ພັດທະນາເຂດປູກກາເຟແບບຍືນຍົງຢູ່ແຂວງດັກລັກ

(vovworld) - ການຜະ​ລິດ​ກາ​ເຟ​ຕາມ​ທິດ​ຍືນ​ຍົງ​ນຳ​ປະ​ສິດ​ທິ​ຜົນມາ​​ໃຫ້​​ຊາວ​ກະ​ສິ​ກອນຫຼາຍ​ຄອບ​ຄົວ​ຢູ່​ເມືອງ Cu M’gar, ແຂວງ ດັກ​ລັກ. ທົ່ວ​ເມືອງ​ໄດ້​ສ້າງ​ຕັ້ງ​ສະ​ຫະ​ກອນ, ສະ​ໂມ​ສ​ອນ​ຜະ​ລິດ​ກາ​ເຟ​ແບບ​ຍືນ​ຍົງກ່ວາ 30 ​ແຫ່ງ. ເລື່ອງ​ຜະ​ລິດ​ກາ​ເຟ​ຕາມ​ທິດ​ຍືນ​ຍົງ​ໄດ້​​ເຮັດ​ໃຫ້ປ່ຽນ​ການ​ຜ​ະ​ລິດ​ກາ​ເຟ​ຕາມ​ແບບ​​ມີ​ການ​ປ່ຽນ​ແປງເທື່ອ​ລະ​ກ​້າວ, ຊ່ວຍ​ໃຫ້​​ຊາວ​ກະ​ສິ​ກອນ​ສຳ​ພັດ​ກັບ​ຄວາມ​ກ້າວ​ໜ້າ​​ດ້ານວິ​ທະ​ຍາ​ສາດ​ເຕັກ​ນິກ, ປະ​ຢັດ​ລາຍ​ຈ່​າຍ​ສົ້ນ​ເຂົ້າ, ຍົກ​ສູງ​ມູນ​ຄ່າ​ຜະ​ລິດ​ຕະ​ພັນ ແລະ ລາຍ​ຮັບ​ໃຫ້​ແກ່​ຄອບ​ຄົວ, ປະ​ກອບ​ສ່ວນ​ພັດ​ທະ​ນາ​ເສດ​ຖະ​ກິດ​ທ້ອງ​ຖິ່ນ. ບົດ​ຂຽນ “ພັດ​ທະ​ນາ​ເຂດ​ປູ​ກ​ກາ​ເຟ​ແບບ​ຍືນ​ຍົງ​ຢູ່​ແຂວງດ​ັກ​ລັກ” ຂອ​ງ​ເຮືອງ​ລີ້, ນັກ​ຂ່າວVOV.

