ມີ​ກຳ​ລ​ັງ​ແຜ່​ລ​າມ​ຢ່າງ​ກ້​ວາງ​ຂວາງ. ບົດ​ຂຽນ “ພັດ​ທະ​ນາ​ສະ​ຫະ​ກອນ​ແບບ​ໃໝ່​ຕິດ​ພັນ​ກັບ​​ບັນ​ດາມູນ​ຄ່າ​ຜະ​ລິດ​ຕະ​ພັນ” ຂອງ​ລ້າຍ​ຮວາ, ນັກ​ຂ່າວ VOV.

ພັດທະນາສະຫະກອນແບບໃໝ່ຕິດພັນກັບບັນດາມູນຄ່າຜະລິດຕະພັນ - ảnh 1
ຊາວ​ກະ​ສິ​ກອນ​ຜະ​ລິດ​ຕາມ​ຮູບ​ແບບ​ສະ​ຫະ​ກອນ
(ພາບ​ປະ​ກອບ)


        ສະ​ຫະ​ກອນ​ແມ່ນ​ຕ່ອງ​ໃສ່ສຳ​ຄັນ​ເພື່ອ​ຮ່ວມ​ສຳ​ພັນ​ຊາວ​ກະ​ສິ​ກອນກັບວິ​ສາ​ຫະ​ກິດ. ກ່ອນນີ້, ເມື່ອ​​ການຜະ​ລິດບໍ່​ຕາມ​ລະ​ບົບ, ບໍ່​ຮ່ວມ​ສຳ​ພັນ​ນັ້ນ ສົ້ນ​ອອກ​ໃຫ້​ຜະ​ລິດ​ຕະ​ພັນ​ບໍ່​ໜັກ​ແໜ້ນ, ຍາກ​ທີ່​ຄວບ​ຄຸມ​ຄຸນ​ນະ​ພາບ​ໄດ້ ແລະ ຍາກ​ທີ່​ປັບ​ປຸງວິ​ວັດ​ທະ​ນາ​ການ​ຜະ​ລິດ, ປະ​ສິດ​ທິ​ຜົນ​ດ້ານ​ເສດ​ຖະ​ກິດ​ຕ່ຳ. ທ່ານ​ເລ​ດຶກ​ຖິ້ງ, ຮອງ​ຫົວ​ໜ້າ​ກົມ​ເສດ​ຖະ​ກິດ​ຮ່ວມ​ມື ແລະ ພັດ​ທະ​ນາ​ຊົນ​ນະ​ບົດ, ກະ​ຊວງ​ກະ​ສິ​ກຳ ແລະ ພັດ​ທະ​ນາ​ຊົນ​ນະ​ບົດ ຫວຽດ​ນາມ, ຖື​ວ່າ:

        “ຖ້າ​ຜະ​ລິດບໍ່​ຕາມ​​ລະ​ບົບ​ຈະ​​ຈຳກັດ​ກັ້ນ​ການ​ດຶງ​ດູດ​ການ​ລົງ​ທຶນ. ດຶງ​ດູດ​ການ​ລົງ​ທຶນບໍ່​ແມ່ນ​ວ່າ​​ຈະ​ເຮັດ​ຂອງ​ໃຜ​ຂອງ​ລາວ ຕາມ​ຄວາມ​ເຂັ້ມ​ແຂງ​ຂ​ອງ​ຕົນ ຫາກ​ບັນ​ດາ​ປັດ​ໄຈ​ໃນ​​ລະ​ບົບ​ສາ​ມາດ​ໜູນ​ຊ່ວຍ​ນຳ​ກັນ​ໄດ້. ນອກ​ຈາກນັ້ນ, ເມື່ອ​ມີ​ການ​ຮ່ວມ​ສຳ​ພັນ​ຈະ​ຮັບ​ປະ​ກັນ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ, ລະ​ບອບ​ຕ່າງໆ​ຄື: ສິນ​ເຊື່ອ, ການ​ເງິນກໍ່​ອີງ​ໃສ່ຫຼັກ​ຖານນັ້ນ​ໃຫ້​ກູ້​ຢືມ​ເງິນ​​ໄດ້ດີ​ກ່​ວາ, ຫລຸດ​ຜ່ອນ​ລະ​ບຽບ​ການ​ບໍ​ລິ​ຫານ”