ພັດທະນາເຂດປູກກາເຟແບບຍືນຍົງຢູ່ແຂວງດັກລັກ - ảnh 1


        ຄອບ​ຄົວ​ທ່ານ ໂງວັນ​ບີ່ງ, ຢູ່​ເທດ​ສະ​ບາ​ນ ກວາງ​ຟູ໋, ເມືອງ Cu M’gar ມີ​ເນື້ອ​ທີ່​ດິນ ປູກ​ກາ​ເຟ​ເປັນ​ສິນ​ຄ້າ 1,8 ເຮັກ​ຕາ. ກ​່ອນນີ້, ຄ​ອບ​ຄົວ​ຂອງ​ທ່ານ​ໄດ້​ຜະ​ລິດ​ຕາມ​ປະ​ສົມ​ການ ດັ່ງ​ນັ້ນ​ສະ​ມັດ​ຕະ​ພາບບໍ່​ສູງ, ​ພຽງ​ແຕ່ເກັບ​ກ່ຽວ​​ເມັດ​ກາ​ເຟໄດ້ 2,5 ​ເທົ່າ​ນັ້ນ. ນັບ​ແຕ່​ເມື່ອ​ເຂົ້າ​ຮ່ວມ​ສະ​ໂມ​ສອ​ນ​ພັດ​ທະ​ນາ​ກາ​ເຟແບບ​ຍືນ​ຍົງ, ໄດ້​ຮັບ​ການ​ແນະ​ນຳ​ຂັ້ນ​ຕອນ​ດ້ານ​ເຕັກ​ນິກ​ກະ​ເສດ​ສຸມ​, ​ໃນ​ການ​ປູກ​ຝັງ​ບົວ​ລະ​ບັດ, ຫົດ​ນ້ຳ, ​ການ​ຂ້າສັດ​ຕູ​ພືດ, ​ການໃສ່​ຟຸ່ນ​ໃຫ້​ເໝາະ​ສົມຈາກ​ພະ​ນັກ​ງານ​ເຕັກ​ນິກ ດັ່ງ​ນັ້ນ​ສະ​ມັດ​ຕະ​ພາບ​​ເມັດ​ກາ​ເຟຍາມ​ໃດ​ກໍ່​ບັນ​ລຸ​ແຕ່ 4 – 5 ໂຕນ/ເຮັກ​ຕາ. ພິ​ເສດ, ໃນ​ລະ​ດູ​ແລ້ງ, ຄອບ​ຄົວ​ຂອງ​ທ່ານບໍ່​ຕ້ອງ​ຫົດ​ນ້ຳ​ແບບ​ຟຸມ​ເຟື​ອຍ​ໃຫ້​ຕົ້ນ​ກາ​ເຟ​ຕື່ມ​ອີກ ຫາກ​ສາ​ມາດ​ຫລຸດປະ​ລິມ​ານ​ນ້ຳ​ຫົດຈາກ 600 – 700 ​ລິດ/ຕົ້ນ/ເທື່ອ ລົງ 350 – 400​ ລິດ/ຕົ້ນ/ເທື່ອ ເທົ່າ​ນັ້ນ ແຕ່​ຕົ້ນ​ກາ​ເຟ ຍັງຮັບ​ປະ​ກັນ​ການ​ຂະ​ຫຍາຍ​ຕົວ​ໄດ້ເປັນ​ຢ່າງ​ດີ:

        “ເມື່ອ​ເຂົ້າ​ຮ່ວມ​ການ​ຜະ​ລິດ​ກາ​ເຟ​ແບບ​ຍືນ​ຍົງ​ນັ້ນ, ຄອບ​ຄົວ​ຂ້າ​ພະ​ເຈົ້າ​ໄດ້​ຮັບ​ການແນະ​ນຳ​ດ້ານ​ເຕັກ​ນິກ ແລະ ​ໄດ​້ປະ​ຕິ​ບັດ​​ຄື​ແນວນັ້ນ. ​ລາ​ຄາ​ຂາຍ​ກາ​ເຟ​ຂອງຄອບ​ຄົວ​ຂ້າ​ພະ​ເຈົ້າ​ໄດ້​ເພີ່ມ​ຂຶ້ນ​ສ​ອງ, ສາມ​ແສນ​ດົ່ງ/ໂລ”

        ​ໃນທົ່ວ​ເມືອງ Cu M’gar ສ້າງ​ຕັ້ງ​ສະ​ຫະ​ກອນ, ໜ່ວຍ​ຮ່ວມ​ມື, ສະ​ໂມ​ສອນ​ຜະ​ລິດ​ກາ​ເຟ​ແບບ​ຍືນ​ຍົງ​ກ່​ວາ 30 ແຫ່ງ. ເມື່ອ​ເຂົ້າ​ຮ່ວມ​ບັນ​ດາ​ສະ​ຫະ​ກອນ, ສະ​ໂມ​ສ​ອນ​ຜະ​ລິດ​ກາ​ເຟ​ແບບ​ຍືນ​ຍົງ, ຜູ້​ປູກ​ກາ​ເຟ​ໄດ້​ແບ່ງ​ປັນ, ອັບ​ເດດ​ຂໍ້​ມູນ​ຂ່າວ​ກ່ຽວ​ກັບ​​ອາ​ກາດ​ຂອງ​ລະ​ດູ​ການ, ສະ​ພາບ​ການເກີດ​ໂລກ​​ພະ​ຍາດ​​ຕໍ່​ຕົ້ນ​ກາ​ເຟ. ​ສິ່ງສຳ​ຄັນ​ກ່​ວາ​​ຂຶ້ນ​ແມ່ນ​ຮູບ​ແບບນີ້​ໄດ້​ເຊື່ອມ​ຕໍ່​ລະ​ຫວ່າງ​ຊາວ​ກະ​ສິ​ກອນ, ຜູ້​ຄຸ້ມ​ຄອງ, ນັກ​ວິ​ທະ​ຍາ​ສາດ​ກັບ ວິ​ສາ​ຫະ​ກິດ​ໃນ​ການ​ສົມ​ທົບ​ກັນ​ຜະ​ລິດ​ກາ​ເຟ​ຕາມ​ທິດ​ຍືນ​ຍົງ​​​ສຳ​ເລັດຜົນ. ຍ້ອນ​ໄດ້​ເຂົ້າ​ຮ່ວມ​ການ​ຝຶກ​ອົບ​ຮົມ​ດັ່ງ​ນັ້ນ​ບັນ​ດາ​ຄອບ​ຄົວ​ຜະ​ລິດ​ກາ​ເຟ​ມີ​ສະ​ຕິ​ໃນ​ການ​ປົກ​ປ້ອງ​ແຫຼ່ງ​ນ້ຳ​ກ່​ວາ​ອີກ, ​ການຮ່ວມ​ສຳ​ພັນ​ໃນ​ການເກັບ​ກ່ຽວ, ​ການປຸງ​ແຕ່ງ​ເພື່ອ​ຜະ​ລິ​ດ​ບັນ​ດາ​ຜະ​ລິດ​ຕະ​ພັນ​​ໃຫ້ມີ​ຄຸນ​ນະ​ພາບ​ສູງ​ກ່​ວາ. ທ່ານ ຫງວຽນ​ວັນ​ຟຸກ, ຜູ້​ອຳ​ນວຍ​ການ​ສະ​ຫະ​ກອນ​ກະ​ສິ​ກຳ​ບໍ​ລິ​ການ​ຍຸ​ຕິ​ທ​ຳ Ea Kiet, ຕາ​ແສງ Ea Kiet, ເມືອງ Cu M’gar, ໃຫ້​ຮູ້​ວ່າ:

        “ແຕ່​ລະ​ປີ, ສະ​ຫະ​ກອນ​ໄດ້​ຈັດ​ຕັ້ງ​ຊຸດ​ຝຶກ​ອົບ​ຮົມ​ໃຫ້​ແກ່​ຊາວ​ກະ​ສິ​ກອນ​ 3 4 ຊຸດກ່ຽວ​ກັບ​ດ້ານ​ວິ​ທະ​ຍາ​ສາດ, ເຕັກ​​ນິກ, ຄ​ວາມ​ປອດ​ໄພ​ສຸ​ຂະ​ອະ​ນາ​ໄມ​ດ້ານ​ອາ​ຫານ, ຄວາມ​ປອດ​ໄພ​ໃນ​ການ​ອອກ​ແຮງ​ງານ​ເພື່ອ​ໃຫ້​ເຂົາ​ເຈົ້າ​​ຮັບ​ຮູ້​ໄດ້ກ່ຽວ​ກັບ​ໂຄງ​ກາ​ນ​ພັດ​ທະ​ນາ​ກາ​ເຟ​ແບບ​ຍືນ​ຍົງ. ພິ​ເສດ, ສຳ​ລັບ​ແຕ່​ລະ​ຄອບ​ຄົວ, ໃນ​ແຕ່​ລະ​ເດືອນ​ໄດ້​ມີ​​ລາຍການ, ແຜນ​ການ​ລະ​ອຽດ​ໃຫ້​ແກ່​ແຕ່​ລະຫົວ​ໜ່ວຍ​ຜະ​ລິດ, ໂຄ​ສະ​ນາ​ໃຫ້​ພໍ່​ແມ​່​ປະ​ຊາ​ຊົນ​ມີ​​ຄວາມ​ຮັບ​ຮູ້​ກ່ຽວ​ກັບ​ໂຄງ​ການ​ພັດ​ທະ​ນາ​ກາ​ເຟ ແບບ​ຍືນ​ຍົງ​​ເພື່ອຮັບ​ປະ​ກັນ​ຄຸນ​ນະ​ພາບ​​ໃຫ້​ດີ​ກ່​ວາ.”