        ລັກ​ສະ​ນະ​​ດີ​ເລີດ​ຂອງ​ສະ​ຫະ​ກອນ​ແບບ​ໃໝ່​ແມ່ນ​ຕອບ​ສະ​ໜອງ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ໃນ​ການ​ເຊື່ອມ​ໂຍງ​ຄື: ອາ​ສາ​ສະ​ໝັກ, ເປັນ​ເຈົ້າ​ການ, ສະ​ເໝີ​ພາບ, ຊ່ວຍ​ເຫຼືອ​ເຊິ່ງ​ກັນ ແລະ ກັນ. ​ຢາກ​ໃຫ້ສະ​ຫະ​ກອນ​ແບບ​ໃໝ່​ພັດ​ທະ​ນາ​ແບບ​ຍືນ​ຍົງນັ້ນ, ໄປ​ຄຽງ​ຄູ່​ກັບ​ການ​ໜູນ​ຊ່ວຍ​ຂອງ​ລັດ​​ແລ້ວ ຕ​້ອງ​ມີ​ບັນ​ດາ​ວິ​ສ​າ​ຫະ​ກິດ​ໜູນ​ຊ່ວຍ, ເຂົ້າ​ຮ່ວມ​ກາ​ນ​ເຊື່ອມ​ຕໍ່​ໃນ​ບັນ​ດາ​​ມູນ​ຄ່າ​​ຈາກ​ສົ້ນ​ເຂົ້າ​ຕະ​ຫຼອດ​ຮອດ​ສົ້ນ​ອອກ​ອີກ​ດ້ວຍ. ເມື່ອ​ແບ່ງ​ປັນ​ບົດ​ຮຽນ​​ປະ​ສົບ​ຜົນສຳ​ເລັດ​ໃນ​ການ​ຮ່ວມ​ສຳ​ພັນ​ສະ​ຫະ​ກອນ​ສ້າງ​​ລະ​ບົບ​​ມູນ​ຄ່າ​ຜະ​ລິດ​ຕະ​ພັນ​ເປັນ​ຮູບ​ປະ​ທຳ, ທ່ານ ເຈືອງ​ຫືວ​ຈ​ູງ, ປະ​ທານ​ສະ​ພາ​ບໍ​ລິ​ຫານ​ບໍ​ລິ​ສັດ​ໃຫຍ່ຊັບ​ພະ​ຍາ​ກອນ ແລະ ການ​ຄ້າ ຮ່າ​ຕິ້ງ, ໃຫ້​ຮູ້​ວ່າ:

        “ວິ​ສາ​ຫະ​ກ​ິດ​ຕ້ອງ​ສ້າງ​ຍຸດ​ທະ​ສາດ​ລະ​ອຽດ, ກໍ່​ສ້າງ ແລະ ປັບ​ປຸງ​ເຄື່ອງ​ໝາຍ​ການ​ຄ້າ, ຮັກ​ສາ​ອິດ​ທິ​ພົນ​ຊື່​ສຽງ​ກັບ​ພໍ່​ແມ່​ປະ​ຊາ​ຊົນ​ຊາວ​ກະ​ສິ​ກອນ. ວິ​ສາ​ຫະ​ກິດ​ ຕັ້ງ​ໜ້າ​ໃນ​ການ​ໜູນ​ຊ່ວຍ ແລະ ແບ່ງ​ປັນ​ຜົນ​ປະ​ໂຫຍດ​ຢ່າງ​ປອງ​ດອງ​ລະ​ຫວ່າງວິ​ສາ​ຫະ​ກິດ​ກັບ​ສະ​ຫະ​ກອນ, ໜ່ວຍ​ຮ່ວມ​ມື ແລະ ພໍ່​ແມ່​ປະ​ຊາ​ຊົນ​ຊາວ​ກະ​ສິ​ກອນ. ພ້ອມ​ກັນ​ນັ້ນ, ພໍ່​ແມ່​ປະ​ຊາ​ຊົນ​ຊາວ​ກະ​ສິ​ກອນ, ບັນ​ດາ​ສະ​ຫະ​ກອນ, ໜ່ວຍ​ຮ່ວມ​ມື​ກໍ່​ຕ້ອງ​ປ່ຽນ​ໃໝ່​ສະ​ຕິ​ຄວາມ​ຮູ້ ແລະ ຄວາມ​ຮັບ​ຜິດ​ຊອບ​ປະ​ຕິ​ບັດ​ສັນ​ຍາ​ເສດ​ຖະ​ກິດ. ເຮັດ​ໄດ້​ຄື​ແນວນັ້ນ​ຈຶ່ງ​ຕິດ​ພັນ ແລະ ພັດ​ທະ​ນາ​ຂະ​ແໜງ​ກະ​ສິ​ກຳ​ໃຫ້​ຍືນ​ຍົງ​ໄດ້”