ພັດທະນາເຂດປູກກາເຟແບບຍືນຍົງຢູ່ແຂວງດັກລັກ - ảnh 2


        ເມືອງ Cu M’gar ມ​ີ​ເນື້ອ​ທີ່​ດິນ​ປູກ​ກາ​ເຟ​ກ່​ວາ 35.500 ເຮັກ​ຕາ, ໃນ​ນັ້ນ​ມີ​ເນື້ອ​ທີ​່​ດິນກ່​ວາ 15.000 ເຮັກ​ຕາ ໄດ້​ຮັບ​ໃບ​ຢັ້ງ​ຢືນ​​ປູກ​ກາ​ເຟ​ແບບ​ຍືນ​ຍົງດ້ວຍ​ເກືອບ 10.000 ຄອບ​ຄົວ​ເຂົ້າ​ຮ່ວມ, ແຕ່​ລະ​ປີ​​ສະ​ໜອງ​ກາ​ເຟ 37.000 ໂຕນ​ຕາມ​ຫຼັກ​ການ​ມາດ​ຕະ​ຖານ. ການພັດ​ທະ​ນາ​ກາ​ເຟແບບ​ຍື​ນ​ຍົງ ໄດ້​ຊ່ວຍ​ໃຫ້​ພໍ່​ແມ່​ປະ​ຊາ​ຊົນ​ສຳ​ພັດ​ກັບ​ວິ​ທະ​ຍາ​ສາດ​ເຕັກ​ນິກ, ມູນ​ຄ່າ​ຂອງ​ກາ​ເຟກໍ່​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ, ສະ​ພາບ​ແວດ​ລ້ອມ​ຊີ​ວະ​ພາ​ບ​ໄດ້​ຮັບ​​ການ​ປົກ​ປ້ອງ​ຢ່າງ​ໝັ້ນ​ຄົງ. ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ ດັກ​ລັກ ​ໄດ້ຕີ​ລາ​ຄ​າ​ບັນ​ດາ​ຮູບ​ ​ການຢັ້ງ​ຢືນນີ້​​ລ້ວນ​ແຕ່​ໄປ​ເຖິງ​ການ​ພັດ​ທະ​ນາ​ກາ​ເຟ​ແບບ​ຍືນ​ຍົງ​ຜ່ານ​ການ​ລົງ​ທຶນ ແລະ ມີ​ການ​ກະ​ທົບ​ຢ່າງ​ເໝາະ​ສົມ​ໃນ​ສວນ​ປູກ​ກາ​ເຟ​ເພື່ອ​ຮັບ​ປະ​ກັນ​ຄວາມ​ໝັ້ນ​ຄົງ​ດ້​ານ​ສະ​ມັດ​ຕະ​ພາບ, ຄຸນ​ນະ​ພາບ, ການ​ອະ​ນຸ​ລັກ​ຮັກ​ສາຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ​. ບັນ​ດາ​ຄອບ​ຄົວ​ຊາວ​ກະ​ສິ​ກອນ​ຜະ​ລິດ​ກາ​ເຟ​ນັບ​ມື້​ນັບ​ມີ​ຄວາມ​ຮັບ​ຮູ້​​ຢ່າງ​ຈະ​ແຈ້ງ​ກ່​ວາ​ເມື່ອ​ນຳ​ໃຊ້​ການ​ຜະ​ລິດ​ກາ​ເຟ ມີ​ໃບ​ຢັ້ງ​ຢືນ​ເພື່ອ​ຍົກ​ສູງ​ມູນ​ຄ່າ​ເພີ່ມ​ໃຫ້​ສິນ​ຄ້າ ກາ​ເຟ ໃນ​ການ​ເຄື່ອນ​ໄຫວ​ຈຳ​ໜ່າຍ ແລະ ການ​ສົ່ງ​ອອກ. ທ່ານ ຫງວຽນ​ວ​ັນ​ມີງ, ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ເມືອງ Cu M’gar, ໃຫ້​ຮູ້​ວ່າ:

        “ເມືອງ​​ພວມແຜນ​ນະ​ໂຍ​ບາຍ​ສືບ​ຕໍ່​ໂຄ​ສະ​ນາ​ເພື່ອ​ໃຫ້​ບັນ​ດາ​ສະ​ມາ​ຊິກ​ເຂົ້າ​ຮ່ວມສະ​ມາ​ຄົມ​ພັດ​ທະ​ນາ ກາ​ເຟ ແບບ​ຍືນ​ຍົງ​ເປັນ​ຈຳ​ນວນຫຼວງຫຼາຍ​ກ່​ວາ. ສືບ​ຕໍ່​ແນະ​ນຳ​ໃຫ້​ບັນ​ດາ​ຕາ​ແສງ​ເພື່ອ​ສ້າງ​ຕັ້ງ​ສະ​ຫະ​ກອນ​ກະ​ສິ​ກຳ​​ຈຳ​ນວນ​ໜຶ່ງ​ຕື່ມ​ອີກທີ່​ມີ​ການ​ຮ່ວມ​ສຳ​ພັນ​ເພື່ອ​ຜະ​ລິດ​ກາ​ເຟ ຊ່ວຍ​ໃຫ້​ພໍ່​ແມ່​ປະ​ຊາ​ຊົນ​ທຸ​ກ​ຄົນ​ມີ​ເງື່ອນ​ໄຂ​ສຳ​ພັດ​ກັບ​ແບບ​ວິ​ທີ​ຜະ​ລິດ​ໃໝ່, ຍົກ​ສູງ​ຄຸນ​ນະ​ພາບ​ຕົ້ນ​ໄມ້​ຕົ້ນ​ຕໍ່ນີ້​ຂອງ​ເມືອງ.”

        ປະ​ຈຸ​ບັນ, ແຂວງ ດັກ​ລັກ ສືບ​ຕໍ່​ໜູນ​ຊ່ວຍ, ສົ່ງ​ເສີມ, ແນະ​ນຳ​ບັນ​ດາ​ຄອບ​ຄົວ​ຊາວ​ກະ​ສິ​ກອນ​ຜະ​ລິດ, ດຳ​ເນີນ​ທຸ​ລະ​ກິດ ກາ​ເຟ ສຸມ​ໃສ່​​ການ​ປູ​ກ​ກາ​ເຟ​ຕາມ​ທິດ​ເຮັດ​ກະ​ສິ​ກຳ​ທີ່​ດີ (GAP), ຜະ​ລິດ​ກາ​ເຟ​ໂດຍ​ມີ​ໃບ​ຢັ້ງ​ຢືນ. ພ້ອມ​ກັນ​ນັ້ນ, ແຂວງ​ກໍ່​ຕ້ອງ​ສ້າງ​ຕັ້ງ​ບັນ​ດາ​ສະ​ຫະ​ກອນ, ໜ່ວຍ​​ງານຮ່ວມ​ມື​ຜະ​ລິດ​ກາ​ເຟ​ແບບ​ຍືນ​ຍົງ… ຕິດ​ພັນ​ກັບ​ຜົນ​ປະ​ໂຫຍດ​ດ້ານ​ເສດ​ຖະ​ກິດ, ສັງ​ຄົມ ແລະ ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ​ໃນ​ບໍ​ລິ​ເວນ.


ຕອບກັບ

ຂ່າວ/ບົດ​ອື່ນ