        ຄຽງ​ຄູ່​ກັນ​ນັ້ນ, ເມື່ອ​ພັດ​ທະ​ນາ​ມູນ​ຄ່າ​ຜະ​ລິດ​ຕະ​ພັນ​ໃນ​ການ​ຜ​ະ​ລິດ​ກະ​ສິ​ກຳ, ສິ່ງ​ສຳ​ຄັນ​ແມ່ນ​ຕ້ອງ​ມີ​ວິ​ທີ​ເປັນເອ​ກະ​ພາບ​ກ່ຽວ​ກັບ​ຜົນ​ລະ​ປູກ, ເຕັກ​ໂນ​ໂລຢ​ີ ແລະ ຜະ​ລິດ​ຕະ​ພັນ, ສ້າງ​ຕັ້​ງ​ບັນ​ດາ​ສະ​ຫະ​ກອນ​ສະ​ໜອງ​ກ່ຽວ​ກັບ​ແນວ​ພັນ, ຖ່າຍ​ທອດເຕັກ​ໂນ​ໂລ​ຢີ ແລະ ປັບ​ປຸງ, ເກັບ​ຊື້, ຈຳ​ໜ່າຍ​ຜະ​ລິດ​ຕະ​ພັນ. ທ່ານ ຫ​ວໍ​ກິມກື້, ປະ​ທານ​ສະ​ຫະ​ພັນ​ສະ​ຫະ​ກອນ ຫວຽດ​ນາມ, ໃຫ້​ຮູ້​ວ່າ:

        “ສະ​ຫະ​ພັນ​ສະ​ຫະ​ກອນ ຈະ​ເຊື່ອມ​ຕໍ່​ລະ​ບົບ​ໜ່ວຍ​ຮ່ວມ​​ງານ, ສະ​ຫະ​ກອນ, ໂຄ​ສະ​ນາ, ຍົກ​ສູງ​ສະ​ຕິ​ຄວາມ​ຮັບ​ຜິດ​ຊອບ​ແບບຍ​ື​ນ​ຍົງ​ຍາວ​ນານ. ພ້ອມ​ທັງ ສຳ​ເລັດ​ບົດ​ບາດ​ໜ້າ​ທີ່​ສຳ​ລັບ​ວິ​ສາ​ຫະ​ກິດ​ຄື: ເຊັນ​ສັນ​ຍາ​ມອບ​ສົ່ງ​ສິນ​ຄ້າ, ຮັບ​ປະ​ກັນ​ຄຸນ​ນະ​ພາບ, ເວ​ລາ ແລະ ​ປະ​ລິ​ມານ. ຖ້າ​ສົ່ງ​ເຄື່ອງບໍ່​ຄົບ​ ແລະ ຄຸນນ​ະ​ພາບບໍ່​ດີ​ຈະ​​ເຮັດ​ສູນເສຍ​ອິດ​ທິ​ພົນ​ຊື່​ສຽງ, ເຄື່ອງ​ໝາຍ​​ການ​ຄ້າ ນັ້ນ​ແມ່ນ​ສົ່ງ​ຜົນ​ສະ​ທ້ອນ​ເຖິງ​​ການ​ຄົງ​ຕົວ​ຂອງສະ​ຫະ​ກອນ​”

        ໃນ​ສະ​ພາບ​ການ​ສ້າງ​ໂຄງ​ປະ​ກອບ​ກະ​ສິ​ກຳ​ຄືນ​ໃໝ່​ພວມ​ໄດ້​ຮັບ​ການ​ຍູ້​ແຮງ, ວຽກ​ງານ​ຍົກ​ສູງ​ກຳ​ລັງ​ແກ່ງ​ແຍ້ງ​ຂອງ​ຂະ​ແໜງ​ກະ​ສິ​ກຳຄວນ​​ຜ່ານ 2 ເສັ້ນ​ທາງ​ຕົ້ນ​ຕໍນັ້ນ​ແມ່ນ​ຮ່ວມ​ສ​ຳ​ພັນ​ຮູບ​ແບບ​ສະ​ຫະ​ກອນ ແລະ ຮ່ວມ​ສຳ​ພັນ​ວິ​ສາ​ຫະ​ກິດ. ທ່ານ​ ຫງວຽນ​ທ້ຽນ​ເຍີນ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ຖື​ວ່າ:

        “ມາດ​ຕະ​ການ​ແຖວ​ໜ້າ​ໃນ​ການ​ສ້າງ​ໂຄງ​ປະ​ກອບ​​ກະ​ສິ​ກຳຄືນ​ໃໝ່, ຍົກ​ສູງ​ປະ​ສິດ​ທິ​ຜົນ​ຂະ​ແໜງ​ກະ​ສິ​ກຳ​ແມ່ນ​ການ​ປ່ຽນ​ແປງ​ຮູບ​ແບບ​ຜະ​ລິດ​ໂດຍ​ພື້ນ​ຖານ​ຈາ​ກ​ສ່ວນ​ບຸກ​ຄົນ​ມາ​ຮ່ວມ​ສຳ​ພັນ​        ​ໂດຍຜ່ານ​ສ​ະ​ຫະ​ກອນ ແລະ ຮ່ວມ​ສຳ​ພັນ​ວິ​ສາ​ຫະ​ກິດ. ການ​ປະ​ຕິ​ບັດ​ຮູບ​ແບບ​​ຮ່ວມ​ສຳ​ພັນລວມ​ໝູ່​ໄດ້​ຮັບ​ການ​ເຕື້ອງ​ເຖິງ​ໃນຫຼາຍ​ສິບ​ປີ​ແລ້ວ ແຕ່​ຮອດ​ຈຸດ​ເວ​ລາ​ຕ້ອງ​ປ່ຽນ​ໃໝ່”

        ສະ​ຫະ​ພັນ​ສະ​ຫະ​ກອນ ຫວຽດ​ນາມ ສູ້​ຊົນ​ຮອດ​ປີ 2020 ລວມ​ມີ 100 – 150 ​ສະ​ຫະ​ກອນ​ຕິດ​ພັນ​ກັບ​ບັນ​ດາ​ມູນ​ຄ່າ​ຜະ​ລິດ​ຕະ​ພັນ​ພັດ​ທະ​ນາ​ແບບ​ຍືນ​ຍົງ. ລັດ​ຖະ​ບານ​ຈະ​ໜູນ​ຊ່ວຍກໍ່​ສ້າງ 200 ຮູບ​ແບບ​ສະ​ຫະ​ກອນ​ແບບ​ໃໝ່​ຕິດ​ພັນ​ກັບ​ບັນ​ດາ​ມູນ​ຄ່າ​ສິນ​ຄ້າ​ດ້ວຍ​ຂອບ​ຂະ​ໜາດ​ໃຫຍ່​ຕາມ​ແຕ່​ລະ​ແຂວງ, ເຂດ, ​ພາກ.

        ໃນ​ທ່າ​ອ່ຽງ​ເຊື່ອມ​ໂຍງ​​ການສົ່ງ​ອອກ​ກະ​ສິ​ກຳ​ນັບ​ມື້​ນັບຫຼາຍນັ້ນ, ຈາກ​ສະ​ຫະ​ກອນ​ນ້ອຍ ບໍ່​ສາ​ມາດ​ປະ​ຕິ​ບັດ​ບັນ​ດາ​ມູນ​ຄ່າ​ໄດ້. ສະ​ຫະ​ກອນ​ຕ້ອ​ງ​ຮ່ວມ​ສຳ​ພັນ​ນຳ​ກັນ​ຈຶ່ງ​ມີ​ກຳ​ລັງ​ຄວາມ​ສາ​ມາດ​ຢ່າງ​ພຽງ​ພໍ​ໃນ​ກາ​ນ​ສົ່ງ​ອອກ​​ຜະ​ລິດ​ຕະ​ພັນກະ​ເສດ ແລະ ເພີ່ມ​ທະ​ວີ​ມຸນ​ຄ່າ​ເພີ່ມບັນ​ດາ​ການ​ຜະ​ລິດ​ກະ​ສິ​ກຳ. ດ້ວຍ​ການ​ກໍ່​ສ້າງ​ບັນ​ດາ​ຮູບ​ແບບ​ສະ​ຫະ​ກອນ​ແບບ​ໃໝ່​ຕິດ​ພັນ​ກັບ​ການ​ພັດ​ທະ​ນາ​ບັນ​ດາ​ມຸນ​ຄ່າ​ຜະ​ລິດ​ຕະ​ພັນ​ຈະ​ສ້າງ​ບາດ​ກ້າວ​ບຸກ​ທະ​ລຸ​ໃນ​ການ​ພັດ​ທະ​ນາ​ກະ​ສິ​ກຳ.


ຕອບກັບ

ຂ່າວ/ບົດ​ອື່ນ